ໃນວັນທີ 2 ມິຖຸນາ 2021, ກະຊວງກະສິກຳ ແລະ ປ່າໄມ້ ໂດຍຮ່ວມມືກັບບັນດາກະຊວງທີ່ກ່ຽວຂ້ອງ ແລະ ອົງການສະຫະປະຊາຊາດ (ສປຊ) ໄດ້ຈັດກອງປະຊຸມລະດັບຊາດ ກ່ຽວກັບລະບົບສະບຽງອາຫານ 2021 ຂຶ້ນ (ກອງປະຊຸມທາງໄກ) ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດລະບົບສະບຽງອາຫານໂລກ 2021.

ກອງປະຊຸມດັ່ງກ່າວ, ດຳເນີນພາຍໃຕ້ການເປັນປະທານຮ່ວມ ຂອງ ທ່ານ ເພັດ ພົມພິພັກ ລັດ ຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ແລະ ທ່ານ ນາງ ຊາຣາ ເຊັກເກນເນສ ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ເຊິ່ງໄດ້ລວບລວມເອົາຄູ່ຮ່ວມງານທີ່ຫລາກຫລາຍ ຈາກທຸກລະດັບຂອງລະບົບສະບຽງອາຫານພາຍໃນປະເທດ ແລະ ເນັ້ນໜັກໃສ່ການປຶກສາຫາລືກັນຢ່າງຮອບດ້ານ ລະຫວ່າງຄູ່ຮ່ວມງານ ເພື່ອກະກຽມໃຫ້ແກ່ກອງປະຊຸມສຸດຍອດໃນປີນີ້ ທີ່ແນໃສ່ສ້າງລະບົບສະບຽງອາຫານໃນອະນາຄົດໃນທົ່ວໂລກໃຫ້ມີຄວາມຍືນຍົງ ແລະ ຍັງຈຸດປະກາຍ ວິທີທາງໃນການໄປເຖິງເປົ້າໝາຍດັ່ງກ່າວນຳອີກ.ກອງປະຊຸມລະດັບຊາດ ກ່ຽວກັບລະບົບສະບຽງອາຫານ 2021 ນີ້ ແນໃສ່ກໍານົດທິດທາງແຫ່ງຊາດ ເພື່ອກ້າວໄປສູ່ການສ້າງລະບົບສະບຽງອາຫານທີ່ຍືນຍົງ ໂດຍເນັ້ນໜັກໃສ່ 4 ຂົງເຂດຕົ້ນຕໍດັ່ງຕໍ່ໄປນີ້: 1) ຮັບປະກັນສະບຽງອາຫານທີ່ປອດໄພ ແລະ ມີໂພຊະນາການໃຫ້ແກ່ທຸກຄົນ, 2) ສົ່ງເສີມການຜະ ລິດທີ່ເປັນມິດຕໍ່ທຳມະຊາດໃນລະດັບທີ່ພຽງພໍ, 3) ສ້າງຄວາມກ້າວໜ້າໃຫ້ແກ່ຊີວິດການເປັນຢູ່ ແລະ ການ ແຈກຢາຍຄຸນຄ່າທີ່ເທົ່າທຽມ ແລະ 4) ສ້າງຄວາມທົນທານຕໍ່ຄວາມສ່ຽງ, ຜົນກະທົບ ແລະ ຄວາມກົົດດັນຕ່າງໆ.

ທ່ານ Nasar Hayat ຜູ້ຕາງໜ້າອົງການອາຫານ ແລະ ການກະເສດ ແຫ່ງ ສປຊ ກ່າວວ່າ: ລະ ບົບສະບຽງອາຫານ ແມ່ນການສ້າງຄວາມກ້າວໜ້າທີ່ສອດຄ່ອງ ແລະ ກວມລວມກັບການບັນລຸວິໄສທັດຂອງວາລະການພັດທະນາແບບຍືນຍົງ 2030. ພວກເຮົາຕ້ອງໄດ້ເຮັດວຽກຮ່ວມກັນ ເພື່ອສ້າງຄວາມເຂັ້ມ ແຂງໃຫ້ແກ່ລະບົບສະບຽງອາຫານໃນທຸກລະດັບ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ.

