General

5 Tips ສຳຄັນໃນການບໍລິຫານທຸລະກິດ startups ແລະ SMEsໃນຍຸກ ດິຈິຕອນ

 ອັດຕາການຊົມໃຊ້ມືຖື ຂອງ ຄົນລາວ ແມ່ນ ມີຫຼາຍກວ່າ 92% ແລະ ອັດຕາການຊົມໃຊ້ອິນເຕີເນັດ ແຕ່ລະປີ ແມ່ນມີການຂະຫຍາຍຕົວ ສະນັ້ນ ຍຸກ Digital ກໍ່ແມ່ນສິ່ງທີ່ບໍ່ໄດ້ໄກຈາກຄົນລາວ.  ເມື່ອເຮົາມີທຸລະກິດໃດໜຶ່ງ ເຮັດແນວໃດຈະໃຫ້ມັນສາມາດຍີືນຍົງ ແລະ ດຳເນີນໄປໄດ້ ໃນຍຸກແຫ່ງການແຂ່ງຂັນ ແລະ ຍຸກແຫ່ງການປ່ຽນແປງທີ່ເກີດມີທຸກມື້. ນອກຈາກນີ້ ທຸລະກິດ Startups ແລະ SMEs ແມ່ນບັນດາທຸລະກິດທີ່ມີຕົ້ນທຶນບໍ່ສູງ ແລະ ໃນ ປະເທດລາວ ທຸລະກິດເຫຼົ່ານີ້ແມ່ນ ເປັນວຽກເສິມ ແລະ ທຸລະກິດຄອບຄົວ. ບົດນີ້ຈຶ່ງຈະເບິ່ງວ່າ ເຮົາຈະສາມາດຍາດແຍ່ງ ແລະ ນຳໃຊ້ Digital ແນວໃດ ໃຫ້ເກີດຜົນປະໂຫຍດ ສູງສຸດແກ່ການບໍລິຫານທຸລະກິດ Startups ແລະ SMEs ໄດ້. ໃນນີ້ຫຼັກການພື້ນຖານຂອງການເຮັດທຸລະກິດແມ່ນຍັງຄືເກົ່າ (ການບໍລິຫານເວລາ, ​ການບໍລິຫານຄົນ, ການບໍລິຫານເງິນ, ການຂາຍ,​ ການສ້າງເຄືອຂ່າຍ) ໂດຍທີ່ນໍາໃຊ້ Digital ເຂົ້າມາຊ່ວຍ ເພື່ອຫຼຸດຜ່ອນວຽກ ແລະ ເພີ່ມຄວາມສາມາດໃນການຈັດຕັ້ງປະຕິບັດໃຫ້ໄດ້ຫຼາຍທີ່ສຸດ. ການບໍລິຫານເວລາ (Time ...

Read More »

ເຟສບຸກປິດກັ້ນຄົນໃນອົດສະຕຣາລີ ເບິ່ງ ແລະ ແຊຣ໌ ຂ່າວສານ ຫຼັງຈາກເກີດຄວາມຂັດແຍ້ງກັບລັດຖະບານອົດສະຕຣາລີ

