ສິ້ນສຸດການລໍຄອຍ ! ? ?? ?? ? ?? ທີ່ນັກສຶກສາຢາກຮຽນຕໍ່ໃນລະດັບປະລິດຍາເອກເສດຖະເສດ ໂດຍບໍ່ຕ້ອງໄປຮຽນຢູ່ໄກເຖິງຕ່າງປະເທດແລ້ວ. ເປີດແລ້ວ ຫຼັກສູດປະລິນຍາເອກເສດຖະສາດ ຢ່າງເປັນທາງການ ຢູ່ຄະນະເສດຖະສາດ ແລະ ບໍລິການທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໃນມື້ວານນີ້ວັນທີ 10 ຕຸລາ 2018. ເລີ່ມເປີດຮັບສະໝັກນັກສຶກສາ ວັນທີ 15/11 – 7/12/2018 ສອບເສັງຄັດເລືອກວັນທີ 15 ທັນວາ 2018 ປະກາດຜົນການສອບເສັງ 25 ທັນວາ 2018 ເລີ່ມຮຽນ 1 ມີນາ 2019 ຂໍເຊີນເດີຜູ່ໃດສົນໃຈສະໜັກໄດ້. Official opening PhD program in Economics in FEB ຄ່າລົງທະບຽນຮຽນ 3 ປີ ແມ່ນ 63 ລ້ານກີບ ເທົ່ານັ້ນ. ທີ່ມາ: Lao Youth Radio FM 90.0 Mhz ...
Read More »Author Archives: Targetlaos Editor
ທະນາຄານໂລກ ຊີ້ແຈງ ການເຕີບໂຕຂອງເສດຖະກິດລາວຫຼຸດລົງເຫຼືອ 6,6% ຍ້ອນ….
ທະນາຄານໂລກ ໄດ້ລາຍງານການເຕີບໂຕຂອງເສດຖະກິດໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ໃນວັນທີ 4 ຕຸລາຜ່ານມາ ທີ່ນະຄອນຫຼວງມະນິລາ ປະເທດຟີລິບປິນໄດ້ຊີ້ໃຫ້ເຫັນສະພາບລວມການຂະຫຍາຍຕົວທາງດ້ານເສດຖະກິດໃນຫຼາຍເດືອນຜ່ານມາ ລວມມີ: ສະພາບຄວາມເຄັ່ງຕຶງທາງການຄ້າ, ອັດຕາດອກເບ້ຍເພີ່ມຂຶ້ນໃນສະຫະລັດອາເມຣິກາ ( ສຫລ ), ເງິນໂດລາສະຫະລັດແຂງຄ່າ ແລະ ຄວາມຜັນຜວນຂອງຕະຫຼາດການເງິນຢູ່ໃນຫຼາຍປະເທດທີ່ເປັນຕະຫຼາດໃໝ່ ເຊິ່ງໄດ້ເພີ່ມທະວີຄວາມບໍ່ແນ່ນອນຕໍ່ທ່າອ່ຽງການເຕີບໂຕຂອງພາກພື້ນ ແລະ ໃນຂະນະດຽວກັນອັດຕາເງິນເຟີ້ກໍຈະເລີ່ມສູງຂຶ້ນຢູ່ໃນພາກພື້ນ. ເສດຖະກິດຂອງປະເທດຈີນ ແມ່ນຄາດວ່າຈະຂະຫຍາຍຕົວຊ້າກວ່າປີ 2017 ມາຢູ່ໃນອັດຕາ 6,5% ໃນປີ 2018, ຖ້າບໍ່ລວມປະເທດຈີນແລ້ວ ການເຕີບໂຕຂອງເສດຖະກິດໃນພາກພື້ນອາຊີຕາເວັນອອກ ແລະ ປາຊີຟິກ ທີ່ກໍາລັງພັດທະນາຢູ່ນີ້ຄາດວ່າຈະຍັງສືບຕໍ່ຂະຫຍາຍຕົວໃນອັດຕາຄົງທີ່ 5,3% ແຕ່ປີ 2018 ຫາປີ 2020 ໂດຍມີຄວາມຕ້ອງການພາຍໃນເປັນປັດໄຈຂັບເຄື່ອນ. ຂະນະທີ່ທ້າຍເດືອນກັນຍາ 2018 ທີ່ຜ່ານມາ ທະນາຄານພັດທະນາອາຊີ ( ເອດີບີ ) ຄາດການເຕີບໂຕທາງເສດຖະກິດຂອງ ສປປ ລາວ ຈະເຕີບໂຕຢູ່ທີ່ລະດັບປານກາງໃນປີ 2018 ເນື່ອງຈາກການຜະລິດຂອງຂະແໜງກະສິກຳ ແລະ ບໍ່ແຮ່ຈະຕ່ຳກວ່າຄາດໝາຍ. ເຖິງຢ່າງໃດກໍ່ຕາມ, ການຂະຫຍາຍຕົວຂອງຂະແໜງກໍ່ສ້າງ ແລະ ການບໍລິການຈະຊ່ວຍທົດແທນບາງສ່ວນຂອງຜົນກະທົບທາງລົບເຫຼົ່ານີ້ ໂດຍອີງຕາມບົດລາຍງານເສດຖະກິດ ສະບັບປັບປຸງຂອງ ...
