General

ຫ້າມຍົກເລີກສັນຍາແຮງງານໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19

ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ອອກແຈ້ງການ ສະບັບເລກທີ 1532/ຮສສ, ລົງວັນທີ 5 ພຶດສະພາ 2021 ເຖິງພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ ແລະ ນະຄອນຫຼວງວຽງຈັນ, ຫົວຫນ່ວຍທຸລະກິດ, ການຜະລິດ ແລະ ການບໍລິການໃນຂອບ ເຂດທົ່ວປະ ເທດ ໂດຍໄດ້ກຳນົດຫລາຍບັນຫາສໍາຄັນໃນໄລຍະການແຜ່ລະບາດຂອງພະຍາດ COVID-19, ໜຶ່ງໃນນັ້ນ ແມ່ນໃຫ້ຫົວຫນ່ວຍແຮງງານສືບຕໍ່ປະຕິບັດຕາມກົດຫມາຍ, ລະບຽບການດ້ານແຮງງານ ແລະ ສັນຍາແຮງງານທີ່ມີຜົນນໍາໃຊ້ຢູ່ ໂດຍບໍ່ໃຫ້ສວຍໃຊ້ຜົນກະທົບດັ່ງກ່າວ ເຮັດສິ່ງທີ່ຂັດຕໍ່ກົດຫມາຍແລະລະບຽບການ ໂດຍສະເພາະບໍ່ໃຫ້ມີການຍົກເລີກສັນຍາແຮງ ງານກັບຜູ້ອອກແຮງງານທີ່ກໍາລັງປະສົບກັບບັນຫາ ໂດຍບໍ່ໄດ້ຮັບການອະນຸຍາດຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍຜ່ານການປຶກ ສາຫາລືສາມຝ່າຍ. ທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ສໍາພາດວ່າ: ຈາກການລະບາດຂອງພະຍາດໂຄວິດ-19, ທັງຫົວ ໜ່ວຍແຮງງານ ແລະ ຜູ້ອອກແຮງງານໃນຂອບເຂດທົ່ວປະເທດ ໄດ້ຮັບຜົນກະທົບໜັກສົມຄວນ. ຢ່າງໃດກໍຕາມ ເພື່ອໃຫ້ຫົວໜ່ວຍແຮງງານສືບຕໍ່ປະຕິບັດຕາມລະບຽບກົດໝາຍ ແລະ ບໍ່ໃຫ້ມີການເອົາປຽບຜູ້ໃຊ້ແຮງງານດ້ວຍການຍົກເລີກສັນຍາແຮງງານໂດຍບໍ່ໄດ້ຮັບອະນຸຍາດຈາກພາກສ່ວນກ່ຽວຂ້ອງ. 3 ຝ່າຍ ຄື: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ...

Read More »

ໂຮງໝໍເດັກສືບຕໍ່ສັກວັກຊິນກັນພະຍາດໂຄວິດ-19 ເຂັມທີ 2 ຈົນເຖິງ 20 ມິຖຸນາ

ໂຮງໝໍເດັກ ສືບຕໍ່ໃຫ້ບໍລິການສັກວັກຊິນ ກັນພະຍາດໂຄວິດ-19 ເຂັມທີ 2 ໃນລະຫວ່າງວັນທີ 20 ພຶດສະພາ ຫາ 20 ມິຖຸນາ 2021 ພາຍຫລັງທີ່ມີການໃຫ້ບໍລິການສັກວັກຊິນ ກັນພະຍາດໂຄວິດ-19 ເຂັມທີ 1 ໃຫ້ພະນັກງານ, ພໍ່ແມ່ປະຊາຊົນແລ້ວ 6.000 ກວ່າຄົນ, ເຊິ່ງໃນນັ້ນມີ ຊີໂນຟາມ (Sinopharm) 5.360 ຄົນ ແລະ ແອສຕຣາເຊນີກາ (Astra zenica) 1.225 ຄົນ. ທ່ານ ໝໍ ວິລະພອນ ໄພມະນີ ຫົວໜ້າພະແນກຟື້ນຟູຊີບເດັກ ໂຮງໝໍເດັກ ໄດ້ໃຫ້ສຳພາດ ຕໍ່ນັກຂ່າວ ສຳນັກຂ່າວສານປະເທດລາວ ໃນວັນທີ 25 ພຶດສະພາ 2021 ນີ້ວ່າ: ສຳລັບປະຊາຊົນທີ່ເຂົ້າມາຮັບວັກຊິນກັນພະຍາດໂຄວິດ-19 ຢູ່ໂຮງໝໍເດັກ ແມ່ນບໍ່ມີກໍລະນີທີ່ມີການແພ້ວັກຊິນໃດໆ, ເຊິ່ງພາຍຫລັງຮັບວັກຊິນແລ້ວ ທຸກຄົນແມ່ນລໍຖ້າຕິດຕາມອາການປະມານ 15-30 ນາທີ ແລ້ວຈຶ່ງສາມາດກັບບ້ານໄດ້; ສຳລັບໄລຍະຫ່າງຂອງການຮັບວັກຊິນ ເຂັມທີ 1 ແລະ ເຂັມທີ 2 ແມ່ນຂຶ້ນກັບຊະນິດຢາ, ...