ເຟສບຸກປິດກັ້ນບໍ່ໃຫ້ປະຊາຊົນໃນປະເທດອົດສະຕຣາລີສາມາດ ເບິ່ງ ແລະ ແຊຣ໌ເນື້ອຫາຂ່າວແລ້ວ ຫຼັງເກີດຄວາມຂັດແຍ້ງກັບລັດຖະບານອົດສະຕຣາລີທີ່ຕ້ອງການໃຫ້ສື່ສັງຄົມອອນລາຍ ຈ່າຍຄ່າຂ່າວທີ່ໄດ້ມາຈາກສຳນັກຂ່າວພາຍໃນປະເທດ ທີ່ຖືກແຊຣ໌ໃນແພລັດຟອມຂອງເຟສບຸກ. ສຳນັກງານຂ່າວ ບີບີຊີ ລາຍງານວ່າ: ເຟສບຸກປະກາດ ຈະປິດກັ້ນບໍ່ໃຫ້ຜູ້ໃຊ້ເຟສບຸກໃນອົດສະຕຣາລີເບິ່ງ ແລະ ແຊຣ໌ເນື້ອໃນຂ່າວ ຫຼັງຈາກລັດຖະບານອົດສະຕຣາລີອອກກົດໝາຍໃຫ້ສັງຄົມອອນລາຍຄື Facebook ແລະ Google ຕ້ອງຈ່າຍເງິນຄ່າຂ່າວສານຕ່າງໆ ກໍລະນີມີເນື້ອໃນຖືກນຳມາໂພສ ແລະ ນຳໄປແຊຣ໌ຕໍ່ໃນແພລັດຟອມຂອງສື່ສັງຄົມອອນລາຍ. ລັດຖະບານອົດສະຕຣາລີໄດ້ສະເໜີກົດໝາຍດັ່ງກ່າວເປັນຄັ້ງທຳອິດໃນເດືອນ ທັນວາ ປີ 2020 ທີ່ຜ່ານມາ ໂດຍຄະນະກຳມະການການແຂ່ງຂັນ ແລະ ຜູ້ບໍລິໂພກຂອງອົດສະຕຣາລີ (ACCC) ກ່າວວ່າ: ພວກເຂົາໄດ້ຮ່າງກົດໝາຍນີ້ຂຶ້ນມາ ເພື່ອສ້າງຄວາມສະເໝີພາບໃນການແຂ່ງຂັນທາງທຸລະກິດລະຫວ່າງ ບໍລິສັດເຕັກໂນໂລຊີຍັກໃຫຍ່ ກັບຜູ້ຜະລິດສື່ຂ່າວສານ ແລະ ຈະຊຸກຍູ້ກົດໝາຍໃຫ້ມີການອະພິປາຍ ແລະ ລົງມັດຕິໃນສະພາພາຍໃນສອງສາມອາທິດຂ້າງໜ້າ. ເຊິ່ງກ່ອນໜ້ານີ້ ເຟສບຸກໄດ້ເຕືອນໄວ້ວ່າຈະສະກັດກັ້ນເນື້ອຫາຂ່າວຂອງສື່ທີ່ຖືກແຊຣ໌ອອກໄປແທນການຈ່າຍເງິນ ເຊິ່ງໄດ້ປະກາດນະໂຍບາຍໃໝ່ຜ່ານການປິດກັ້ນ ໃນວັນພຸດທີ 17 ກຸມພາ 2021 ທີ່ຜ່ານມາ ໂດຍລະບຸວ່າ ກົດໝາຍສະບັບນີ້ ເຮັດໃຫ້ເຟສບຸກຕ້ອງພົບກັບທາງເລືອກທີ່ຫຍຸ້ງຍາກ ຄືເຮັດຕາມກົດໝາຍທີ່ບໍ່ສົນກັບຄວາມເປັນຈິງໃນການພົວພັນລະຫວ່າງສື່ສັງຄົມອອນລາຍ ແລະ ຜູ້ຜະລິດສື່ ຫຼືຢຸດການອະນຸຍາດໃຫ້ເຂົ້າເຖິງເນື້ອຫາຂ່າວຕ່າງໆໃນເຟສບຸກຂອງອົດສະຕຣາລີ ແລະ  ພວກເຂົາຂໍເລືອກອັນສຸດທ້າຍ. ພາຍໃຕ້ນະໂຍບາຍໃໝ່ ເຟສບຸກລະບຸວ່າ: ຜູ້ໃຊ້ຊາວອົດສະຕຣາລີ ຈະບໍ່ສາມາດອ່ານ ແລະ ...

Read More »

