ປະທານສະພາແຫ່ງຊາດ ພົບປະທາງໄກກັບປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ

ໃນວັນທີ 28 ພຶດສະພາ 2021 ​ທີ່​ສຳ​ນັກ​ງານ​ສູນ​ກາງ​ພັກ ​ສະຫາຍ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນ ກາງພັກ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະທາງໄກ ກັບ ສະຫາຍ ລີ້ ຈ້ານຊູ ກຳມະການຄະນະປະຈຳກົມການ ເມືອງສູນກາງພັກກອມມູນິດຈີນ ປະທານສະພາຜູ້ແທນປະຊາຊົນທົ່ວປະ ເທດ ແຫ່ງ ສປ ຈີນ.

อาจเป็นรูปภาพของ 1 คน

ໃນການພົບປະທາງໄກຄັ້ງນີ້ ສອງຝ່າຍໄດ້ແຈ້ງໃຫ້ກັນຊາບສະພາບການພົ້ນເດັ່ນຂອງແຕ່ລະປະເທດ, ຕີລາຄາການພົວພັນຮ່ວມມື ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ຈີນ-ລາວ ຊຶ່ງປີນີ້ເປັນປີຄົບຮອບ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ຊຶ່ງສອງຝ່າຍໄດ້ກໍານົດເປັນປີມິດຕະພາບ ລາວ-ຈີນ ຈີນ-ລາວ ແລະ ໄດ້ມີການເຄື່ອນໄຫວສະເຫຼີມ​ສະຫຼອງວັນຄົບຮອບດັ່ງກ່າວ ຢ່າງມີຄວາມໜາຍ, ການນໍາຂັ້ນສູງຂອງສອງພັກ, ລັດ ໄດ້ມີການ​ພົບ​ປະແລກ​ປ່ຽນທາງໄກນໍາກັນ ເພື່ອປຶກສາກ່ຽວກັບການຮ່ວມມືດ້ານຕ່າງໆ ເພື່ອປະຕິບັດຕາມເນື້ອໃນຈິດໃຈ ຂອງຂໍ້ຕົກລົງຂອງການນໍາສູງສຸດ ຂອງສອງພັກວ່າດ້ວຍ ແຜນແມ່ບົດກ່ຽວກັບການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ຈີນ-ລາວ ໃຫ້ປະກົດຜົນເປັນຈິງ ໂດຍສະເພາະແມ່ນບັນດາໂຄງການໃຫຍ່ໆ ທີ່ພວມຈັດຕັ້ງປະຕິບັດດ້ວຍຄວາມຄືບໜ້າ ເປັນຢ່າງດີເຊັ່ນ: ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ, ໂຄງການກໍ່ສ້າງເສັ້ນທາງດ່ວນ ວຽງຈັນ-ວັງວຽງ ແລະ ບັນດາໂຄງການທີ່ແນໃສ່ ປະຕິບັດຍຸດທະສາດການຫັນປະເທດ ສປປ ລາວ ເປັນປະເທດເຊື່ອມໂຍງ ກັບ ຍຸດທະສາດ ໜຶ່ງແລວ ໜື່ງເສັ້ນທາງ ຂອງ ສປ ຈີນ.

อาจเป็นรูปภาพของ 1 คน, กำลังยืน และข้อความพูดว่า "Li Zhanshu"

