ພາສປອດ ຍີ່ປຸ່ນ ອັນດັບ 1 ທີ່ສາມາດໄປໄດ້ຫຼາຍປະເທດທີ່ສຸດໃນໂລກ, ສ່ວນລາວ ຢູ່ອັນດັບ 86

ເວັບໄຊ henleypassportindex.com ໄດ້ປະກາດຈັດອັນດັບພາສປອດທີ່ຊົງອິດທິພົນທີ່ສຸດໃນໂລກປະຈໍາປີ 2019 ໂດຍອັນດັບໜຶ່ງກໍຍັງຕົກເປັນພາສປອດສັນຊາດຍີ່ປຸ່ນ ສາມາດເຂົ້າປະເທດຕ່າງໆທົ່ວໂລກໄດ້ໂດຍບໍ່ຕ້ອງໃຊ້ວີຊ່າເຖິງ 190 ປະເທດ

ອັນດັບ 2   ປະເທດສິງກະໂປ ແລະ ເກົາຫຼີໃຕ້  ສາມາດໄປໄດ້ 189 ປະເທດ,

ອັນດັບ 3 ປະເທດ ຝຣັ່ງ ແລະ ເຢຍລະມັນ ເຂົ້າໄດ້ 188 ປະເທດ,

ອັນດັບ 4  ເດນມາຣກ, ຟິນແລນ, ອີຕາລີ ແລະ ສະວີເດນ ເຂົ້າໄດ້ 187 ປະເທດ

ອັນດັບ 5  ລັກເຊມເບິກ ແລະ ສະເປນ  ເຂົ້າໄດ້ 186 ປະເທດ,

ອັນດັບ 6 ອອສເຕຣຍ, ເນເທີແລນ, ນໍຣເວ, ໂປຣຕຸເກດ, ສະວິດເຊີແລນ, ອັງກິດ ແລະ ສະຫະລັດ  ເຂົ້າໄດ້ 185 ປະເທດ

ອັນດັບ 7  ເບລຢ້ຽມ, ແຄນາດາ, ກຣີຊ ແລະ ໄອແລນ ເຂົ້າໄດ້ 184 ປະເທດ

ອັນດັບ 8 ສາທາລະນະລັດເຊັກ  ເຂົ້າໄດ້ 183 ປະເທດ,

ອັນັດບ 9 ມອລຕາ ເຂົ້າໄດ້ 182 ປະເທດ ,

ອັນດັບ 10  ອອສເຕຣເລຍ, ໄອແລນ ແລະ ນິວຊີແລນ ເຂົ້າໄດ້ 181 ປະເທດ

ສ່ວນປະເທດລາວປີນີ້ຢູ່ອັນດັບ 86 ຈາກທັງໝົດ 199 ປະເທດທົ່ວໂລກ ຍັງຕິດຢູ່ໃນອັນດັບເກົ່າຈາກປີກ່ອນ ໂດຍສາມາດເດີນທາງເຂົ້າໄດ້ 52 ປະເທດບໍ່ຕ້ອງຂໍວີຊ່າ
ທັງນີ້ ເປັນທີ່ໜ້າສັງເກດວ່າສໍາລັບປະເທດລາວຢູ່ອັນດັບພາສປອດທີ່ດ້ອຍກວ່າພາສປອດຂອງປະເທດໃນອາຊຽນຄື: ສິງກະໂປ ແມ່ນອັບດັບ 2 ຂອງໂລກ ແຕ່ຢູ່ໃນອັນດັບ 1 ຂອງອາຊຽນ, ສ່ວນ ມາເລເຊຍ ທີ່ຢູ່ອັນດັບ 12 ຂອງໂລກ ສາມາດເຂົ້າໄດ້ 179 ປະເທດ , ພາສປອດບູໄນ ທີ່ຢູ່ອັນດັບ 21 ສາມາດເຂົ້າໄດ້ 165 ປະເທດ ແລະ ຕິມໍຣ-ເລສເຕ ທີ່ຢູ່ອັບດັບ 54 ສາມາດເຂົ້າໄດ້ 97 ປະເທດ.

ທີ່ມາຈາກເວັບໄຊ: https://www.henleypassportindex.com/global-ranking

ທີ່ມາ: ABC LaoNews

Comments