ປຶກສາຫາລືປະເມີນຜົນກະທົບທີ່ອາດຈະເກີດຂຶ້ນຕໍ່ມໍລະດົກໂລກ

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມປຶກສາ ຫາລືປະກອບຄຳຄິດຄຳເຫັນຕໍ່ບົດລາຍງານກ່ຽວກັບການປະເມີນຜົນກະທົບທີ່ອາດຈະເກີດຂຶ້ນຕໍ່ມໍລະດົກ ໂລກຈາກໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງນໍ້າ ທີ່ບ້ານຫ້ວຍຢໍ້ ເມືອງຈອມເພັດ ແຂວງຫຼວງພະບາງ ຊຶ່ງໄດ້ຈັດຂຶ້ນໃນວັນທີ 18 ກຸມພານີ້ ທີ່ໂຮງແຮມລາວພລາຊາ, ພາຍໃຕ້ການເປັນປະທານຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ, ທ່ານ ແວນ ຮວ່າງດາວ ປະທານບໍລິສັດຫຼວງພະບາງ ພາວເວີ ຈຳກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ວັນສີ ກົວມົວ ກ່າວວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອພ້ອມກັນຮັບຟັງບົດລາຍ ງານຂອງ ບໍລິສັດ ຫຼວງພະບາງພາວເວີ ຈຳກັດ ກ່ຽວກັບບັນຫາທີ່ຕິດພັນກັບຂໍ້ກັງວົນຂອງອົງການ ອຸຍແນັດສະໂກ ຕໍ່ຜົນກະທົບດ້ານມໍລະດົກທີ່ອາດຈະເກີດຂຶ້ນໄດ້ໃນໂຄງການສ້າງເຂື່ອນໄຟຟ້າພະລັງ ງານນໍ້າຂອງ ທີ່ແຂວງຫຼວງພະບາງ ພ້ອມນັ້ນກອງປະຊຸມຈະໄດ້ປຶກສາຫາລືແລກປ່ຽນຄຳ ຄິດຄຳເຫັນຮ່ວມກັບຜູ້ຕາງໜ້າຈາກກະຊວງ, ຂະແໜງການທີ່ກ່ຽວຂ້ອງເພື່ອເປັນການກະກຽມ ຂໍ້ມູນທີ່ຈຳເປັນໃຫ້ແກ່ກອງປະຊຸມຮ່ວມກັບອົງການອຸຍແນັດສະໂກທີ່ຈະຈັດຂຶ້ນໃນໄວໆນີ້, ຫວັງຢ່າງຍິ່ງວ່າບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຈະຕັ້ງໜ້າປະກອບທຸກຄຳເຫັນຢ່າງມີເນື້ອໃນ ແລະ ເຕັມໄປດ້ວຍບັນຍາກາດຟົດຟື້ນເພື່ອໃຫ້ກອງປະຊຸມດຳເນີນໄປດ້ວຍຜົນສຳເລັດຕາມລະດັບຄາດໝາຍ. ແຫຼ່ງຂ່າວ: ປະຊາຊົນ

Read More »

ລັດກຳນົດເວລາໃຫ້ເຈົ້າຂອງທາງດ່ວນ ແກ້ໄຂບັນຫາກົດໝາຍ ສປປ ລາວ

ກະຊວງແຜນການ ແລະ ລົງທຶນ ໄດ້ອອກໜັງສືເລກທີ 043/ຫລປ.ລທ5 ລົງວັນທີ 4 ກຸມພາ 2021 ເຖິງ ບໍລິສັດ ຮ່ວມທຶນພັດທະນາທາງດ່ວນ ລາວ-ຈີນ ຈໍາກັດ ເພື່ອໃຫ້ປັບປຸງການກໍານົດ ອັດຕາການການຄ່າຜ່ານທາງ ແລະ ອັດຕາແລກປ່ຽນ ໃນໂຄງການສໍາປະທານທາງດ່ວນ ແຕ່ນະຄອນຫຼວງວຽງຈັນ ຫາ ວັງວຽງ. ເຊິ່ງມີຫຼາຍບັນຫາທີ່ຕ້ອງໄດ້ແກ້ໄຂ ແລະ ໃຫ້ປະຕິບັດຕາມກົດໝາຍຂອງ ສປປລາວ. ລາຍລະອຽດຕາມແຈ້ງການດັ່ງລຸ່ມນີ້:

Read More »

ຕະຫຼອດ​ໄລຍະ​ 23​ ປີຜ່ານມາ,​ ບໍລິສັດ​ຫົວເຫວີຍ ໄດ້ມຸ້ງໝັ້ນການບໍລິການທີ່ມີນະວັດຕະກຳດ້ານໄອຊີທີຫຼາຍກວ່າໝູ່ຢູ່ໃນຕະຫຼາດປະເທດລາວ (23 years dedication to Laos Market, even more ICT innovation to be expected from Huawei)

Would you mind sharing with us your background and experience prior to assuming the position of CEO of Huawei in Laos? ທ່ານຊ່ວຍແບ່ງປັນເລື່ອງລາວປະຫວັດຄວາມເປັນມາ ແລະ ປະສົບການຂອງທ່ານກ່ອນທີ່ຈະມາຮັບຕຳແໜ່ງເປັນຜູ້ບໍລິຫານສູງສຸດຂອງບໍລິສັດຫົວເຫວີຍ ຢູ່ ສປປ ລາວ ໃຫ້ພວກເຮົາຮູ້ໄດ້ບໍ? I have more than 16 years of experience in the telecommunications industry and have held various managerial positions including Director at Huawei Thailand and CEO of Huawei Laos. Currently, I am responsible ...