Read More »

Httpool ສະເຫຼີມສະຫຼອງຄວາມສຳເລັດສຳລັບການດຳເນີນທຸລະກິດໃນລາວຄົບຮອບ 1 ປີ!

Httpool Laos (ເອຈ໌ທີທີພູລ ລາວ) ແມ່ນບໍລິສັດໃນເຄືອຂອງ Aleph Holding (ອາເລັບ ໂຮນດີ້ງ), ຄູ່ຮ່ວມມືລະດັບໂລກທີ່ໃຫຍ່ທີ່ສຸດຂອງບັນດາແພຼັດຟອມຫຼັກດ້ານສື່, ເຊິ່ງໄດ້ສະເຫຼີມສະຫຼອງຄົບຮອບໜຶ່ງປີໃນເດືອນພຶດສະພານີ້. ການສ້າງຕັ້ງຫ້ອງການທ່າມກາງການແຜ່ລະບາດຂອງພະຍາດແຕ່ຍັງໄດ້ສຳເລັດ Facebook Advertising Campaign (ແຄັມເປນໂຄສະນາທາງເຟສບຸກ) ຫຼາຍກວ່າ 8.600 ແຄັມເປນ ຖືເປັນການລິເລີ່ມທີ່ໜ້າຕື່ນເຕັ້ນແລະທ້າທາຍຂອງບໍລິສັດ. ປັດຈຸບັນ Httpool ກຳລັງເຮັດໜ້າທີ່ເປັນຄູ່ຮ່ວມຄ້າດ້ານການຂາຍຢ່າງເປັນທາງການຂອງເຟສບຸກ (Facebook Authorized Sales Partner), ເພື່ອຊ່ວຍເຫຼືອບັນດາບໍລິສັດແລະແບຣນຕ່າງໆໃນການເຮັດໂຄສະນາຂອງພວກເຂົາຜ່ານແພຼັດຟອມຍັກໃຫຍ່ລະດັບໂລກດັ່ງກ່າວ. ໃນຖານະທີ່ເປັນແພຼັດຟອມດີຈີຕ້ອນທີ່ສຳຄັນທີ່ສຸດໃນປະເທດລາວ, ເຟສບຸກໄດ້ຖືກນຳໃຊ້ປະມານ 3,4 ລ້ານຄົນ (ແຫຼ່ງຂໍ້ມູນ: https://datareportal.com/reports/digital-2021-laos?rq=laos) ເຊິ່ງເປັນຊ່ອງທາງທີ່ດີທີ່ສຸດໃຫ້ກັບທຸລະກິດພາຍໃນປະເທດສຳລັບການເຂົ້າເຖິງບັນດາຜູ້ບໍລິໂພກ, ນໍາສະເໜີແບ່ງປັນຂໍ້ສະເໜີຕ່າງໆ, ແຈ້ງໃຫ້ລູກຄ້າຊາບກ່ຽວກັບຜະລິດຕະພັນໃໝ່ແລະຍົກສູງໃຫ້ແບຣນເປັນທີ່ຮູ້ຈັກຫຼາຍຂຶ້ນ. ການຊ່ວຍເຫຼືອ, ຄວາມຊ່ຽວຊານ, ແລະ ການສຶກສາ ທີມງານຜູ້ຊ່ຽວຊານດ້ານແພຼັດຟອມເຟສບຸກຂອງ Httpool ໄດ້ສະໜອງຜົນປະໂຫຍດຂໍ້ໄດ້ປຽບດ້ານການເພີ່ມຄຸນຄ່າເຊັ່ນ: ການໃຫ້ຄໍາປຶກສາດ້ານການສ້າງແຄັມເປນໂຄສະນາ, ການແກ້ໄຂບັນຫາ, ແນວຄວາມຄິດສ້າງສັນ (Creative), ແລະ ການປະເມີນຜົນທີ່ໄດ້ຮັບ (Measurement) ພ້ອມທັງຈັດສໍາມະນາດ້ານການສຶກສາທາງອອນລາຍ, ທັງໝົດທີ່ກ່າວມາແມ່ນບໍ່ມີຄ່າໃຊ້ຈ່າຍ (Free of Charge) ເພື່ອໃຫ້ລຸກຄ້າທຸກຄົນມີຄວາມເຂົ້າໃຈຫຼາຍທີ່ສຸດໃນນໍາໃຊ້ເຟສບຸກສຳລັບການເຮັດໂຄສະນາໃຫ້ມີປະສິດທິພາບສູງສຸດ. “ການເພີ່ມຂຶ້ນຂອງວຽກງານດ້ານດິຈິຕ້ອນ ແລະ ການພັດທະນາດ້ານຜູ້ບໍລິໂພກຢູ່ໃນປະເທດລາວແມ່ນເປັນໂອກາດທີ່ດີສຳລັບແບຣນຕ່າງໆທີ່ຈະເຕີບໃຫຍ່, ...

