General

ຮອງລັດຖະມົນຕີກະຊວງສາທາລະນະສຸກ ຢ້ຽມຢາມ ແລະ ໃຫ້ກໍາລັງໃຈພະນັກງານແພດໝໍທີ່ກໍາລັງປະຕິບັດໜ້າທີ່

ເນື່ອງໃນໂອກາດ ແລະ ຊົມເຊີຍວັນແພດລາວ 18 ມິຖຸນາ ຮອງລັດຖະມົນຕີກະຊວງສາທາລະນະສຸກ ດຣ. ສະໜອງ ທອງຊະນະ ໄດ້ລົງຢ້ຽມຢາມ ແລະ ໃຫ້ກໍາລັງໃຈພະນັກງານແພດໝໍທີ່ກໍາລັງປະຕິບັດໜ້າທີ່ ສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ກັບພໍ່ແມ່ປະຊາຊົນ ຢູ່ທີ່ສູນການຄ້າລາວ-ໄອເຕັກ ເມືອງໄຊເສດຖາ ແລະ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນວັນທີ 17 ມິຖຸນາ 2021 ໃນລົງໄປຄັ້ງນີ້ ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ທີມງານແພດໝໍທີ່ໄດ້ສຸມເຫື່ອເທແຮງປະຕິບັດໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງຢ່າງບໍ່ຮູ້ອິດຮູ້ເມື່ອຍ

Read More »

ລາວ ສໍາເລັດການເຂົ້າຮ່ວມກອງປະຊຸມທາງໄກ ລັດຖະມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 15 ແລະ ກອງປະຊຸມປິ່ນອ້ອມ

ຕາມຂ່າວຈາກຫນັງສືພິມ ກອງທັບປະຊາຊົນລາວ, ໃນວັນທີ 15-16 ມິຖູນາ 2021 ນີ້, ພົນເອກ ຈັນສະໝອນ ຈັນຍາລາດ, ຮອງນາຍົກລັດຖະມົນ ຕີ, ລັດຖະ ມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ສໍາເລັດເຂົ້າຮ່ວມກອງປະຊຸມທາງໄກ ລັດຖະ ມົນຕີປ້ອງກັນປະເທດອາຊຽນ ຄັ້ງທີ 15, ກອງປະຊຸມທາງໄກ ລັດຖະມົນຕີປ້ອງກັນປະເທດອາຊຽນ-ບວກ ຄັ້ງທີ 8 ແລະ ກອງປະຊຸມປິ່ນອ້ອມ. ກອງປະຊຸມໃນຄັ້ງນີ້ ແມ່ນດຳເນີນພາຍໃຕ້ການເປັນປະທານຂອງທ່ານ ດາໂຕະ ປາດູຄາ ເຊີຣີ ຮາຈິ ອາຫວາງ ຮາລບີ ບິນ ຮາຈິ ໂມດ ຢັດໂຊຟ, ລັດຖະມົນຕີກະຊວງປ້ອງກັນປະເທດ ຜູ້ທີ 2 ແຫ່ງ ບຣູໄນ ດາຣູຊາລາມ, ມີບັນດາທ່ານລັດຖະມົນຕີປ້ອງກັນປະເທດ ຈາກ 10 ປະເທດສະມາຊິກອາຊຽນ ແລະ 08 ປະເທດອາຊຽນ-ບວກ ລວມທັງ ທ່ານເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມກອງປະຊຸມດັ່ງກ່າວ. ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານ ຜົນສຳເລັດຂອງກອງປະຊຸມທາງໄກເຈົ້າໜ້າທີ່ອາວຸໂສປ້ອງກັນປະ ...

