Author Archives: Targetlaos Editor

ການຕະຫຼາດທາງອິນເຕີເນັດ ທາງເລືອກໃໝ່ໃນຍຸກ “ດີຈິຕອນ”

ວາລະສານທາເກັດສະບັບນີ້ ຈະນໍາທ່ານຜູ້ອ່ານມາຮັບຮູ້ກ່ຽວກັບການຕະຫຼາດທາງອິນເຕີເນັດ ຫຼື ການຕະຫຼາດອອນໄລ໌ ເຊິ່ງເປັນທາງເລືອກໜຶ່ງທີ່ສໍາຄັນໃນຍຸກ “ດີຈີຕອນ” ເພື່ອໂຄສະນາໃຫ້ເຂົ້າເຖິງບັນດາກຸ່ມລູກຄ້າເປົ້າໝາຍໄດ້ໂດຍກົງ ແລະ ມີປະສິດທິຜົນ, ສິ່ງສໍາຄັນ ແມ່ນລາຄາຖືກກວ່າ ການຕະຫຼາດແບບດັ້ງເດີມເຊັ່ນ: ຜ່ານທາງວິທະຍຸ, ໂທລະພາບ, ໜັງສືພິມ ຫຼື ວາລະສານ. ກ່ອນອື່ນຕ້ອງມາຮູ້ຈັກກັບຄໍາວ່າ: ການຕະຫຼາດອິນເຕີເນັດ ຊຶ່ງໝາຍເຖິງ ການໂຄສະນາສິນຄ້າ ຫຼື ກິດຈະກໍາທາງການຕະຫຼາດທີ່ໃຊ້ ເວັບໄຊ໌ ແລະ ອີເມວ ເພື່ອກະຕຸກຊຸກຍູ້ການຂາຍໂດຍກົງ ຜ່ານການຄ້າທາງເອເລັກໂທຣນິກ. ການຕະຫຼາດທາງອິນເຕີເນັດ ຕົ້ນຕໍແລ້ວ ສາມາດແບ່ງອອກເປັນຂົງເຂດສະເພາະດ້ານ ເຊັ່ນ: ການຕະຫຼາດຜ່ານເວັບໄຊ໌, ການຕະຫຼາດຜ່ານ ອີເມວ ແລະ ການຕະຫຼາດຜ່ານສື່ສັງຄົມອອນໄລ໌. ກ) ການຕະຫຼາດຜ່ານເວັບໄຊ໌: ທ່ານອາດຈະສັງເກດເຫັນໄດ້ ເວລາເຂົ້າໄປໃນເວັບໄຊ໌ໃດໜຶ່ງ ແລ້ວຈະມີ pop-up ຫຼື ແທັບ ທີ່ໃຫ້ທ່ານສາມາດລິ້ງໄປຫາ ເວັບໄຊ໌ສະເພາະຕື່ມ. ພ້ອມນັ້ນ, ໃນເວັບໄຊ໌ສະເພາະ ກໍອາດຈະລວມເອົາ ການຄ້າຜ່ານທາງເອເລັກໂທຣນິກເຂົ້ານໍາ ຊຶ່ງລູກຄ້າສາມາດສັ່ງຊື້ສິນຄ້າ ແລະ ບໍລິການ ໂດຍໃຊ້ບັດເຄຼດິດ ຫຼື ບັດເດບິດ ຕ່າງໆທີ່ສາກົນຍອມຮັບ.  ພ້ອມນັ້ນ, ກໍຍັງມີ ...

