ສະບາຍດີບັນດາທ່ານນັກອ່ານທີ່ຮັກແພງ ຄືດັ່ງທີ່ໄດ້ສັນຍາໄວ້ໃນສະບັບກ່ອນແລ້ວວ່າ: ສະບັບໃນເດືອນທັນວາ ທີ່ເປັນເດືອນສຸດທ້າຍຂອງປີ 2018 ນີ້ ຂ້າພະເຈົ້າຈິ່ງຢາກຂຽນບົດກ່ຽວກັບການສ້າງນະວັດຕະກຳເພື່ອປູພື້ນຖານໄປສູ່ ອຸດສາຫະກຳ 4.0 ຄືດັ່ງທີ່ໄດ້ກ່າວມາໃນສະບັບກ່ອນໜ້ານີ້: ຕາມຫຼັກປັດຊະຍາແຫ່ງຄວາມສໍາເລັດຂອງບໍລິສັດຊັ້ນນຳໃນໂລກເຊັ່ນ: ກູເກີ (Google), ແອບເປິນ (Apple) ແລະ ໂຕໂຢຕ້າ (Toyota) ທີ່ກ່າວວ່າ “ຖ້າຕ້ອງການຢູ່ລອດ ກໍຕ້ອງສ້າງນະວັດຕະກໍາ” ຫຼື “Innovate or Die: Wisdom from Apple, Google and Toyota” ຍ້ອນໂລກເຮົາຢູ່ໃນຍຸກ”ດີຈີຕອນ” ທີ່ບໍ່ພຽງແຕ່ຈະເຮັດໃຫ້ລູກຄ້າກາຍເປັນພະຣາຊາເທົ່ານັ້ນ ແຕ່ຍັງເຮັດໃຫ້ຫຼາຍທຸລະກິດຕ້ອງລົ້ມຫາຍຕາຍຈາກໄປ ຖ້າບໍ່ປັບຕົວເຊັ່ນ: ທຸລະກິດກ້ອງຖ່າຍຮູບທີ່ໃຊ້ຟີມ ກໍຖືກແທນທີ່ໂດຍກ້ອງ”ດີຈີຕອນ”, ສ່ວນສື່ສິ່ງພິມກໍຕ້ອງຫັນໄປສູ່ລະບົບ”ອອນໄລ໌” ຫຼາຍຂຶ້ນ ເພາະລູກຄ້າຕ້ອງການຂ່າວທີ່ວ່ອງໄວທັນໃຈ. ສະນັ້ນ ທຸລະກິດຈຳເປັນຕ້ອງສ້າງນະວັດຕະກຳ ໃໝ່ໆຂຶ້ນມາ. ຄຳວ່າ “ນະວັດຕະກໍາ” ຫຼື “Innovation” ແມ່ນມາຈາກພາສາລາຕິນ “Innovare” ທີ່ແປວ່າ “ເຮັດສິ່ງໃໝ່ຂຶ້ນມາ”, “ນະວັດຕະກໍາ” ກໍຄື “ການປ່ຽນແປງໃຫ້ເກີດສິ່ງໃໝ່ ຫຼື ການປັບປຸງຈາກສິ່ງເກົ່າ ທີ່ໄດ້ຈາກການນໍາເອົາຄວາມຮູ້ ແລະ ຄວາມຄິດລິເລີ່ມສ້າງສັນ ໄປພັດທະນາໃຫ້ເກີດຄຸນຄ່າແກ່ລູກຄ້າ, ...