Read More »

ແຂວງວຽງຈັນ ສຳເລັດການປິ່ນປົວຄົນເຈັບຕິດເຊື້ອພະຍາດໂຄວິດ-19

ແຫລ່ງຂ່າວຈາກແຂວງວຽງຈັນ ໃຫ້ຮູ້ວ່າ: ແຂວງວຽງຈັນ ສຳເລັດການປິ່ນປົວຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ແລະ ໄດ້ມີພິທີມອບ-ຮັບຄົນເຈັບຕິດເຊື້ອພະຍາດໂຄວິດ-19 ຮອບສຸດທ້າຍ ຈຳນວນ 06 ຄົນ ໃນວັນທີ 20 ພຶດສະພາ ຜ່ານມາ, ຢູ່ທີ່ໂຮງໝໍແຂວງວຽງຈັນ ໂດຍການມອບຂອງ ທ່ານ ດຣ ສົມຍົດ ດວງພະຈັນ ອຳນວຍການໂຮງຫມໍແຂວງວຽງຈັນ ແລະ ຮັບໂດຍ ທ່ານ ດຣ ຊົວທາວ ເຢ່ຍຕູ້ ຫົວໜ້າຫ້ອງການສາທາລະນະສຸກເມືອງໝື່ນ ໂດຍມີ ທ່ານ ພູວົງ ບຸນຊູ ຮອງເຈົ້າແຂວງວຽງຈັນ, ຫົວໜ້າຄະນະສະເພາະກິດຕອບໂຕ້ ແລະ ສະກັດກັ້ນ ພະຍາດໂຄວິດ-19 ແລະ ພາດສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ດຣ ນາງ ພານາລອນ ອຸໄທທິດ ຫົວໜ້າວິຊາການໂຮງຫໝໍແຂວງວຽງຈັນ ກ່າວວ່າ: ຢູ່ແຂວງວຽງຈັນ ໄດ້ເກັບຕົວຢ່າງກວດວິເຄາະຫາເຊື້ອພະຍາດ ໂຄວິດ-19 ນັບແຕ່ເດືອນມັງກອນ 2021 ຫາ 20 ພຶດສະພາ 2021 ມີທັງໝົດ 867 ກໍລະນີ. ໃນນັ້ນ, ...