Read More »

ລາຊາເງິນຜ່ອນ “ກະແສໃໝ່ໃນສັງຄົມລາວ”

ຈາກສະພາບເສດຖະກິດໂດຍລວມ 2-3 ປີຜ່ານມາ,​ ຫຼາຍຄົນຈົ່ມວ່າ ຫາເງິນຍາກ, ຂາຍເຄື່ອງບໍ່ໄດ້ດີ ແລະ ບາງທ້ອງຖິ່ນໃນລາວ ກໍປະສົບບັນຫາໄພນໍ້າຖ້ວມ; ຫຼາຍຄົນທີ່ເປັນໜີ້ສິນ ກໍເລີ່ມເຈັບຫົວໃນການຫາເງິນມາໃຊ້ໜີ້ທີ່ເພີ່ມພູນຂຶ້ນ. ໃນຂະນະດຽວກັນ, ຫຼາຍບໍລິສັດ ເຊົ່າສິນເຊື່ອທາງການເງິນ ກໍເກີດຂຶ້ນຢ່າງຫຼວງຫຼາຍ ແລະ ພະຍາຍາມຫາລູກຄ້າ ໂດຍການປ່ອຍສິນເຊື່ອ ການຜ່ອນຊື້ລົດ, ເຄື່ອງໃຊ້ໄຟຟ້າ ແລະ ອື່ນໆ. ສະນັ້ນ, ວາລະສານເກັດສະບັບນີ້ ຈະພາທ່ານຜູ້ອ່ານ ມາຮັບຟັງ 5 ຄໍາຄິດເຫັນທີ່ໜ້າສົນໃຈ ເພື່ອເປັນບົດຮຽນກ່ອນການຕັດສິນໃຈໃນການຊື້ເຄື່ອງແບບຈ່າຍຜ່ອນ ໂດຍເນັ້ນໜັກ ໄປທີ່ສອງຄໍາຖາມກວ້າງໆ ກໍຄື:  1. ຄິດແນວໃດກັບການຊື້ສິນຄ້າເຊັ່ນ ລົດ, ເຄື່ອງໃຊ້ໄຟຟ້າ ແລະ ອື່ນໆແບບຈ່າຍຜ່ອນ? ແລະ 2. ບັນຫາທີ່ພົບໃນການຜ່ອນຈ່າຍມີຫຍັງແດ່? ຜູ້ໃຫ້ສໍາພາດ 1: ສໍາລັບການຊື້ສິ້ນຄ້າແບບຈ່າຍຜ່ອນ ຄິດວ່າມັນກໍຈະມີທັງຂໍ້ດີ ແລະ ຂໍ້ເສຍ, ຖ້າກໍລະນີຈໍາເປັນ ເງິນບໍ່ພໍ ຊືຶ້ເຄື່ອງບາດດຽວ, ແຕ່ເຮົາຈໍາເປັນຕ້ອງໃຊ້ ການຈ່າຍຜ່ອນໃນແຕ່ລະງວດ ເຖິງວ່າຈະຕ້ອງຈ່າຍໃນລາຄາທີ່ແພງກວ່າກໍຕາມ. ເຖິງຢ່າງໃດກໍຕາມ, ເຮົາກໍຕ້ອງຄໍານຶງເຖິງລາຍຈ່າຍທີ່ເຮົາຕ້ອງໃຊ້ຈ່າຍໃນແຕ່ລະເດືອນພ້ອມ ວ່າເຮົາມີກໍາລັງທີ່ຈະຈ່າຍໄດ້ບໍ? ແຕ່ກໍລະນີເປັນເຄື່ອງທີ່ບໍ່ຈໍາເປັນຕ້ອງໃຊ້ປານໃດ, ແນະນໍາວ່າ ຢ່າຈ່າຍຜ່ອນຈະດີກວ່າ ເພາະຈະກາຍເປັນໜີ້ສິນແບບບໍ່ຈໍາເປັນ ...