Read More »Author Archives: Targetlaos Editor
ການສ້າງ BRAND ຄືກັບການສ້າງຄົນໆໜຶ່ງ
ສະບາຍດີທ່ານຜູ້ອ່ານທີ່ຕິດຕາມ ອ່ານວາລະສານທາເກັດເປັນປະຈໍາທຸກເດືອນ. ຫາກທ່ານເປັນຄົນໜຶ່ງທີ່ກຳລັງຢາກສ້າງຍີ່ຫໍ້ (Brand) ສິນຄ້າ ຫຼື ບໍລິການໃດໜຶ່ງເປັນຂອງຕົນເອງຫຼື ທ່ານອາດເຈົ້າຂອງຍີ່ຫໍ້ໃດໜຶ່ງຢູ່ໃນລາວແລ້ວກໍຕາມຜູ້ຂຽນເຊື່ອວ່າ ສິ່ງໜຶ່ງທີ່ຫຼາຍໆຄົນມັກເຂົ້າໃຈຜິດວ່າ: ການສ້າງຍີ່ຫໍ້ (Brand) ກໍຄືການຕັ້ງຊື່ຮ້ານໃຫ້ມ່ວນໆຈື່ໄດ້ງ່າຍ, ສ້າງກາໝາຍ (Logo) ໃຫ້ງາມໆ, ໂດດເດັ່ນ, ສີສັນສວຍງາມເທົ່ານັ້ນ ແຕ່ຄວາມຈິງແລ້ວການສ້າງຍີ່ຫໍ້ຂອງສິນຄ້າ ຫຼື ການບໍລິການນັ້ນແມ່ນລົງເລິກໄປກວ່ານັ້ນອີກ. ການສ້າງຍີ່ຫໍ້ (Brand) ຖ້າໃຫ້ປຽບທຽບງ່າຍໆກໍຄືການສ້າງຄົນໆໜຶ່ງຂຶ້ນມາໃຫ້ມີຕົວຕົນ, ມີບຸກຄະລິກທີ່ແຕກຕ່າງຈາກຄົນອື່ນໆ ຫຼື ໝາຍຄວາມວ່າ:ຕ້ອງແຕກຕ່າງຈາກການບໍລິການ ຫຼື ສິນຄ້າຮ້ານອື່ນໆທົ່ວໄປ ທັງໃນດ້ານຄຸນຄ່າ ຄວາມຮູ້ສຶກ ປະໂຫຍດຊົມໃຊ້ ແລະສາຍພົວພັນນຳລູກຄ້າ. ແນ່ນອນວ່າ: ຖ້າປຽບທຽບໃສ່ຄົນ ກໍຄືແຕ່ລະຄົນມີເອກະລັກ, ມີການແຕ່ງຕົວ ຮູບຮ່າງໜ້າຕາທີ່ແຕກຕ່າງກັນໄປນັ້ນເອງ. ເພາະວ່າໃນໂລກຂອງການຕະຫຼາດແມ່ນມີສິນຄ້າ ທີ່ມີຄຳວ່າ:Brandຄົນອາດຈະມັກໃນສິນຄ້ານັ້ນໆ ແຕ່ບາງທີ່ຄົນອາດຈະບໍ່ຢາກກ່ຽວຂ້ອງກັບBrand ກໍເປັນໄດ້. ສະນັ້ນ, ຖ້າຢາກໃຫ້ຄົນ(ລູກຄ້າ) ຮູ້ສຶກກ່ຽວຂ້ອງມັກຮັກ ແລະ ຫຼົງໄຫຼ. Brandກໍຕ້ອງປ່ຽນຕົວເອງໃຫ້ມັນມີຄວາມເປັນຄົນຫຼາຍຂຶ້ນ ເພາະຄົນຈະບໍ່ມີຄວາມຮູ້ສຶກກ່ຽວຂ້ອງສຳພັນເລິກເຊິ່ງກັບວັດຖຸສິ່ງຂອງ. ໝາຍຄວາມວ່າເຮົາຕ້ອງປ່ຽນຍີ່ຫໍ້ສິນຄ້າຈົນກາຍເປັນໝູ່ສະໜິດ, ເປັນອ້າຍນ້ອງ ຫຼື ຄົນຮູ້ຈັກກັບລູກຄ້າ.ໝາຍຄວາມວ່າ: ການສ້າງ Brandໜຶ່ງໆຂຶ້ນມາແມ່ນຕ້ອງໄດ້ກໍານົດບຸກຄະລິກ,ຈຸດຢືນ ແລະ ຈຸດປະສົງ ຫຼື ເປົ້າໝາຍໃນຊີວິດຂອງ(Brand) ທີ່ຈະມີໃຫ້ຕໍ່ລູກຄ້າ ຫຼື ...
