Author Archives: Targetlaos Editor

Youtuber ແລະ Gamer ຕິດ Top 10 ອາຊີບໃນຝັນຂອງຄົນລຸ້ນໃຫມ່

ໂລກປ່ຽນ, ການໃຊ້ຊີວິດຂອງຄົນກໍປ່ຽນ  ໂດຍສະເພາະແມ່ນ ການມີເຕັກໂນໂລຊີໃໝ່ໆເຂົ້າມາ ຈຶ່ງເລີ່ມມີໃຫ້ເຫັນອາຊີບໃຫມ່ໆທີ່ເກີດຂຶ້ນຢູ່ໃນທົ່ວໂລກ ແລະ ເປັນອາຊີບທີ່ໃຜໆກໍສາມາດສ້າງ ແລະ ເຮັດເອງຂຶ້ນມາໄດ້ ແຖມຍັງມີລາຍໄດ້ດີ ຈາກອິນເຕີເນັດ, ຢູທູບ ແລະ ເຟສບຸກ  ແລະ ເຊື່ອວ່າ ໃນອະນາຄົດອີກບໍ່ເທົ່າໃດປີ ກໍຕ້ອງເກີດຂຶ້ນຢູ່ບ້ານເຮົາແນ່ນອນ. ເປີດເຜີຍຜົນສຳຫຼວດ  ເດັກນ້ອຍໃນປະເທດເກົາຫລີໃຕ້ ພົບວ່າ ໃຫຍ່ຂຶ້ນມາຢາກເປັນ Youtuber ແລະ Gamer ຕິດ Top 10  ເທົ່າກັບອາຊີບອື່ນໆທີ່ເຄີຍເປັນຄວາມຝັນຂອງເດັກມາແຕ່ດົນນານ ເຊັ່ນ: ເປັນທ່ານໝໍ, ເປັນຄູ, ເປັນຕຳຫຼວດ, ທະຫານ, ນັກກິລາ, ກັບຕັນ, ສາວແອ  ແລະ ທະນາຍ ເຫຼົ່ານີ້ເປັນຕົ້ນ.  ຜົນສຳຫຼວດນີ້ ຈັດຂຶ້ນໂດຍກະຊວງສຶກສາທິການ ປະເທດເກົາຫລີໃຕ້ ເຊິ່ງໄດ້ສອບຖາມເດັກປະຖົມສຶກສາວ່າ ໃນອະນາຄົດໃຫຍ່ຂຶ້ນມາຢາກເຮັດອາຊີບຫຍັງຫຼາຍທີ່ສຸດ. ເນື່ອງຈາກວ່າ ປັດຈຸບັນນີ້ ຄົນລຸ້ນໃໝ່ໃນເກົາຫລີໃຕ້ ແມ່ນພາກັນນິຍົມ ສົ່ງຄຣິບ ຫຼື ໄລ໌ສົດຂຶ້ນ ຢູທູບ ຫຼາຍທີ່ສຸດ. ເນື້ອຫາສ່ວນຫຼາຍກໍແມ່ນເລື່ອງການກິນ, ພາທ່ຽວ, ການເຕັ້ນ….. ທີ່ມາ: http://www.digitalagemag.com ຂໍ້ມູນຈາກ:  pulsenews.co.kr/view.php?year=2018&no=780884

Read More »

ປະທານປະເທດ ມອບສານແຕ່ງຕັ້ງ ໃຫ້ທູດລາວ ປະຈຳຕ່າງປະເທດ

ໃນຕອນເຊົ້າວັນທີ 3 ມັງກອນ 2019 ທີ່ທຳນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ມອບສານແຕ່ງຕັ້ງ ໃຫ້ບັນດາເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ໄປປະຈຳ ຢູ່ປະເທດຕ່າງໆ ຈຳນວນ 3 ທ່ານ ຕາມລຳດັບດັ່ງນີ້: ທ່ານປະທານປະເທດ ໄດ້ມອບສານແຕ່ງຕັ້ງໃຫ້ ທ່ານ ທ່ຽງ ບຸບຜາ ເພື່ອໄປດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ເກົາຫລີ. ກ່ອນໄປປະຕິບັດໜ້າທີ່ການທູດຄັ້ງນີ້, ທ່ານ ທ່ຽງ ບຸບຜາ ດຳລົງຕຳແໜ່ງເປັນຫົວໜ້າສະຖາບັນການຕ່າງປະເທດ, ກະ ຊວງການຕ່າງປະເທດ ແລະ ເຄີຍດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສະຫະພັນຣັດເຊຍ, ເບລາຣຸສ, ອູແກຣນ ແລະ ກາຊັກສະຖານ.ທ່ານປະທານປະເທດ ໄດ້ມອບສານແຕ່ງຕັ້ງໃຫ້ ທ່ານ ຄຳພັນ ອັ່ນລາວັນ ເພື່ອໄປດຳລົງຕຳ ແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ...

