ຄະນະສະເພາະກິດຂັ້ນສູນກາງ ແລະ ນະຄອນຫລວງວຽງຈັນ ປຶກສາຫາລືການແກ້ໄຂບັນຫາໂຄວິດ-19

ໃນຕອນເຊົ້າ ວັນທີ 27 ພຶດສະພາ 2021 ທີ່ຫ້ອງວ່າການນະຄອນຫລວງວຽງຈັນ, ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ຂັ້ນສູນກາງ ແລະ ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງປະຕິບັດມາດຕະ ການຕ່າງໆ ໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ນະຄອນຫລວງວຽງຈັນ ໃນໄລຍະ ວັນທີ 21 ພຶດສະພາ ຫາ ວັນທີ 4 ມິຖຸນາ 2021, ໂດຍການເປັນປະທານ ຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ, ມີບັນດາທ່ານໃນຄະນະສະເພາະກິດ ຂັ້ນສູນກາງ ແລະ ນະຄອນຫລວງວຽງຈັນ ເຂົ້າຮ່ວມ.ກອງປະຊຸມ ໄດ້ຮັບຟັງການລາຍງານ ສະພາບການຈັດຕັ້ງປະຕິບັດມາດການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ໃນໄລຍະຜ່ານມາ ໂດຍສະເພາະ 7 ວັນ ພາຍຫລັງມີມາດຕະການເພີ່ມເຕີມ ແລະ ຜ່ອນຜັນ ຕາມແຈ້ງການຂອງຫ້ອງວ່າການສຳນັກງານນາ ຍົກລັດຖະມົນຕີ ສະບັບເລກທີ 528/ຫສນຍ, ລົງວັນທີ 20 ພຶດສະພາ 2021 ຈາກກອງເລຂາຄະນະສະເພາະກິດຂັ້ນສູນກາງ ແລະ ຄະນະສະເພາະກິດນະຄອນຫລວງວຽງຈັນ ໂດຍສະເພາະ ອັນທີ່ເຮັດໄດ້ດີ, ຂໍ້ຫຍຸ້ງຍາກ, ຂໍ້ຄົງຄ້າງ ແລະ ສະເໜີ ບາງມາດຕະການ ເພື່ອປັບປຸງແກ້ໄຂ ແລະ ເພີ່ມຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດຂຶ້ນຕື່ມ ເພື່ອໃຫ້ໄດ້ຮັບຜົນດີ.

อาจเป็นรูปภาพของ 1 คน
อาจเป็นรูปภาพของ 1 คน

ພາຍຫລັງຮັບຟັງການລາຍງານ ແລະ ປຶກສາຫາລື, ທ່ານປະທານກອງປະຊຸມ ໄດ້ຊີ້ນຳໃຫ້ຄະນະສະເພາະກິດຂັ້ນສູນກາງ ແລະ ນະຄອນຫລວງວຽງຈັນ ສືບຕໍ່ປະຕິບັດມາດຕະການທີ່ກຳນົດໃນແຈ້ງການ 528/ຫສນຍ, ລົງວັນທີ 20 ພຶດສະພາ 2021 ຢ່າງເຂັ້ມງວດ ແລະ ເດັດຂາດຂຶ້ນຕື່ມ, ສຳລັບມາດຕະ ການຜ່ອນຜັນ ໃຫ້ປະຕິບັດບົນພື້ນຖານຫລັກການຮັບປະກັນການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອພະ ຍາດຢ່າງເຂັ້ມງວດ; ລະດົມພາກສ່ວນຕ່າງໆ ເປັນຕົ້ນ ອົງການປົກຄອງ, ທະຫານ, ຕຳຫລວດ ເພື່ອຕິດ ຕາມກວດກາ ການເຂົ້າ-ອອກ, ໂຄສະນາ ເຜີຍແຜ່ຄວາມອັນຕະລາຍຂອງພະຍາດໂຄວິດ-19 ແລະ ການປ້ອງກັນຕິດເຊື້ອ ແລະ ແຜ່ເຊື້ອ; ມີມາດຕະການເດັດຂາດ ຕໍ່ຜູ້ລະເມີດມາດຕະການທີ່ວາງອອກ; ປຸກລະ ດົມປະຊາຊົນເຂົ້າຮ່ວມຂະບວນການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ; ໃຫ້ການຈັດຕັ້ງບ້ານ ເປັນເຈົ້າການຕິດຕາມການເຄື່ອນໄຫວຂອງບຸກຄົນ ທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໂດຍສະເພາະບ້ານເຂດແດງ ແລະ ເຂດເຫລືອງ. ພ້ອມນີ້, ໃຫ້ຂະແໜງສາທາລະນະສຸກ ສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການທາງການແພດໃຫ້ດີທີ່ສຸດ ເປັນຕົ້ນ ການເຝົ້າລະວັງ, ການກວດຫາເຊື້ອ, ການປ້ອງກັນ, ການສັກວັກແຊງ, ການປິ່ນປົວຜູ້ຕິດເຊື້ອ ແລະ ອື່ນໆ ພ້ອມທັງສົມທົບອົງການປົກຄອງນະຄອນ ຫລວງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງ ໃນການຕິດຕາມເອົາຜູ້ສຳຜັດໃກ້ຊິດຜູ້ຕິດເຊື້ອ ແລະ ກຸ່ມສ່ຽງມາກວດຫາເຊື້ອ ແລະ ຈຳກັດບໍລິເວນໃຫ້ຄົບ 14 ວັນ ຕາມລະບຽບການ; ໃຫ້ກະຊວງສາທາລະນະສຸກ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ ສົມທົບກັບກະຊວງການເງິນ ຄົ້ນຄວ້າປະຕິບັດນະໂຍບາຍຕ່າງໆ ຕໍ່ພະນັກງານແພດ-ໝໍ, ເຈົ້າໜ້າທີ່ທະຫານ, ຕຳຫລວດ ຕາມລະບຽບການ ແລະ ໃຫ້ທັນການ. ແຕ່ນີ້ຮອດວັນທີ 04 ມິຖຸນາ 2021 ທຸກພາກສ່ວນທີ່ກ່ຽວຂ້ອງ ຕ້ອງສູ້ຊົນເຮັດໜ້າທີ່ໃຫ້ດີທີ່ສຸດ ໂດຍນຳໃຊ້ທຸກທ່າແຮງທີ່ມີ, ສິ່ງສຳຄັນການຊີ້ນຳການປ້ອງກັນ ແລະ ແກ້ໄຂບັນຫາ ການແຜ່ລະບາດຂອງເຊື້ອພະຍາດນີ້ ໃຫ້ຄືກັນກັບບັນຊາການຕໍ່ສູ້ໃນສະໜາມຮົບ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังนั่ง และสถานที่ในร่ม

ພາບ ແລະ ຂ່າວ: ກົມປະຊາສຳພັນ ຫສນຍ

Comments