Read More »

ຄະນະກໍາມະການເລືອກຕັ້ງລະດັບຊາດ ຮັບປະກັນໃຫ້ບັ້ນເລືອກຕັ້ງຄັ້ງນີ້ ບັນລຸສາມຄາດໝາຍ

ການກະກຽມດ້ານຕ່າງໆໃຫ້ແກ່ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 9 ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດ ທີ 2 ໃນຂອບເຂດທົ່ວປະເທດ ພວມດຳເນີນໄປຢ່າງເປັນຂະ ບວນຟົດຟື້ນຕໍ່ເນື່ອງ ເພື່ອຮັບປະກັນໃຫ້ບັ້ນເລືອກຕັ້ງຄັ້ງນີ້ ບັນລຸຕາມລະດັບຄາດໝາຍ 3 ຮ້ອຍສ່ວນຮ້ອຍ ຄື: ຮັບປະກັນໃຫ້ຜູ້ໄປໃຊ້ສິດຮ້ອຍສ່ວນຮ້ອຍ, ບໍ່ໃຫ້ມີບັດຕາຍຮ້ອຍສ່ວນຮ້ອຍ ແລະ ໃຫ້ມີຄວາມສະຫງົບຮ້ອຍສ່ວນຮ້ອຍ.ທ່ານ ສົມພູ ດວງສະຫວັນ, ຄະນະປະຈໍາສະພາແຫ່ງຊາດ, ກໍາມະການອະນຸກໍາມະການເລຂາ ນຸການ, ໂຄສົກຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ໄດ້ໃຫ້ສຳພາດເມື່ອບໍ່ນານມານີ້ວ່າ: ມາຮອດປັດຈຸບັນ ອະນຸກຳມະການຕ່າງໆ ທີ່ໄດ້ຮັບການແຕ່ງຕັ້ງຈາກຄະນະກຳມະການເລືອກຕັ້ງລະດັບຊາດ ປະກອບດ້ວຍ 5 ອານຸກໍາມະການ ເປັນຕົ້ນອານຸກໍາມະການເລຂານຸການ, ບຸກຄະລາກອນ ແລະໂຄງປະກອບ, ໂຄສະນາ ແລະ ຂະບວນການ, ງົບປະມານ ແລະ ອະນຸກຳມະການປ້ອງກັນຊາດປ້ອງກັນຄວາມສະຫງົບ ພວມສຸມໃສ່ຈັດຕັ້ງປະຕິບັດວຽກງານດ້ວຍຄວາມຮັບຜິດຊອບສູງ ເພື່ອເຄື່ອນໄຫວຕາມ 4 ບາດກ້າວສໍາຄັນ ໂດຍສະເພາະການເຜີຍແຜ່ເອກະສານຕ່າງໆ ກ່ຽວກັບການເລືອກຕັ້ງຢູ່ຂັ້ນແຂວງ, ຂັ້ນເມືອງ ແລະ ບ້ານ ເພື່ອໃຫ້ປະຊາຊົນຮັບຮູ້ເຂົ້າໃຈ ແລະ ກຳໄດ້ຄວາມໝາຍຄວາມສຳຄັນຂອງການເລືອກຕັ້ງ, ທີ່ຕັ້ງພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ກໍ່ຄື ສະມາຊິກສະ ພາແຫ່ງຊາດ ...