Read More »ຜົນງານພົ້ນເດັ່ນຂອງລັດຖະບານໃນເຄິ່ງສະໄໝຜ່ານມາ
ຕະຫຼອດໄລຍະ 2 ປີ 6 ເດືອນກວ່າ (ເຄິ່ງສະໄໝ) ທີ່ລັດຖະບານຊຸດທີ 8 ໄດ້ສຸມໃສ່ປະຕິບັດໜ້າທີຕາມກົດໝາຍວ່າດ້ວຍລັດຖະບານໄດ້ກຳນົດໄວ້ ແລະ ໄດ້ຜັນຂະຫຍາຍບັນດານະໂຍບາຍ ແລະ ມະຕິຂອງພັກ, ມະຕິກອງປະຊຸມຂອງສະພາແຫ່ງຊາດແຕ່ລະຄັ້ງ ເຂົ້າໃນແຜນວຽກຕົວຈິງເຮັດໃຫ້ການຄຸ້ມຄອງລັດກໍຄືການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ມີບາງຜົນງານພົ້ນເດັ່ນ ແລະ ບັນລຸຕາມຄາດໝາຍໃນຫຼາຍດ້ານ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທືອທີ 6 ຂອງສະພາແຫ່ງຊາດຊຸດທີ VIII ຊຶ່ງໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 20 ພະຈິກ 2018 ມີບາງຕອນສໍາຄັນວ່າ: “ 2 ປີກວ່າມານີ້, ລັດຖະບານໄດ້ມີຄວາມພະຍາຍາມສູງ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ, ໄດ້ສຸມໃສກວດກາຄືນ, ວິເຄາະວິໄຈສະພາບການຂະຫຍາຍຕົວຂອງເສດຖະກິດໂລກ ແລະ ພາກພື້ນ ແລະ ສະພາບຄວາມເປັນຈິງພາຍໃນປະເທດ, ລັດຖະບານຈຶ່ງສະເໜີຕໍ່ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ໃນເດືອນ ກັນຍາ 2016 ເພື່ອດັດແກ້ບາງຕົວເລກຄາດໝາຍມະຫາພາກ, ໂດຍສະເພາະແມ່ນຕົວເລກເຕີບໂຕທາງດ້ານເສດຖະກິດສະເລ່ຍ 4 ປີ (2017-2020) ຈາກ 7,5% ມາເປັນ 7,2%, ...
Read More »ບໍລິສັດ Alo Technology Laos ທາງເລືອກໃໝ່ສູ່ການພັດທະນາດ້ານການສຶກສາລາວສູ່ລະດັບສາກົນ
ຈາກບົດຮຽນການເຮັດທຸລະກິດ ຫຼາຍຂະແໜງນັບແຕ່ຂຸດຄົ້ນຖ່ານຫີນ-ບໍ່ແຮ່, ບໍລິສັດ ກໍ່ສ້າງຂົວທາງ, ທ່ານນາງ ສຸລິນດາ ມະໂນທຳ ຫຼື “ປຸ” ຊຶ່ງປັດຈຸບັນ ມີຕໍາແໜ່ງເປັນຜູ້ຈັດການບໍລິສັດ Alo Technology Laos ທີ່ຫາກໍໄດ້ຮັບລາງວັນທຸລະກິດດີເດັ່ນຂອງອາຊຽນໃນປີ 2018 ນີ້ ໄດ້ໃຫ້ສໍາ ພາດກັບທີມງານພວກເຮົາວ່າ: ໃນຍຸກປັດຈຸບັນເຕັກໂນໂລຊີ ເປັນປັດໄຈສໍາຄັນໃນການປັບປຸງປະສິດທິພາບ ແລະ ປະສິດທິຜົນຂອງວຽກງານ ລວມເຖິງ ການບໍລິຫານຄຸ້ມຄອງທຸລະກິດໃນຍຸກ 4.0 ທີ່ຕ້ອງ ແຂ່ງຂັນກັບທຸລະກິດທັງພາຍໃນ ແລະ ພາຍນອກ ແລະ ການປ່ຽນແປງຂອງໂລກໃນປັດຈຸບັນ ເພື່ອຕອບໂຈດກັບຄວາມຮຽກຮ້ອງຕ້ອງການຂອງລູກຄ້າໃຫ້ໄດ້ຮັບຄວາມພໍໃຈສູງສຸດ. ສໍາລັບຂ້າພະເຈົ້າແລ້ວຕົນເອງບໍ່ໄດ້ຮຽນວິຊາສະເພາະ ສາຂາເຕັກໂລໂລຊີ ຫຼື “ໄອທີ” ໂດຍກົງແຕ່ເນື່ອງຈາກເປັນຄົນຊອກຮຽນຮູ້, ພະຍາຍາມ, ມຸ່ງໝັ້ນ ແລະ ຮັກໃນສິ່ງທີ່ຕົນເຮັດຈຶ່ງຕັດສິນໃຈເລືອກຄູ່ຮ່ວມທຸລະກິດກໍຄືບໍລິສັດ ແພລນເນັດ ແລະ ກໍໄດ້ມາຮ່ວມມືກັບບໍລິສັດ Alo Technology Laos ຊຶ່ງເປັນບໍລິສັດ Startup ທີ່ພວມເຕີບໃຫຍ່ໃນການນໍາໃຊ້ເຕັກໂນໂລຊີເຂົ້າໃສ່ການພັດທະນາດ້ານ ການສຶກສາ ໂດຍຜ່ານ Smart phone, Tablet, Computer all in one ...
