IMF – WHO ຮຽກຮ້ອງໃຫ້ທົ່ວໂລກລົງທຶນ 50 ຕື້ໂດລາ ຮັບມືກັບໂຄວິດ – ຟື້ນຟູເສດຖະກິດ

ກອງທຶນການເງິນລະຫວ່າງປະເທດ ( IMF ) ແລະ ອົງການອະນາໄມໂລກ ( WHO ) ໄດ້ອອກຖະແຫຼງການຮຽກຮ້ອງໃຫ້ທົ່ວໂລກຮ່ວມກັນລົງທຶນ ມູນຄ່າ 50 ຕື້ໂດລາ ເພື່ອສະໜັບສະໜູນກຸ່ມປະເທດກຳລັງພັດທະນາໃຫ້ສາມາດຮັບມືກັບການລະບາດຂອງພະຍາດໂຄວິດ – 19 ແລະ ເພື່ອເປັນແຮງຍູ້ໃຫ້ເສດຖະກິດໂລກກັບມາຟື້ນຕົວອີກຄັ້ງ.

IMF Media Center : Joint Press Briefing WHO/IMF with MD Georgieva

ທ່ານ ນາງ ຄຣິສຕາລີນີ ຈໍເຈຍວາ ຜູ້ອຳນວຍການ ໄອເອັມເອັຟ ກ່າວວ່າ: ພວກເຮົາມີຂໍ້ມູນທີ່ສະແດງໃຫ້ເຫັນວ່າການສັກວັກແຊັງປ້ອງກັນໂຄວິດ – 19 ທົ່ວໂລກ ເປັນແນວທາງທີ່ມີປະສິດທິພາບສູງສຸດ ເພື່ອກະຕຸ້ນການຜະລິດທົ່ວໂລກ, ຜູ້ອຳນວຍການໄອເອັມເອັຟຍັງສະແດງຄວາມກັງວົນຕໍ່ກັບການເຂົ້າເຖິງວັກແຊັງຢ່າງບໍ່ເທົ່າທຽມລະຫວ່າງປະເທດຮັ່ງມີ ແລະ ປະເທດທຸກຍາກ ອາດສົ່ງຜົນຕໍ່ການຟື້ນຕົວຂອງເສດຖະກິດໂລກ.

คริสตาลินา กอร์เกียวา" M.D. ไอเอ็มเอฟคนแรกจากประเทศเศรษฐกิจเกิดใหม่  มองเศรษฐกิจโลก มองอาเซียน ในยุคที่ IMF ไม่เหมือนเดิม - ThaiPublica

WHO ແລະ IMF ໄດ້ຂໍການຮ່ວມມືນຳປະເທດຕ່າງໆລົງທຶນ ພາຍຫຼັງທີ່ທີມວິເຄາະຂອງໄອເອັມເອັຟລາຍງານວ່າ ເງິນ 50 ຕື້ໂດລາ ມີຄວາມຈຳເປັນຕໍ່ການເຮັດໃຫ້ການແຈກຢາຍວັກແຊັງມີຄວາມເທົ່າທຽມກັນ ອີກທັງຍັງຊ່ວຍສະໜັບສະໜູນການບົ່ງມະຕິພະຍາດ, ການຈັດຫາອົກຊີແຊນ, ການປິ່ນປົວ ແລະ ການຈັດຫາອຸປະກອນການແພດ.
ເງິນ 50 ຕື້ໂດລານີ້ ຈະເຮັດໃຫ້ການແຜ່ລະບາດຂອງພະຍາດໂຄວິດ – 19 ໃນກຸ່ມປະເທດກຳລັງພັດທະນາຢຸດຕິລົງໄວຂຶ້ນ ອີກທັງຊ່ວຍຟື້ນຟູເສດຖະກິດ ແລະ ຈະກະຕຸ້ນຜົນຜະລິດທາງດ້ານເສດຖະກິດທົ່ວໂລກເພີ່ມຂຶ້ນອີກ ປະມານ 9 ພັນຕື້ໂດລາ ໃນປີ 2025.

Comments