Read More »

ຮ້ານເກມ ເປັນຈຸດທີ່ມີຄວາມສ່ຽງສູງຕໍ່ບັນຫາ ສິ່ງເສບຕິດ

ໃນປີ 2018 ທົ່ວເມືອງໄຊທານີ ມີສະຖານທີ່ ຈຸດທີ່ມີຄວາມສ່ຽງໃນການເຄື່ອນໄຫວຄ້າຂາຍຢາເສບຕິດເຖິງ 30 ຈຸດ; ໃນນັ້ນຫຼາຍກວ່າໝູ່ແມ່ນຮ້ານເກມອິນເຕີເນັດ ເຊິ່ງມີເຖິງ 19 ຈຸດ. ທ່ານ ພັນໂທ ສີທົນ ຂຽວນາມວົງ ຫົວໜ້າກອງບັນຊາການ ປກສ ເມືອງໄຊທານີ ໄດ້ໃຫ້ຮູ້ໃນກອງປະຊຸມສະຫຼຸບວຽກງານກໍ່ສ້າງຮາກຖານການເມືອງ ປະຈໍາປີ 2018 ຂອງເມືອງໄຊທານີ ວ່າ: ໃນໄລຍະ 1 ປີຜ່ານມາ ໄດ້ແກ້ໄຂສະຖານທີ່ທີ່ມີຄວາມສ່ຽງ ແລະ ມີການເຄື່ອນໄຫວຄ້າຂາຍຢາເສບຕິດ 30 ຈຸດ; ໃນນັ້ນມີຮ້ານເກມອິນເຕີເນັດ 19, ຮ້ານສະນຸກເກີ້ 9, ໂຮງແຮມ 2; ພ້ອມທັງໄດ້ເຮັດບົດບັນທຶກສຶກສາອົບຮົມຜູ້ປະກອບການຈໍານວນ 35 ຄົນ. ນອກຈາກນີ້ຍັງສາມາດແກ້ໄຂຈຸດມົ້ວສຸມຄ້າຂາຍ ແລະ ເສບຢາເສບຕິດ ສາມາດກັກຜູ້ຖືກຫາໄດ້ 39 ຄົນ, ຍິງ 4 ຄົນ; ໃນນັ້ນ 7 ຄົນ, ຍິງ 2 ຄົນ ແມ່ນເປົ້າໝາຍຄ້າຂາຍຢາເສບຕິດ ແລະ ອີກ 32 ຄົນ, ...

Read More »

ມີທຶນການສຶກສາ UWC 2019-2021 ໃຫ້ນັກສຶກສາລາວ !!! ສະ​ໝັກດ່ວນ

ທຶນການສຶກສາ UWC 2019-2021 ສະເພາະ ນັກສຶກສາລາວ !!! ອ່ານລາຍລະອຽດ ແລະ ວິທີການສະໝັກ ຕາມລິ້ງ ຕໍ່ໄປນີ້ !!! ປິດຮັບສະໝັກ: 1 ກຸມພາ 2019 ສາມາດເລືອກໄປຮຽນໄດ້ ປະເທດໃດປະເທດໜຶ່ງ ໃນ 4 ປະເທດນີ້: Norway ,  Netherlands ,  Thailand ,  China ທຶນການສຶກສາ UWC 2019 – 2021 ທີ່ພວກນ້ອງລໍຖ້າໄດ້ເປີດຮັບສະໝັກຢ່າງເປັນທາງການແລ້ວ. ຫາກນ້ອງນັກຮຽນຜູ້ໃດມີຄວາມສົນໃຈ, ກໍສາມາດສະໝັກໄດ້ຜ່ານທາງ la.uwc.org/application. ປິດຮັບສະໝັກວັນທີ 1 ກຸມພາ ປີ 2019. ກະລຸນາອ່ານລາຍລະອຽດການສະໝັກໃຫ້ຄົບຖ້ວນ. ສຳລັບຂໍ້ມູນເພີ່ມເຕີມ, ກະລຸນາເຂົ້າເບິ່ງໄດ້ທີ່ facebook.com/uwclaos ຫຼື la.uwc.org ສອບຖາມໄດ້ທີ່ [email protected] Sabaidee students! UWC scholarship 2019 – 2021 is now opened. ...

