Author Archives: Targetlaos Editor

ມີທຶນໃຫ້ນັກສຶກສາລາວ ໄປຮຽນຕໍ່ຢູ່ປະເທດບຣູໄນ ອ່ານດ່ວນ….

ເປີດຮັບສະໝັກແລ້ວ !!! ?? ?? ?? ແຈ້ງການເຖິງທຶນການສຶກສາ ຈາກລັດຖະບານປະເທດ ບຣູໄນ ດາຣູຊາແລມ ປະຈໍາປີ 2019 ສໍາຫຼັບນັກສຶກສາລາວ. ປິດຮັບສະໝັກ: 31/03/2019 ລາຍລະອຽດ ຕາມປະກາດແຈ້ງການ. ຫ້ອງການກະຊວງສຶກສາ ແລະ ກິລາ ແຈ້ງມາຍັງພະນັກງານ ແລະ ນັກສຶກສາ ຊາບທົ່ວເຖິງກັນວ່າ: Universiti Brunei Darussalam (UBD) ປະເທດບຣູໄນ ສະເໜີໃຫ້ທຶນການສຶກສາລະດັບປະລິນຍາໂທ ສາຂາຮຽນ Master of Public Policy and Management (MPPM) ໂດຍເປີດຮັບສະໝັກຜູ້ທີ່ມີຈຸດປະສົງຢາກໄປຮຽນຕໍ່ທີ່ປະເທດດັ່ງກ່າວ ພາຍໃຕ້ທຶນຂອງ Universiti  Brunei  Darussalam (UBD) ສ່ວນຂໍ້ມູນລາຍລະອຽດຜູ້ສົນໃຈສະໝັກເຂົ້າເບິ່ງໄດ້ທີ່:  https://apply.ubd.edu.bn/orbron/uis-welcom/     E-Mail: [email protected],  Facebook@ipsubd. ເງື່ອນໄຂຂອງຜູ້ສະໝັກ: ຕ້ອງເປັນຄົນລາວຖືສັນຊາດລາວ ສຸຂະພາບສົມບູນແຂງແຮງດີທາງກາຍ ແລະ ຈິດໃຈ ສຳເນົາໃບປະກາດ ແລະ ໃບຄະແນນ ຈົບປະລິນຍາຕີໃນລະດັບດີ ສຳເນົາໃບຢັ້ງຢືນຄະແນນ TOEFL 550, IELTS ...

Read More »

ເປັນຫຍັງ?? ຕ້ອງບິນກັບສາຍການບິນ ຊາຍນ່າເຊົາເທຣີນແອໄລ໌ ?