Read More »YouTube ເປີດໃຫ້ເຈົ້າຂອງຄຼິບ ເລືອກໃສ່ໂຄສະນາ “ຫ້າມກົດຂ້າມ” ໄດ້ແລ້ວ
ແຕ່ກ່ອນນັ້ນ ໂຄສະນາໃນ Youtube “ກົດຂ້າມບໍ່ໄດ້” ຈະມີໃຫ້ສະເພາະບໍລິສັດ ຫຼື ແບຣນລະດັບ Partner ແຕ່ຕໍ່ຈາກນີ້ໄປຈະເປີດກວ້າງໃຫ້ເຈົ້າຂອງຄຼິບ ໄດ້ເລືອກ ວ່າ ເຈົ້າຂອງຄຼິບ ຕ້ອງການໂຄສະນາແບບໃດ ໃນຄຼິບຂອງຕົນເອງ ໄດ້ແລ້ວ. ແຕ່ກ່ອນນັ້ນໂຄສະນາໃນ Youtube ມັກຈະຖືກຜູ້ຊົມກົດຂ້າມຜ່ານຕະຫຼອດ ແຕ່ຈະຂ້າມໄດ້ກໍເມື່ອ ໂຄສະນາຜ່ານໄປແລ້ວ 5 ວິນາທີ ຈາກນັ້ນ Youtube ກໍຈະເພີ່ມໂຄສະນາທີ່ ກົດຂ້າມບໍ່ໄດ້ ແຕ່ມີໃຫ້ສະເພາະບໍລິສັດ ຫຼື ແບຣນສິນຄ້າລະດັບ “partner” ເທົ່ານັ້ນ ທີ່ຈະສາມາດລົງໂຄສະນາທີ່ບໍ່ສາມາດກົດຂ້າມໄດ້. ຫຼ້າສຸດ ຕໍ່ຈາກນີ້ໄປ ຈະເປີດກວ້າງໃຫ້ເຈົ້າຂອງຄຼິບ ຫຼື ຜູ້ຜະລິດລາຍການຕ່າງໆ ສາມາດເລືອກໂຄສະນາໃນຄຼິບຕົນເອງໄດ້ແລ້ວຄື: ໂຄສະນາທີ່ສາມາດກົດຂ້າມໄດ້ ແລະ ໂຄສະນາກົດຂ້າມບໍ່ໄດ້. ການລົງໂຄສະນາແບບ ຫ້າມກົດ Skip ນີ້ ຝ່າຍຜູ້ລົງໂຄສະນາແມ່ນຕ້ອງໄດ້ຈ່າຍຄ່າລົງທີ່ແພງກວ່າແບບທົ່ວໆໄປກໍຄືກົດຂ້າມໄດ້ ຢູ່ແລ້ວ ແລະ ກໍຈະເຮັດໃຫ້ເຈົ້າຂອງຄຼິບນັ້ນໄດ້ສ່ວນແບ່ງລາຍໄດ້ຂອງຄ່າໂຄສະນາຫຼາຍຂຶ້ນນຳອີກ (ແຕ່ຜູ້ຊົມແບບເຮົາໆກໍຕ້ອງໄດ້ອົດທົນໃນການເບິ່ງໂຄສະນາໃຫ້ຈົບ) ເຖິງຢ່າງໄດ້ກໍຕາມ ໂຄສະນາແບບນີ້ແມ່ນມີກຳນົດບໍ່ໃຫ້ຍາວເກີນ 15 ນາທີ).
