Author Archives: Targetlaos Editor

ໃນທຸກມື້ນີ້, ເຮັດແນວໃດ ວິສາຫະກິດຂະໜາດນ້ອຍ ແລະ ກາງຈຶ່ງຈະຢູ່ລອດ?

ທ່ານຜູ້ອ່ານຫຼາຍຄົນອາດຮູ້ສຶກສາ ເສດຖະກິດໃນປັດຈຸບັນ ບໍ່ຄຶກຄັກຄືກັບ 2-3 ປີຜ່ານມາ, ຫຼາຍຮ້ານກໍມີຫາງສຽງວ່າ ຂາຍເຄື່ອງບໍ່ໄດ້ດີ ແລະ ລູກຄ້າມີບໍ່ຫຼາຍ ແລະ ນັກທ່ອງທ່ຽວ ກໍຄືບໍ່ຫຼາຍປານໃດ  ສະນັ້ນ, ວາລະສານທາເກັດສະບັບນີ້ ຈຶ່ງຫາຂໍ້ສະເໜີແນະນໍາ ສໍາລັບທຸລະກິດຂະໜາດນ້ອຍ ແລະ ກາງ ເພື່ອການຢູ່ລອດ ແລະ ຈະເລີນກ້າວໜ້າໃນການດໍາເນີນທຸລະກິດ. ທຸລະກິດຂະໜາດນ້ອຍ ແລະ ກາງ ບໍ່ວ່າໃນຂະແໜງການໃດກໍຕາມ ຕ້ອງສາມາດປັບຕົວໄດ້ ເຊັ່ນ: ແຜນງານ, ແຜນດໍາເນີນທຸລະກິດ ແລະ ການດໍາເນີນງານໃຫ້ມີຄວາມຄ່ອງຕົວຍິ່ງຂຶ້ນ ໂດຍສະເພາະ ໃນສະພາບເສດຖະກິດທີ່ມີການປ່ຽນແປງຕະຫຼອດເວລາ, ການປ່ຽນແປງ ຫຼື ທ່າອ່ຽງຂອງພຶດຕິກໍາຜູ້ຊົມໃຊ້, ການປ່ຽນແປງທາງດ້ານລະບຽບ ແລະ ກົດໝາຍຕ່າງໆ. ໃນນີ້, ຕ້ອງຊອກຮູ້ກ່ຽວກັບນະໂຍບາຍການສົ່ງເສີມຕ່າງໆຂອງລັດຖະບານ ເພື່ອສະແຫວງຫາໂອກາດ ແລະ ການສະໜັບສະໜູນໃຫ້ເໝາະສົມ ເພື່ອແກ້ໄຂບັນຫາຂອງທຸລະກິດຕົນເອງ ເຊັ່ນ: ການປັບປຸງຄຸນະພາບສິນຄ້າ ແລະ ການບໍລິການ, ການສ້າງລະບົບບັນຊີທີ່ເປັນມາດຕະຖານ ແລະ ການຄຸ້ມຄອງຈັດການທີ່ເປັນລະບົບຍິ່ງຂຶ້ນ, ການສ້າງວິໄສທັດ, ການສ້າງແຜນໄລຍະສັ້ນ-ໄລຍະຍາວ… ທຸລະກິດຂະໜາດນ້ອຍ ແລະ ກາງ ຕ້ອງພະຍາຍາມຄວບຄຸມຕົ້ນທຶນການຜະລິດ ແລະ ຕົ້ນທຶນໃນການດໍາເນີນງານຂອງຕົນໃຫ້ດີ ...

Read More »