ໃນການພົບປະຄັ້ງນີ້, ປະທານສະພາແຫ່ງຊາດລາວ ໄດ້ແຈ້ງສະພາບການໃນການຕ້ານ, ສະກັດກັ້ນ ແລະ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນປັດຈຸບັນ ແລະ ໄດ້ສະແດງຄວາມຂອບໃຈຕໍ່ພັກ, ລັດຖະ ບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອ ດ້ານການແພດ, ຢຸກຢາ ແລະ ອຸປະກອນ ເພື່ອຮັບມືກັບພະຍາດດັ່ງກ່າວ, ພິເສດ ໄດ້ຕີລາຄາສູງຕໍ່ການທີ່ ສະ ຫາຍ ລີ ຈ້ານຊູ ໄດ້ຕາງໜ້າ, ພັກ, ລັດຖະ ບານຈີນ ປະກາດໃຫ້ການຊ່ວຍເຫຼືອ ຢາວັກຊິນ ຈໍານວນ 500.000 ໂດສ ໃຫ້ແກ່ ສປປ ລາວຕື່ມ​ອີກ ເພື່ອຮັບມືກັບພະຍາດໂຄວິດ-19 ໃນປັດຈຸບັນ. ສະຫາຍປະທານສະພາແຫ່ງຊາດລາວ ໄດ້ຕີລາຄາສູງ ສາຍພົວພັນ ລະຫວ່າງ ສອງອົງການນິຕິບັນ ຍັດ ຂອງສອງປະເທດ ໃນໄລຍະທີ່ຜ່ານມາ ແລະ ໄດ້ປຶກສາຫາລື ກ່ຽວກັບທິດ ທາງຮ່ວມມືໃນຕໍ່ໜ້າໂດຍຈະສືບຕໍ່ປະ ຕິບັດ ຕາມຂໍ້ຕົກລົງ ຂອງການນໍາຂັ້ນສູງ ຂອງສອງພັກ, ກໍຄື ການຕົກລົງ ລະຫວ່າງ ການນໍາຂອງສະພາແຫ່ງຊາດລາວ ແລະ ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ໃນໄລຍະຜ່ານມາ ແລະ ພ້ອມກັນປຶກສາຫາລື ກ່ຽວກັບ ຮູບການ, ວິທີການ ໃນການເສີມຂະຫຍາຍສາຍພົວພັນລະຫວ່າງສອງອົງການນິຕິບັນຍັດ ເຊິ່ງເປັນການປະກອບສ່ວນເຂົ້າເສີມຂະຫຍາຍສາຍພົວພັນຍຸດທະສາດຮອບດ້ານ, ໝັ້ນຄົງ, ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາລາວ-ຈີນ ໃຫ້ມີປະສິດທິຜົນ ຍິ່ງໆຂຶ້ນ. ສະຫາຍຍັງໄດ້ສົ່ງຄຳອວຍພອນ ໄປຍັງພັກກອມມູນິດຈີນ ເນື່ອງໃນໂອກາດຄົບຮອບ 100 ປີ ຂອງພັກ.

อาจเป็นรูปภาพของ 3 คน, ผู้คนกำลังยืน และผู้คนกำลังนั่ง

ສະຫາຍປະທານສະພາຜູ້ແທນປະຊາຊົນທົ່ວປະເທດຈີນ ໄດ້ສະແດງຄວາມຊົມ ເຊີຍ ແລະ ອວຍພອນ ສະຫາຍປະທານສະພາແຫ່ງຊາດລາວ ທີ່ໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດຊຸດທີ IX; ຊົມເຊີຍບັນດາຜົນສຳເລັດອັນຮອບດ້ານຂອງ ສປປ ລາວ ໃນການພັດທະນາເສດ ຖະກິດ-ສັງຄົມ ໃນໄລຍະຜ່ານມາກໍຄືປັດ ຈຸບັນ, ທັງໄດ້ຕີລາຄາສູງຕໍ່ສາຍພົວພັນສອງຝ່າຍ ໃນດ້ານຕ່າງໆ ແລະ ເຫັນດີຈະຮ່ວມກັບຝ່າຍລາວ ເພື່ອເສີມຂະຫຍາຍສາຍພົວພັນ ຮ່ວມມື ລະຫວ່າງອົງການນິຕິບັນຍັດ ຂອງສອງປະເທດ ນັບທັງຂັ້ນສູນກາງ ແລະ ທ້ອງຖິ່ນ; ສະຫາຍຍັງໄດ້ແຈ້ງບາງຂໍ້ມູນທີ່ສຳຄັນກ່ຽວກັບພັກກອມ ມູນິດຈີນ ເນື່ອງໃນໂອກາດຄົບຮອບ 100 ປີ ຂອງພັກກອມມູນິດຈີນ ໃນເດືອນ ກໍລະ ກົດ ທີ່ຈະມາເຖິງ.

อาจเป็นรูปภาพของ 2 คน, ผู้คนกำลังยืน และสำนักงาน

ຂ່າວ: ສະ​ພາ​ແຫ່ງ​ຊາດ-ພາບ: ນາງ​ແສງ​ຈັນ

Comments