ຕຳຫລວດລາດຕະເວນທາງນ້ຳ ແຂວງຢຸນນານ ສປ ຈີນ ມອບອຸປະກອນການແພດ ໃຫ້ກອງບັນຊາການທະຫານແຂວງບໍ່ແກ້ວ

ແຫລ່ງຂ່າວຈາກແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ໃນວັນທີ 27 ພຶດສະພາ 2021 ນີ້, ສູນປະສານງານລາວ-ຈີນ ບ້ານມອມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ, ກອງບັນຊາການຕຳ ຫລວດລາດຕະເວນທາງນ້ຳ ແຂວງຢຸນນານ ສປ ຈີນ ນໍາເອົາອຸປະກອນການແພດ ມາມອບໃຫ້ແກ່ກອງບັນຊາການທະຫານແຂວງບໍ່ແກ້ວ ນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນ ການລະບາດພະຍາດ ໂຄວິດ-19 ກ່າວມອບໂດຍ ສະຫາຍ ພົນຕີ ຢວນຢ່າພິງ ຫົວໜ້າກອງບັນຊາການຕຳຫລວດລາດຕະເວນທາງນໍ້າ ແຂວງຢຸນນານ ສປ ຈີນ ແລະ ກ່າວຮັບໂດຍ ສະຫາຍ ພັນໂທ ໂສວັນ ພັນທັນນີ ຄະນະພັກກອງບັນຊາການ, ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງບໍ່ແກ້ວ.

อาจเป็นรูปภาพของ รองเท้าหรือถุงเท้า

ອຸປະກອນການແພດ ທີ່ນຳມາມອບໃນຄັ້ງນີ້ ປະກອບມີຄື: ຢາປ້ອງກັນໂຄວິດ-19 ຈໍານວນ 300 ກັບ, ຜ້າອັດປາກ-ອັດດັງ KN95 ຈໍານວນ 500ອັນ, ຜ້າອັດປາກ-ດັງ 3.000 ອັນ, ເຈວລ້າງມື 20 ກ່ອງ, ນໍ້າຢາຂ້າເຊື້ອ 40 ຖັງ, ບັ້ງສີດຢາຂ້າເຊື້ອ 8 ອັນ, ເຫລົ້າ 75 ອົງສາ ຈໍານວນ 35 ລິດ, ເຄື່ອງວັດແທກອຸນຫະພູນ 7 ເຄື່ອງ, ຖົງມືຢາງ 15 ກັບ, ແວນຕາປອງກັນ 30 ອັນ ແລະ ຊຸດປ້ອງກັນພະຍາດ 30 ຊຸດ ຄິດເປັນມູນຄ່າ ທັງໝົດ 15.639 ຢວນ ຫລື ປະມານ 23 ລ້ານກວ່າກີບ.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน และกลางแจ้ง

ໂອກາດນີ້, ສະຫາຍ ພັນໂທ ໂສວັນ ພັນທັນນີ ກໍໄດ້ສະແດງຄວາມຂອບໃຈມາຍັງກອງບັນຊາການຕຳ ຫລວດລາດຕະເວນທາງນ້ຳ ແຂວງຢຸນນານ ສປ ຈີນ ທີ່ໄດ້ນໍາເອົາ ອຸປະກອນການແພດ ມາມອບໃຫ້ກອງບັນຊາການທະຫານແຂວງບໍ່ແກ້ວ ໃນຄັ້ງນີ້, ເຊິ່ງສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍ ບົນພື້ນຖານການເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຈີນ, ຈີນ-ລາວ ໃຫ້ເພີ່ມພູນຄູນສ້າງ ແລະ ງອກງາມຍຍິ່ງໆຂຶ້ນ, ພ້ອມທັງ ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາອຸປະກອນການແພດຈໍານວນດັ່ງກ່າວ ໄປແຈກຢາຍໃຫ້ບັນດາພະນັກງານ-ນັກຮົບໃນທົ່ວກົມກອງ ໃຫ້ທົ່ວເຖິງ ແລະ ນໍາໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານການລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ພາຍໃນປະເທດລາວ ເວົ້າລວມ ເວົ້າສະເພາະ ແຂວງບໍ່ແກ້ວ ໃຫ້ໄດ້ຮັບໝາກຜົນສູງສຸດ.

อาจเป็นรูปภาพของ หนึ่งคนขึ้นไป และผู้คนกำลังยืน

ໂອກາດດຽວກັນ, ສະຫາຍ ພົນຕີ ຢວນຢ່າພິງ ຍັງໄດ້ມອບອຸປະກອນການແພດໃຫ້ ກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແລະ ກອງບັນຊາການທະຫານເມືອງຕົ້ນເຜິ້ງ ຕື່ມອີກ.

Comments