Read More »

ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນພຶດສະພາ 2021

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈໍາເດືອນພຶດ ສະພາ 2021 ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 20 ແລະ ໄດ້ອັດລົງ ໃນຕອນແລງວັນທີ 21 ພຶດ ສະພາ 2021 ໂດຍໄດ້ດຳເນີນຜ່ານລະບົບກອງປະຊຸມທາງ ໄກ ແລະ ພາຍໃຕ້ການເປັນປະທານຂອງ ທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ສະມາຊິກລັດຖະ ບານ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມ ໄດ້ຮັບຟັງ, ຄົ້ນຄວ້າປຶກສາຫາລື ແລະ ປະກອບຄຳເຫັນຢ່າງກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ ຕໍ່ບັນດາເອກະສານສຳຄັນ ດັ່ງນີ້: 1. ບົດລາຍງານຮອບດ້ານ ການຈັດຕັ້ງປະຕິບັດວຽກງານ ຂອງລັດຖະບານ ປະຈໍາເດືອນພຶດສະພາ ແລະ ທິດທາງແຜນວຽກຈຸດສຸມ ເດືອນມິຖຸນາ 2021: ກອງປະຊຸມ ເຫັນ ດີດ້ານຫຼັກການ ຮັບຮອງເອົາເນື້ອໃນຂອງບົດລາຍງານດັ່ງກ່າວ. ສຳລັບແຜນວຽກຈຸດສຸມ ປະຈຳເດືອນມິຖຸນາ 2021 ມີດັ່ງນີ້: 1) ຂົງເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ: ສືບຕໍ່ປະຕິບັດແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງພັກ ຢ່າງຕັ້ງໜ້າ, ທັງເພີ່ມທະວີການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ; ສືບຕໍ່ລາດ ...

Read More »

ມອບ-ຮັບໜ້າທີ່ ລະຫວ່າງຫົວໜ້າກົມໃຫຍ່ພະລາທິການກອງທັບຜູ້ເກົ່າ ແລະ ຜູ້ໃໝ່

ວັນທີ 21 ພຶດສະພາ 2021 ນີ້, ຢູ່ທີ່ ສະໂມສອນກົມໃຫຍ່ພະລາທິການກອງທັບ ໄດ້ຈັດພິທີມອບ-ຮັບໜ້າທີ່ຫົວໜ້າກົມໃຫຍ່ພະລາທິການກອງທັບລະຫວ່າງ ສະຫາຍ ພົນຕີ ວົງຄຳ ພົມມະກອນ ຜູ້ເກົ່າ ແລະ ສະຫາຍ ພົນຕີ ຄຳເພັດ ສີຊານົນ ຜູ້ໃໝ່ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນໂທ ທອງລອຍ ສິລິວົງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫ່ຍການເມືອງກອງທັບ, ມີຄະນະກົມ, ຄະນະຫ້ອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ພັນເອກ ໂສພາວັນ ທຳມະເທວາ ຮອງຫົວໜ້າກົມພະນັກງານ ກົມໃຫ່ຍການເມືອງກອງທັບ ໄດ້ຂຶ້ນຜ່ານດໍາລັດ ວ່າດ້ວຍການແຕ່ງຕັ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ນາຍົກລັດຖະມົນຕີ ອອກດຳລັດ ແຕ່ງຕັ້ງ ສະຫາຍ ພົນຕີ ວົງຄຳ ພົມມະກອນ ເປັນຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ດຳລັດ ວ່າດ້ວຍການແຕ່ງຕັ້ງ ຫົວໜ້າກົມໃຫຍ່ພະລາທິການກອງທັບ ກະຊວງປ້ອງກັນປະເທດ, ນາຍົກລັດຖະມົນຕີ ອອກດໍາລັດ ແຕ່ງຕັ້ງ ສະຫາຍ ພົນຕີ ຄໍາເພັດ ສີຊານົນ ເປັນຫົວໜ້າກົມໃຫຍ່ພະລາທິການກອງທັບ ກະຊວງປ້ອງກັນປະເທດ. ສະຫາຍ ...

