General

ກອງປະຊຸມລະດັບຊາດ ເພື່ອຮ່ວມກັນ ສ້າງລະບົບສະບຽງອາຫານທີ່ຍືນຍົງ

ໃນວັນທີ 2 ມິຖຸນາ 2021, ກະຊວງກະສິກຳ ແລະ ປ່າໄມ້ ໂດຍຮ່ວມມືກັບບັນດາກະຊວງທີ່ກ່ຽວຂ້ອງ ແລະ ອົງການສະຫະປະຊາຊາດ (ສປຊ) ໄດ້ຈັດກອງປະຊຸມລະດັບຊາດ ກ່ຽວກັບລະບົບສະບຽງອາຫານ 2021 ຂຶ້ນ (ກອງປະຊຸມທາງໄກ) ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດລະບົບສະບຽງອາຫານໂລກ 2021. ກອງປະຊຸມດັ່ງກ່າວ, ດຳເນີນພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ເພັດ ພົມພິພັກ ລັດ ຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ນາງ ຊາຣາ ເຊັກເກນເນສ ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ເຊິ່ງໄດ້ລວບລວມເອົາຄູ່ຮ່ວມງານທີ່ຫລາກຫລາຍ ຈາກທຸກລະດັບຂອງລະບົບສະບຽງອາຫານພາຍໃນປະເທດ ແລະ ເນັ້ນໜັກໃສ່ການປຶກສາຫາລືກັນຢ່າງຮອບດ້ານ ລະຫວ່າງຄູ່ຮ່ວມງານ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດໃນປີນີ້ ທີ່ແນໃສ່ສ້າງລະບົບສະບຽງອາຫານໃນອະນາຄົດໃນທົ່ວໂລກໃຫ້ມີຄວາມຍືນຍົງ ແລະ ຍັງຈຸດປະກາຍ ວິທີທາງໃນການໄປເຖິງເປົ້າໝາຍດັ່ງກ່າວນຳອີກ.ກອງປະຊຸມລະດັບຊາດ ກ່ຽວກັບລະບົບສະບຽງອາຫານ 2021 ນີ້ ແນໃສ່ກໍານົດທິດທາງແຫ່ງຊາດ ເພື່ອກ້າວໄປສູ່ການສ້າງລະບົບສະບຽງອາຫານທີ່ຍືນຍົງ ໂດຍເນັ້ນໜັກໃສ່ 4 ຂົງເຂດຕົ້ນຕໍດັ່ງຕໍ່ໄປນີ້: 1) ຮັບປະກັນສະບຽງອາຫານທີ່ປອດໄພ ແລະ ...

Read More »