Read More »

ເຂື່ອນນໍ້າງຽບ 1 ເປີດຜະລິດໄຟຟ້າແລະ ສົ່ງອອກໃຫ້ປະເທດໄທແລ້ວ

ໂຄງການເຂື່ອນໄຟຟ້ານໍ້າງຽບ 1 ຕັ້ງຢູ່ແຂວງບໍລິຄໍາໄຊ,ພາຍຫຼັງການກໍ່ສ້າງມາເປັນເວລາ 5 ປີບໍລິສັດໄຟຟ້ານໍ້າງຽບ 1 ຈໍາກັດ ໄດ້ເລີ່ມຜະລິດໄຟຟ້າສົ່ງອອກໃຫ້ປະເທດໄທໃນວັນທີ 5 ກັນຍາ 2019 ແລະບໍ່ດົນມານີ້ກໍໄດ້ຮັບການຢັ້ງຢືນຜົນສຳເລັດກໍ່ສ້າງ ແລະເປີດການຜະລິດໄຟຂາຍຢ່າງເປັນທາງການຈາກລັດຖະບານຊຶ່ງໄດ້ກາຍເປັນຜູ້ຜະລິດໄຟຟ້າເອກະລາດ (IPP) ອີກໂຄງການໜຶ່ງໃນ ສປປ ລາວ. ໂຄງການດັ່ງກ່າວແມ່ນໄດ້ເລີ່ມການກໍ່ສ້າງມາແຕ່ທ້າຍປີ 2014, ມາຮອດທ້າຍເດືອນສິງຫາ 2019 ໄດ້ສໍາເລັດ 100% ການກໍ່ສ້າງເຊັ່ນ: ວຽກໂຄງສ້າງ, ວຽກໄຟ ຟ້າ-ກົນຈັກ ແລະແລ່ນທົດສອບເຄື່ອງຈັກຜະລິດໄຟຟ້າ,ພ້ອມດຽວກັນນັ້ນໂດຍອີງຕາມສັນຍາຊື້-ຂາຍ ໄຟຟ້າລະຫວ່າງບໍລິສັດໄຟຟ້ານໍ້າງຽບ 1 ຈໍາກັດ ແລະການໄຟຟ້າຝ່າຍຜະລິດແຫ່ງປະເທດໄທ (ກຟຜ) ມື້ຂາຍໄຟຟ້າຢ່າງເປັນທາງການ (COD) ກໍໄດ້ຖືກຮັບຮອງເອົາໃນວັນທີ 5 ກັນຍາ 2019 ເປັນມື້ເລີ່ມຕົ້ນການຜະລິດໄຟຟ້າເພື່ອສົ່ງອອກ. ໂຄງການເຂື່ອນໄຟຟ້ານໍ້າງຽບ 1 ເປັນໂຄງການພະລັງນໍ້າທີ່ມີກຳລັງຕິດຕັ້ງ 290 ເມກາວັດ, ປະກອບດ້ວຍເຂື່ອນໃຫຍ່ ແລະເຂື່ອນນ້ອຍພ້ອມເຮືອນຈັກຕັ້ງຢູ່ຕາມລ້ອງແມ່ນໍ້າງຽບ, ເມືອງບໍລິຄັນ, ແຂວງບໍລິຄຳໄຊ, ການກໍ່ສ້າງເຂື່ອນທັງສອງໄດ້ສຳເລັດກ່ອນລະດູຝົນປີ 2019,ພ້ອມດຽວກັນນັ້ນກໍ່ໄດ້ສໍາເລັດການກັກເກັບນໍ້າເຂົ້າອ່າງເພື່ອສະໜອງນໍ້າໃຫ້ແກ່ການຜະລິດໄຟຟ້າ ແລະຮັບປະກັນຄວາມໝັ້ນຄົງປອດໄພເປັນຢ່າງດີ.ຈັກຜະລິດໄຟຟ້າຂອງເຂື່ອນໃຫຍ່ມີກຳລັງຕິດຕັ້ງ 272 ເມກາວັດ, ພະລັງງານທັງໝົດທີ່ຜະລິດຈາກເຮືອນຈັກໄຟຟ້າເຂື່ອນໃຫຍ່ດັ່ງກ່າວໄດ້ຖືກສົ່ງຂາຍໃຫ້ ກຟຜ ຜ່ານລະບົບສາຍສົ່ງໄຟຟ້າແຮງດັນສູງ 230 ກິໂລໂວນ ມີຄວາມຍາວປະມານ ...