ການເດີນທາງມັກຈະເປັນສິ່ງທີ່ເຮັດໃຫ້ເຈັບຫົວທີ່ສຸດສຳລັບບາງຄົນ, ໂດຍສະເພາະຖ້າມັນເປັນຄັ້ງທຳອິດຂອງທ່ານ ຫຼື ບາງຄົນທີ່ເຄີຍເດີນທາງມາແລ້ວຫຼາຍຄັ້ງກໍຕາມ. ເຊື່ອວ່າຫຼາຍໆຄົນລ້ວນແຕ່ມີຄວາມກັງວົນກ່ຽວກັບປະສົບການໃນເລື່ອງການເດີນທາງດ້ວຍຍົນ ແລະ ຄຸນນະພາບຂອງສາຍການບິນ; ໂດຍຫວັງວ່າສາຍການບິນທີເຮົາເລືອກຈະເໝາະສົມກັບເຮົາ ແລະ ການຈອງບ່ອນນັ່ງກໍຍັງມີບ່ອນວ່າງສຳລັບເຮົາຢູ່?  ສ່ວນຫຼາຍເຮົາກໍມັກທີຈະເລືອກສາຍການບິນທີ່ມີລາຄາສົມເຫດສົມຜົນ ແລະ ຫວັງວ່າຈະໄດ້ຮັບການບໍລິການລະດັບ First-Class ໃນທ່ຽວບິນ, ແຕ່ນີ້ມັນບໍ່ແມ່ນກໍລະນີທີ່ມີສາຍການບິນຫຼາຍແຫ່ງແຂ່ງຂັນກັນທົ່ວໂລກ.     ສາຍການບິນ ຊາຍນ່າເຊົາເທຣີນແອໄລ໌ ເປັນເຈົ້າຂອງສາຍການບິນອັນດັບທີ 14 ໃນ SKYTRAX ຂອງທົ່ວໂລກ, ແລະເປັນອັນດັບທີ 1 ໃນປະເທດຈີນທີໄດ້ຮັບລາງວັນ ສາຍການບິນ First-Class ທີດີທີ່ສຸດ ແລະ ອີກຫຼາຍໆລາງວັນ, ເຮັດໃຫ້ ສາຍການບິນ ຊາຍນ່າເຊົາເທຣີນແອໄລ໌ ເປັນສາຍການບິນທີໃຫຍ່ທີສຸດ ແລະ ເປັນອັນດັບຕົ້ນໆຂອງສາຍການບິນລະດັບ 4 ດາວທົ່ວໂລກ. ດ້ວຍຄຸນນະພາບເຫຼົ່ານີ້ທ່ານສາມາດຄາດຫວັງໄດ້ວ່າຈະໄດ້ຮັບການບໍລິການທີດີ. ຈະບໍ່ມີຄວາມເປັນກັງວົນໃນການຈອງປີ້ຍົນ, ບ່ອນນັ່ງ, ຄວາມບັນເທິງ, ອາຫານ, ການບໍລິການ ຫຼື ການບິນທີປອດໄພ ແລະ ສິ່ງເຫຼົານີ້ຈະບໍ່ເປັນບັນຫາເມື່ອທ່ານຈອງປີ້ຍົນກັບ ສາຍການບິນ ຊາຍນ່າເຊົາເທຣີນແອໄລ໌; ນັບຕັ້ງແຕ່ ການເຊັກອິນ ແລະ ບໍລິການເທິງທ່ຽວບິນ ພວກເຮົາຮັບປະກັນໄດ້ວ່າທ່ານຈະໄປເຖິງຈຸດໝາຍໄດ້ຢ່າງປອດໄພ, ມີປະສິດທິຜົນ, ວ່ອງໄວ ແລະ ສະດວກສະບາຍ ...

Read More »

ລາວຟອດຊີຕີ ແຈກໂຊກໃຫຍ່ ລົດຟອດ 2 ຄັນ ຄືນກຳໄລ ໃຫ້ລູກຄ້າ.

ວັນທີ 16 ມັງກອນ 2019 ບໍລິສັດ ລາວຟອດຊີຕີ ໄດ້ຈັດງານ ຈັບສະຫຼາກມອບໂຊກ ລົດ ຟອດ Ranger XL  ຈຳນວນ 1 ຄັນ, ຟອດ Ecosport ຈຳນວນ 1 ແລະ ລາງວັນ ອື່ນໂປຣໂມຊັ່ນນີ້ແມ່ນເລີ່ມຕັ້ງແຕ່ 21/05/2018 ຈົນຮອດ 15/01/2019 ເພື່ອເປັນການຄືນກໍາໄລໃຫ້ກັບ ລູກຄ້າ ທີ່ໄວ້ວາງໃຈໃນລົດ ຟອດ, ເຊິ່ງເງື່ອນໄຂລຸ້ນໂຊກກໍງ່າຍໆ ພຽງແຕ່ລູກຄ້າທ່ານໃດທີ່ຊື້ ຫຼື ຜ່ອນ ລົດ ຟອດ ທຸກລຸ້ນ ຕັ້ງແຕ່ໄລຍະເດືອນ ພຶດສະພາ 2018 ຫາ ທີ 15 ມັງກອນ ປີ 2019 ກໍຈະມີສິດລຸ້ນຮັບລາງວັນໃຫຍ່ ໂດຍຈະມີຄູປອງເພື່ອລຸ້ນຮັບໂຊກ. • ລາງວັນທີ 1 ຟອດ Ranger 1 ຄັນ • ລາງວັນທີ 2 ຟອດ Ecosport 1 ...