Read More »

ຫ້ອງການສຳນັກງານນາຍົກປະກາດການຈັດຕັ້ງໃໝ່ 8 ຕຳແໜ່ງ ແລະອອກບຳນານ 6 ທ່ານ

ໃນຕອນບ່າຍ ວັນທີ 14 ມິຖຸນາ 2021 ຫ້ອງວ່າການສຳນັກງານນາຍົກລັດຖະ ມົນຕີ (ຫສນຍ) ໄດ້ຈັດພິທີປະກາດການຈັດຕັ້ງ, ໂດຍການເປັນປະທານ ຂອງທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດ ຖະມົນຕີ; ມີບັນດາທ່ານ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ, ຫົວໜ້າກົມ, ຮອງຫົວ ໜ້າກົມ ແລະ ທຽບເທົ່າ ເຂົ້າຮ່ວມ. ໃນພິທີ, ທ່ານ ຄົມສັນ ໄຊຍະສານ, ຫົວ ໜ້າກົມຈັດຕັ້ງ ແລະ ພະນັກງານ ຫສນຍ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຄື: ຂໍ້ຕົກລົງວ່າດ້ວຍການອະນຸມັດ ໃຫ້ພະນັກງານອອກພັກການຮັບອຸດໜູນບຳນານ ຈຳນວນ 6 ທ່ານ, ໃນນີ້ ແມ່ນຫົວໜ້າພະແນກ 4 ທ່ານ, ເປັນ ຍິງ 3 ທ່ານ ແລະ ຮອງຫົວໜ້າພະແນກ 2 ທ່ານ; ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າກົມ ຈຳນວນ 8 ທ່ານ, ...

Read More »

ແຂວງໄຊຍະບູລີ ເລັ່ງໃຫ້ການຊ່ວຍເຫຼືອປະຊາຊົນ ຫຼັງນໍ້າຖ້ວມ

ເພື່ອເປັນການຕອບໂຕ້ກັບໄພນໍ້າຖ້ວມໂດຍສະເພາະແມ່ນການອະນາໄມບ້ານເຮືອນຂອງປະຊາຊົນພາຍຫຼັງນໍ້າຖ້ວມໃຫ້ກັບສູ່ສະພາບປົກກະຕິນັ້ນ, ການນໍາພັກ-ລັດທຸກພາກສ່ວນຂອງແຂວງ ໄຊຍະບູລີ ໄດ້ມີການປຶກສາຫາລື ແລະ ແບ່ງຄວາມຮັບຜິດຊອບໃຫ້ຄະນະຄຸ້ມຄອງໄພພິບັດຂັ້ນແຂວງໃນການລົງຊ່ວຍ ເຫຼືອປະຊາຊົນບ້ານຕ່າງໆທີ່ຖືກຜົນກະທົບຈາກໄພນໍ້າຖ້ວມເປັນຕົ້ນແມ່ນ ໃຫ້ເລັ່ງໃສ່ໃນການເກັບກໍາຂໍ້ມູນຜົນເສຍຫາຍຢູ່ແຕ່ລະຄອບຄົວ-ແຕ່ລະບ້ານຢ່າງລະອຽດ, ວ່ອງໄວ, ຊັດເຈນ, ສ້ອມແປງລະບົບໄຟຟ້າ, ນໍ້າປະປາໃຫ້ໃຊ້ໄດ້ປົກກະຕິ, ຊ່ວຍອະນາໄມບ້ານ-ເຮືອນປະຊາຊົນ, ເບິ່ງແຍງດ້ານສຸຂະພາບ, ສ້ອມ ແປງທາງທີ່ເປ່ເພໃຫ້ທຽວໄດ້ຊົ່ວຄາວ, ຊ່ວຍເຫຼືອດ້ານອາຫານການກິນທີ່ຈໍາເປັນເຊັ່ນ: ນໍ້າດື່ມ-ນໍ້າໃຊ້, ເຂົ້າ ສານ, ອາຫານແຫ້ງທີ່ສາມາດບໍລິໂພກງ່າຍ, ສະເພາະວັນທີ 15 ມິຖຸນາ ປີນີ້ ທີ່ຫ້ອງວ່າການແຂວງ ກໍໄດ້ເຕົ້າໂຮມກໍາລັງເພື່ອເຂົ້າຊ່ວຍປະຊາຊົນໃນການອະນາໄມເຮືອນຊານບ້ານຊ່ອງ ຊຶ່ງມີກໍາລັງ ທັງໝົດ 1.000 ກວ່າຄົນ ໃນນັ້ນ: ຈາກກໍາລັງ ປກສ ແຂວງ, ທະຫານແຂວງ, ກອງພົນທະຫານຮາບທີ 2, ທະຫານຈາກແຂວງຫຼວງພະບາງ ແລະ ກໍາລັງຊາວໜຸ່ມຈາກບັນດາພະແນກການອ້ອມຂ້າງແຂວງ, ໂດຍໄດ້ແບ່ງລົງບ້ານທີ່ຖືກນໍ້າຖ້ວມໜັກ ຈໍານວນ 16 ບ້ານ ຈາກ 39 ບ້ານທີ່ຖືກນໍ້າຖ້ວມໃນທົ່ວເມືອງ ໄຊຍະບູລີ ຊຶ່ງແຕ່ລະບ້ານແມ່ນມີການນໍາຂອງແຂວງ ແລະ ເມືອງ ໄຊຍະບູລີ ລົງຕິດຕາມ ແລະ ນໍາພາຕົວຈິງ. ນອກນີ້ຍັງມີຜູ້ປະກອບການພາຍໃນແຂວງ ແລະ ແຂວງຫຼວງພະບາງ ນໍາລົດຜະລິດນໍ້າດື່ມເຄື່ອນທີ່ເພື່ອແຈກຈ່າຍນໍ້າດື່ມໃຫ້ປະຊາຊົນ, ...