ຜົນງານ ພົ້ນເດັ່ນຂອງລັດຖະບານ ຊຸດທີ VIII

   ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ທີ່ໄຂຂຶ້ນໃນວັນທີ 20 ພະຈິກ ຫາ 21 ທັນວາ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຂຶ້ນລາຍງານກ່ຽວກັບການເຄື່ອນໄຫວປະຕິບັດວຽກງານ ພົ້ນເດັ່ນຂອງລັດຖະບານ ໃນໄລຍະຜ່ານມາ ແລະ ທິດທາງຈຸດສຸມໃນຕໍ່ໜ້າ ໃນນີ້ ສະພາບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນ ຂອງລັດຖະບານ ໃນເຄິ່ງສະໄໝຂອງແຜນການ 5 ປີ ຜ່ານມາ ທ່ານໄດ້ຍົກໃຫ້ເຫັນວ່າ: ຕະຫຼອດໄລຍະ 2 ປີ 6 ເດືອນກວ່າ ທີ່ລັດຖະບານ ຊຸດທີ 8 ໄດ້ສຸມໃສ່ ກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ບັນລຸໄດ້ຄາດໝາຍໃນຫຼາຍດ້ານ, ເຖິງແມ່ນວ່າໃນໄລຍະຜ່ານມາ ສະພາບການຂອງໂລກ ແລະ ພາກພື້ນຍັງສືບຕໍ່ຜັນແປໄປຢ່າງໄວວາ,ສັບສົນ ສະຫຼັບຊັບຊ້ອນຫຼາຍປະການ ຊຶ່ງໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ປະເທດ ຢ່າງຫຼີກບໍ່ໄດ້. ໃນເວລາດຽວກັນ ຢູ່ພາຍໃນປະເທດ ກໍມີຫຼາຍບັນຫາສະສົມມາຢ່າງຫຼວງຫຼາຍກ່າຍກອງ,ບໍ່ພຽງແຕ່ເທົ່ນນັ້ນ ໃນ 2 ປີ ຜ່ານມາ ປະເທດພັດປະສົບກັບໄພທໍາມະຊາດ ຢ່າງໜັກ ...

Read More »

BFL ໄດ້ພັດທະນາລະບົບທະນາຄານເອເລັກໂຕຣນິກຂຶ້ນເປັນຄັ້ງທໍາອິດໃນລາວ

ວາລະສານ ສະບັບເດືອນມັງກອນນີ້, ພວກເຮົາໄດ້ຮັບກຽດການໃຫ້ສໍາພາດ ທ່ານ Arnaud Caulier, ທີ່ຫາກໍ່ຖືກແຕ່ງຕັ້ງໃຫ້ເປັນຜູ້ອໍານວຍການໃຫຍ່ ທະນາຄານ ລາວ-ຝຣັ່ງ ຈໍາກັດ (BFL) ຊຶ່ງທ່ານຈະມາແນະນໍາໃຫ້ຮຸ້ເຖິງການເຕີບໃຫຍ່ຂະຫຍາຍຕົວຂອງທະນາຄານ, ແຜນດໍາເນີນງານ ແລະ ວິໄສທັດ-ເປົ້າໝາຍຂອງ (BFL)ໃນ ສປປ ລາວ. ທ່ານຍົກໃຫ້ເຫັນວ່າ: BFL ໄດ້ພັດທະນາລະບົບທະນາຄານເອເລັກໂຕຣນິກຂຶ້ນເປັນຄັ້ງທໍາອິດໃນ ລາວ ໂດຍ ວາລະສານBanker. BFL ຖືກສ້າງຕັ້ງຂຶ້ນໃນປີ 2010 ເປັນທຸລະກິດຮ່ວມຫຸ້ນລະຫວ່າງກຸ່ມ BRED ທີ່ໃຫ້ບໍລິການລູກຄ້າມາແລ້ວຫຼາຍກວ່າ 1 ລ້ານຄົນໃນທົ່ວໂລກ, ມີພະນັກງານ 5.500 ຄົນ ແລະ ຫຸ້ນມູນຄ່າ 4 ຕື້ໂດລາ, ເຊິ່ງເປັນພາກສ່ວນໜຶ່ງຂອງ BPCE,ເປັນກຸ່ມທະນາຄານທີ່ໃຫຍ່ທີ່ສຸດເປັນອັນດັບສອງຂອງປະເທດຝຣັ່ງ ແລະ ອັນດັບ 19 ໃນໂລກໃນດ້ານຊັບສິນ, ພ້ອມນີ້ຍັງໄດ້ຮ່ວມມືກັບທະນາຄານການຄ້າຕ່າງປະເທດລາວ (BCEL) ເຊິ່ງເປັນທະນາຄານການຄ້າຊັ້ນນໍາຂອງ ສປປ ລາວ. ດັ່ງນັ້ນ, BFLຈຶ່ງມີລັກສະນະທຸລະກິດທີ່ປະສົມປະສານລະຫວ່າງເອກະລັກຂອງຝຣັ່ງ ແລະ ຄວາມເປັນໂຕຕົນຂອງທ້ອງຖິ່ນຢ່າງຊັດເຈນ. ຂໍໃຫ້ທ່ານຊ່ວຍອະທິບາຍຕື່ມວ່າເປັນຫຍັງກຸ່ມ BRED ຈຶ່ງມາລົງທຶນໃນລາວ? ກຸ່ມ BRED ຖືກສ້າງຕັ້ງຂຶ້ນໃນປີ ...