ກະຊວງ ຖວທ ມອບໃບຍ້ອງຍໍ ໃຫ້ທີມແພດໂຮງໝໍເດັກ ທີ່ໄດ້ຊ່ວຍເຫລືອສັກວັກຊີນ ໃຫ້ແກ່ພະນັກງານ

ໃນວັນທີ 3 ມິຖຸນາ 2021 ທີ່ຫໍວັດທະນະທໍາແຫ່ງຊາດ, ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຕາງໜ້າມອບໃບຍ້ອງຍໍໃຫ້ກັບທີມແພດໂຮງໝໍເດັກ ທີ່ໄດ້ໃຫ້ການຊ່ວຍເຫລືອ ສັກວັກແຊງປ້ອງກັນໂຄວິດ-19 ໃຫ້ພະນັກງານ-ລັດ ຖະກອນ ຂອງກະຊວງດັ່ງກ່າວ, ພາຍຫລັງສັກວັກແຊງຄົບຈໍານວນ 2 ເຂັມ, ຕາງໜ້າຮັບໃບຍ້ອງຄັ້ງນີ້, ໂດຍ ທ່ານ ດຣ ໄຊຍະວົງ ບົວທອງທິບ ຮອງຜູ້ອຳນວຍການໂຮງໝໍເດັກ. ໂອກາດດຽວກັນນີ້, ກະຊວງ ຖວທ ຍັງໄດ້ປະກອບສ່ວນ ດ້ານອຸປະກອນການແພດຈຳນວນໜຶ່ງໃຫ້ແກ່ໂຮງໝໍເດັກ ເພື່ອຮັບໃຊ້ເຂົ້າໃນວຽກງານປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດຂອງພະຍາດ ໂຄວິດ-19 ນໍາອີກ. ທ່ານ ດຣ. ໄຊຍະວົງ ບົວທອງທິບ ກ່າວວ່າ: ການສັກວັກແຊງປ້ອງກັນໂຄວິດ-19 ທີ່ຢູ່ໃນຄວາມຮັບຜິດຊອບຂອງໂຮງໝໍເດັກພວກເຮົາ ທັງໝົດມີ 7 ກະຊວງ ແລະ 1 ບໍລິສັດ, ເຊິ່ງວັກແຊງທີ່ສັກປະກອບມີ ຊີໂນຟາມ (Sinopharm) ແລະ ແອສຕຣາເຊນີກາ (Astra ...

Read More »

ສປປ ລາວ ເລັ່ງສັກວັກຊີນຮອບທີ 2 ຕ້ານການແຜ່ລະບາດພະຍາດໂຄວິດ-19

ສປປ ລາວ ພວມເລັ່ງສັກວັກແຊງຮອບທີສອງ ໃຫ້ພະນັກງານ-ລັດຖະກອນ, ພະນັກງານ ທະ ຫານ-ຕ່ຳຫລວດ ຕະຫລອດຮອດປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ເພື່ອຕ້ານ ແລະ ສະກັດກັ້ນ ການແຜ່ລະບາດລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ບໍ່ໃຫ້ແຜ່ລາມເປັນວົງກວ້າງ ແລະ ໝົດໄປໂດຍໄວ. ສໍາລັບຜູ້ທີ່ຍັງບໍ່ທັນໄດ້ຮັບວັກແຊງ ຫລື ບໍ່ເປັນກຸ່ມສ່ຽງ ພັກ-ລັດຖະບານ ໄດ້ຊີ້ນໍາ ແລະ ເລັ່ງລັດໃຫ້ກະຊວງສາທາລະນະສຸກ ຈັດຫາວັກແຊງ ເພື່ອສັກໃຫ້ປະຊາຊົນໃຫ້ໄດ້ຢ່າງໝ້ອຍ 50 ເປີເຊັນ ຂຶ້ນໄປ. ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານໃຫ້ຮູ້ ໃນວັນທີ 2 ມິຖຸນາ 2021 ນີ້ ວ່າ: ມາຮອດວັນທີ 2 ມິຖຸນາ 2021 ນີ້, ສປປ ລາວ ສາມາດສັກວັກແຊງ ເຂັມທີ 1 ໄດ້ 664.661 ໂດສ ແລະ ເຂັມທີ 2 ໄດ້ ...

Read More »