Read More »

ກອງປະຊຸມ ກະຊວງແຜນການ ແລະ ການລົງທຶນ (ຜທ)

ວັນທີ 15-16 ມິຖຸນາ 2021, ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ກອງປະຊຸມຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ໃຫ້ສະມາຊິກພັກ-ພະນັກງານ ພາຍໃນກະຊວງ ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ ກະຊວງ ຜທ. ບັນດາເອກະສານສຳຄັນ ທີ່ເຜີຍໃນກອງປະຊຸມຄັ້ງນີ້, ປະກອບມີ: ລາຍງານການເມືອງກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ ສະບັບຄົບຖ້ວນ, ມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX (2021-2025) ສະບັບຫຍໍ້ ຕິດພັນກັບວຽກງານຈຸດສຸມ ກະຊວງ ຜທ, ກົດລະບຽບຂອງພັກ ສະໄໝທີ XI, ມະຕິຂອງກົມການເມືອງສູນກາງພັກ ເລກທີ 206/ກມສພ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ-ແນວຄິດໄລຍະໃໝ່, ມະຕິຂອງກົມການເມືອງສູນກາງພັກ ເລກທີ 25/ກມສພ ວ່າດ້ວຍການເພີ່ມທະວີການນຳພາຂອງພັກ ຕໍ່ວຽກງານວັດທະນະທໍາໃນໄລຍະໃໝ່ ແລະ ບົດສະຫລຸບວຽກງານກວດກາທົ່ວປະເທດ ...

Read More »

ຄຳມ່ວນ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ຫາຍດີໝົດທຸກຄົນແລ້ວ

ແຂວງຄຳມ່ວນ ມີຜູ້ຕິດເຊື້ອໂຄວິດ-19 ສະສົມທັງໝົດ 6 ຄົນ ແລະ ໄດ້ຮັບການປິ່ນປົວຫາຍດີ ກັບສູ່ເຮືອນຂອງຕົນທັງໝົດແລ້ວ. ໃນນັ້ນ, ຜູ້ທີ່ຕິດເຊື້ອກໍລະນີທີ 1 ແມ່ນໄດ້ສຳເລັດການປິ່ນປົວໃນວັນທີ 7 ພຶດສະພາ 2021 ແລະ ກໍລະນີທີ 2 ຫາ 6 ແມ່ນໄດ້ສຳເລັດການປິ່ນປົວ ໃນວັນທີ 13 ມິຖຸນາ 2021. ຜູ້ຕິດເຊື້ອໂຄວິດ-19 ໃນຈຳນວນ 6 ຄົນ ຂອງແຂວງຄໍາມ່ວນ 4 ຄົນ ແມ່ນເປັນຄົນໃນຄອບຄົວດຽວກັນ, ເຊິ່ງເປັນແຮງງານກັບມາຈາກການໄປເຮັດວຽກຢູ່ປະເທດໄທ ກັບເຂົ້າມາຜ່ານດ່ານສາກົນຂົວມິດຕະພາບ 3 ຄຳມ່ວນ-ນະຄອນພະນົມ ໃນວັນທີ 21 ພຶດສະພາ 2021f ໂດຍໄດ້ປະຕິບັດຕາມມາດຕະການ ໃນການເຂົ້າ-ອອກ ດ່ານ ທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ. ພາຍຫລັງທີ່ໄດ້ກວດພົບເຊື້ອ ກໍ່ໄດ້ນຳສົ່ງເຂົ້າຮັບການປິ່ນປົວຢູ່ທີ່ສູນປິ່ນປົວທີ່ແຂວງໄດ້ກຳນົດໄວ້ ຈາກນັ້ນທີມງານແພດ-ໝໍ ກໍ່ໄດ້ສຸມທັງເຫື່ອແຮງ ແລະ ສະຕິປັນຍາ ດ້ວຍຄວາມຮັບຜິດຊອບສູງ ເຂົ້າໃນການປິ່ນປົວຄັ້ງນີ້, ເຊິ່ງຫລັງຈາກທີ່ໄດ້ຮັບການປິ່ນປົວ ແລະ ຕິດຕາມອາການ ຈົນຜູ້ຕິດເຊື້ອຫາຍດີແລ້ວ ທີມງານເເພດ-ໝໍ ໄດ້ສືບຕໍ່ເກັບຕົວຢ່າງເພື່ອກວດຫາເຊື້ອຕື່ມອີກໄລຍະໝຶ່ງ ເມື່ອຜົນກວດອອກມາເປັນລົບເຖິງ ...