Read More »

ເປີດເຜີຍ 5 ເກມ E-sport ຈະແຂ່ງຂັນໃນຊີເກມ 2019

ປະກາດລາຍຊື່ 5 ໃນ 6 ເກມ ທີ່ຈະໄດ້ມີການແຂ່ງຂັນຊີງຫຼຽນຄຳ ໃນການແຂ່ງຂັນກິລາ ຊີເກມ 2019 ປະເທດຟິລິບປິນ ເຈົ້າພາບໃນການຈັດການແຂ່ງຂັນ SEA Games 2019 ຮ່ວມມືກັບບໍລິສັດອຸປະກອນເກມ Razer ປະກາດຊື່ເກມທີ່ຈະມີການແຂ່ງຂັນຊິງຫຼຽງຄຳໃນການແຂ່ງຂັນຊີເກມປີນີ້. ເກມທີ່ຈະໃຊ້ແຂ່ງຂັນ SEA Games 2019   ທີ່ຈະມີການຈັດຂຶ້ນໃນວັນທີ 30 ພະຈິກ – 11 ທັນວາ 2019 ນີ້ ມີ 6 ເກມ ແບ່ງອອກເປັນ 3 ໝວດຄື: ໃນເຄື່ອງ PC, ໃນເຄື່ອງ ຄອນໂຊນ ແລະ ເກມໃນມືຖື ດັ່ງນີ້: ໃນເຄື່ອງຄອມພິວເຕີ້ PC ມີເກມ DOTA 2 ແລະ Starcraft II ເຄື່ອງຄອນໂຊນ ມີເກມ Tekken 7 ແລະ ອີກ 1 ເກມຍັງບໍ່ໄດ້ປະກາດ ເກມໃນມືຖື ເກມ Mobile Legends ແລະ Arena of ...

Read More »

ມາເບິ່ງ!!! 9 ແບຣນໃຫຍ່ ເຂົ້າສູ່ຍຸກໃໝ່ຂອງໂລໂກ້ທີ່ບໍ່ຈຳເປັນຕ້ອງມີຊື່ແບຣນ

ມື້ນີ້ ທາເກັດ ຈະພາມາເບິ່ງຄືນ ເພື່ອເປັນກໍລະນີສຶກສາ ໂລໂກ້ ຂອງແບຣນລະດັບໂລກ 9 ແບຣນ ທີ່ໄດ້ມີການປັບປຸງປ່ຽນໂລໂກ້ ໂດຍບໍ່ຈຳເປັນຕ້ອງມີຊື່ ໃນໂລໂກ້  ແຕ່ກໍສາມາດເຮັດໃຫ້ຄົນຮັບຮູ້ ແລະ ຈື່ໄດ້ວ່າແມ່ນແບຣນຫຍັງ. ທັງນີ້ ກໍຊ່ວຍເຮັດໃຫ່ແບຣນມີຄວາມທັນສະໄໝ ແລະ ໂດດເດັ່ນຂຶ້ນ. ເມື່ອບໍ່ດົນມານີ້ ໄດ້ມີຂ່າວການປັບໂລໂກ້ ຄັ້ງໃຫຍ່ອີກຄັ້ງຂອງ  Mastercard ທີ່ເຄີຍປັບປຸງແລ້ວໃນປີ 2016 ແຕ່ຄັ້ງນີ້ເປັນການປັບປຸງສິ່ງສຳຄັນນັ້ນກໍຄື ການຕັດຊື່ແບຣນອອກ ເຫຼືອໄວ້ພຽງແຕ່ໂລໂກ້ວົງມົນຊ້ອນກັນສີແດງ, ສີສົ້ມ ແລະ ສີເຫຼືອງເທົ່ານັ້ນ. ຈາກກໍລະນີຂອງ  Mastercard ທີ່ເກີດຂຶ້ນນັ້ນ ເລີຍເຮັດໃຫ້ຢາກກັບຄືນໄປເບິ່ງ ແບຣນໃຫຍ່ອີກ 8 ແບຣນ ທີ່ເຄີຍປັບປຸງປ່ຽນໂລໂກ້ຄັ້ງໃຫຍ່ດ້ວຍການຕັດຊື່ອອກຈາກໂລໂກຄືກັນເຊັ່ນ: Nike ປັບໃນປີ 1995 ແບຣນສິນຄ້າກິລາ Nike ໄດ້ປັບປຸງໂລໂກ້ດ້ວຍການລົບຊື່ອອກຈາກໂລໂກ້ ເຫຼືອພຽງສັນຍາລັກ  Swoosh ທີ່ມີລັກສະນະຄືກັບເຄື່ອງໝາຍຖືກ ຫຼັງຈາກນັ້ນ ສັນຍາລັກນີ້ກໍກາຍເປັນຕົວແທນຂອງແບຣນໄປເປັນທີ່ຮຽບຮ້ອຍ ແລະ ເັຮດທີ່ຈື່ຈຳໄດ້ດີ ເຖິງວ່າຈະບໍ່ມີຊື່ແບຣນກໍຕາມ. Shell ຕັ້ງແຕ່ໄລຍະປີ 1992 ຈົນເຖິງ 1995 ແບຣນ Shell ໄດ້ມີການປັບປຸງໂລໂກ້ເຖິງ 9 ຄັ້ງ ຈົນໃນທີ່ສຸດກໍໄດ້ຕັດຊື່ແບຣນອອກ ເຫຼືອ ພຽງສັນຍາລັກເປືອກຫອຍສີແດງ ...