ລັດຖະບານໄທ ຊ່ວຍເຫລືອອຸປະກອນການແພດ ໂຮງໝໍແຂວງບໍ່ແກ້ວ ແລະແຂວງໄຊຍະບູລີ

ວັນທີ 28 ພຶດສະພາ ຜ່ານມານີ້ ທີ່ດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 4 (ຊຽງຂອງ-ຫ້ວຍຊາຍ)ໄດ້ມີພິທີມອບການຊ່ວຍເຫຼືອ ຈາກຊວງການຕ່າງປະເທດໄທ ເພື່ອສະໜັບສະໜູນ ສປປ ລາວ ໃນການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 ຕາງໜ້າຝ່າຍໄທ ກ່າວມອບໂດຍທ່ານ ວັດຊະຣະພົງ ຄຳຫຼ້າ ຫົວໜ້າພະແນກສາທາລະນະສຸກ ຈັງຫວັດຊຽງຮາຍ, ຕາງໜ້າຝ່າຍລາວກ່າວຮັບໂດຍ ດ.ຣ. ບຸນຍະເວດ ວົງຄຳຊາວ ຫົວໜ້າພະແນກສາທາລະນະສຸກແຂວງບໍ່ແກ້ວ ແລະຄະນະ. ເຄື່ອງຊ່ວຍເຫລືອດັ່ງກ່າວ ເປັນຫ້ອງກວດຫາເຊື້ອ, ເປັນສ່ວນໜຶ່ງຂອງໂຄງການເພີ່ມຂີດຄວາມສາມາດໃນການກວດຫາເຊື້ອພະຍາດໂຄວິດ 19. ຊຶ່ງໃນໂອກາດທີ່ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊະທູດ ຣາຊະອານາຈັກໄທ ປະຈຳ ສປປ ລາວ ໄດ້ແຈ້ງໄວ້ເມື່ອວັນທີ 7 ພຶດສະພາ 2021 ວ່າ: ລັດຖະບານໄທ ໄດ້ຈັດໂຄງການເພື່ອຮັບມືກັບພະຍາດໂຄວິດ 19 ໂດຍມີແຜນ ຈະສະໜັບສະໜູນອຸປະກອນດ້ານການແພດ ເພື່ອເພີ່ມຂີດຄວາມສາມາດໃນການກວດຫາເຊື້ອໂຄວິດ 19 ໃຫ້ໂຮງໝໍແຂວງບໍ່ແກ້ວ ແລະ ໂຮງໝໍ ແຂວງໄຊຍະບູລີ ດ້ວຍການຕິດຕັ້ງເຄື່ອງກວດຫາເຊື້ອແບບ RT-PCR ພ້ອມເຄື່ອງມື ແລະ DNA/RNA Extract ...

Read More »

ປະທານສະພາແຫ່ງຊາດ ພົບປະທາງໄກກັບປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ

ໃນວັນທີ 28 ພຶດສະພາ 2021 ​ທີ່​ສຳ​ນັກ​ງານ​ສູນ​ກາງ​ພັກ ​ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນ ກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະທາງໄກ ກັບ ສະຫາຍ ລີ້ ຈ້ານຊູ ກຳມະການຄະນະປະຈຳກົມການ ເມືອງສູນກາງພັກກອມມູນິດຈີນ ປະທານສະພາຜູ້ແທນປະຊາຊົນທົ່ວປະ ເທດ ແຫ່ງ ສປ ຈີນ. ໃນການພົບປະທາງໄກຄັ້ງນີ້ ສອງຝ່າຍໄດ້ແຈ້ງໃຫ້ກັນຊາບສະພາບການພົ້ນເດັ່ນຂອງແຕ່ລະປະເທດ, ຕີລາຄາການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ຈີນ-ລາວ ຊຶ່ງປີນີ້ເປັນປີຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຊຶ່ງສອງຝ່າຍໄດ້ກໍານົດເປັນປີມິດຕະພາບ ລາວ-ຈີນ ຈີນ-ລາວ ແລະ ໄດ້ມີການເຄື່ອນໄຫວສະເຫຼີມ​ສະຫຼອງວັນຄົບຮອບດັ່ງກ່າວ ຢ່າງມີຄວາມໜາຍ, ການນໍາຂັ້ນສູງຂອງສອງພັກ, ລັດ ໄດ້ມີການ​ພົບ​ປະແລກ​ປ່ຽນທາງໄກນໍາກັນ ເພື່ອປຶກສາກ່ຽວກັບການຮ່ວມມືດ້ານຕ່າງໆ ເພື່ອປະຕິບັດຕາມເນື້ອໃນຈິດໃຈ ຂອງຂໍ້ຕົກລົງຂອງການນໍາສູງສຸດ ຂອງສອງພັກວ່າດ້ວຍ ແຜນແມ່ບົດກ່ຽວກັບການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈີນ-ລາວ ໃຫ້ປະກົດຜົນເປັນຈິງ ໂດຍສະເພາະແມ່ນບັນດາໂຄງການໃຫຍ່ໆ ທີ່ພວມຈັດຕັ້ງປະຕິບັດດ້ວຍຄວາມຄືບໜ້າ ເປັນຢ່າງດີເຊັ່ນ: ...