Read More »

ເທັກນິກການປະຕິເສດແບບມີສິລະປະ

ທ່ານເຄີຍລຳບາກໃຈທີ່ຈະບອກປະຕິເສດ ຫຼື ເວົ້າຄຳວ່າ “ບໍ່” ຫຼືບໍ່ ບາງຄັ້ງຢາກປະຕິເສດຢ່າງເດັດຂາດ ແຕ່ກໍ ຢ້ານວ່າ ຖ້າເວົ້າອອກໄປຕົງໆແລ້ວ ຈະເຮັດໃຫ້ຜູ້ຮ້ອງຂໍຜິດຫວັງ ເສຍໃຈ ແລະ ກະທົບຕໍ່ຄວາມສຳພັນອັນດີງາມ ທີ່ຜ່ານມາ ສຸດທ້າຍກໍຮັບປາກ ແລ້ວມານັ່ງເຈັບຫົວຢູ່ຄົນດຽວ ຊຶ່ງການຕອບຮັບໃນມື້ນີ້ ອາດຈະນຳເອົາບັນຫາມາໃຫ້ໃນ ພາຍໜ້າກໍເປັນໄດ້. ຜູ້ຂຽນເຊື່ອວ່າ ຫຼາຍທ່ານທີ່ກຳລັງອ່ານບົດຄວາມນີ້ ມີນິໄສໜຶ່ງທີ່ເປັນພື້ນຖານ ກໍຄື ນິໄສຂີ້ເກງໃຈ ຊຶ່ງເຮັດໃຫ້ມີບັນຫາໃນການປະຕິເສດ ແລະ ເວົ້າຄຳວ່າ “ບໍ່”. ເຖິງຢ່າງໃດກໍຕາມ ເຮົາບໍ່ສາມາດຮັບປາກຕົກລົງເຮັດວຽກ ທຸກຢ່າງໄດ້ ຈຶ່ງຈຳເປັນຕ້ອງເລືອກເອົາສິ່ງທີ່ສາມາດເຮັດໄດ້ ແລະ ບໍ່ເກີນກຳລັງຕົນເອງ ແລ້ວເຮົາຈະມີວິທີໃນການປະຕິເສດແບບໃດເພື່ອເຮັດໃຫ້ບົວບໍ່ໃຫ້ຊໍ້າ ນໍ້າບໍ່ໃຫ້ຂຸ່ນ. ໃນບົດຄວາມນີ້ ຜູ້ຂຽນຈຶ່ງຂໍນຳສະເໜີບາງວິທີການປະຕິເສດແບບບໍ່ໃຫ້ເສຍນໍ້າໃຈກັນ ຫຼື ແບບນຸ້ມນວນ ແລະ ຈິງໃຈ ມານຳສະເໜີໃຫ້ທ່ານໄດ້ນຳໄປປັບໃຊ້ໃນການເຮັດວຽກງານໃຫ້ມີປະສິດທິພາບຍິ່ງຂຶ້ນ. ປະສິດທິພາບໃນການເຮັດວຽກ ບໍ່ແມ່ນການພະຍາຍາມບໍລິຫານເວລາເພື່ອໃຫ້ສາມາດເຮັດວຽກທຸກຢ່າງທີ່ເຮົາຖືກ ຮ້ອງຂໍ ຫຼື ເຮັດໃຫ້ໄດ້ຄົບໝົດທຸກວຽກ ແຕ່ມັນຄືການທີ່ເຮົາຮູ້ຈັກຂອບເຂດໜ້າທີ່ຂອງຕົນເອງ ຮູ້ຈັກຈັດລຳດັບຄວາມສຳຄັນຂອງໜ້າວຽກ ແລະ ຮູ້ທີ່ຈະປະຕິເສດວຽກອື່ນທີ່ເຮົາຖືກຮ້ອງຂໍເພີ່ມເຂົ້າມາໃຫ້ໄດ້. ຄວາມເມື່ອຍລ້າຈາກການມີວຽກລົ້ນມື ຈະບັນທອນປະສິດທິພາບໃນການເຮັດວຽກຂອງຄົນເຮົາຢ່າງເຫັນໄດ້ຊັດເຈນ ດັ່ງນັ້ນ ການຮູ້ຈັກປະຕິເສດ ຈະເຮັດຊ່ວຍໃຫ້ທ່ານສາມາດຈັດຄວາມສົມດຸນຂອງວຽກໃນມືທ່ານໄດ້ດີຂຶ້ນ ຊຶ່ງເຮັດໃຫ້ທ່ານໄດ້ຜົນງານທີ່ມີຄຸນນະພາບ ແລະ ສຳເລັດທັນຕາມກຳນົດເວລາ. ...