Read More »ເມື່ອໂລກປ່ຽນ ນັກການຕະຫຼາດ ກໍຕ້ອງປ່ຽນວິທີຄິດ
ປະຕິເສດບໍ່ໄດ້ວ່າ ໃນຍຸກທີ່ບ້ານເມືອງເຮົາກຳລັງຫັນປ່ຽນເປັນຍຸກ”ດີຈີຕອນ” ຫຼື Digital Age Transformation ນີ້ ມັນກະທົບຢ່າງຮຸນແຮງກັບການວາງຍຸດທະສາດການຕະຫຼາດ ຂອງບັນດາພາກສ່ວນທຸລະກິດ ເຊິ່ງເປັນຜູ້ທີ່ຕ້ອງເຈັບຫົວໜັກ ນອກຈາກບັນດາເຈົ້າຂອງທຸລະກິດແລ້ວ ກໍຍັງແມ່ນນັກການຕະຫຼາດ (CMO- Chief Marketing Officer) ທີ່ແບກຮັບພາລະຍອດຂາຍຂອງບໍລິສັດ ໃຫ້ເປັນໄປຕາມເປົ້າໝາຍນັ້ນເອງ, ໃນຂະນະທີ່ເຄື່ອງມືທາງການຕະຫຼາດເກົ່າໆມັນໃຊ້ບໍ່ໄດ້ຜົນກັບລູກຄ້າອີກຕໍ່ໄປ. ສະນັ້ນ, ມື້ນີ້ ວາລະສານທາເກັດຈຶ່ງຂໍນໍາເອົາ 3 ວິທີການໃໝ່ໆ ຈາກປຶ້ມ Global CMO ທີ່ລວມບົດສຳພາດບັນດາ CMO ຈາກ 18 ບໍລິສັດລະດັບໂລກເຊັ່ນ: Master card, Samsung, GE, Coca-Cola, Colgate, Four Seasons, Burger King ແລະ ອື່ນໆ ເພື່ອມາຊ່ວຍໃຫ້ນັກການຕະຫຼາດບ້ານເຮົາ ໄດ້ນຳໄປໃຊ້ປັບປ່ຽນຍຸດທະສາດໃຫ້ທັນເວລາ. Fight for Talent ຕ້ອງໃຫ້ຄວາມສຳຄັນກັບການລົງທຶນຊອກຫາຜູ້ທີ່ມີພອນສະຫວັນເຂົ້າມາຮ່ວມວຽກໃນອົງກອນ ພ້ອມທັງພັດທະນາຄວາມຮູ້ໃໝ່ໆໃຫ້ກັບພະນັກງານພາຍໃນອົງກອນ ໂດຍສະເພາະແມ່ນດ້ານເຕັກໂນໂລຊີ ທ່າມກາງຕະຫຼາດທີ່ເຕັມໄປດ້ວຍຄູ່ແຂ່ງທັງພາຍໃນ ແລະ ຕ່າງປະເທດ ແລ້ວຍັງມີກຸ່ມທີ່ລົງທຶນຕ່ຳທີ່ເອີ້ນວ່າ Startup ນຳອີກ. ສະນັ້ນ, ຄົນເກັ່ງໆຈະຖືກບັນດາບໍລິສັດຕ່າງໆຍາດແຍ່ງກັນ. ...