Read More »

ລັດຖະບານສະຫະລັດອາເມຣິກາ ມອບອຸປະກອນການແພດ ແລະ ເຄື່ອງອຸປະໂພກ ມູນຄ່າ 1.870 ລ້ານກີບ ໃຫ້ກະຊວງສາທາລະນະສຸກ

ລັດຖະບານສະຫະລັດອາເມລິກາ ໄດ້ນຳເອົາຊຸດອຸປະກອນການແພດ ແລະ ເຄື່ອງອຸປະໂພກ ມູນຄ່າ1.870ລ້ານກີບ ມອບໃຫ້ກະຊວງສາທາລະນະສຸກ ແຫ່ງ ສປປ ລາວໃນວັນທີ 25 ພຶດສະພາ 2021; ຕາງໜ້າມອບໂດຍ ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳລາວ ແລະ ຕາງໜ້າຮັບໂດຍ ທ່ານ ດຣ.ບຸນແຝງ ພົມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ. ອຸປະກອນການແພດ ແລະ ເຄື່ອງໃຊ້ອຸປະໂພກ ທີ່ນຳມາມອບໃນຄັ້ງນີ້, ແມ່ນເປັນການມອບຄັ້ງທຳອິດ ຈາກການມອບຮັບສອງຄັ້ງໂດຍຜ່ານການຊ່ວຍເຫລືອ ຂອງສູນບັນຊາການກອງທັບສະຫະລັດປະຈຳພາກພື້ນອິນໂດປາຊີຟິກ, ກະຊວງປ້ອງກັນປະເທດ ສະຫະລັດອາເມຣິກາ ໃຫ້ແກ່ສູນກັກບໍລິເວນ 25 ແຫ່ງ ທົ່ວປະເທດຂອງ ສປປ ລາວ. ການມອບເຄື່ອງດັ່ງກ່າວ ແມ່ນເພື່ອຕອບສະໜອງຕາມຄວາມຕ້ອງການຂອງທາງບຸກຄະລາກອນແພດໝໍ, ຜູ້ທີ່ເຮັດວຽກປະຈຳຢູ່ສູນກັກບໍລິເວນ ແລະ ຜູ້ທີຖືກກັກບໍລິເວນໃນແຕ່ລະສູນ, ທັງນີ້ກໍ່ເພື່ອເປັນການສຶບຕໍ່ຊ່ວຍເຫລືອວຽກງານຂອງອົງການອາຫານໂລກທີ່ດຳເນີນການຊ່ວຍເຫຼືອຢູ່ສູນດັ່ງກ່າວນັ້ນ. ການຊ່ວຍເຫຼືອນີ້ ມີມູນຄ່າລວມທັງໝົດແມ່ນ 203,000 ໂດລາສະຫະລັດ ທ່ານ ປີເຕີ ເຮມ໋ອນ ໄດ້ຊົມເຊີຍຕໍ່ລັດຖະບານລາວ ທີ່ສາມາດສືບຕໍ່ຄວບຄຸມສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເປັນຢ່າງດີ, ພ້ອມທັງຈະສືບຕໍ່ຊ່ວຍເຫລືອ ສປປ ລາວ ໃນການຄວມຄຸມພະຍາດໂຄວິດ-19, ...