Read More »

ອົງການກວດສອບ ວາງແຜນກວດລາຍຮັບ – ລາຍຈ່າຍງົບປະມານແຫ່ງລັດ ປີ 2019

ອົງການກວດສອບແຫ່ງລັດ ວາງແຜນກວດສອບ ລາຍຮັບ – ລາຍຈ່າຍງົບປະມານແຫ່ງລັດ, ໂຄງການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ, ການນຳໃຊ້ທຶນໂຄງການຊ່ວຍເຫຼືອລ້າ ແລະ ກູ້ຢືມ ໃນປີ 2019 ນີ້ ທ່ານ ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ກ່າວໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ VIII ໃນທ້າຍປີ 2018 ຜ່ານມາວ່າ: ໃນປີ 2019 ອົງການກວດສອບແຫ່ງລັດ ໄດ້ຂຶ້ນແຜນດຳເນີນການກວດສອບ ຈຳນວນ 99 ເປົ້າໝາຍ. ໃນນັ້ນ, ກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 46 ເປົ້າໝາຍ, ກວດສອບໂຄງການພັດທະນາແບບຍືນຍົງ ( SDGs ) 2 ເປົ້າໝາຍ, ໂຄງການລົງທຶນຂອງລັດຢູ່ຂັ້ນທ້ອງຖິ່ນ 6 ເປົ້າໝາຍ, ກວດສອບໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ 21 ເປົ້າໝາຍ, ກວດສອບທະນາຄານລັດ 6 ເປົ້າໝາຍ ແລະ ກວດສອບວິສາຫະກິດລັດ ຈຳນວນ 18 ...

Read More »

ພາສປອດ ຍີ່ປຸ່ນ ອັນດັບ 1 ທີ່ສາມາດໄປໄດ້ຫຼາຍປະເທດທີ່ສຸດໃນໂລກ, ສ່ວນລາວ ຢູ່ອັນດັບ 86

ເວັບໄຊ henleypassportindex.com ໄດ້ປະກາດຈັດອັນດັບພາສປອດທີ່ຊົງອິດທິພົນທີ່ສຸດໃນໂລກປະຈໍາປີ 2019 ໂດຍອັນດັບໜຶ່ງກໍຍັງຕົກເປັນພາສປອດສັນຊາດຍີ່ປຸ່ນ ສາມາດເຂົ້າປະເທດຕ່າງໆທົ່ວໂລກໄດ້ໂດຍບໍ່ຕ້ອງໃຊ້ວີຊ່າເຖິງ 190 ປະເທດ ອັນດັບ 2   ປະເທດສິງກະໂປ ແລະ ເກົາຫຼີໃຕ້  ສາມາດໄປໄດ້ 189 ປະເທດ, ອັນດັບ 3 ປະເທດ ຝຣັ່ງ ແລະ ເຢຍລະມັນ ເຂົ້າໄດ້ 188 ປະເທດ, ອັນດັບ 4  ເດນມາຣກ, ຟິນແລນ, ອີຕາລີ ແລະ ສະວີເດນ ເຂົ້າໄດ້ 187 ປະເທດ ອັນດັບ 5  ລັກເຊມເບິກ ແລະ ສະເປນ  ເຂົ້າໄດ້ 186 ປະເທດ, ອັນດັບ 6 ອອສເຕຣຍ, ເນເທີແລນ, ນໍຣເວ, ໂປຣຕຸເກດ, ສະວິດເຊີແລນ, ອັງກິດ ແລະ ສະຫະລັດ  ເຂົ້າໄດ້ 185 ປະເທດ ອັນດັບ 7  ເບລຢ້ຽມ, ແຄນາດາ, ...