Read More »

ສານຂອງພະນະທ່ານ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວເນື່ອງໃນ ວັນຕ້ານການນໍາໃຊ້ແຮງງານເດັກສາກົນ (12 ມິຖຸນາ ) ປີ 2021

ເນື່ອງໃນໂອກາດວັນຕ້ານການນໍາໃຊ້ແຮງງານເດັກສາກົນ ວັນທີ 12 ມິຖຸນາ ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ, ຂ້າພະເຈົ້າ ຕາງໜ້າໃຫ້ ພັກ ແລະ ລັດຖະບານ ຂໍຝາກຄວາມສາມັກຄີຮັກແພງ ແລະ ຄວາມຢ້ຽມຢາມຖາມຂ່າວອັບອົບອຸ່ນ ມາຍັງພວກລູກໆຫຼານໆ ເດັກນ້ອຍລາວບັນດາເຜົ່າ ທຸກຖ້ວນໜ້າ ໃນທົ່ວປະເທດ.ເໝືອນດັ່ງໃນແຕ່ລະປີທີ່ຜ່ານມາ, ປະເທດຕ່າງໆໃນໂລກ ກໍ່ຄື ສປປ ລາວ ພວກເຮົາ ກໍໄດ້ມີການຈັດກິດຈະກໍາຕ່າງໆຂຶ້ນ ໃນວັນດັ່ງກ່າວ ດ້ວຍຮູບການ ແລະ ວິທີການທີ່ຟົດຟື້ນສົມຄວນ ເພື່ອເປັນການປູກຈິດສຳນຶກ ແລະ ສ້າງຂະບວນການຕ້ານການນຳໃຊ້ແຮງງານເດັກ ໂດຍສະເພາະແນ່ໃສເຜີຍແຜ່ນິຕິກຳທີ່ກ່ຽວຂ້ອງຕ່າງໆ ຢ່າງຖືກຕ້ອງຕໍ່ບັນຫາແຮງງານເດັກ. ແຕ່ໃນປີນີ້ ເນື່ອງຈາກຍັງມີການລະບາດຂອງເຊື້ອພະຍາດ COVID-19 ໃນຊຸມຊົນຢູ່ ຊຶ່ງຈະເກີດຄວາມສ່ຽງຕໍ່ຄວາມປອດໄພດ້ານສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ກໍ່ຄືເດັກນ້ອຍລາວບັນດາເຜົ່າ ໃນປະເທດເຮົາ ຈຶ່ງບໍ່ສາມາດຈັດຕັ້ງປະຕິບັດໄດ້ ເໝືອນດັ່ງແຕ່ລະປີທີ່ຜ່ານມາ. ເຖິງຢ່າງໃດກໍ່ຕາມ, ເພື່ອໃຫ້ການຈັດຕັ້ງ ພັກ-ລັດ ກໍ່ຄືການຈັດຕັ້ງມະຫາຊົນ ແລະ ຜູ້ປົກຄອງເດັກທຸກຖ້ວນໜ້າ ໄດ້ຮັບຮູ້ເຂົ້າໃຈເຖິງຄວາມໝາຍສຳຄັນຂອງວັນດັ່ງກ່າວ, ຂ້າພະເຈົ້າຈຶ່ງຂໍມີຄຳເຫັນບາງຈຸດສຳຄັນຄື: ດັ່ງທີ່ພວກເຮົາຮັບຮູ້ນຳກັນແລ້ວວ່າ ເດັກໃນມື້ນີ້ ແມ່ນຜູ້ໃຫຍ່ໃນມື້ໜ້າ ແລະ ເປັນອະນາຄົດອັນສົດໃສຂອງຊາດ, ຖ້າເດັກໄດ້ຮັບການພັດທະນາຢ່າງມີຄຸນນະພາບ ແລະ ຕໍ່ເນື່ອງ ກໍຈະກາຍເປັນຜູ້ໃຫຍ່ທີ່ມີຄວາມຮູ້ ...