Read More »

ງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີໄດ້ຈັດຂຶ້ນຢ່າງຍິ່ງໃຫຍ່

ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ (20 ມັງກອນ 1949-20 ມັງກອນ 2019) ໄດ້ຈັດຂຶ້ນຢ່າງສົມກຽດ ແລະ ຍິ່ງໃຫຍ່ໃນວັນທີ 20 ມັງກອນນີ້, ທີ່ວິທະຍາຄານກົມມະດໍາ, ເມືອງໂພນໂຮງແຂວງວຽງຈັນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ,  ທ່ານ ທອງລຸນ ສີສຸລິດ, ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ, ທ່ານພົນເອກ ຈັນສະຫມອນ ຈັນຍາລາດ, ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ບັນດາທ່ານການນໍາຂັ້ນສູງພັກ-ລັດ, ພ້ອມທັງ ບັນດານາຍທະຫານຂັ້ນສູງຈາກປະເທດເພື່ອນມິດຕ່າງໆ, ເປັນຕົ້ນ: ຫວຽດນາມ, ຈີນ, ຣັດເຊຍ, ບັນດາທຸຕານຸທູດ ຕ່າງປະເທດປະຈຳລາວ ແລະ ບັນດານາຍ ແລະ ພົນທະຫານຈາກກົມກອງຕ່າງໆອ້ອມຂ້າງກະຊວງປ້ອງກັນປະເທດ, ນັກຮຽນ-ນັກສຶກສາ,​ ປັນຍາຊົນ ແລະ  ພ້ອມດ້ວຍມວນຊົນຊາວລາວບັນດາເຜົ່າປະມານ 7 ພັນຄົນເຂົ້າຮ່ວມ. ການສະຫຼອງວັນປະຫວັດສາດອັນຍິ່ງໃຫຍ່ດັ່ງກ່າວ ໄດ້ເລີ່ມຕົ້ນດ້ວຍການສະແດງສິລະປະຂອງກອງສິລະປະກອນກອງທັບປະຊາຊົນລາວ ປະກອບມີ: ຮ້ອງເພງດຽວຍິງທີ່ມີຊື່ວ່າ: ເມືອງລາວມີພັກນໍາພາ, ເພງດຽວຊາຍຊື່ວ່າ: 20 ມັງກອນ, ຮ້ອງເພງໝູ່ຊາຍ : ທະຫານບໍ່ຢ້ານຕໍ່ອຸປະສັກ, ...

Read More »

ລັດຖະບານລາວ ປະດັບຫຼຽນຄໍາແຫ່ງຊາດ ໃຫ້ແກ່ກອງທັບປະຊາຊົນລາວ

ພິທີປະດັບຫຼຽນຄໍາແຫ່ງຊາດ ຊຶ່ງເປັນຫຼຽນສູງສຸດຂອງ ສປປ ລາວ ໃຫ້ແກ່ກອງທັບປະຊາຊົນລາວ ແລະ ປະດັບຫຼຽນໄຊ ແລະ ມອບໃບຍ້ອງຍໍສັນລະເສີນຜົນງານ 5 ປີ (2014-2019) ເນື່ອງໃນໂອກາດວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ (20 ມັງກອນ 1949-20 ມັງກອນ 2019) ໃຫ້ແກ່ກົມກອງລວມໝູ່ ແລະ ບຸກຄົນ ທົ່ວກອງທັບປະຊາຊົນລາວ ທີ່ມີຜົນງານດີເດັ່ນໃນການປະຕິບັດພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຕະຫຼອດໄລຍະ 5 ປີຜ່ານມາ. ໄດ້ຈັດຂຶ້ນໃນວັນທີ 18 ມັງກອນນີ້, ຢູ່ກະຊວງດັ່ງກ່າວ, ໂດຍການເຂົ້າຮ່ວມ ແລະ ໃຫ້ກຽດປະດັບຫຼຽນຄໍາແຫ່ງຊາດ ໂດຍທ່ານ ບຸນຍັງ ວໍລະຈິດ ປະທານປະເທດແຫ່ງ ສປປ ລາວ. ທ່ານ ສີພຸກ ວົງພັກດີ ຮອງລັດຖະມົນຕີ ກະຊວງພາຍໃນ ໄດ້ຜ່ານດໍາລັດຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນຄໍາແຫ່ງຊາດ ຊຶ່ງເປັນຫຼຽນສູງສຸດຂອງ ສປປ ລາວ ໃຫ້ແກ່ກອງທັບປະຊາຊົນລາວ ແລະ ຄະນະດຽວກັນທ່ານ ພົນຕີ ອ່ອນສີ ແສນສຸກ ຮອງລັດຖະມົນຕີ ...