Read More »10 ຂັ້ນຕອນໃນການສ້າງແຮງບັນດານໃຈໃຫ້ແກ່ຕົວທ່ານເອງ…
ສ່ວນຫຼາຍຄົນທີ່ປະສົບຜົນສຳເລັດໄດ້ນັ້ນ ມາຈາກແຮງບັນດານໃຈທີ່ດີ, ຈິດໃຈທີ່ເຂັ້ມແຂງ ແລະ ວິໄສທັດທີ່ດີເລີດ; ການສ້າງແຮງບັນດານໃຈເປັນສິ່ງທີ່ສໍາຄັນສໍາລັບຄົນທີ່ຕ້ອງການປະສົບຄວາມສໍາເລັດໃນຊີວິດ ແລະ ເພື່ອໃຫ້ເຮົາມີແຮງຂັບເຄື່ອນຕໍ່ໄປແບບຕໍ່ເນື່ອງ ການເລີ່ມຕົ້ນເປັນຄົນທີ່ຈະປະສົບຜົນສຳເລັດ ຕ້ອງມີແຮງບັນດານໃຈທີ່ດີ ມື້ນີ້ຜູ້ຂຽນຈະມາເວົ້າເຖິງ “10 ຂັ້ນຕອນໃນການສ້າງແຮງບັນດານໃຈໃຫ້ແກ່ຕົວທ່ານເອງ”. ມີເປົ້າໝາຍ ແລະ ວິໄສທັດ ທີ່ຊັດເຈນ: ກ່ອນຈະບັນລຸເປົ້າໝາຍ ຕ້ອງຮູ້ກ່ອນວ່າເປົ້າໝາຍຂອງທ່ານຄືຫຍັງ ເປົ້າໝາຍກໍຄືແຜນທີ່ຊີວິດທີ່ຈະພາໃຫ້ເຮົາຍ່າງຕໍ່ໄປ ຖ້າເຮົາຂາດເປົ້າໝາຍກໍປຽບດັ່ງຄົນທີ່ຍ່າງຢູ່ໃນເຂົາວົງກົດທີ່ບໍ່ມີທາງອອກ ແລະ ຈະບໍ່ສາມາດປະສົບຜົນສຳເລັດໄດ້. ການຂຽນເປົ້າໝາຍ: ການຂຽນສິ່ງທິ່ເຮົາຕ້ອງການເຮັດຈະເຮັດໃຫ້ເຮົາທົບທວນໃນສິ່ງເຮົາຕ້ອງການ ແລະ ມັນຈະເຮັດໃຫ້ເຮົາຫຼຸດອອກຈາກຄວາມສັບສົນໃນໃຈເຮົາໄດ້ດີ ເພາະທ່ານເອງຈະຊັດເຈນກັບຕົວທ່ານຫຼາຍຂຶ້ນ ອີກອັນໜຶ່ງເມື່ອທ່ານຂຽນເປົ້າໝາຍທີ່ຊັດເຈນ ທ່ານຈະໃຊ້ຊີວິດໄປຕາມເປົ້າໝາຍແບບຊັດເຈນ ແລະ ເປັນຈະກາຍເປັນກົດດຶງດູດ ທີ່ດູດເອົາຄົນທີ່ສົນໃຈແບບດຽວກັບທ່ານ. ອ່ານໜັງສືດີໆ: ການອ່ານຊ່ວຍເສີມທັກສະ ແລະ ຊ່ວຍຫຼຸດໄລຍະເວລາເພາະທ່ານຈະໄດ້ຄວາມຮູ້ເພີ່ມ ຈາກໜັງສືທີ່ອ່ານ ພ້ອມທັງຍັງມີຂໍ້ຄວນລະວັງຕ່າງໆທີ່ສາມາດນຳມາໃຊ້ໄດ້ດີ. ຈົດບັນທຶກ: ການຈົດບັນທຶກ ຈະຊ່ວຍໃຫ້ເຮົາຈື່ສິ່ງນັ້ນໆໄດ້ດີຂຶ້ນຫຼາຍເທົ່າ ມັນຊ່ວຍໃນການຄິດຢ່າງມີປະສິດທິພາບ, ເຮັດໃຫ້ເຮົາເຫັນບັນຫາໂດຍລວມ ແລະ ຊອກຫາທາງອອກໄດ້ທັນທີທັນໃດ ເປັນການເຕືອນສະຕິອີກທາງໜຶ່ງ. ຊອກຫາບຸກຄົນຕົວແບບ: ບຸກຄົນຕົວແບບເປັນການສ້າງແຮງບັນດານໃຈອີກທາງໜຶ່ງໃຫ້ແກ່ຕົວເຮົາເອງ ແລະ ມັນຍັງເປັນສິ່ງທີ່ເຕືອນໃນໃຈທ່ານໄດ້ດີ ວ່າທ່ານເອງກໍເປັນຄົນໜຶ່ງທີ່ສາມາດປະສົບຜົນສຳເລັດຕາມບຸກຄົນນັ້ນ. 6. ຮູ້ຈັກບໍລິຫານເວລາແບບມີປະສິດທິພາບ: ຫຼາຍຄົນຍັງບໍ່ໃຫ້ຄວາມສໍາຄັນກັບເວລາ ໂດຍສະເພາະແມ່ນກັບການເຮັດວຽກໃນສັງຄົມບ້ານເຮົາ ຖ້າທ່ານບໍລິຫານເວລາຂອງທ່ານໄດ້ດີ ທ່ານກໍຈະເປັນຜູ້ໜຶ່ງທີ່ພວມຈະກ້າວສູ່ປະສົບຜົນສຳເລັດ. 7. ຜິດພາດເປັນຄູ: ...
Read More »ລັດຖະບານລາວປະດັບຫຼຽນໄຊອິດສະຫຼະ ໃຫ້ສຳນັກຂ່າວສານຫວຽດນາມ
ວັນທີ 15 ມັງກອນ 2019 ຢູ່ສຳນັກຂ່າວສານຫວຽດນາມຮ່າໂນ້ຍ ສສ ຫວຽດນາມ ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຕາງໜ້າລັດຖະບານລາວ ປະດັບຫຼຽນໄຊອິດສະຫຼະຊັ້ນ 2 ໃຫ້ແກ່ສຳນັກຂ່າວສານຫວຽດນາມ ແລະ ທ່ານ ຫງວຽນດຶກເລີ້ຍ ອຳນວຍການໃຫຍ່ຂ່າວສານຫວຽດນາມພ້ອມດ້ວຍມອບຫຼຽນໄຊແຮງງານຊັ້ນ III ໃຫ້ແກ່ 8 ກົມກອງລວມໝູ່ຂອງສຳນັກຂ່າວສານຫວຽດນາມ, ໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສຳນັກຂ່າວສານປະເທດລາວຄົບຮອບ 50 ປີ(6/1/1968-6/1/2018), ທັງນີ້ກໍເພື່ອຍ້ອງຍໍຊົມເຊີຍຄະນະນຳ, ກົມກອງ ແລະ ພະນັກງານຂ່າວສານຫວຽດນາມທີ່ໄດ້ປະກອບສ່ວນເຂົ້າໃນການຮ່ວມມືຂອງສອງສຳນັກຂ່າວສານ, ພັດທະນາຍົກລະດັບດ້ານວິຊາການແລະ ຊ່ວຍເຫຼືອດ້ານວິຊາການຂ່າວ, ເຕັກນິກ, ອຸປະກອນລະບົບສື່ສານ ແລະ ອື່ນໆໃຫ້ແກ່ສຳນັກຂ່າວສານປະເທດລາວຕະຫລອດໄລຍະຜ່ານມາ. ທີ່ມາ: ຂ່າວສານປະເທດລາວ.
Read More »ກຽມພົບກັບ!!! ງານມະຫະກຳ ອະສັງຫາລິມະຊັບຄັ້ງທຳອິດ ໃນ ສປປ ລາວ.
