ລັດຖະບານໄທ ຊ່ວຍເຫລືອອຸປະກອນການແພດ ໂຮງໝໍແຂວງບໍ່ແກ້ວ ແລະແຂວງໄຊຍະບູລີ

ວັນທີ 28 ພຶດສະພາ ຜ່ານມານີ້ ທີ່ດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 4 (ຊຽງຂອງ-ຫ້ວຍຊາຍ)ໄດ້ມີພິທີມອບການຊ່ວຍເຫຼືອ ຈາກຊວງການຕ່າງປະເທດໄທ ເພື່ອສະໜັບສະໜູນ ສປປ ລາວ ໃນການສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ 19 ຕາງໜ້າຝ່າຍໄທ ກ່າວມອບໂດຍທ່ານ ວັດຊະຣະພົງ ຄຳຫຼ້າ ຫົວໜ້າພະແນກສາທາລະນະສຸກ ຈັງຫວັດຊຽງຮາຍ, ຕາງໜ້າຝ່າຍລາວກ່າວຮັບໂດຍ ດ.ຣ. ບຸນຍະເວດ ວົງຄຳຊາວ ຫົວໜ້າພະແນກສາທາລະນະສຸກແຂວງບໍ່ແກ້ວ ແລະຄະນະ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และกลางแจ้ง

ເຄື່ອງຊ່ວຍເຫລືອດັ່ງກ່າວ ເປັນຫ້ອງກວດຫາເຊື້ອ, ເປັນສ່ວນໜຶ່ງຂອງໂຄງການເພີ່ມຂີດຄວາມສາມາດໃນການກວດຫາເຊື້ອພະຍາດໂຄວິດ 19. ຊຶ່ງໃນໂອກາດທີ່ທ່ານ ເຈດສະດາ ກະຕະເວທິນ ເອກອັກຄະຣາຊະທູດ ຣາຊະອານາຈັກໄທ ປະຈຳ ສປປ ລາວ ໄດ້ແຈ້ງໄວ້ເມື່ອວັນທີ 7 ພຶດສະພາ 2021 ວ່າ: ລັດຖະບານໄທ ໄດ້ຈັດໂຄງການເພື່ອຮັບມືກັບພະຍາດໂຄວິດ 19 ໂດຍມີແຜນ ຈະສະໜັບສະໜູນອຸປະກອນດ້ານການແພດ ເພື່ອເພີ່ມຂີດຄວາມສາມາດໃນການກວດຫາເຊື້ອໂຄວິດ 19 ໃຫ້ໂຮງໝໍແຂວງບໍ່ແກ້ວ ແລະ ໂຮງໝໍ ແຂວງໄຊຍະບູລີ ດ້ວຍການຕິດຕັ້ງເຄື່ອງກວດຫາເຊື້ອແບບ RT-PCR ພ້ອມເຄື່ອງມື ແລະ DNA/RNA Extract ພ້ອມຊຸດກວດໂຄວິດ 19 ຈຳນວນ 2.500 ຊຸດ. ຫ້ອງປະຕິບັດການດັ່ງກ່າວ, ປະກອບດ້ວຍເຄື່ອງປັບອາກາດໄຟຟ້າ, ລະບົບຕອງອາກາດແບບໝູນວຽນຕາມມາດຕະຖານ ລວມມູນຄ່າ5 ແສນບາດ ຫລື 160 ລ້ານກີບ, ນອກນັ້ນ ຍັງມີອຸປະກອນທາງການແພດ ຈໍານວນໜ່ືງຈະປະກອບໃຫ້ອີກ 10 ລາຍການ ເຊິ່ງຈະຈັດສົ່ງໃຫ້ໂຮງໝໍແຂວງບໍ່ແກ້ວ ໃນຕົ້ນເດືອນມິຖຸນານີ້.

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน

ໃນໂອກາດນີ້, ດ.ຣ ບຸນຍະເວດ ວົງຄຳຊາວ ຫົວໜ້າພະແນກສາທາລະນະສຸກແຂວງບໍ່ແກ້ວ ໄດ້ມອບໃບປະກາດກຽດຕິຄຸນຈາກເຈົ້າແຂວງບໍ່ແກ້ວ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງຂອງໄທ ໃນການສະໜັບສະໜູນຄວາມຊ່ວຍເຫຼືອ ແລະ ອຸປະກອນທາງການແພດທີ່ຈຳເປັນໃຫ້ແກ່ໂຮງໝໍແຂວງບໍ່ແກ້ວ ພ້ອມທັງ, ສະແດງຄວາມຂອບໃຈຕໍ່ກະຊວງການຕ່າງປະເທດໄທ, ສຳນັກງານສາທາລະນະສຸກຈັງຫວັດຊຽງລາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ

อาจเป็นรูปภาพของ กลางแจ้ง

ຂ່າວ: ຈາກສະຖານທູດໄທ ປະຈໍາ ສປປ ລາວ .

Comments