Read More »

ຄະນະສະເພາະກິດຂັ້ນສູນກາງ ແລະ ນະຄອນຫລວງວຽງຈັນ ປຶກສາຫາລືການແກ້ໄຂບັນຫາໂຄວິດ-19

ໃນຕອນເຊົ້າ ວັນທີ 27 ພຶດສະພາ 2021 ທີ່ຫ້ອງວ່າການນະຄອນຫລວງວຽງຈັນ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ຂັ້ນສູນກາງ ແລະ ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດມາດຕະ ການຕ່າງໆ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນຫລວງວຽງຈັນ ໃນໄລຍະ ວັນທີ 21 ພຶດສະພາ ຫາ ວັນທີ 4 ມິຖຸນາ 2021, ໂດຍການເປັນປະທານ ຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ, ມີບັນດາທ່ານໃນຄະນະສະເພາະກິດ ຂັ້ນສູນກາງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມ.ກອງປະຊຸມ ໄດ້ຮັບຟັງການລາຍງານ ສະພາບການຈັດຕັ້ງປະຕິບັດມາດການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ ໂດຍສະເພາະ 7 ວັນ ພາຍຫລັງມີມາດຕະການເພີ່ມເຕີມ ແລະ ...

Read More »

ຕຳຫລວດລາດຕະເວນທາງນ້ຳ ແຂວງຢຸນນານ ສປ ຈີນ ມອບອຸປະກອນການແພດ ໃຫ້ກອງບັນຊາການທະຫານແຂວງບໍ່ແກ້ວ

ແຫລ່ງຂ່າວຈາກແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນວັນທີ 27 ພຶດສະພາ 2021 ນີ້, ສູນປະສານງານລາວ-ຈີນ ບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ກອງບັນຊາການຕຳ ຫລວດລາດຕະເວນທາງນ້ຳ ແຂວງຢຸນນານ ສປ ຈີນ ນໍາເອົາອຸປະກອນການແພດ ມາມອບໃຫ້ແກ່ກອງບັນຊາການທະຫານແຂວງບໍ່ແກ້ວ ນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນ ການລະບາດພະຍາດ ໂຄວິດ-19 ກ່າວມອບໂດຍ ສະຫາຍ ພົນຕີ ຢວນຢ່າພິງ ຫົວໜ້າກອງບັນຊາການຕຳຫລວດລາດຕະເວນທາງນໍ້າ ແຂວງຢຸນນານ ສປ ຈີນ ແລະ ກ່າວຮັບໂດຍ ສະຫາຍ ພັນໂທ ໂສວັນ ພັນທັນນີ ຄະນະພັກກອງບັນຊາການ, ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງບໍ່ແກ້ວ. ອຸປະກອນການແພດ ທີ່ນຳມາມອບໃນຄັ້ງນີ້ ປະກອບມີຄື: ຢາປ້ອງກັນໂຄວິດ-19 ຈໍານວນ 300 ກັບ, ຜ້າອັດປາກ-ອັດດັງ KN95 ຈໍານວນ 500ອັນ, ຜ້າອັດປາກ-ດັງ 3.000 ອັນ, ເຈວລ້າງມື 20 ກ່ອງ, ນໍ້າຢາຂ້າເຊື້ອ 40 ຖັງ, ...

Read More »

ຊົມເຊີຍ!!! ແພດໝໍແຂວງສະຫວັນນະເຂດ ປິ່ນປົວຜູ້ຕິດໂຄວິດຫາຍດີແລ້ວ 35 ຄົນ

ຊົມເຊີຍແພດໝໍ ພ້ອມດ້ວຍທີມງານທີ່ກ່ຽວຂ້ອງຂອງແຂວງສະຫວັນນະເຂດ ທີ່ສາມາດປິ່ນປົວຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ຈົນຫາຍດີ ແລະ ກັບເມືອບ້ານເຮືອນ ເພື່ອສືບຕໍ່ກັກໂຕຕື່ມອີກ 14 ວັນ ໄດ້ແລ້ວຈຳນວນທັງໝົດ 35 ກໍລະນີ; ຫຼ້າສຸດໃນເວລາ 16:00 ໂມງຂອງວັນທີ 26 ພຶດສະພາ 2021ນີ້, ຢູ່ທີ່ສູນປີ່ນປົວພະຍາດໂຄວິດ-19 ຂອງແຂວງ(ວິທະຍາໄລ ວິທະຍາສາດ ສຸຂະພາບ) ກໍໄດ້ຈັດພິທີມອບ-ຮັບຜູ້ທີ່ປິ່ນປົວດີຈາກພະຍາດໂຄວິດ-19 ຈຳນວນ 3 ກໍລະນີ. ເຂົ້າຮ່ວມຂອງໃນພິທີຄັ້ງນີ້ຂອງທ່ານ ດຣ ແສງດາວ ສີດາໄລ ຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ປອ.ດຣ ສຸຄັນທອນ ສິງພວງເພັດ ຜູ້ອຳນວຍການວິທະຍາໄລວິທະຍາສາດສຸຂະພາບ, ທ່ານ ດຣ ນາງ ພູວິໄລ ແກ້ວມຸງຄຸນ ຜູ້ອຳນວຍການໂຮງໝໍແຂວງ ພ້ອມດ້ວຍທີມແພດປິ່ນປົວ, ຄອບຄົວ ແລະອໍານາດການປົກຄອງບ້ານບ່ອນຢູ່ຂອງຄົນເຈັບເຂົ້າຮ່ວມ. ປັດຈຸບັນ, ທົ່ວແຂວງສະຫວັນນະເຂດ ມີຜູ້ຕິດເຊື້ອໂຄວິດ-19 ສະສົມ 99 ຄົນ, ຍັງນອນປິ່ນປົວ 64 ຄົນ(ຍິງ 33 ຄົນ) ໃນນີ້ ປິ່ນປົວຫາຍດີແລ້ວຈຳນວນ 35 ຄົນ, ...

Read More »

4 ເດືອນຜ່ານມາ ລາວສົ່ງອອກຜະລິດຕະພັນກະສິກຳບັນລຸ 440 ລ້ານກວ່າໂດລາສະຫະລັດ

ໄລຍະ 4 ເດືອນ, ນັບແຕ່ ເດືອນມັງກອນ ຫາ ເດືອນເມສາ 2021 ສປປ ລາວ ສົ່ງອອກຜະລິດຕະພັນກະສິກຳ ຜ່ານດ່ານສາກົນ ຈຳນວນ 2.174.442 ໂຕນ, ມູນຄ່າ 440.506.888 ໂດລາສະຫະລັດ. ທ່ານ ບຸນຂວາງ ຄໍາບຸນເຮືອງ, ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ໃຫ້ຮູ້ໃນໂອກາດຖະແຫລງຂ່າວຢູ່ກະຊວງສາທາລະນະສຸກໃນວັນທີ 26 ພຶດສະພາ 2021 ວ່າ: ໃນຈໍານວນຜະລິດຕະພັນກະສິກຳທີ່ສົ່ງອອກນີ້ ຫຼາຍກວ່າໝູ່ແມ່ນ ມັນຕົ້ນ ມູນຄ່າ 138.363.752 ໂດລາສະຫະ ລັດ, ກ້ວຍ ມູນຄ່າ 107.649.418 ໂດລາສະຫະ ລັດ, ໝາກໂມ ມູນຄ່າ 25.941.635 ໂດລາສະຫະລັດ ແລະ ອ້ອຍ ມູນຄ່າ 16.432.000 ໂດລາສະຫະລັດ ໂດຍມີຕະຫຼາດຮອງຮັບຕົ້ນຕໍແມ່ນ ສປ ຈີນ, ໄທ ແລະ ສສ ຫວຽດນາມ. ນອກຈາກນີ້, ໄດ້ສຳເລັດການສົ່ງສັດໃຫຍ່ ...

Read More »