Read More »

ພິທີມອບ-ຮັບໂຄງການ ອາຄານ-ເດີນສວນສະໜາມ ສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ.

ວັນທີ 16 ມັງກອນ 2019 ນີ້, ຢູ່ທີ່ສະໂມສອນຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ມີພິທີ ມອບ-ຮັບໂຄງການອາຄານ-ເດີ່ນ ສວນສະໜາມ ແລະ ມອບ- ຮັບ ອຸປະກອນເຄື່ອງຮັບໃຊ້ງານສະເຫຼີມສະຫຼອງວັນສ້າງຕັ້ງກອງ ທັບປະຊາຊົນລາວ ຄົບຮອບ 70 ປີ ລະຫວ່າງກະຊວງປ້ອງກັນປະເທດ ແລະ ບໍລິສັດ ໂນຣິນໂກ ແຫ່ງ ສປ ຈີນ ແລະ ບໍລິສັດ ເອ ເຊຍ ລົງທຶນ ແລະ ກໍ່ສ້າງຈຳກັດ ໂດຍການເຂົ້າຮ່ວມຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນ ກາງພັກ, ລັດຖະມົນຕີກະຊວງ ປ້ອງກັນປະເທດແຫ່ງ ສປປ ລາວ ມີບັນດາຄະນະນໍາກະຊວງ, ຄະນະກົມໃຫຍ່, ປະທານບໍລິສັດ ແລະ ພາກສ່ວນກ່ຽວຂ້ອງທັງສອງ ຝ່າຍເຂົ້າຮ່ວມ. ເພື່ອໃຫ້ທັນກັບງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 70 ປີ, ບໍລິສັດ ເອເຊຍ ລົງທຶນ ແລະ ກໍ່ສ້າງຈໍາກັດເປັນຜູ້ຮັບເໝົາກໍ່ສ້າງອາຄານ ແລະ ເດີ່ນສວນສະໜາມ ...

Read More »