Read More »

Mr. Bo Donut  ແບຣນຂະໜົມຫວານຂອງຄົນລາວ ທຸລະກິດທີ່ກໍາລັງມາແຮງ…

ວາລະສານທາເກັດສະບັບນີ້ທີມງານຂອງພວກເຮົາຈະນໍາທ່ານມາຮູ້ຈັກກ່ຽວກັບຜູ້ປະກອບການກຸ່ມທຸລະກິດ Born to B ຊຶ່ງເປັນກຸ່ມທຸລະກິດທີ່ກໍາລັງມາແຮງ ແລະ ໄດ້ຮັບການຕອບສະໜອງຈາກລູກຄ້າທີ່ເພີ່ມຂຶ້ນຢ່າງຫຼວງຫຼາຍ. ທ່ານນາງ ວິພາວັນ ວົງໄຊ ປັດຈຸບັນເປັນຮອງປະທານຜູ້ບໍລິຫານຂອງກຸ່ມທຸລະກິດໄດ້ໃຫ້ກຽດສໍາພາດກ່ຽວກັບທຸລະກິດຂອງເພິ່ນ ໂດຍສະເພາະແມ່ນຫຼັກການສໍາຄັນໃນການດໍາເນີນທຸລະກິດເພື່ອໃຫ້ຢູ່ລອດໃນຍຸກແຫ່ງການແຂ່ງຂັນໃນປັດຈຸບັນໂດຍສະເພາະແມ່ນຮ້ານ Mr. Bo Donut ທີ່ຂະຫຍາຍອອກເປັນ 3 ສາຂາແລ້ວ. ສໍາລັບຮ້ານ Mr. Bo Donut ແມ່ນໃຫ້ການບໍລິການເຂົ້າໜົມຫວານ, ສໍາລັບຄົນລາວທຸກເພດທຸກໄວໂດຍສະເພາະກໍແມ່ນເດັກນ້ອຍທີ່ເນັ້ນໜັກໃສ່ຄວາມສົດໃໝ່  ແລະ ຄວາມສະອາດ ຕາມສະໂລແກນຂອງພວກເຮົາຄື: “We are always fresh and fun” ຊຶ່ງໝາຍຄວາມວ່າທ່ານຈະໄດ້ຮັບຄວາມສົດໃໝ່ ແລະ ຄວາມສຸກສະເໝີຈາກຮ້ານຂອງພວກເຮົາຕາມຄວາມຕັ້ງໃຈຢາກໃຫ້ຄົນລາວເຮົາໄດ້ກິນເຂົ້າໜົມທີ່ດີໆມີຄຸນະພາບລະດັບສາກົນໃນລາຄາສົມເຫດສົມຜົນ. ດ້ານຄວາມສົດໃໝ່ຂອງພວກເຮົານັ້ນ ໄດ້ມີການສ້າງຫ້ອງຄົວຜະລິດ ເຂົ້າໜົມສະເພາະ ເພື່ອຄວບຄຸມມາດຕະຖານ, ຄຸນນະພາບ, ຄວາມສະອາດຂອງຂະບວນການຜະລິດ ໂດຍເລີ່ມຕົ້ນຈາກການຄັດເລືອກວັດຖຸດິບທີ່ມີຄຸນນະພາບດີຈາກທັງໃນ ແລະ ຕ່າງປະເທດ ເພື່ອໃຫ້ໄດ້ລົດຊາດທີ່ມາດຕະຖານ ແລະ ຖືກໃຈຂອງລູກຄ້າໂດຍການຜະລິດແມ່ນຜະລິດມື້ຕໍ່ມື້(ຖ້າຂາຍບໍ່ໝົດໃນມື້ນັ້ນ, ກໍຈະໃຫ້ພະນັກງານ, ແຖມ ຫຼື ແຈກຢາຍ ເພື່ອໃຫ້ລູກຄ້າໝັ້ນໃຈໄດ້ວ່າ Donut ຂອງເຮົາມີຄວາມແຊບ, ສົດ, ໃໝ່ທຸກວັນ), ສິ່ງສໍາຄັນເຮົາຈະບໍ່ໃສ່ສານກັນບູດເຂົ້າໄປໃນເຂົ້າໜົມເດັດຂາດ ແລະ ທຸກໆ ...

Read More »

“ເບວ” ມະຍຸລີ ຈັນທະລັງສີ ສາວໝັ້ນສຽງເໜືອໃນວົງການບັນເທິງ

ສະບາຍດີສາວງາມ… ຊ່ວຍແນະນໍາຕົນເອງໃຫ້ຮູ້ຈັກແດ່? ສະບາຍດີ ນ້ອງຊື່ ມະຍຸລີ ຈັນທະລັງສີ ຊື່ຫຼິ້ນ “ເບວ” ອາຍຸ 26 ປີ ປັດຈຸບັນເຮັດວຽກເປັນພະນັກງານສັງກັດຢູ່ອົງກອນຂອງລັດ ແລະ ເຮັດວຽກໃນວົງການບັນເທີງໄປພ້ອມ ຮັບງານເດີນແບບ ຖ່າຍແບບ ເປັນຄູສອນບຸຄະລິກະພາບຢູ່ທີ່ SSS Agency, ເລີ່ມເຂົ້າວົງການດ້ວຍການ ປະກວດ Miss Laos ປີ 2010 ແຕ່ກ່ອນໜ້ານັ້ນກໍມີໄປເດີນແບບຕາມງານຕ່າງໆ ເດີນແບບການກຸສົນ ແຕ່ທີ່ຄົນຮູ້ຈັກເຮົາຫຼາຍຂຶ້ນ ກໍແມ່ນຫຼັງຈາກໄດ້ໄປປະກວດມາ, ນິດໄສ ຈະເປັນຄົນທີ່ຈິງຈັງກັບວຽກ ແຕ່ຖ້າໄດ້ເຮຮາກໍຈະເຕັມທີ່ ແຕ່ຄົນສ່ວນຫຼາຍມັກເບິ່ງວ່າເປັນຄົນຂຶມໆ ບໍ່ມັກປາກ ດ້ວຍບຸຄະລິກະພາບຂອງເຮົາທີ່ເປັນແບບນີ້ ຄົນອື່ນກໍເລີຍຕີຄວາມໝາຍໄປເອງ. (ລາຍລະອຽດ ສາມາດຊອກຊື້ອ່ານ ຕິດຕາມການຖ່າຍແບບ ແລະ  ການສຳພາດແບບພິເສດເຈາະເລິກຄວາມຮູ້ສຶກ ຂອງສາວງາມຄົນນີ້ໄດ້ ທາງວາລະສານ ທາເກັດ ໄດ້ ໃນສະບັບທີ 146 ເດືອນກັນຍາ 2018  ຕາມ M Point Mart, Jeffy Mart ແລະ  U  Express  ຫຼື ສອບຖາມຈອງເປັນ ...

Read More »

ແຂວງອຸດົມໄຊ ໄດ້ຮັບຜົນກະທົບ ລວມມູນຄ່າການເສຍຫາຍ ຫຼາຍຮ້ອຍຕື້ກີບ….

ໃນວັນທີ 10-11 ກັນຍາ 2018, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມະການສະເພາະກິດແກ້ໄຂໄພພິບັດລະດັບຊາດ ພ້ອມດ້ວຍຄະນະ ໄດ້ເດີນທາງເຄື່ອນໄຫວຕິດຕາມ ແລະ ແກ້ໄຂສະພາບໄພພິບັດທີ່ເກີດຂຶ້ນຢູ່ແຂວງອຸດົມໄຊ. ໃນໂອກາດນີ້, ທ່ານ ຄໍາພັນ ເຜີຍຍະວົງ ເຈົ້າແຂວງອຸດົມໄຊ ກໍໄດ້ລາຍງານກ່ຽວກັບສະພາບໄພພິບັດທີ່ເກີດຂຶ້ນ ແລະ ຄວາມເສຍຫາຍຕ່າງໆພາຍໃນແຂວງ ໃນລະຫວ່າງວັນທີ 16 ກໍລະກົດ ຫາທ້າຍເດືອນສິງຫາ 2018, ຊຶ່ງຜ່ານການປະເມີນຜົນກະທົບ ແລະ ຄວາມເສຍຫາຍໃນເບື້ອງຕົ້ນ ທົ່ວແຂວງ ມີບ້ານໄດ້ຮັບຜົນກະທົບທັງໝົດ 239 ບ້ານ, ມີ 11.645 ຄອບຄົວ, ພົນລະເມືອງ 68.456 ຄົນ (ບໍ່ມີຜູ້ເສຍຊີວິດ), ເຊິ່ງລວມມູນຄ່າຄວາມເສຍຫາຍທັງໝົດ 335 ຕື້ກວ່າກີບ.ມີ 25 ບ້ານ ໄດ້ຮັບຜົນກະທົບໜັກ, ຊຶ່ງມີເຮືອນຖືກຊຸໄຫຼ31 ຫຼັງ ແລະ ມີຊົນລະປະທານເປເພ 134 ແຫ່ງ,ເນື້ອທີ່ການຜະລິດກະສິກໍາເສຍຫາຍສົມຄວນ,ຈໍານວນເສັ້ນທາງທີ່ໄດ້ຮັບຜົນກະທົບ ມີທັງໝົດ 71 ເສັ້ນ ໃນນັ້ນທາງຫຼວງແຫ່ງຊາດ 3 ເສັ້ນ.