Read More »

ແຈ້ງການ!!! ນຳໃຊ້ແບບຟອມ ການຂໍນຳເຂົ້າ-ສົ່ງອອກ ຜະລິດຕະພັນສິນຄ້າກ່ຽວກັບສັດ

ກະຊວງ ກະສິກຳ ແລະ ປ່າໄມ້ແຈ້ງການນຳໃຊ້ແບບຟອມ ສຳລັບການຂໍນຳເຂົ້າ-ສົ່ງອອກ-ຂົນສົ່ງຜ່ານ ແລະ ການກວດກາຫຼັງການນຳເຂົ້າ ສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ອີງຕາມ ແຈ້ງການ ກ່ຽວກັບ ການນຳໃຊ້ແບບພິມ ສຳລັບການຂໍນຳເຂົ້າ-ສົ່ງອອກ-ຂົນສົ່ງຜ່ານ ແລະ ການກວດກາຫຼັງການນຳເຂົ້າ ສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ເລກທີ 1944/ກລປ, ລົງວັນທີ 27 ກໍລະກົດ 2018. ການນຳໃຊ້ແບບພິມສຳລັບການຂໍນຳເຂົ້າ-ສົ່ງອອກ-ຂົນສົ່ງຜ່ານ ແລະ ການກວດກາຫຼັງການນຳເຂົ້າ ສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງ ແມ່ນວິທີການນຶ່ງທີ່ຈະເປັນການອຳນວຍຄວາມສະດວກໃຫ້ແກ່ບຸກຄົນ, ນິຕິບຸກຄົນ ແລະ ປະຊາຊົນທົ່ວໄປທີ່ປະກອບທຸລະກິດນຳເຂົ້າ-ສົ່ງອອກ-ຂົນສົ່ງຜ່ານສັດ, ສັດນ້ຳ, ຜະລິດຕະພັນສິນຄ້າກ່ຽວກັບສັດ ແລະ ການປະມົງໃຫ້ມີຄວາມສະດວກ ວ່ອງໄວ, ໂປ່ງໃສ ແລະ ສາມາດກວດສອບໄດ້. ເພື່ອເປັນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ກົດໝາຍວ່າດ້ວຍການລ້ຽງສັດ ແລະ ການສັດຕະວະແພດ, ກົດໝາຍວ່າດ້ວຍການປະມົງ ແລະ ບັນດານິຕິກຳລຸ່ມກົດໝາຍທີ່ກ່ຽວຂ້ອງ, ລະບຽບການອື່ນລວມທັງລະບຽບການພາຍໃນ ...

Read More »