ທຸລະກິດ ກີ້ຕ້າ ກຳລັງພົບບັນຫາວິກິດການ ປ່ຽນແປງຂອງໂລກ

ຫຼາຍຄົນອາດຈະບໍ່ເຊື່ອວ່າມື້ນີ້ທຸລະກິດລາຍໃຫຍ່ລະດັບໂລກຫຼາຍແຫ່ງກຳລັງພົບກັບຝັນຮ້າຍ ຈົນບາງແຫ່ງເຖິງຂັ້ນຍື່ນລົ້ມລະລາຍ  ແລ້ວເປັນຫຍັງທຸລະກິດ ກີ້ຕ້າ ນີ້ຈຶ່ງພົບກັບບັນຫານີ້ ມື້ນີ້ມີມາບອກ. ຄວາມບໍ່ກ້າວໜ້າຂອງທຸລະກິດກີ້ຕ້ານັ້ນ ສິ່ງທຳອິດແມ່ນໄດ້ຜົນກະທົບຈາກການປ່ຽນແປງຂອງໂຄງສ້າງປະຊາກອນ ເນື່ອງຈາກສະໄໝທີ່ມີດົນຕີຣ໋ອກເລີ່ມເປັນທີ່ຮູ້ຈັກໃນປີ 1950 ຈົນມາໄດ້ຮັບນິຍົມສຸດຂີດໃນໄລຍະປີ 1960-1980 ໄລຍະນີ້ ຫຼາຍຄົນຈະມີນັກດົນຕີທີ່ຕົນເອງມັກເປັນແຮງບັນດານໃຈ ທີ່ຮູ້ຈັກກັນວ່າ ກີ້ຕ້າຮີໂຣ່ ເຮັດໃຫ້ໄວລຸ້ນສະໄໝນັ້ນຊອກຫາຊື້ກີ້ຕ້າມາຫຼິ້ນຫຼາຍທີ່ສຸດ.  ແຕ່ເມື່ອວັນເວລາຜ່ານໄປ ໄວລຸ້ນສະໄໝນັ້ນອາຍຸຫຼາຍຂຶ້ນ, ​ຂະນະທີອີກດ້ານໜຶ່ງຄົນລຸ້ນໃໝ່ ສຳພັດບໍ່ນິຍົມດົນຕີຣ໋ອກ ຄືກັບສະໄໝກ່ອນ,​ ສັງເກດເພງທີ່ຕິດທ໋ອບອັນດັບຕົ້ນໆ ໃນປັດຈຸບັນ ສ່ວນຫຼາຍຈະເປັນດົນຕີແນວອື່ນ ທີ່ບໍ່ໄດ້ມີສຽງກີ້ຕ້າຢູ່ໃນບົດເພງ. ມີຂໍ້ມູນທີ່ນ່າສົນໃຈຄື ໃນປີ 2017 ອາລະບຳເພງທີຂາຍດີທີ່ສຸດ 100 ອັນດັບທຳອິດໃນສະຫະລັດອາເມລິກາ ມີພຽງ 18 ອາລະບຳເທົ່ານັ້ນທີ່ໃຊ້ກີ້ຕ້າເປັນເຄື່ອງດົນຕີນຳ. ເລື່ອງນີ້ສະທ້ອນເຖິງຄວາມນິຍົນໃນກີ້ຕ້າຄ່ອຍໆຫຼຸດລົງ. ແລະ ອີກສິ່ງໜຶ່ງທີ່ເບິ່ງຂ້າມໄປບໍ່ໄດ້ກໍຄື ຄວາມກ້າວໜ້າ ແລະ ການປ່ຽນແປງຂອງເຕັກໂນໂລຊີ ໂດຍສະເພາະການປ່ຽນພຶດຕິກຳຂອງຄົນສະໄໝໃຫມ່ ທີ່ໃຊ້ເວລາໃນໂລກອອນໄລ໌ຫຼາຍຂຶ້ນ, ເຊິ່ງເລື່ອງນີ້ກໍຈະກະທົບກັບຫຼາຍທຸລະກິດ ແລະ ລວມເຖິງທຸລະກິດກີ້ຕ້ານຳ. ໃນປີ 2005 ໃນໂລກເຮົາມີປະຊາກອນທີ່ສາມາດເຂົ້າເຖິງອິນເຕີ້ເນັດຈຳນວນ 1 ພັນລ້ານໆຄົນ ແຕ່ມາມື້ນີ້ປະຊາກອນໃນໂລກ ໄດ້ມີອິນເຕີເນັດໃຊ້ເພີ່ມຂຶ້ນເຖິງ 4 ພັນລ້ານຄົນ. ປັດຈຸບັນສະເລ່ຍແລ້ວຄົນທົ່ວໂລກໃຊ້ເວລາໃນອິນເຕີເນັດຫຼາຍກວ່າອະດີດ. ດັ່ງນັ້ນ, ເປັນເລື່ອງທຳມະດາທີ່ການເຮັດກິດຈະກຳບາງຢ່າງຈະຫຼຸດລົງ. ໃນກໍລະນີນີ້ ການຮຽນດົນຕີ ...

Read More »

ຂ່າວດີ!!! ສຳລັບນັກທຸລະກິດແຂວງຫຼວງພະບາງ ທີ່ຈະໄດ້ ສຳມະນາຟຣີ ໃນຫົວຂໍ້…..