ທ່ານ ເພັດ ພົມພິພັກ ກ່າວວ່າ: ກອງປະຊຸມຄັ້ງນີ້, ແມ່ນບາດກ້າວເລີ່ມຕົ້ນທີ່ສຳຄັນໃນການລວບລວມເອົາຂະແໜງການລັດໃນທຸກລະດັບ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງທາງສັງຄົມ, ອົງການ ຈັດຕັ້ງທີ່ບໍ່ສັງກັດລັດຖະບານ ແລະ ພາກເອກະຊົນ ເພື່ອມາຮ່ວມກັນປຶກສາຫາລືກ່ຽວກັບລະບົບສະບຽງອາຫານໃນ ສປປ ລາວ ແລະ ເພື່ອຕົກລົງເປັນເອກະພາບກັນດ້ານທິດທາງໃນການບັນລຸເປົ້າໝາຍການພັດທະນາແບບຍືນຍົງ 1 ແລະ 2, ທັງສອດຄ່ອງກັບບຸລິມະສິດແຫ່ງຊາດຂອງ ສປປ ລາວ ທີ່ສະທ້ອນຜ່ານແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ຍຸດທະສາດການພັດທະນາກະສິກຳ.ທ່ານ ນາງ ຊາຣາ ເຊັກເກນເນສ ໄດ້ເນັ້ນຢ້ຳເຖິງຄວາມສຳຄັນ ຂອງກອງປະຊຸມລະດັບຊາດໃນຄັ້ງນີ້, ໂດຍເນັ້ນໜັກໃສ່ການຮ່ວມມືກັນໃນຂັ້ນຕອນນີ້ ແລະ ຄວາມເປັນໄປໄດ້ໃນການເລັ່ງລັດຄວາມຄືບໜ້າຂອງເປົ້າໝາຍການພັດທະນາແບບຍືນຍົງໃນລາວ. 4 ຫົວຂໍ້ຫລັກຂອງການປຶກສາຫາລືໃນຄັ້ງນີ້, ແມ່ນສ່ວນເສີມທີ່ດີຕໍ່ກອບວຽກ 5 ແຜນງານ ຂອງເປົ້າໝາຍການພັດທະນາແບບຍືນຍົງ ທີ່ກ່ຽວຂ້ອງກັບປະຊາ ຊົນ, ໂລກ, ຄວາມຈະເລີນຮູ່ງເຮືອງ, ສັນຕິພາບ ແລະ ການເປັນຄູ່ຮ່ວມມື. ທັງສອງກອບວຽກແມ່ນມີຄວາມກ່ຽວພັນກັນ ແລະ ບໍ່ແມ່ນກຸ່ມເປົ້າໝາຍທີ່ແຍກຈາກກັນ, ທັງຍັງສົ່ງເສີມກັນເປັນຢ່າງດີ. ໃນດ້ານກອງປະຊຸມລະດັບຊາດນີ້, ເປົ້າໝາຍຂອງພວກເຮົາແມ່ນ ເພື່ອດັດປັບຈຸດປະສົງຂອງແຕ່ລະຫົວຂໍ້ ໃຫ້ມີຄວາມດຸ່ນດ່ຽງກັນ ແລະ ຊອກຫາຊ່ອງທາງທີ່ດີທີ່ສຸດໃນການກ້າວໄປທາງໜ້າ ເພື່ອສ້າງລະບົບສະບຽງອາຫານໃນ ສປປ ລາວ ໃຫ້ມີຄວາມຍືຶນຍົງຂຶ້ນຕື່ມ.
ໃນລະຫວ່າງກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ສົນທະນາ ແລະ ຕົກລົງເປັນເອກະພາບກັນກ່ຽວກັບທິດທາງກ້າວໄປທາງໜ້າ, ການສ້າງຄວາມເຂັ້ມແຂງດ້ານຄຳໝັ້ນສັນຍາ ທີ່ກ່ຽວຂ້ອງກັບທິດທາງແຫ່ງຊາດໃນການສ້າງລະບົບສະບຽງອາຫານໃນ ສປປ ລາວ ໃຫ້ມີຄວາມຍືນຍົງຂຶ້ນຕື່ມ. ບົດລາຍງານລວມດ້ານການດຳເນີນງານຈະຖືກນຳສະເໜີໂດຍ ຄະນະຈັດຕັ້ງກອງປະຊຸມລະດັບຊາດໃຫ້ແກ່ ຄະນະກະກຽມກອງປະຊຸມສຸດຍອດ ຢູ່ໂຣມ ໃນເດືອນກໍລະກົດ ກ່ອນຈະສົ່ງຕໍ່ໃຫ້ກອງປະຊຸມສຸດຍອດລະດັບໂລກ ພາຍໃຕ້ຂອບຂອງ ກອງປະຊຸມສະມັດຊາໃຫຍ່ ສປຊ ທີ່ຈະຖືກຈັດຂຶ້ນ ໃນເດືອນກັນຍາ 2021.