5 ວິທີການຂໍສິນເຊື່ອ SME ໃນການເລີ່ມທຸລະກິດໃໝ່

ຖ້າ SME ຕ້ອງການາຂະຫຍາຍທຸລະກິດໃນອານາຄົດຕ້ອງການສ້າງທຸລະກິດໃຫ້ເຕີບໂຕ ຈຳເປັນຕ້ອງມີການວາງແຜນລ່ວງໜ້າ ເພື່ອກູ້ສິນເຊື່ອທະນາຄານໄດ້ງ່າຍ ເພາະວ່າການຂໍສິນເຊື່ອຈາກທະນາຄານ ຈຳເປັນຕ້ອງສ້າງຄວາມໜ້າເຊື່ອຖື ແຕ່ການຂໍສິນເຊື່ອ ບໍ່ແມ່ນວ່າທຸກ SME ຈະກູ້ຜ່ານ ມັນຂຶ້ນຢູ່ກັບເງື່ອນໄຂຂອງທະນາຄານ. ແຕ່ຖ້າເຮົາກຽມໂຕເອງໃຫ້ພ້ອມ ການຂໍສິນເຊື່ອກໍສາມາດອະນຸມັດໄດ້ງ່າຍໆ ເຊັ່ນກັນ.  ມື້ນີ້ມີວິທີຂໍສິນເຊື່ອສຳລັບ SME ຂໍແນວໃດໃຫ້ຜ່ານສະບາຍ…….. ວາງແຜນລ່ວງໜ້າດ້ວຍການເຮັດບັນຊີໃຫ້ເງິນເຂົ້າສະໝໍ່າສະເໝີ. ຖ້າ SME ຕ້ອງການຂະຫຍາຍກິດຈະການໃນອານາຄົດ ຕ້ອງການສ້າງທຸລະກິດໃຫ້ເຕີບໂຕ ຈຳເປັນຕ້ອງມີການວາງແຜນລ່ວງໜ້າ ເພື່ອໃຫ້ກູ້ສິນເຊື່ອທະນາຄານໄດ້ງ່າຍ ເພາະວ່າການຂໍສິນເຊື່ອຈາກທະນາຄານ ຈຳເປັນຕ້ອງສ້າງຄວາມໜ້າເຊື່ອຖື ເພື່ອໃຫ້ທະນາຄານເຫັນວ່າ ໃນແຕ່ລະເດືອນ ມີລາຍໄດ້ເຂົ້າໃນບັນຊີຕະຫຼອດ. ແນະນຳໃຫ້ SME ລວບລວມເງິນເປັນກ້ອນແລ້ວຝາກເຂົ້າທະນາຄານທຸກເດືອນ ເປັນປະຈຳ ໂດຍການກຳນົດເອົາວັນທີໃດໜຶ່ງຂອງເດືອນນັ້ນໆ ເຊັ່ນ ລວມເງິນທີ່ຂາຍເຄື່ອງໄດ້ ຝາກທະນາຄານທຸກວັນທີ 1-5 ຂອງທຸກເດືອນ ແລະ ຖ້າບໍ່ຈຳເປັນແທ້ໆບໍ່ໃຫ້ຖອນເງິນອອກໄປຈົນໝົດບັນຊີ  ໃຫ້ມີເຫຼືອຕິດບັນຊີຢ່າງໜ້ອຍພໍກັບຍອດທີ່ຜ່ອນສິນເຊື່ອລາຍເດືອນໄດ້ ເພື່ອໃຫ້ທະນາຄານເຫັນວ່າ ເຮົາສາມາດຜ່ອນຊໍາລະໃຊ້ຄືນໃຫ້ກັບທະນາຄານໄດ້. ການວາງແຜນເຮັດບັນຊີ ໃຫ້ມີເງິນເຂົ້າສະໝໍ່າສະເໝີຈະເຮັດໃຫ້ການຂໍສິນເຊື່ອຈາກທະນາຄານເຮັດໄດ້ງ່າຍຂື້ນ ເພາະທະນາຄານຈະເບີ່ງວ່າ ເຖິງວ່າເຮົາຈະເປັນ SME ແຕ່ມີລະບົບການເຮັດບັນຊີທີ່ດີ ຕໍ່ເນື່ອງ ໜ້າເຊື່ອຖື ເພາະມັນໝາຍເຖິງຄວາມເຂັ້ມແຂງຂອງທຸລະກິດ ທີ່ສາມາດດຳເນີນການໄດ້ຢ່າງຕໍ່ເນື່ອງ ແລະ ມີທິດທາງທີ່ດີຂຶ້ນ. 2. ກຽມຫຼັກຖານເອກະສານທີ່ສະແດງລາຍໄດ້ໃຫ້ຄົບຖ້ວນທີ່ສຸດ. ເຊັ່ນ ບັນຊີເງິນຝາກ ...