Read More »

ສໍາເລັດການເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍອະນາຄົດຂອງອາຊີ ຄັ້ງທີ 26 ໃນຮູບແບບກອງປະຊຸມທາງໄກ

ພະນະທ່ານທອງລຸນສີສຸລິດ, ປະທານປະເທດ ແຫ່ງສປປລາວ ໄດ້ສໍາເລັດການເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍອະນາຄົດຂອງອາຊີຄັ້ງທີ26,ພາຍໃຕ້ຫົວຂໍ້:“ການສ້າງຍຸກສະໄໝຫຼັງໂຄວິດ-19: ບົດບາດຂອງອາຊີໃນການຟື້ນຕົວຂອງໂລກ”(Shaping the post-COVID era: Asia’s role in the global recovery)ໃນວັນທີ20-21 ພຶດສະພາ 2021 ໃນຮູບແບບກອງປະຊຸມທາງໄກ ຈັດໂດຍ ສໍານັກຂ່າວໜັງສືພິມເສດຖະກິດຍີ່ປຸ່ນ (NIKKEI).ໃນກອງປະຊຸມຄັ້ງນີ້ ທ່ານປະທານປະເທດໄດ້ຂຶ້ນກ່າວປາໄສ ໂດຍໄດ້ຍົກໃຫ້ເຫັນເຖິງບັນຫາທີ່ພົ້ນເດັ່ນຂອງໂລກ ແລະ ສິ່ງທ້າທາຍ ທີ່ພວກເຮົາກໍາລັງປະເຊີນຢູ່ ໃນປະຈຸບັນນີ້ ພ້ອມທັງຍົກໃຫ້ເຫັນເຖິງ ການວາງແຜນທີ່ມີລັກສະນະຍຸດທະສາດຮ່ວມກັນ ເພື່ອຮັບມືກັບສິ່ງທ້າທ້າຍຕ່າງໆ ພາຍຫຼັງ COVID-19, ບົດບາດຄວາມສໍາຄັນ ຂອງອາຊີ ໃນການຟື້ນຟູເສດຖະກິດ-ສັງຄົມ ຂອງໂລກ ແລະ ການເພີ່ມທະວີ ການຮ່ວມມືທີ່ມີຄຸນນະພາບ ເພື່ອການພັດທະນາ ທີ່ສອດຄ່ອງກັບຍຸກສະໄໝໃໝ່ ດ້ວຍຄວາມຮັບຜິດຊອບຮ່ວມກັນ. ພ້ອມກັນນີ້, ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ກໍ່ໄດ້ຍົກໃຫ້ເຫັນບົດບາດຂອງ ສປປ ລາວ ໃນການປະກອບສ່ວນຮ່ວມມືຢ່າງຕັ້ງໜ້າ ເຂົ້າໃນຂະບວນການລວມ ເພື່ອກຽມພ້ອມ ແລະ ຮັບມືກັບວິກິດການຕ່າງໆ ໃນປະຈຸບັນ ແລະ ອາດເກີດຂຶ້ນໃໝ່ ແນໃສ່ປົກປັກຮັກສາສັນຕິພາບ, ສະຖຽນລະພາບ ...

Read More »

ລັດຖະບານ ສືບຕໍ່ປະຕິບັດບັນດາມາດ ຕະການ ລັອກດາວ ອອກໄປຕື່ມ 15 ວັນ

ລັດຖະບານ ສືບຕໍ່ປະຕິບັດບັນດາມາດຕະການປິດເມືອງ (ລັອກດາວ) ອອກໄປຕື່ມ 15 ວັນ ເລີ່ມແຕ່ເວລາ 00 ໂມງ ຂອງວັນທີ 21 ພຶດສະພາ ຫາ ເວລາ 24:00 ໂມງ ຂອງວັນທີ 4 ມິຖຸນາ 2021, ພ້ອມທັງ ຍົກລະດັບມາດຕະການໃນການຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຜ່ອນຜັນບາງມາດຕະການຢູ່ບາງບໍລິເວນ. ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ກ່ຽວກັບມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ໃນໄລຍະ ວັນທີ 21 ພຶດສະພາ ຫາ ວັນທີ 4 ມິຖຸນາ 2021 ກ່າວໃນພິທີຖະແຫລງຂ່າວ ໃນວັນທີ 20 ພຶດສະພາ 2021 ນີ້ວ່າ: ວັນທີ 20 ພຶດ ສະພາ 2021 ເປັນມື້ສຸດທ້າຍ ...