Read More »

ເລືອກ“ເນັກໄທ໋”ໃຫ້ເຂົ້າກັບເສື້ອສູດ ຊ່ວຍເສີມບຸກຄະລິກໃຫ້ໂດດເດັ່ນ ແລະ ສະຫງ່າ.

ບັນດາທ່ານ ການແຕ່ງຕົວນັ້ນ ຖືເປັນການເສີມສ້າງບຸກຄະລິກໃຫ້ກັບທ່ານຢ່າງທີ່ປະຕິເສດບໍ່ໄດ້ເລີຍ ເພາະການແຕ່ງຕົວ,ສໍາລັບຜູ້ຊາຍເຖິງວ່າຂັ້ນຕອນການແຕ່ງຕົວຈະບໍ່ຫຍຸ້ງຍາກຊັບຊ້ອນເທົ່າກັບແມ່ຍິງ ແຕ່ໃນການເລືອກເຄື່ອງນຸ່ງໃຫ້ Match ກັນນັ້ນເປັນເລື່ອງທີ່ບໍ່ງ່າຍເລີຍ ນັບຕັ້ງແຕ່“ເນັກໄທ໋” ກໍຖືເປັນສິ່ງສໍາຄັນຄືກັນ. ດັ່ງນັ້ນ ວາລະສານທາເກັດ ສະບັບນີ້ ຈຶ່ງໄດ້ນໍາເອົາວິທີການເລືອກ“ເນັກໄທ໋”ໃຫ້ເຂົ້າກັບເສື້ອສູດ ຫຼື ເສື້ອແວ໊ດມາໃຫ້ບັນດາທ່ານໄດ້ເລືອກ ເພື່ອເສີມສ້າງບຸກຄະລິກໃຫ້ໂດດເດັ່ນ ແລະ ເພີ່ມຄວາມສະຫງ່າງາມ ເພີ່ມສະເໜໃຫ້ກັບທ່ານ. “ເນັກໄທ໋”ສີລາຍສະກ໊ອດ: ສີນີ້ຈະຊ່ວຍໃຫ້ຜູ້ຊາຍເປັນຄົນທີ່ມີຄວາມທັນສະໄໝ, ໝັ້ນໃຈ ແລະ ຄວນເລືອກໃສ່ກັບເສື້ອສູດສີດໍາ ຫຼື ນໍ້າຕານ ສ່ວນເສື້ອ”ເຊີ໋ດ”(Shirt) ຄວນເລືອກສີຂາວ ຈະເຂົ້າກັນໄດ້ດີ. “ເນັກໄທ໋”ລາຍຂວາງ: ແບບລາຍສີເງິນຈະມີຄວາມ“ຄລາສສິກ” ເໝາະກັບນັກທຸລະກິດທີ່ຕ້ອງສ້າງຄວາມໜ້າເຊື່ອຖືໃຫ້ກັບຕົວເອງ ແລະ ຈະໄປໄດ້ດີກັບເສື້ອສູດສີຂີ້ເທົ່າ ຄວນໃສ່ກັບເສື້ອ”ເຊີ໋ດ”ສີຂາວ ເພາະຈະເຮັດໃຫ້ເບິ່ງສະອາດງາມຕາ. “ເນັກໄທ໋”ລາຍກຣາຟຟິກ:ເໝາະກັບຜູ້ຊາຍທີ່ມີບຸກຄະລິກມັກມ່ວນ ຫາກຢາກແຕ່ງຕົວໃຫ້ເປັນໜຸ່ມເຈົ້າຊູ້ແດ່ຈັກໜ້ອຍ ກໍເລືອກສີນີ້ມາປະດັບຄໍໄດ້ເລີຍ ແລະ ຫາກຈະໃຫ້ເບິ່ງດີຍິ່ງຂຶ້ນຄວນໃສ່ຄູ່ກັບເສື້ອສູດສີເງິນ,ຂີ້ເທົ່າ ແລະ ນໍ້າຕານ ສ່ວນເສື້ອ”ເຊີ໋ດ”ທີ່ໃສ່ນັ້ນບໍ່ຈໍາກັດສີສັນ. “ເນັກໄທ໋”ສີຂີ້ເທົ່າລາຍດອກນ້ອຍໆ:ສີນີ້ບໍ່ຄວນຂາດໄປຈາກຕູ້ເສື້ອຜ້າເດັດຂາດ ເພາະຈະເຂົ້າກັນໄດ້ດີກັບເສື້ອທຸກສີ ແລະ ເສື້ອສູດເກືອບທຸກຊຸດທີ່ທ່ານມີ ບໍ່ວ່າເສື້ອ”ເຊີ໋ດ” ຫຼື ເສື້ອສູດນັ້ນຈະເປັນແບບໃດກໍຕາມ ເຊິ່ງຖ້າທ່ານເປັນຄົນທີ່ບໍ່ຄ່ອຍມັກແຕ່ງຕົວຫຼາຍສາມາດເລືອກ”ເນັກໄທ໋”ສີນີ້ມາໃສ່ເມື່ອຕ້ອງອອກງານ. “ເນັກໄທ໋”ສີມ່ວງລາຍດອກ: ສໍາລັບຜູ້ຊາຍທີ່ມີຄວາມພິຖີພິຖັນໃນເລື່ອງການແຕ່ງຕົວຄົງພາດບໍ່ໄດ້ທີ່ຈະມີສີນີ້ເອົາໄວ້ ເພາະມັນຈະສະແດງເຖິງຄວາມສຸຂຸມ ແລະ ເປັນນັກອະນຸລັກນິຍົມ ເສື້ອສູດທີ່ເໝາະກັບ”ເນັກໄທ໋”ລາຍນີ້ຈະເປັນສີຂາວ ສີຂຽວແບບທະຫານ ຫຼື ...

Read More »

ນັກທຸລະກິດ ຄວນແຕ່ງໂຕແນວໃດ ຈິ່ງເໝາະສົມ.