Read More »

ສະຖານທູດ ສປ ຈີນ ມອບລົດເມ ໃຫ້ກັບມະຫາວິທະຍາໄລແຫ່ງຊາດລາວ

ໃນຕອນເຊົ້າຂອງວັນທີ 27 ທັນວາ 2018,  ຢູ່ທີ່ມະຫາວິທະຍາໄລແຫ່ງຊາດ ໄດ້ມີພິທີມອບ-ຮັບລົດເມໃຫຍ່ ຈໍານວນ 2 ຄັນ ໃຫ້ ມະຫາວິທະຍາໄລແຫ່ງຊາດ ເຊິ່ງມອບໂດຍ ທ່ານ ຈ່ຽງ ຈ້າຍຕົງ ເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ແລະກ່າວຮັບໂດຍທ່ານ ສົມສີ ຍໍພັນໄຊ ວ່າການອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ໂດຍມີ ຕາງໜ້າຈາກກໍາມາທິການ ຮ່ວມມືລາວ-ຈີນ, ທີ່ປຶກສາດ້ານການເມືອງ ສປ ຈີນ, ຕາງໜ້າຈາກກົມພົວພັນຕ່າງປະເທດ ກະຊວງສຶກສາທິການ ແລະກິລາ, ຄະນະບໍດີ, ຫົວໜ້າຫ້ອງການ, ພະນັກງານຄູ-ອາຈານ ແລະນັກສຶກສາມະຫາວິທະຍາໄລແຫ່ງຊາດເຂົ້າຮ່ວມ. ການມອບລົດເມ ຍີ່ຫໍ້ ໂຟຕອນ 25 ບ່ອນນັ່ງ ຈໍານວນ 2 ຄັນ ຈາກເອກອັກຄະລັດຖະທູດແຫ່ງ ສປ ຈີນ ໃຫ້ແກ່ ມຊ ໃນຄັ້ງນີ້ ກໍເພື່ອເປັນການອໍານວຍຄວາມສະດວກໃຫ້ແກ່ຄູອາຈານ ລວມທັງນັກສຶກສາ ມຊ ນໍາໃຊ້ເຂົ້າໃນການເຄື່ອນໄຫວວຽກງານຕ່າງໆ ລວມທັງການປະຕິບັດກິດຈະກໍານອກຫຼັກສູດ ກໍຄືການນໍາໃຊ້ເພື່ອໄປທັດສະນະສຶກສາ ແລະຍັງເປັນການຮັດແໜ້ນສາຍພົວພັນອັນດີງາມລະຫວ່າງ ...

Read More »