Read More »

ສະເຫຼີມສະຫຼອງ ວັນສ້າງຕັ້ງອົງການ ກວດກາພັກ – ລັດ ຄົບຮອບ 39 ປີ

ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ໄດ້ຈັດພິທີສະເຫຼີມສະຫຼອງ ວັນສ້າງຕັ້ງອົງການກວດກາພັກ-ລັດ ຄົບຮອບ 39 ປີ (16/02/1982 – 16/02/2021) ແລະ ຍ້ອງ ຍໍຜົນງານ 5 ປີ ແລະ ປະຈໍາປີ 2020 ໃຫ້ພະນັກງານກວດກາສູນກາງພັກ ຂຶ້ນໃນວັນທີ 16 ກຸມພາ 2021 ທີ່ຫ້ອງປະຊຸມ ຄະນະກວດກາສູນກາງພັກ ໂດຍເປັນກຽດເຂົ້າຮ່ວມຂອງສະຫາຍ ພັນຄໍາ ວິພາວັນ ກໍາມະການກົມການເມືອງສູນກາງພັກ ຮອງປະທານປະເທດ; ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການເລຂາທິການສູນກາງພັກສະໄໝ XI, ຮອງນາ ຍົກລັດຖະມົນຕີ ປະທານອົງການກວດກາລັດຖະບານ, ສະຫາຍ ຄໍາພັນ ພົມມະທັດ ກໍາມະການ ກົມການເມືອງສູນກາງພັກ ປະທານຄະນະກວດກາສູນກາງພັກ; ມີບັນດາຮອງປະ ທານຄະນະ ກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ແລະ ພະນັກງານພາຍໃນ ຄະນະກວດ ກາສູນກາງພັກ ແລະ ອົງການກວດກາລັດຖະບານ ເຂົ້າຮ່ວມ.ໂອກາດດັ່ງກ່າວ, ສະຫາຍ ບຸນທອງ ...

Read More »

ສາວລາວຫອບລູກ!!! ຂ້າມມາແຕ່ປະເທດໄທແບບຜິດກົດໝາຍ

ປກສ ນະຄອນຫຼວງວຽງຈັນ ໄດ້ລາຍງານວ່າ: ໃນວັນທີ 15 ກຸມພາ 2021 ເຈົ້າໜ້າທີ່ 1191 ປ່າຝາງ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງວ່າມີແຮງງານລາວລັກລອບຂ້າມມາແຕ່ໄທ ຫຼັງຈາກນັ້ນ, ເຈົ້າໜ້າທີ່ໄດ້ລົງກວດກາເກັບກຳຂໍ້ມູນຮູ້ໄດ້ວ່າ: ນາງ ວຽງທອງ ອາຍຸ 35 ປີ ບ້ານ ດອນຂາຊ້າຍ ເມືອງຫາດຊາຍຟອງ ໂດຍໃນວັນທີ 10 ກຸມພາ 2021 ເວລາ 11:00ໂມງ ຜູ້ກ່ຽວໄດ້ຈ້າງໂຊເຟີລົດພວງຂອງຄົນໄທ ຈຳນວນເງິນໄທ 3000 ບາດ ລັກຂ້າມມາທາງຂົວມິດຕະພາບລາວ-ໄທ I ພ້ອມດ້ວຍລູກນ້ອຍ ອາຍຸ 1 ປີກັບ 5 ເດືອນ ເມື່ອລັກຂ້າມມາແຕ່ປະເທດໄທແລ້ວຜູ້ກ່ຽວໄດ້ມາພັກຢູ່ເຮືອນຜູ້ກ່ຽວເອງ ມາຮອດວັນທີ່ 15 ກຸມພາ 2021 ເວລາ 13:40 ຈຶ່ງຖືກເຈົ້າໜ້າທີ່ເຂົ້າກວດກາ ແລະ ກັກຕົວນຳສົ່ງສູນກັກກັນຫຼັກ 27 ພ້ອມທັງໃຫ້ຮັບຜິດຊອບຄ່າໃຊ້ຈ່າຍທັງໝົດ. ແຫຼ່ງທີ່ມາ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

Read More »