ເປີດເຜີຍ 5 ເກມ E-sport ຈະແຂ່ງຂັນໃນຊີເກມ 2019

ປະກາດລາຍຊື່ 5 ໃນ 6 ເກມ ທີ່ຈະໄດ້ມີການແຂ່ງຂັນຊີງຫຼຽນຄຳ ໃນການແຂ່ງຂັນກິລາ ຊີເກມ 2019

ປະເທດຟິລິບປິນ ເຈົ້າພາບໃນການຈັດການແຂ່ງຂັນ SEA Games 2019 ຮ່ວມມືກັບບໍລິສັດອຸປະກອນເກມ Razer ປະກາດຊື່ເກມທີ່ຈະມີການແຂ່ງຂັນຊິງຫຼຽງຄຳໃນການແຂ່ງຂັນຊີເກມປີນີ້.

ເກມທີ່ຈະໃຊ້ແຂ່ງຂັນ SEA Games 2019   ທີ່ຈະມີການຈັດຂຶ້ນໃນວັນທີ 30 ພະຈິກ – 11 ທັນວາ 2019 ນີ້ ມີ 6 ເກມ ແບ່ງອອກເປັນ 3 ໝວດຄື: ໃນເຄື່ອງ PC, ໃນເຄື່ອງ ຄອນໂຊນ ແລະ ເກມໃນມືຖື ດັ່ງນີ້:

ໃນເຄື່ອງຄອມພິວເຕີ້ PC ມີເກມ DOTA 2 ແລະ Starcraft II

ເຄື່ອງຄອນໂຊນ ມີເກມ Tekken 7 ແລະ ອີກ 1 ເກມຍັງບໍ່ໄດ້ປະກາດ

ເກມໃນມືຖື ເກມ Mobile Legends ແລະ Arena of Valor  (ຫຼື RoV )

ທັງນີ້,​ ນັກກິລາທີ່ຈະເຂົ້າແຂ່ງເປັນຕົວແທນຂອງປະເທດ ຈະຕ້ອງແຂ່ງຂັນຮອບຄັດເລືອກພາຍໃນປະເທດຂອງຕົນເອງມາກ່ອນ.

ຂ່າວຈາກ:
foxsportsasia.com/esports/1003133/sea-games-2019-dota-2-starcraft-ii-tekken-7-arena-of-valor-and-mobile-legends-confirmed-as-esports-to-be-played-in-the-games

Comments