Read More »

ພາກທຸລະກິດ ເບິ່ງໂອກາດ ແລະ ສິ່ງທ້າທາຍ ແນວໃດ? ໃນປີ 2019 (ກົດເຂົ້າອ່ານເລີຍ)

ປີ 2018 ການດໍາເນີນທຸລະກິດຂອງຜູ້ປະກອບການຂະແໜງການຕ່າງໆ ຖືວ່າຍັງມີຄວາມທ້າທາຍບໍ່ໜ້ອຍ ເນື່ອງຈາກໄດ້ຮັບຜົນກະທົບຈາກເສດຖະກິດໂລກ, ໄພທໍາມະຊາດພາຍໃນ ເຖິງວ່າລັດຖະບານຈະມີຫຼາຍມາດຕະການຕ່າງໆອອກມາເພື່ອກະຕຸ້ນເສດຖະກິດ ແຕ່ຂອດຈັດຕັ້ງປະຕິບັດຍັງບໍ່ທັນເອກະພາບ, ສ່ວນທ່າອ່ຽງການດໍາເນີນທຸລະກິດ ໃນປີ 2019 ຜູ້ປະກອບການມີຄວາມຫວັງຈະດີຂຶ້ນ ຖ້າຫາກບັນດາມາດຕະການຂອງພາກລັດຖືກຈັດຕັ້ງປະຕິບັດເປັນເອກະພາບກັນໃນລວງດຽວ. ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ) ກ່າວວ່າ: ກ່ອນຈະແກ້ໄຂສະພາບເສດຖະກິດພາຍໃນໄດ້ ອັນດັບທໍາອິດຕ້ອງແກ້ໄຂຂອດຫຍໍ້ທໍ້ໃນການດໍາເນີນທຸລະກິດ ເປັນຕົ້ນ: ຂອດບໍລິຫານເກື້ອກູນ, ຂອດການສໍ້ລາດບັງຫຼວງ ( ຄໍຣັບຊັນ ), ຂອດນະໂຍບາຍຕ່າງໆ. ພ້ອມນັ້ນ, ກໍໃຫ້ລະດົມການລົງທຶນຈາກຕ່າງປະເທດມາ ສປປ ລາວ ໃຫ້ຫຼາຍຂຶ້ນ ( ຜູ້ທີ່ເຮັດແທ້ທຳຈິງ ) ຜູ້ເຮັດການຜະລິດເພື່ອສົ່ງອອກ, ຜູ້ເຮັດການຜະລິດເພື່ອຍົກສະມັດຖະພາບກຳລັງແຮງງານ, ຜູ້ສ້າງລາຍຮັບໃຫ້ແກ່ລັດຖະບານ ອັນນີ້ເປັນສິ່ງທີ່ຕ້ອງໄດ້ເຮັດ ແລະ ສົ່ງເສີມແທ້ໆ; ສະເໜີລັດຖະບານເບິ່ງຄືນກ່ຽວກັບນັກລົງທຶນທີ່ໄດ້ໂຄງການໄປແລ້ວບໍ່ປະຕິບັດຕາມຂັ້ນຕອນແມ່ນໃຫ້ຍົກເລີກ; ຜ່ານມາແມ່ນມີການແກ່ຍາວເມື່ອໄດ້ໂຄງການມາແລ້ວກໍໄປຊອກຂາຍ ຖ້າຫາກຍັງເປັນແບບນີ້ນັກລົງທຶນລາຍໃຫຍ່ທີ່ມີຄຸນນະພາບ ແລະ ມີຄວາມພ້ອມອາດຈະຫັນໄປລົງທຶນຢູ່ປະເທດອ້ອມຂ້າງ ແທນທີ່ຈະມາລົງທຶນຢູ່ ສປປ ລາວ. ດັ່ງນັ້ນ, ລັດຖະບານຕ້ອງສະກັດກັ້ນການສໍ້ລາດບັງຫຼວງຢ່າງຈິງຈັງ ຖ້າເຮັດໄດ້ເມັດເງິນກໍຈະເຂົ້າມາ ສປປ ລາວ. ທ່ານກ່າວຕໍ່ອີກວ່າ: ...

Read More »

ເງື່ອນໄຂ ຂອງທຸລະກິດທີ່ຈະໄດ້ນະໂຍບາຍສົ່ງເສີມການລົງທຶນດ້ານພາສີ ແລະ ອາກອນ.

ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ຂັ້ນສູນກາງ ໄດ້ອອກບົດແນະນຳ ວ່າດ້ວຍ ການໃຫ້ນະໂຍບາຍສົ່ງເສີມການລົງທຶນດ້ານພາສີ ແລະ ອາກອນມູນຄ່າເພີ່ມ ສຳລັບແຜນນຳເຂົ້າຂອງວິສາຫະກິດ ເລກທີ 01/ຄລທ.ສ, ລົງວັນທີ 02 ມັງກອນ 2019 ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກ ທີ່ພົວພັນກັບຕົວຊີ້ວັດຄວາມສະດວກຂອງການດໍາເນີນທຸລະກິດ ຢູ່ ສປປ ລາວ ແລະ ເຮັດໃຫ້ການຈັດຕັ້ງປະຕິບັດ ການໃຫ້ນະໂຍບາຍດ້ານພາສີ ແລະ ອາກອນມູນຄ່າເພີ່ມ, ຖືກຕ້ອງຕາມຂັ້ນຕອນ ແລະ ວິທີການດຳເນີນງານໃນການອະນຸມັດຮັບຮອງແຜນນໍາເຂົ້າ ເພື່ອມາຮັບໃຊ້ວຽກງານກິດຈະການລົງທຶນ ແລະ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກແກ່ຜູ້ລົງທຶນຢູ່ ສປປ ລາວ. ການໃຫ້ນະໂຍບາຍສົ່ງເສີມການລົງທຶນດ້ານພາສີ ແລະ ອາກອນມູນຄ່າເພີ່ມ ໝາຍເຖິງ ການໃຫ້ນະໂຍບາຍ ດ້ວຍການກຳນົດລາຍການສິນຄ້າທີ່ຈະນໍາເຂົ້າຖາວອນ ແລະ ຊົ່ວຄາວ ທີ່ກຳນົດໃນແຜນນໍາເຂົ້າ (Master List) ເພື່ອມາຮັບໃຊ້ວຽກງານການຜະລິດ ແລະ ພັດທະນາກິດຈະການລົງທຶນຂອງບັນດາວິສາຫະກິດ ທີ່ນອນໃນກິດຈະການສົ່ງເສີມການລົງທຶນ ຕາມກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ ແລະ ກິດຈະການລົງທຶນທີ່ມີສັນຍາກັບລັດຖະບານ. ວິສາຫະກິດ ທີ່ລົງທຶນຢູ່ ສປປ ລາວ ທີ່ມີຈຸດປະສົງສະເໜີຂໍນະໂຍບາຍ ຕ້ອງມີເງື່ອນໄຂ ດັ່ງນີ້: ...

Read More »

ເຊີນເຂົ້າຮ່ວມສຳມະນາໃນຫົວຂໍ້ ” ການເຂົ້າຫາແຫຼ່ງທຶນ” ຂອງພາກທຸລະກິດ.

ດ່ວນ………………❗❗❗❗❗ ເຊີນທ່ານເຂົ້າຮ່ວມສຳມະນາ???ໃນຫົວຂໍ້ ” ການເຂົ້າຫາແຫຼ່ງທຶນ” ຂອງພາກທຸລະກິດ ໂດຍສະເພາະແມ່ນຂະແໜງການຕັດຫຍິບ, ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບບໍລິສັດ ຂອງທ່ານ ໃຫ້ມີຄວາມຄ່ອງຕົວທາງດ້ານການເງິນ, ສາມາດພັດທະນາຜະລິດຕະພັນຂອງທ່ານ ເຂົ້າສູ່ຕະຫຼາດທີ່ໄດ້ມາດຕະຖານ ເພື່ອການແຂ່ງຂັນໄດ້ທັງໃນ ແລະ ຕ່າງປະເທດ ?ວັນທີ 14 ມັງກອນ 2019 ?ເວລາ 13:00-16:30 ໂມງ ?ສະຖານທີ່ : ສະພາການຄ້າ ແລະ ອຸດສາຫະກຳ ແຫ່ຊາດລາວ ⚠⚠ໝາຍເຫດ: ເຂົ້າຮ່ວມຟຣີ ແລະ ມີທີ່ນັ່ງຈຳກັດ ກະລຸນາແຈ້ງຊື່ ມາຈອງທີ່ນັ່ງກ່ອນວັນທີ 11/1/2019 ຕິດຕໍ່ພົວພັນ 021 416266-7

Read More »