Laorealestate.la ແລະ ເວັບໄຊ Yula.la ເຊິ່ງເປັນຜູ້ນຳດ້ານຕະຫຼາດອອນໄລ໌ ຮ່ວມກັບສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ໄດ້ຈັດງານຖະແຫຼງຂ່າວ ການຈັດງານວາງສະແດງ ທີ່ພັກອາໄສ ແລະ ການລົງທຶນດ້ານອະສັງຫາລິມະຊັບຄັ້ງທຳອິດໃນ ສປປ ລາວ (Laorealestate.la EXPO 2019) ທີ່ຈະໄດ້ມີການຈັດຂຶ້ນໃນວັນທີ 1-2 ມີນາ 2019 ທີ່ຈະມາເຖິງນີ້, ຢູ່ທີ່ໂຮງແຮມດອນຈັນພາເລດ. ທຸກທ່ານສາມາດເຂົ້າຮ່ວມງານຟຣີ ແລ້ວຍັງມີສິດລຸ້ນໂຊກໄດ້ເດີນທາງໄປທ່ອງທ່ຽວຕ່າງປະເທດ ພ້ອມຂອງຂວັນລາງວັນອີກຫຼາກຫຼາຍຢ່າງພາຍໃນງານອີກ. *ລົງທະບຽນເພື່ອເຂົ້າຮ່ວມງານ https://realestatekh.lpages.co/lao-real-estate-expo-2019-lao-attendees/ *ລົງທະບຽນເພື່ອເປັນຜູ້ຮ່ວມຈັດສະແດງ ຫຼື ຜູ້ສະໜັບສະໜູນ https://realestatekh.lpages.co/lao-real-estate-expo-2019-exhibitors-sponsers/ ສາມາດຕິດຕໍ່ສອບຖາມໄດ້ທີເບີ: 020 55550906 ຫຼື ອີເມວ [email protected] ເວັບໄຊ www.yula.la ມີຄວາມພາກພູມໃຈທີ່ໄດ້ເປັນເຈົ້າພາບຈັດງານວາງສະແດງ Laorealestate.laທ EXPO 2019 ທີ່ໃຫຍ່ທີ່ສຸດ ເປັນຄັ້ງປະຫວັດສາດໃນ ສປປ ລາວ. ເຊິ່ງຈະໄດ້ນຳເອົາບັນດາກຸ່ມຄົນ ແລະ ບໍລິສັດຊັ້ນນຳ, ເຈົ້າຂອງໂຄງການຕ່າງໆໃນລາວ ແລະ ຕ່າງປະເທດ ເຂົ້າມາຮ່ວມງານວາງສະແດງນີ້ເຊັ່ນ: ນັກພັດທະນາໂຄງການ, ສະຖາປານິກ, ຜູ້ຮັບເໝົາກໍ່ສ້າງ, ນາຍໜ້າອະສັງຫາລິມະຊັບ, ຄົນຂາຍດິນ, ທະນາຄານທີ່ປ່ອຍສິນເຊື່ອ, ...
Read More »ມູນນິທິ ສອງມືນາງ ຊ່ວຍເຫຼືອການສຶກສາ ມູນຄ່າ 58 ລ້ານກວ່າກີບ
ວັນທີ 9 ມັງກອນ 2019 ທີ່ຜ່ານມາ, ມູນນິທີ ສອງມືນາງໄດ້ຈັດພິທີມອບ-ຮັບ ເຄື່ອງຊ່ວຍເຫຼືອຊ່ວຍເຫຼືອດ້ານການສຶກສາໃຫ້ກັບໂຮງຮຽນ ອະນຸບານ-ປະຖົມສົມບູນ ໂຄກແຫ້ ແລະ ໂຮງຮຽນ ອະນຸບານ-ປະຖົມສົມບູນ ວັງມ້າ, ອຸປະຖໍາໂດຍ: ທ່ານ ດຣ. ແກ້ວສາຍໃຈ ໄຊຍະສອນ, ນ. ສຸລິສາ ນະວຽງຈັນ (ບໍລິຈາກເຄື່ອງກິລາ), ນ. ເກດສະຫວັນ ປັນຍາທິບ (ບໍລິຈາກໂຕະຕັ່ງ), ລວມມູນຄ່າ: 58,098,000 ກີບ ຂໍຂອບໃຈ, ນ. ສຸລິສາ ນະວຽງຈັນ ແລະ ນ. ເກດສະຫວັນ ປັນຍາທິບ ທີ່ຮ່ວມມອບເຄື່ອງບໍລິຈາກ ມູນນິທິສອງມືນາງ ໂທ: 021 900747
Read More »ປ່ອຍເງິນກູ້ດອກເບ້ຍເກີນ 36% ມີສິດຕິດຄຸກໄດ້!