ປີ 2019 ລັດເນັ້ນ ຫ້າມຕັດເງິນເດືອນລັດຖະກອນ ແລະ ລະດົມປະຊາຊົນສະຫຼອງວັນສໍາຄັນຕ່າງໆ

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນທັນວາ 2018 ໄດ້ດໍາເນີນເປັນເວລາສອງວັນເຕັມຄື:ວັນທີ 24-25 ທັນວາ 2018, ພາຍໃຕ້ການເປັນປະທານຂອງທ່ານທອງລຸນສີສຸລິດນາຍົກລັດຖະມົນຕີ, ໂດຍມີບັນດາທ່ານຮອງນາຍົກລັດຖະມົນຕີແລະສະມາຊິກລັດຖະບານເຂົ້າຮ່ວມຢ່າງພ້ອມພຽງ. ກ່ຽວກັບບົດລາຍງານກ່ຽວກັບຮ່າງດໍາລັດວ່າດ້ວຍການຈັດຕັ້ງປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມແລະແຜນງົບປະມານແຫ່ງລັດປະຈໍາປີ 2019 ຊຶ່ງເປັນປີທີ 4 ຂອງການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII(2016-2020) ກໍຄືມິຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກໃຫ້ໄດ້ຮັບຜົນສໍາເລັດຕາມທິດທາງ,ຄາດໝາຍແລະມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ,ກອງປະຊຸມໄດ້ຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງນໍາໄປປັບປຸງຕື່ມຕາມການປະກອບຄໍາຄິດຄໍາເຫັນຂອງສະມາຊິກລັດຖະບານເປັນຕົ້ນ 1). ເອົາໃຈໃສ່ປັບປຸ່ງຮ່າງດໍາລັດດັ່ງກ່າວໃຫ້ເປັນລະບົບໃຫ້ໄປຕາມໂລຈິກ, ເປັນໂຕ່ງໂສ້ ແລະ ເພີ່ມອີກໝວດໜຶ່ງໃຫ້ກໍານົດມາດຕະການ ແລະ ກົນໄກການຈັດຕັ້ງປະຕິບັດ; 2). ໃຫ້ຂະແໜງການ ທີ່ກ່ຽວຂ້ອງເອົາໃຈໃສ່ໃນການສໍາຫຼວດ ແລະ ກະກຽມໃຫ້ແກ່ການສ້າງແຜນພັດທະເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9; 3). ເອົາໃຈໃສ່ສູ້ຊົນ ໃນປີ 2019 ໃຫ້ບັນລຸຕາມຕົວເລກຄາດໝາຍຕາມມະຕິຂອງກອງປະຊຸມສະພາແຫ່ງຊາດໄດ້ພິຮັບຮອງ; 4). ເອົາໃຈໃສ່ສ້າງແຜນຍຸດທະສາດດ້ານພະລັງງານໃຫ້ສໍາເລັດຕາມແຜນ, ເອົາໃຈໃສ່ສ້າງແຜນການຂະຫຍາຍອຸດສາຫະກໍາການຄ້າໃຫ້ສໍາເລັດ, ປັບປຸງລາຄາໄຟຟ້າເພື່ອນໍາໃຊ້ເຂົ້າໃນການຂະແໜງການອຸດສາຫະກໍາ,ພ້ອມທັງເອົາໃຈໃສ່ໃນການຄຸ້ມຄອງລາ ຄານໍ້າມັນ; 5). ເອົາໃຈໃສ່ລົບລ້າງບັນດາສິ່ງກີດຂວາງທີ່ເປັນອຸປະສັກໃຫ້ແກ່ການທ່ອງທ່ຽວແລະການດຶງດູດການລົງທຶນໃຫ້ຂະແໜງການພິຈາລະນາລົບລ້າງການເກັບຄ່າທໍານຽມຕ່າງໆ; 6). ເອົາໃຈໃສ່ເຄັ່ງຄັດ ແລະ ເຂັ້ມງວດໃນການຈັດເກັບລາຍຮັບແລະຄຸ້ມຄອງລາຍຈ່າຍໃຫ້ດີ; 7). ເອົາໃຈໃສ່ຈັດລຽງບູລິມະສິດໃນການລົງທຶນຂອງລັດຖະບານໃນປີ 2019; 8). ເອົາໃຈໃສ່ປັບປຸງເຮັດໃຫ້ຕົວຊີ້ວັດການລົງທຶນໃຫ້ຕົວເລກເຫຼືອໜ້ອຍລົງ; ພ້ອມດຽວກັນນັ້ນ,ກອງປະຊຸມຍັງໄດ້ເນັ້ນໜັກເດັດຂາດບໍ່ໃຫ້ບັນດາກະຊວງ, ອົງການແລະທ້ອງຖິ່ນລະດົມທຶນດ້ວຍການຕັດເອົາເງິນເດືອນຂອງພະນັກງານລັດຖະກອນ,ທະຫານ-ຕໍາຫຼວດແລະປະຊາຊົນເພື່ອນໍາໃຊ້ເຂົ້າໃນການສະເຫຼີມວັນບຸນສໍາຄັນຕ່າງໆ ...

Read More »

ທະນາຄານກາງ ອອກແຈ້ງການດ່ວນ!!! ໃຫ້ລະວັງເງິນປອມ ກຳລັງລະບາດຢູ່.

ທະນາຄານແຫ່ງ ສປປ ລາວ ອອກແຈ້ງການເຖິງພໍ່ແມ່ປະຊາຊົນ ຊາວຄ້າ ຊາວຂາຍ ທົ່ວປະເທດ ລົງໃນວັນທີ 17  ກຸມພາ 2020 ໃຫ້ເພີ່ມສະຕິລະວັງໂຕ ໃນການຮັບຈ່າຍ ທະນາບັດ ປະເພດໃບ 50.000 ກີບ  ໃນທົ່ວປະເທດ ເນື່ອງຈາກມີການລະບາດ ຂອງເງິນກີບປອມ !!! ແຊຣ໌ຕໍ່ ໃຫ້ຄົນທີ່ທ່ານຫ່ວງໃຍ ດ້ວຍ !      