ຂ່າວດີ…….❗❗❗❗ ?ສຳລັບແຂວງຫຼວງພະບາງ ຈະໄດ້ມີການຈັດສຳມະນາໃນຫົວຂໍ້ “ການເຂົ້າຫາແຫຼ່ງທຶນ” ??? ?ວັນທີ: 5 ກຸມພາ 2019 ?ສະຖານທີ່: ພະແນກກະສິກຳ ແລະ ປ່າໄມ້, ແຂວງຫຼວງພະບາງ. ⚠⚠ໝາຍເຫດ: ເຂົ້າຮ່ວມໂດຍບໍ່ເສຍຄ່າ ???ແລະ ຮັບຈຳນວນຈຳກັດ ນອກຈາກນີ້ຍັງຈະມີການຕັ້ງໂຕະໃຫ້ຄຳປຶກສາໂຕຕໍ່ໂຕໃຫ້ແກ່ພາກທຸລະກິດເປັນໄລຍະເວລາ 3 ຄັ້ງ, ຄັ້ງລະ 8 ທ່ານ: 1⃣ຄັ້ງທີ 1 ວັນທີ 06/2/2019 2⃣ຄັ້ງທີ 2 ວັນທີ 14/3/2019 3⃣ຄັ້ງທີ 3 ວັນທີ 09/4/2019 ເຊິ່ງຈະໄດ້ຈັດຂຶ້ນທີ່? ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງພະບາງ ☎☎ສົນໃຈຕິດຕໍ່ສອບຖາມໄດ້ທີ່ເບີ 071 252383 ທີ່ມາ: Laos SME Service Center

Read More »

ລັດຖະບານ ຈະຕິດກ້ອງວົງຈອນປິດ 2.800 ໜ່ວຍ ຢູ່ທາງພາກໃຕ້

ກະຊວງປ້ອງກັນຄວາມສະຫງົບມີແຜນຕິດຕັ້ງກ້ອງວົງຈອນປິດ 2.800 ໜ່ວຍຢູ່ 4 ແຂວງພາກໃຕ້ຄື: ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ ແລະ ຈໍາປາສັກ, ທັງນີ້ ກໍເພື່ອຊ່ວຍເຈົ້າໜ້າທີ່ໃນການຕິດຕາມແກ້ໄຂຄະດີອາຊະຍາກຳ ແລະ ສິ່ງຫຍໍ້ທໍ້ຕ່າງໆໃນສັງຄົມ. ມາຮອດປັດຈຸບັນ, ເຈົ້າໜ້າທີ່ກົມສື່ສານໄດ້ສໍາເລັດການສໍາຫຼວດອອກແບບເປັນທີ່ຮຽບຮ້ອຍແລ້ວ. ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ​ໃຫ້​ຮູ້ວ່າ: ການຕິດຕັ້ງກ້ອງວົງຈອນປິດດັ່ງກ່າວຄາດວ່າແຂວງໜຶ່ງຈະມີປະມານ 500-700 ໜ່ວຍ, ເຊິ່ງປັດຈຸບັນກຳລັງສະເໜີຂັ້ນເທິງເພື່ອຂໍອະນຸມັດ, ຄາດວ່າຈະໃຊ້ເວລາຕິດຕັ້ງພາຍໃນເວລາ 4-5 ເດືອນ. ຖ້າການຕິດຕັ້ງສໍາເລັດແລ້ວຈະເປັນປະໂຫຍດຢ່າງຫຼວງຫຼາຍໃນການແກ້ໄຂຄະດີ ແລະ ປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ໂດຍສະເພາະ ແມ່ນການແກ້ໄຂຄະດີອຸປະຕິເຫດຂອງຜູ້ນຳໃຊ້ລົດໃຊ້ຖະໜົນ ແລະ ອື່ນໆ. ໃນ​ປີຜ່ານມາ, ທົ່ວ​ປະ​ເທດມີ​ອຸປະຕິ​ເຫດ​ເກີດຂຶ້ນກ່ວາ 5 ພັນກໍລະນີ, ມີຄົນເສຍຊີວິດຫຼາຍກວ່າ 1 ພັນຄົນ, ພົ້ນ​ເດັ່ນ​ແມ່ນ​ຢູ່ນະຄອນຫຼວງ​ວຽງຈັນມີ​ອຸປະຕິ​ເຫດ​ເກີດ​ຂຶ້ນ ກ່ວາ 1.500 ກໍລະນີ, ມີ​ຜູ້​ເສຍ​ຊີວິດ​ຫຼາຍ​ກ່ວາ 200 ​ຄົນ ແລະ ກ້ອງວົງຈອນປິດກໍມີສ່ວນສໍາຄັນໃນການແກ້ໄຂຄະດີດັ່ງກ່າວ. ຂໍຂອບໃຈຂໍ້ມູນຈາກ : ໜັງສືພິມເສດຖະກິດ-ສັງຄົມ