ສໍາລັບທ່ານທີ່ເປັນນັກທຸລະກິດທັງຫຼາຍ ພາບລັກຂອງທ່ານຖືວ່າສໍາຄັນຫຼາຍອີກຢ່າງໜຶ່ງ ເພາະການແຕ່ງໂຕໄປເຮັດວຽກພົບປະຜູ້ໃຫຍ່, ຂາຫຸ້ນ ຫຼື ໄປພົບລູກຄ້າກໍຕາມ ທ່ານກໍຄວນແຕ່ງກາຍໃຫ້ເໝາະສົມແມ່ນບໍ່ ເພື່ອໃຫ້ຜູ້ທີ່ພົບເຫັນປະທັບໃຈ ມື້ນີ້ ທາງວາລະສານທາເກັດ ຈຶ່ງຢາກຈະມາແນະນໍາການແຕ່ງໂຕຂອງທ່ານ ໃຫ້ເປັນນັກທຸລະກິດອາຊີບດັ່ງນີ້: ຢາກກ້າວໜ້າຕ້ອງແຕ່ງໂຕໃຫ້ເໝາະສົມ: ຖ້າທ່ານເປັນເຈົ້າຂອງທຸລະກິດທີ່ມີຄວາມສາມາດແລ້ວ ບຸກຄະລິກກກໍຕ້ອງໂດດເດັ່ນບໍ່ດ້ອຍກວ່າຜົນງານ ເພາະຖ້າທ່ານເຮັດວຽກເກັ່ງບໍລິຫານເປັນ ແຕ່ແຕ່ງໂຕມາຫ້ອງການຄືກັບແຕ່ງໂຕຢູ່ເຮືອນແຕ່ລະມື້ເຊັ່ນ: ໃສ່ເກີບແຕະມາ, ເອົາເສື້ອອອກນອກ ຫຼື ໃສ່ສົ້ງຂາສັ້ນມາຫ້ອງການເປັນປະຈໍາ ນັ້ນສະແດງວ່າທ່ານຍັງເປັນຜູ້ນໍາໄດ້ບໍ່ດີພໍ. ແຕ່ງໂຕໃຫ້ກຽດສະຖານທີ່: ບໍ່ວ່າທ່ານຈະເດີນທາງໄປສະຖານທີ່ໃດກໍຕາມ ບໍ່ວ່າຈະເປັນງານສັງສັນ, ງານລັດຖະການກໍຕາມ ໃນການແຕ່ງຕົວສິ່ງທີ່ທ່ານຄວນຄໍານຶງເຖິງຄືສະຖານທີ່ ທີ່ທ່ານຈະເຂົ້າຮ່ວມ ເພາະຖືວ່າເປັນການໃຫ້ກຽດທັງຜູ້ທີ່ເຊີນ ແລະ ໃຫ້ກຽດສະຖານທີ່ພ້ອມ. ແຕ່ງໃຫ້ຄົນເບິ່ງຮູ້ສຶກດີ: ຖ້າທ່ານເປັນຄົນໜຶ່ງທີ່ກັງວົນໃນເລື່ອງຂອງການເລືອກສີເຄື່ອງ ຢ້ານວ່າຈະບໍ່ສຸພາບ ຫຼື ເບິ່ງຄືເຖົ້າເກີນໄປ ໃຫ້ລອງເລືອກມາໃສ່ໂທນສີເຂັ້ມ ລຽບໆ ພ້ອມກັບເຄື່ອງປະດັບຈັກອັນສອງອັນທີ່ຈະສ້າງຈຸດເດັ່ນໃຫ້ທ່ານ. ຢ່າໃສ່ເຄື່ອງປະດັບມີແສງແວວວາວ: ຫ້າມໃສ່ເຄື່ອງປະດັບທີ່ມີແສງແວວວາວຫຼາຍຈົນເກີນໄປ ເພາະຈະເຮັດໃຫ້ຄົນເບິ່ງເປັນຕູ້ໂຊເຄື່ອງປະດັບເຄື່ອນທີ່ ອາດຈະໃສ່ພຽງແຕ່ໂມງ, ສາຍແຂນ ແລະ ແຫວນຈັກວົງໜຶ່ງກໍພໍແລ້ວ. ເລືອກສີເສື້ອຕາມຄວາມເໝາະສົມ: ຄວນເລືອກເສື້ອສູດເຊັ່ນ: ສີຂີ້ເທົ່າ, ຟ້າແກ່ ແລະ ສີດໍາ ສ່ວນເສື້ອເຊີ໋ດທາງໃນອາດຈະເລືອກເປັນ ສີຂາວ, ຟ້າອ່ອນ, ຟ້າແກ່ ຫຼື ສີດໍາ ເປັນຕົ້ນ ໃຫ້ເໝາະສົມກັບງານ. ...

Read More »