ລັດຖະບານສະຫະລັດອາເມຣິກາ ມອບອຸປະກອນການແພດ ແລະ ເຄື່ອງອຸປະໂພກ ມູນຄ່າ 1.870 ລ້ານກີບ ໃຫ້ກະຊວງສາທາລະນະສຸກ

ລັດຖະບານສະຫະລັດອາເມລິກາ ໄດ້ນຳເອົາຊຸດອຸປະກອນການແພດ ແລະ ເຄື່ອງອຸປະໂພກ ມູນຄ່າ1.870ລ້ານກີບ ມອບໃຫ້ກະຊວງສາທາລະນະສຸກ ແຫ່ງ ສປປ ລາວໃນວັນທີ 25 ພຶດສະພາ 2021; ຕາງໜ້າມອບໂດຍ ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳລາວ ແລະ ຕາງໜ້າຮັບໂດຍ ທ່ານ ດຣ.ບຸນແຝງ ພົມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ.


ອຸປະກອນການແພດ ແລະ ເຄື່ອງໃຊ້ອຸປະໂພກ ທີ່ນຳມາມອບໃນຄັ້ງນີ້, ແມ່ນເປັນການມອບຄັ້ງທຳອິດ ຈາກການມອບຮັບສອງຄັ້ງໂດຍຜ່ານການຊ່ວຍເຫລືອ ຂອງສູນບັນຊາການກອງທັບສະຫະລັດປະຈຳພາກພື້ນອິນໂດປາຊີຟິກ, ກະຊວງປ້ອງກັນປະເທດ ສະຫະລັດອາເມຣິກາ ໃຫ້ແກ່ສູນກັກບໍລິເວນ 25 ແຫ່ງ ທົ່ວປະເທດຂອງ ສປປ ລາວ.

ການມອບເຄື່ອງດັ່ງກ່າວ ແມ່ນເພື່ອຕອບສະໜອງຕາມຄວາມຕ້ອງການຂອງທາງບຸກຄະລາກອນແພດໝໍ, ຜູ້ທີ່ເຮັດວຽກປະຈຳຢູ່ສູນກັກບໍລິເວນ ແລະ ຜູ້ທີຖືກກັກບໍລິເວນໃນແຕ່ລະສູນ, ທັງນີ້ກໍ່ເພື່ອເປັນການສຶບຕໍ່ຊ່ວຍເຫລືອວຽກງານຂອງອົງການອາຫານໂລກທີ່ດຳເນີນການຊ່ວຍເຫຼືອຢູ່ສູນດັ່ງກ່າວນັ້ນ. ການຊ່ວຍເຫຼືອນີ້ ມີມູນຄ່າລວມທັງໝົດແມ່ນ 203,000 ໂດລາສະຫະລັດ


ທ່ານ ປີເຕີ ເຮມ໋ອນ ໄດ້ຊົມເຊີຍຕໍ່ລັດຖະບານລາວ ທີ່ສາມາດສືບຕໍ່ຄວບຄຸມສະຖານະການການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເປັນຢ່າງດີ, ພ້ອມທັງຈະສືບຕໍ່ຊ່ວຍເຫລືອ ສປປ ລາວ ໃນການຄວມຄຸມພະຍາດໂຄວິດ-19, ເຊິ່ງສ່ວນໜຶ່ງຂອງການສືບຕໍ່ການຮ່ວມມື ລະຫວ່າງ ສະຫະລັດອາເມຣິກາ ແລະ ສປປ ລາວ. ໃນໄລຍະຫລາຍປີທີ່ຜ່ານມາ, ກະຊວງປ້ອງກັນປະເທດສະຫະລັດອາເມຣິກາ ໄດ້ເຮັດວຽກຮ່ວມກັບກະຊວງສາທາລະນະສຸກ ແລະ ກົມເສນາຮັກ ກະຊວງປ້ອງກັນປະເທດຂອງ ສປປ ລາວ ໃນການຊ່ວຍເຫລືອ ເພື່ອຕອບສະໜອງຄວາມຕ້ອງການທາງດ້ານສະທາລະນະສຸກຂອງປະຊາຊົນລາວ, ເຊິ່ງເປັນການປະກອນສ່ວນທີ່ມີມູນຄ່າຫລາຍກວ່າ 2,4 ລ້ານໂດລາສະຫະລັດ ໃນຂົງເຂດວຽກງານສ້າງອາຄານໂຮງໝໍ, ລົດແພດສຸກເສີນພາກສະໜາມ, ອຸປະກອນການແພດໃນຫ້ອງວິເຄາະ, ອຸປະກອນທີ່ໃຊ້ໃນການກວດພະຍາດໂຄວິດ-19 ແລະ ຊຸດອຸປະກອນການແພດ.

ແຫຼ່ງທີ່ມາ: ເສດຖະກິດ-ການຄ້າ

Comments