ສປປ ລາວ ເລັ່ງສັກວັກຊີນຮອບທີ 2 ຕ້ານການແຜ່ລະບາດພະຍາດໂຄວິດ-19

ສປປ ລາວ ພວມເລັ່ງສັກວັກແຊງຮອບທີສອງ ໃຫ້ພະນັກງານ-ລັດຖະກອນ, ພະນັກງານ ທະ ຫານ-ຕ່ຳຫລວດ ຕະຫລອດຮອດປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ ເພື່ອຕ້ານ ແລະ ສະກັດກັ້ນ ການແຜ່ລະບາດລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ບໍ່ໃຫ້ແຜ່ລາມເປັນວົງກວ້າງ ແລະ ໝົດໄປໂດຍໄວ. ສໍາລັບຜູ້ທີ່ຍັງບໍ່ທັນໄດ້ຮັບວັກແຊງ ຫລື ບໍ່ເປັນກຸ່ມສ່ຽງ ພັກ-ລັດຖະບານ ໄດ້ຊີ້ນໍາ ແລະ ເລັ່ງລັດໃຫ້ກະຊວງສາທາລະນະສຸກ ຈັດຫາວັກແຊງ ເພື່ອສັກໃຫ້ປະຊາຊົນໃຫ້ໄດ້ຢ່າງໝ້ອຍ 50 ເປີເຊັນ ຂຶ້ນໄປ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังนั่ง และสถานที่ในร่ม

ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ລາຍງານໃຫ້ຮູ້ ໃນວັນທີ 2 ມິຖຸນາ 2021 ນີ້ ວ່າ: ມາຮອດວັນທີ 2 ມິຖຸນາ 2021 ນີ້, ສປປ ລາວ ສາມາດສັກວັກແຊງ ເຂັມທີ 1 ໄດ້ 664.661 ໂດສ ແລະ ເຂັມທີ 2 ໄດ້ 249.353 ໂດສ, ໃນນັ້ນກຸ່ມສ່ຽງບໍ່ວ່າຈະເປັນແພດໝໍ ຫລື ພະນັກງານ ຈາກຂະເເໜງການຕ່າງໆ ກໍ່ໄດ້ຮັບວັກແຊງ ປ້ອງກັນໂດຍສ່ວນໃຫຍ່ ແລະ ຜົນດີ ພວກເຮົາເຫັນວ່າ ການຕິດເຊື້ອໃໝ່ ແມ່ນຫລຸດຈາກຕົວເລກທີ່ທາງທີມງານວິຊາການເຮົາ ໄດ້ຄາດຄະເນໄວ້ສໍາລັບການລະບາດຮອບສອງໃນຄັ້ງນີ້. ແຕ່ເຖິງຢ່າງໃດກໍ່ຕາມ ພວກເຮົາກໍ່ບໍ່ຄວນຈະດີໃຈເກີນ ກັບການລາຍງານຈໍານວນຕິດເຊື້ອໃໝ່ ທີ່ຫລຸດລົງໃນແຕ່ລະວັນ ເພາະປະເທດຂອງພວກເຮົາ ຍັງບໍ່ທັນສາມາດຢຸດຢັ້ງວົງຈອນຂອງການແຜເຊື້ອໃນຄັ້ງນີ້ໄດ້ເທື່ອ. ມາຮອດປັດຈຸບັນ ຍັງສັງເກດເຫັນວ່າ ຍັງມີບາງແຂວງຈໍານວນໜຶ່ງທີ່ອັດຕາການສັກວັກແຊງປ້ອງການໂຄວິດ-19 ຍັງຕໍ່າກວ່າຄາດໝາຍຫລາຍ ຍ້ອນປະຊາຊົນຍັງລັງເລໃນການໄປສັກວັກແຊງ ເພາະຄິດວ່າ ແຂວງຕົນເອງຍັງບໍ່ມີກໍລະນີຕິດເຊື້ອເທື່ອ, ເຊື່ອໃນສື່ສັງຄົມອອນລາຍທີ່ບິດເບືອນ ຈຶ່ງເຮັດໃຫ້ຍັງບໍ່ຕັດສິນໃຈໄປສັກຢາວັກແຊງ. ທ່ານ ສີສະຫວາດ ສຸດທານີລະໄຊ ຢໍ້າຕື່ມວ່າ: ຖ້າເກີດມີການລະບາດແລ້ວຈຶ່ງມາສັກວັກແຊງ ກໍ່ບໍ່ສາມາດປ້ອງກັນໄດ້ທັນ ເພາະຕ້ອງໃຊ້ເວລາຢ່າງໝ້ອຍ 1 ເດືອນ ຈຶ່ງເຮັດໃຫ້ຮ່າງກາຍຫລັງຈາກໄດ້ຮັບວັກແຊງປ້ອງກັນ ສາມາດຖືກກະຕຸ້ນພູມປ້ອງກັນ (ເມັດເລືອດຂາວໃຫ້ເພີ່ມຂຶ້ນ) ເພື່ອຕ້ານກັບການຕິດເຊື້ອໂຄວິດ-19 ໄດ້.

อาจเป็นรูปภาพของ 3 คน และผู้คนกำลังยืน
อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังนั่ง และผู้คนกำลังยืน

ດັ່ງນັ້ນ, ຈຶ່ງຮຽກຮ້ອງມາຍັງອໍານາດການປົກຄອງທ້ອງຖິ່ນ, ພະແນກສາທາລະນະສຸກແຂວງ ກໍຄື ພະແນກການອື່ນໆ ລົງກວດກາ, ຊີ້ນໍາຢ່າງໃກ້ຊິດ ໃນບັ້ນສັກຢາປ້ອງກັນໃນແຂວງຂອງຕົນ ວ່າບັນລຸໃນເປົ້າ ໝາຍທີ່ໄດ້ວາງໄວ້ຫລືບໍ່, ຖ້າບໍ່ທັນບັນລຸ ກໍ່ໃຫ້ຮີບຮ້ອນເລັ່ງຂະບວນການສັກຢາ ໃຫ້ບັນລຸຄາດໝາຍທີ່ທາງກະ ຊວງສາທາລະນະສຸກໄດ້ວາງໄວ້, ຖ້າທຸກຄົນໂດຍສະເພາະກຸ່ມສ່ຽງ ຫາກໄດ້ຮັບວັກແຊງຄົບ ທັງສອງໂດສ ກໍ່ຈະເຮັດໃຫ້ ທ່າອ່ຽງຂອງການລະບາດໂຄວິດ-19 ຢູ່ ສປປ ລາວ ບໍ່ສາມາດແຜ່ລາມໄປໄດ້, ດັ່ງທີ່ພວກເຮົາເຫັນຫລາຍປະເທດ ທີ່ມີອັດຕາການສັກວັກແຊງສູງ ເລີ່ມຜ່ອນຜັນບັນດາມາດຕະການໃນສັງຄົມ ຕະຫລອດຮອດການເດີນທາງ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังนั่ง และสถานที่ในร่ม

ຂປລ

Comments