ໃນສະພາບເສດຖະກິດ-ສັງຄົມ ທີ່ມີການຂະຫຍາຍຕົວສູງ ຄວາມຮຽກຮ້ອງຕ້ອງການທາງດ້ານການເງິນ ບໍ່ວ່າເພື່ອຈຸດປະສົງໃນການດໍາເນີນທຸລະກິດ, ການສຶກສາ, ການດໍາລົງຊີວິດປະຈໍາວັນ ແລະ ອື່ນໆ ແມ່ນນັບມື້ນັບສູງຂຶ້ນ, ການກູ້ຢືມເງິນ ຈຶ່ງເປັນອີກທາງເລືອກໜຶ່ງ ສໍາລັບ ບຸກຄົນທີ່ມີບັນຫາດັ່ງກ່າວ. ແນ່ນອນ ການກູ້ຢືມເງິນ (ນອກລະບົບ) ເຈົ້າໜີ້ອາດຈະກໍານົດອັດຕາດອກເບ້ຍຂ້ອນຂ້າງສູງ ເຊິ່ງໃນກໍລະນີທີ່ລູກໜີ້ສາມາດໃຊ້ແທນໄດ້ ກໍຈະບໍ່ມີບັນຫາຫຍັງໝົດ, ແຕ່ໃນທາງກົງກັນຂ້າມ ລູກໜີ້ຫາກບໍ່ມີຄວາມສາມາດໃຊ້ແທນໄດ້ ກໍຈະພາໃຫ້ເກີດຂໍ້ຂັດແຍ່ງເກີດຂຶ້ນ ບາງຄັ້ງເຖິງຂັ້ນໃຊ້ຄວາມຮຸນແຮງ, ບັງຄັບ, ນາບຂູ່ (ທວງໜີ້ໂຫດ) ເຊິ່ງບັນຫາດັ່ງກ່າວຖືເປັນປະກົດການຫຍໍ້ທໍ້ໜຶ່ງຂອງສັງຄົມ ທີ່ເກີດຂຶ້ນໃນປັດຈຸບັນນັບມື້ນັບຫຼາຍຂຶ້ນ. ແຕ່ເຖິງຢ່າງໃດກໍຕາມ ທ່ານຮູ້ບໍ່ວ່າ ການທີ່ເຈົ້າໜີ້ ກໍານົດ ອັດຕາດອກເບ້ຍທີ່ສູງເກີນກວ່າກົດໝາຍອະນຸຍາດໃຫ້ ອາດຈະເຮັດໃຫ້ເຈົ້າໜີ້ ມີຄວາມຮັບຜິດຊອບທາງອາຍາ ຫຼື ຕິດຄຸກໄດ້ ໂດຍອີງຕາມປະມວນກົດໝາຍ ອາຍາ ສະບັບເລກທີ 26/ສພຊ, ລົງວັນທີ 17 ພຶດສະພາ 2017, ໝວດທີ 7, ພາກທີ 2, ມາດຕາ 298 ກໍານົດວ່າ: “ບຸກຄົນໃດ ຫາກໄດ້ໃຫ້ກູ້ຢືມເປັນທຸລະກິດ ໂດຍບໍ່ໄດ້ຮັບອະນຸຍາດ ດໍາເນີນທຸລະກິດ ຈາກຂະແໜງການທີ່ກ່ຽວຂ້ອງ ແລ້ວຄິດໄລ່ອັດຕາດອກເບ້ຍເງິນກູ້ຢືມສູງກວ່າ ສາມສິບຫົກສ່ວນຮ້ອຍ ຕໍ່ປີ ...
Read More »