Read More »

ຄະນະຊ່ຽວຊານແພດຈີນສໍາເລັດການປະຕິບັດໜ້າທີ່ຕ້ານໂຄວິດ-19 ຢູ່ລາວ ແລະເດີນທາງກັບຄືນປະເທດ

ຕາມຂ່າວ CRI ວັນທີ 18 ພຶດສະພານີ້, ຄະນະຊ່ຽວຊານການແພດທີ່ລັດຖະບານ ສປ ຈີນຊ່ວຍເຫຼືອ ສປປ ລາວ ຕ້ານພະຍາດ COVID-19 ໄດ້ສໍາເລັດໜ້າທີ່ ແລະເດີນທາງກັບຄືນປະເທດ ໂດຍມີ ທ່ານບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະທ່ານຈ່ຽງຈ້າຍຕົ່ງ ເອກອັກຄະລັດຖະທູດຈີນປະຈຳລາວ ພ້ອມດ້ວຍຄະນະອອກສົ່ງທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ. ຄະນະຜູ້ຊ່ຽວຊານການແພດຈີນຊຸດນີ້ປະກອບມີ 25 ທ່ານ ເຊິ່ງເປັນຊ່ຽວຊານດ້ານລະບາດວິທະຍາ, ການຂ້າເຊື້ອ, ກວດກາຈາກຫ້ອງກວດວິເຄາະ, ການຄຸ້ມຄອງການຕິດເຊື້ອ, ພະແນກມໍລະສຸມ ແລະອື່ນໆ. ໃນເວລາ 2 ອາທິດ ທີ່ປະຕິບັດໜ້າທີ່ຢູ່ລາວ, ທິມງານດັ່ງກ່າວໄດ້ສໍາຫຼວດຄົ້ນຄວ້າຢູ່ໂຮງໝໍປິ່ນປົວ, ໂຮງໝໍພາກສະໜາມ, ຫ້ອງທົດລອງກວດພະຍາດ, ສະຖານທີ່ສັກຢາວັກຊິນ, ສະຖານທີ່ຈໍາກັດບໍລິເວນ ແລະອື່ນໆຫຼາຍກວ່າ 40 ໜ່ວຍງານ ເພື່ອເກັບກໍາຂໍ້ມູນ ພ້ອມແລກປ່ຽນຄໍາເຫັນທາງດ້ານວິຊາການກັບພາກສ່ວນທີ່ກ່ຽວຂ້ອງ; ໄດ້ຝຶກອົບຮົມວິຊາສະເພາະໃຫ້ແກ່ບຸກຄະລາກອນດ້ານການແພດ, ສາທາລະນະສຸກ ແລະຂະແໜງທີ່ກ່ຽວຂ້ອງຫຼາຍກວ່າ 20 ຄັ້ງ, ເປັນຕົ້ນແມ່ນການຄວບຄຸມການລະບາດຢູ່ໂຮງໝໍ, ການຈໍາແນກຄົນເຈັບອາການໜັກແລະອື່ນໆ; ອີງຕາມການປຶກສາຫາລືແລກປ່ຽນຂໍ້ມູນ, ການລົງໄປເຄື່ອນໄຫວເຮັດວຽກຕົວຈິງກໍຄືຂໍ້ສະເໜີຂອງຝ່າຍລາວ, ປະສົມປະສານກັບບັນດາມາດຕະການແລະວິທີການຄວບຄຸມການລະບາດພະຍາດໂຄວິດ-19, ໄດ້ສ້າງເປັນ “ການແນະນໍາວຽກງານການຊ່ວຍເຫຼືອປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19” ພ້ອມຄໍາແນະນໍາການປ້ອງກັນ ການຄວບຄຸມພະຍາດສະເພາະດ້ານລວມ 12 ...