Read More »

ກະແສໃໝ່ມາແຮງ E-Commerce 2019

ປັດຈຸບັນ E-Commerce ກາຍເປັນໂລກທຸກິດທີ່ມີອິດທິພົນ ແລະ ມີສັກກະຍະພາບທີ່ສຸດ ເພາະສັງເກດໄດ້ວ່ານັກທຸລະກິດຈາກທົ່ວທຸກມຸມໂລກຫັນມາໃຫ້ຄວາມສົນໃຈ ແລະ ນໍາເອົາ E-Commerce ໄປນໍາໃຊ້ກັບທຸລະກິດຂອງຕົນເອງຫຼາຍຂຶ້ນ; ນອກນັ້ນ ນັກທຸລະກິດລຸ້ນໃໝ່ທີ່ສົນໃຈຢາກຈະເຮັດທຸລະກິດກໍໄດ້ຫັນມາຮຽນຮູ້ຫຼາຍຂຶ້ນເລື້ອຍໆ. ໃນໄລຍະທ້າຍປີແບບນີ້ SMEs ຫຼາຍໆປະເພດກໍຫັນມາຈັບຈ້ອງຢາກຮູ້ວ່າ: “ເທຣນ” ປີ 2019 ວ່າທິດທາງຂອງ E-Commerce ຈະເປັນໄປແນວໃດ? ມີ “ເທຣນ” ໃດແດ່ທີ່ຈະເກີດຂຶ້ນມາໃໝ່? ສະນັ້ນ, ມື້ນີ້ກໍເລີຍຈະຍົກເອົາ”ເທຣນ”ບາງສ່ວນທີ່ຈະເກີດຂຶ້ນມາໃໝ່ໃນປີ 2019 ເພື່ອໃຫ້ນັກທຸລະກິດກຽມຮັບມືໃຫ້ທັນ… ຜູ້ຊ່ວຍທຽບເທົ່າ Virtual Assistant ປັດຈຸບັນການຊື້ເຄື່ອງແບບ Online ແລະ ການຊືີ້ຢູ່ໜ້າຮ້ານນັ້ນໃຫ້ປະສົບການທີ່ແຕກຕ່າງກັນ ແຕ່ໃນອີກບໍ່ດົນນີ້ ໂລກ E-Commerce ຈະເຮັດໃຫ້ເລື່ອງນີ້ກາຍເປັນສິ່ງດຽວກັນ ຈາກການສ້າງສະຖານະການທີ່ເກີດຂຶ້ນແທ້ໃນຮ້ານຂາຍເຄື່ອງເຊັ່ນ: ພະນັກງານຊ່ວຍຊອກເຄື່ອງໃຫ້ລູກຄ້າ ຕາມຄວາມຕ້ອງການ ແລະ ຄວາມມັກ; ຈະຖືກບັນຈຸເຂົ້າມາສູ່ໂລກ Online ເມື່ອລູກຄ້າເຂົ້າ”ເວັບໄຊ໌” E-Commerce ຈະໄດ້ຮັບການຕອບຮັບ ແລະ ບໍລິການຈາກ ຜູ້ຊ່ວຍທຽບເທົ່າ ຫຼື Virtual Assistant ໃນການໃຫ້ຄໍາແນະນໍາຜ່ານທາງການຕັ້ງຄໍາຖາມຕ່າງໆ ເຊິ່ງຜູ້ຊ່ວຍຄົນນີ້ຈະເຮັດໃຫ້ການຊື້-ຂາຍ ມີຄວາມສົມຈິງຫຼາຍຂຶ້ນ ແລະ ເຮັດໃຫ້ການຕັດສິນໃຈຊື້ເຄື່ອງຂອງລູກຄ້າດີຂຶ້ນ. ...

Read More »