ຊົມເຊີຍ!!! ແພດໝໍແຂວງສະຫວັນນະເຂດ ປິ່ນປົວຜູ້ຕິດໂຄວິດຫາຍດີແລ້ວ 35 ຄົນ

ຊົມເຊີຍແພດໝໍ ພ້ອມດ້ວຍທີມງານທີ່ກ່ຽວຂ້ອງຂອງແຂວງສະຫວັນນະເຂດ ທີ່ສາມາດປິ່ນປົວຄົນເຈັບທີ່ຕິດເຊື້ອພະຍາດໂຄວິດ-19 ຈົນຫາຍດີ ແລະ ກັບເມືອບ້ານເຮືອນ ເພື່ອສືບຕໍ່ກັກໂຕຕື່ມອີກ 14 ວັນ ໄດ້ແລ້ວຈຳນວນທັງໝົດ 35 ກໍລະນີ; ຫຼ້າສຸດໃນເວລາ 16:00 ໂມງຂອງວັນທີ 26 ພຶດສະພາ 2021ນີ້, ຢູ່ທີ່ສູນປີ່ນປົວພະຍາດໂຄວິດ-19 ຂອງແຂວງ(ວິທະຍາໄລ ວິທະຍາສາດ ສຸຂະພາບ) ກໍໄດ້ຈັດພິທີມອບ-ຮັບຜູ້ທີ່ປິ່ນປົວດີຈາກພະຍາດໂຄວິດ-19 ຈຳນວນ 3 ກໍລະນີ.


ເຂົ້າຮ່ວມຂອງໃນພິທີຄັ້ງນີ້ຂອງທ່ານ ດຣ ແສງດາວ ສີດາໄລ ຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ປອ.ດຣ ສຸຄັນທອນ ສິງພວງເພັດ ຜູ້ອຳນວຍການວິທະຍາໄລວິທະຍາສາດສຸຂະພາບ, ທ່ານ ດຣ ນາງ ພູວິໄລ ແກ້ວມຸງຄຸນ ຜູ້ອຳນວຍການໂຮງໝໍແຂວງ ພ້ອມດ້ວຍທີມແພດປິ່ນປົວ, ຄອບຄົວ ແລະອໍານາດການປົກຄອງບ້ານບ່ອນຢູ່ຂອງຄົນເຈັບເຂົ້າຮ່ວມ.


ປັດຈຸບັນ, ທົ່ວແຂວງສະຫວັນນະເຂດ ມີຜູ້ຕິດເຊື້ອໂຄວິດ-19 ສະສົມ 99 ຄົນ, ຍັງນອນປິ່ນປົວ 64 ຄົນ(ຍິງ 33 ຄົນ) ໃນນີ້ ປິ່ນປົວຫາຍດີແລ້ວຈຳນວນ 35 ຄົນ, ສຳລັບຜູ້ທີ່ປິ່ນປົວຫາຍດີ ແລະອອກຈາກສູນປິ່ນປົວ ໃນຄັ້ງວັນທີ 26 ພຶດສະພານີ້ ເພື່ອສືບຕໍ່ກັບເມືອກັກໂຕຕື່ມຢູ່ທີ່ເຮືອນຂອງຕົນເອງອີກ 14 ວັນ ມີຈຳນວນ 3 ຄົນ ປະກອບມີ:


1. ນາງ ສຸພາລັກ ສູນທະລາລັກ ອາຍຸ 22 ປີ ບ້ານ ວຽງສະຫວັນ ນະຄອນໄກສອນມວິຫານ ລວມວັນນອນປິ່ນປົວ 28 ວັນ,
2. ນາງ ສຸພາພອນ ຈັນທະດວງສີ ອາຍຸ 21 ປີ ບ້ານລາດສະວົງໄຊ ນະຄອນໄກສອນ ພົມວິຫານ ລວມວັນນອນປິ່ນປົວ 28 ວັນ
3. ນາງ ປານສີ ແກ້ວມໍລະກົດ ອາຍຸ 25 ປີ ບ້ານມະນີວົງໄຊ ເມືອງອຸທຸມພອນ ລວມວັນນອນປິ່ນປົວ 21 ວັນ.


ໂອກາດນີ້, ທ່ານ ດຣ ແສງດາວ ສີດາໄລ ໄດ້ກ່າວແນະນຳວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ, ຕ້ອງໄດ້ມີການສືບຕໍ່ແຍກປ່ຽວກັກບໍລິເວນຕົນເອງຢູ່ເຮືອນຕື່ມອີກ 14 ວັນ ພ້ອມທັງໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໂດຍສະເພາະການຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ ແລະໝັ່ນລ້າງມືໃສ່ສະບູ ຫຼື ເຈັວຂ້າເຊື້ອ ເປັນປະຈໍາ ລວມທັງການຕິດຕາມອຸນຫະພູມ ແລະອາການເຈັບເປັນຂອງຕົນເອງໃນແຕ່ລະວັນ, ຖ້າມີອາການເຈັບເປັນໃດໜຶ່ງແມ່ນໃຫ້ໂທປຶກສາແພດ ເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ.


ນອກນີ້ຍັງເນັ້ນໜັກໃຫ້ທາງຄອບຄົວ ແລະອໍານາດການປົກຄອງບ້ານ ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານ ໃຫ້ມີຄວາມເຂົ້າໃຈ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19 ກໍຄືຕໍ່ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະຄອບຄົວຂອງເຂົາເຈົ້າ ໂດຍໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ, ໃຫ້ການສະໜັບສະໜູນ ແລະການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີແລ້ວ. ຈາກນີ້ກໍໃຫ້ພ້ອມກັນເອົາໃຈໃສ່ສືບຕໍ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະການດໍາລົງຊີວິດປົກກະຕິແບບ ໃໝ່ (New normal) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.

ແຫຼ່ງທີ່ມາ: ເສດຖະກິດການຄ້າ

Comments