Read More »

ອັດຕະປື ຮີບຮ້ອນສັກຢາວັກຊິນໃຫ້ປະຊາຊົນ ເພື່ອປ້ອງກັນພະຍາດໂຄວິດ-19

ແຂວງອັດຕະປື ຮີບຮ້ອນສຸມໃສ່ການສັກວັກຊິນກັນພະຍາດໂຄວີດ-19 ຢ່າງເປັນຂະບວນກວ້າງຂວາງ,ໂດຍແມ່ນທີມງານສັກຢາຂັ້ນແຂວງ, ຂັ້ນເມຶອງ ໄດ້ລົງເຄຶ່ອນໄຫວສັກວັກຊີນປອ້ງກັນການແຜ່ລະບາດຂອງພະຍາດໂຄວິດ – 19 ທີ່ເມຶອງສະໝາມໄຊ, ປະກອບມີ 6 ຈຸດ ຄຶ: ຈຸດບ້ານດົງບາກ, ບ້ານແທ , ບ້ານຕະມໍຢອດ , ບ້ານໄຊດອນໂຂງ, ບ້ານປາກບໍ່ ແລະ ບ້ານແບ່ງວິໄລ , ເຊີ່ງເປັນຂະບວນການໃນການສັກວັກຊິນປ້ອງກັນພະຍາດໂຄວິດ 19 ເພື່ອໃຫ້ບັນລຸຕາມຕົວເລກເປົ້າໝາຍທີ່ວາງໄວ້ ໂດຍໄດ້ແຕ່ງຕັ້ງໜ່ວຍເຄື່ອນທີ່ບໍລິການສັກວັກຊິນໃຫ້ປະຊາຊົນແຕ່ວັນທີ 12 – 18 ພຶດສະພາ 2021, ທາງທີມງານແພດໝໍ ໄດ້ລົງໃຫ້ບໍລິການຢູ່ທີ່ 6 ຈຸດຂອງເມືອງສະໝາມໄຊ ແຂວງອັດຕະປື,ເຊິ່ງເຫັນວ່າຈຳນວນຜູ້ມາຮັບການສັກວັກຊິນ ແມ່ນຍັງມີໜ້ອຍເມື່ອທຽບໃສ່ບ້ານອື່ນທີ່ໄດ້ເຄື່ອນໄຫວຜ່ານມາ ສາເຫດອາດຍ້ອນວ່າປະຊາຊົນຍັງມີຄວາມກັງວົນເລື່ອງຜົນຂ້າງຄຽງ,ແຕ່ທາງອຳນາດການປົກຄອງບ້ານ ກໍ່ຈະໄດ້ສືບຕໍ່ເອົາໃຈໃສ່ປຸກລະດົມເຊີນຊວນປະຊາຊົນພາຍໃນບ້ານໃຫ້ອອກມາຮັບສັກວັກຊິນ ເພື່ອປ້ອງກັນພະຍາດໂຄວິດ 19 ໃຫ້ໄດ້ຄົບຕາມເປົ້າໝາຍ. ໃນນັ້ນຍັງໄດ້ຮຽກຮ້ອງໃຫ້ປະຊົນຈົ່ງພ້ອມກັນໄປສັກວັກຊີນກັນພະຍາດໂຄວິດ-19 ໂດຍບໍ່ໄດ້ເສຍຄ່າ ຢູ່ຕາມສະ ຖານທີ່ໃກ້ບ້ານທ່ານໃນໂມງລັດຖະການ ເນື່ອງຈາກຜູ້ທີ່ສັກວັກຊີນ ຊ່ວຍໃຫ້ສາມາດມີພູມຄຸ້ມກັນປ້ອງກັນຈາກການຕິດເຊື້ອພະຍາດໂຄວິດໄດ້.ຂໍສະແດງຄວາມຍອ້ງຍໍຊົມເຊີຍມາຍັງ ອົງການ KOICA ທີ່ມີຄວາມເປັນຫວ່ງເປັນໄຍ ແລະເຫັນຄວາມສຳຄັນຕໍ່ຊີວິດ ແລະ ສຸຂະພາບຂອງປະຊາຊົນບັນດາເຜົ່າແຂວງອັດຕະປຶ ,ເຊີ່ງສະໝັບສະໜູນງົບປະມານໃນການລົງເຄຶ່ອນທີ່ໃນຄັ້ງນີ້. ຂ່າວ: ບັງອອນ ສທຂ

Read More »