Read More »

ຊົມເຊີຍ!!! ທ່ານນາງ ຈັນທະຈອນ ວົງໄຊ ກົງສູນກິດຕິມະສັກ ປະເທດປອກຕຸຍການ ປະຈໍາ ນະຄອນຫຼວງວຽງຈັນ ສປປ ລາວ ໄດ້ມອບເງິນຊ່ວຍເຫຼືອສູນເດັກພິການຕາ ມູນຄ່າ 10 ລ້ານກີບ

ເນື່ອງໃນວັນຊາດຂອງປະເທດປອກຕຸຍການ, ຕອນເຊົ້າຂອງວັນທີ 10 ມິຖຸນາ 2021 ທ່ານນາງ ຈັນທະຈອນ ວົງໄຊ ກົງສູນກິດຕິມະສັກ ປະເທດປອກຕຸຍການ ປະຈໍາ ນະຄອນຫຼວງວຽງຈັນ ສປປ ລາວ ໄດ້ມອບເງິນມູນຄ່າ 10 ລ້ານກີບ ຊ່ວຍເຫຼືອສູນປິ່ນປົວ ແລະ ຮັກສາສຸຂະພາບຕາ ໂຮງຮຽນສອນຄົນຕາບອດ ບ້ານແຫ່ງແສງສະຫວ່າງ ນະຄອນຫຼວງວຽງຈັນ, ຕາງໜ້າຮັບໂດຍ ທ່ານ ດຣ. ນາງ ພອນສະຫວັນ ຈ່າສານ ຮອງຫົວໜ້າສູນປິ່ນປົວ ແລະ ຮັກສາສຸຂະພາບຕາ , ມີຄະນະຮັບຜິດຊອບ ແລະ ສື່ມວນຊົນເຂົ້າຮ່ວມ.   ໂອກາດພິເສດດັ່ງກ່າວ, ທ່ານນາງ ຈັນທະຈອນ ວົງໄຊ ໄດ້ກ່າວວ່າ: ເນື່ອງໃນວັນຊາດປະເທດປອກຕຸຍການ ຂ້າພະເຈົ້າໃນນາມກົງສູນກິດຕິມະສັກ ປະເທດປອກຕຸຍການ ປະຈໍາ ນະຄອນຫຼວງວຽງຈັນ ສປປ ລາວ ມີຄວາມຍິນດີໃນປະກອບສ່ວນຊ່ວຍເຫຼືອໃນຄັ້ງນີ້ ແລະ ຖ້າຫາກທາງສູນມີກິດຈະກຳອື່ນໆ ກໍພ້ອມທີ່ຈະເປັນສ່ວນໜຶ່ງໃນການປະກອບສ່ວນຊ່ວຍເຫຼືອ. ພ້ອມດຽວກັນນີ້, ທ່ານ ດຣ. ນາງ ພອນສະຫວັນ ຈ່າສານ ຍັງໄດ້ກ່າວຂອບໃຈມາຍັງ ...