Read More »

ສະໜາມບິນຍຸກໃໝ່ ມີລະບົບຈື່ຈຳໃບໜ້າຜູ້ໂດຍສານ ເພື່ອອຳນວຍຄວາມສະດວກ

ສະໜາມບິນຍຸກດິຈິຕ໋ອນ ມີນະວັດຕະກຳໃໝ່ໆຫຼາກຫຼາຍຢ່າງເຊັ່ນ: ຫາຕໍາແໜ່ງຕິດຕາມຜູ້ໂດຍສານ ເຮັດໃຫ້ສາມາດສົ່ງລະບົບເຕືອນໃຫ້ຂຶ້ນຍົນທັນ ແລະ ແຈ້ງເສັ້ນທາງທີ່ສາມາດໄປຫາປະຕູເພື່ອຈະຂຶ້ນຍົນໄດ້ວ່ອງໄວ. ນອກຈາກນີ້ກໍ ມີເຕັກໂນໂລຊີ IoT ເປັນລະບົບສ່ອງແສງສະຫວ່າງສະໜາມບິນ ຄວບຄຸມແບບທຸກມິຕິ ແບບ Realtime ສະໜາມບິນທີ່ໃຊ້ເຕັກໂນໂລຊີ ດ້ວຍລະບົບ AI  ຈື່ຈຳໃບໜ້າໃນການເບິ່ງຖ້ຽວບິນ ປັດຈຸບັນ ເຕັກໂນໂລຊີ ເຂົ້າມາມີບົດບາດໃນຊີວິດປະຈຳວັນ ອຳນວຍຄວາມສະດວກສະບາຍ ແລະ ຖືກນຳມາໃຊ້ໃນສະໜາມບິນແລ້ວ ແລະ ສາມາດໃຊ້ງານໄດ້ຈິງກັບຜູ້ໂດຍສານແລ້ວ. ເລີ່ມຕົ້ນດ້ວຍເຕັກໂນໂລຊີທີ່ເຂົ້າມາຊ່ວຍການບອກຕໍາແໜ່ງ ແລະ ຕິດຕາມຜູ້ໂດຍສານທີ່ຢູ່ໃນຫ້ອງບໍລິການຜູ້ໂດຍສານ ໂດຍເຕັກໂນໂລຊີນີ້ ເຮັດໃຫ້ສາມາດສົ່ງລະບົບເຕືອນໃຫ້ຜູ້ໂດຍສານຂຶ້ນຍົນ  ດ້ວຍຖານຂໍ້ມູນພາບໃບໜ້າ ແລະ  ລະບົບ ຂໍ້ມູນທາງພູມສາດ (geographic information system= GIS) ຈໍພາບ FIDS ຈະສະແກຣນໃບໜ້າຂອງຜູ້ໂດຍສານ ລະບົບຈະລະບຸວ່າ ຜູ້ໂດຍສານແມ່ນໃຜ ຈາກລະບົບການຈື່ຈຳໃບໜ້າ ໜ້າຈໍ FIDS ກໍຈະສະແດງຂໍ້ມູນ ຊື່, ຖ້ຽວບິນ ແລະ ຕໍາແໜ່ງປັດຈຸບັນຂອງຜູ້ບໍລິໂດຍສານ ລວມທັງແຈ້ງບອກທາງທີ່ຈະໄປຮອດປະຕູເພື່ອຂຶ້ນຍົນໄດ້ໄວຂຶ້ນ ໂດຍທັງ 2 ສິ່ງນີ້ ໃຊ້ເຕັກໂນໂລຊີປັນຍາປະດິດ (AI) ດ້ວຍລະົບບຈື່ໃບໜ້າແບບ End-to-End ດ້ວຍລະບົບກ້ອງວົງຈອນປິດທີ່ມີພາບຄົມແຈ້ງແບບ HD ໃນການເຮັດວຽກ. ຊ່ວຍໃຫ້ພະແນກບໍລິຫານຈັດການສະໜາມບິນໄດ້ຢ່າງມີປະສິດທິພາບ ແລະ  ມີການເຝົ້າລະວັງດ້ວຍລະບົບອັດຕະໂນມັດ ຄອບຄຸມແບບທຸກມິຕິ ຊ່ວຍຫຼຸດຕົ້ນທຶນການກວດດ້ວຍມືໄດ້ກວ່າ 10,000 ຊົ່ວໂມງແຮງງານ/ປີ  ເຊິ່ງນະວັດຕະກຳທີ່ພັດທະນາໃນສະໜາມບີນນີ້ເປັນການຮ່ວມມືຂອງພະແນກສະໜາມບິນຂອງ CAAC, TravelSky, ...

Read More »