Read More »

ຮອງນາຍົກລັດຖະມົນຕີ ເຄື່ອນໄຫວຕິດຕາມຄວາມຄືບໜ້າໂຄງການລົດໄຟລາວ-ຈີນ

ໃນວັນທີ 10 ມິຖຸນາ 2021 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະ ມົນຕີ ລັດ ຖະມົນຕີກະຊວງແຜນການ ແລະ ການລົງທຶນ ມີລັດຖະມົນຕີ, ຮອງລັດຖະ ມົນ ຕີ, ເຈົ້າຄອງ, ຫົວໜ້າກົມ- ຮອງກົມ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ພ້ອມດ້ວຍເບິ່ງຄວາມຄືບໜ້າໂຄງ ການກໍ່ສ້າງຈຸດສະ ຖານີໂດຍສານລົດໄຟລາວ-ຈີນນະຄອນ ຫຼວງວຽງຈັນ ບ້ານໂຄກສະອາດ ເມືອງໄຊທານີ ຊຶ່ງເປັນຈຸດເຊື່ອມຕໍ່ໃສ່ທາງດ່ວນວຽງຈັນ ໝາຍເລກ 1 (ໄປຕາມເສັ້ນທາງເລກທີ 13 ໃຕ້) ຊຶ່ງໃຫ້ການຕ້ອນຮັບ ຂອງທ່ານ ສ່ຽວ ຊ່ຽນເຫວີນ ຜູ້ອຳນວຍ ການໃຫຍ່ບໍລິສັດທາງລົດໄຟລາວ-ຈີນ. ທ່ານ ສ່ຽວ ຊ່ຽນເຫວີນ ໄດ້ລາຍງານໂດຍຫຍໍ້: ປັດຈຸບັນການກໍ່ສ້າງສະຖານີດັ່ງກ່າວສໍາເລັດແລ້ວ 70% ແລະ ກໍາລັງຢູ່ໃນໄລ ຍະການຕົບແຕ່ງພາຍໃນ ຄາດວ່າຈະໃຫ້ສໍາເລັດໃນເດືອນກັນຍາ 2021 ນີ້, ແຕ່ທາງໂຄງການຍັງພົບຄວາມຫຍຸ້ງຍາກເປັນ ຕົ້ນການນໍາເຂົ້າວິຊາການຕົບແຕ່ງພາຍໃນ ແລະ ນໍາເຂົ້າວັດສະດຸກົນຈັກຮັບໃຊ້ໃຫ້ແກ່ໂຄງການຍັງຊັກຊ້າ ເນື່ອງຈາກໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເຖິງຢ່າງໃດກໍຕາມ ບໍລິ ສັດກໍໄດ້ເອົາໃຈໃສ່ສຸມທຸກກໍາລັງເພື່ອເຮັດໃຫ້ໂຄງການສໍາເລັດຕາມແຜນການທີ່ວາງໄວ້, ສະຖານີດັ່ງກ່າວມີເນື້ອທີ່ທັງ ...

Read More »

ກະຊວງ ຖວທ ປະກາດໃຫ້ພະນັກງານ ການນໍາຂັ້ນສູງ ອອກພັກການ-ຮັບອຸດໜູນບໍານານ

ພິທີປະກາດໃຫ້ພະນັກງານການນໍາຂັ້ນສູງ ຂອງກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ອອກພັກການ-ຮັບອຸດໜູນບໍານານ, ໄດ້ຈັດຂຶ້ນໃນວັນທີ 10 ມິຖຸນາ 2021 ຢູ່ຫໍວັດທະນະທໍາແຫ່ງຊາດ, ໂດຍການເປັນປະທານ ຂອງ ທ່ານ ນາງ ສວນສະຫວັນ ວິຍາເກດ ກໍາມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີບັນດາຄະນະພັກ, ຫົວໜ້າກົມ, ຫົວໜ້າກອງ ອ້ອມຂ້າງກະຊວງດັ່ງກ່າວ ເຂົ້າຮ່ວມ. ໃນພິທີ, ໄດ້ຜ່ານດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ ທ່ານ ບົວເງິນ ຊາພູວົງ ອະດີດຮອງເລຂາຄະນະພັກກະຊວງ, ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ສະຫວັນຄອນ ລາຊະມຸນຕີ ກໍາມະການປະຈໍາພັກ, ຮອງລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແລະ ທ່ານ ທອງໃບ ໂພທິສານ ຫົວໜ້າກົມມໍລະດົກ ກະຊວງຖະ ແຫລງຂ່າວ, ວັດທະນະທໍາ ແລະ ...

Read More »