Read More »ລັດຖະບານ!! ເລັ່ງປັບປຸງການບໍລິການຂອງ ແພດຫມໍໃນລາວ ເພື່ອບໍ່ໃຫ້ຄົນເຈັບໄປປິ່ນປົວສຸຂະພາບຢູ່ປະເທດໃກ້ຄຽງ
ດັ່ງທີ່ເຮົາຮູ້ກັນແລ້ວວ່າ: ຄົນລາວສ່ວນຫຼາຍມັກ ຫລັ່ງໄຫລເດີນທາງໄປປິ່ນປົວສຸຂະພາບຢູ່ປະເທດໃກ້ຄຽງ, ທັງຢູ່ໃນນະຄອນຫລວງ ວຽງຈັນ ກໍຄື ບັນດາແຂວງທີ່ມີຊາຍແດນຕິດກັບປະເທດໃກ້ຄຽງ ຖືເປັນບັນຫາທີ່ເກີດຂຶ້ນມາດົນນານແລ້ວ ແລະ ເປັນ ບັນຫາຊໍາເຮື້ອມາແຕ່ດົນນານທີ່ຫລາຍຝ່າຍຮຽກຮ້ອງໃຫ້ກະຊວງ ສາທາລະນະສຸກ ເລັ່ງແກ້ໄຂໃຫ້ໄດ້ເພື່ອໃຫ້ຄົນເຈັບ ຫັນມາໃຊ້ການບໍລິການປິ່ນປົວຂອງແພດຫມໍຢູ່ບັນດາໂຮງໝໍໃນລາວໃຫ້ນັບມື້ຫລາຍຂຶ້ນ ແລະ ຫລຸດຜ່ອນຫາງສຽງຈົ່ມ ວ່າທີ່ບໍ່ດີກ່ຽວກັບການບໍລິການຂອງແພດໝໍໃນລາວ. ຮອງສາດສະດາຈານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງ ສາທາລະນະສຸກ ໃຫ້ສຳພາດວ່າ: ປັດຈຸບັນ ກະຊວງ ສາທາລະນະສຸກ ພວມເລັ່ງຈັດຕັ້ງປະຕິບັດຫລາຍມາດຕະການ ເພື່ອດຶງດູດບໍ່ໃຫ້ຄົນເຈັບໃນລາວເດີນທາງໄປ ປິ່ນປົວສຸຂະພາບຢູ່ປະເທດໃກ້ຄຽງ ຄື: ເລັ່ງປັບປຸງການບໍລິການໃຫ້ມີຄຸນນະພາບ, ໃນນີ້ລວມມີ: ສະຖານທີ່ບໍລິການ, ຄຸນນະພາບຂອງບຸກຄະລາກອນ, ອຸປະກອນການແພດ ແລະ ລະບົບການເຮັດວຽກ, ສຸມໃສ່ການກໍ່ສ້າງແພດໝໍໂດຍສະ ເພາະລະດັບຊ່ຽວຊານລົງເລິກຂະແໜງການຍັງຂາດແຄນຈຳນວນຫລາຍ, ປັບປຸງຈັນຍາບັນ-ຈັນຍາທຳຂອງແພດໝໍ ໂດຍ ໄດ້ນຳເອົານະໂຍບາຍ 5 ດີ 1 ພໍໃຈເຂົ້າມາຈັດຕັ້ງປະຕິບັດ ຄື: ການຕ້ອນຮັບດີ, ສະອາດດີ, ສະດວກດີ, ບົ່ງມະຕິພະຍາດຊັດເຈນດີ, ປິ່ນປົວດີ ແລະ ຄົນເຈັບເພິ່ງພໍໃຈ, ເສີມຂະຫຍາຍຄັງປະກັນສຸຂະພາບໃຫ້ດີເພື່ອໃຫ້ມີກອງທຶນປະກັນສຸຂະ ພາບທີ່ດີ ແລະ ປະຊາຊົນເຂົາໃຈຫລາຍຂຶ້ນ, ປັບປຸງບັນດາໂຮງໝໍສູນກາງໃຫ້ດີ ...
Read More »ແຈ້ງການ!!! ຂຶ້ນລາຄານໍ້າມັນ ອີກແລ້ວ!!! ເລີ່ມມື້ອື່ນເຊົ້າ
ແຈ້ງການ ປັບຂຶ້ນລາຄານ້ຳມັນຂາຍຍ່ອຍຢູ່ຂອບເຂດທົ່ວປະເທດ ເລີມຈັດຕັ້ງປະຕິບັດແຕ່ວັນທີ 4 ຕຸລາ 2018 ເປັນຕົ້ນໄປ ກະຊວງອຸດສະຫະກຳແລະການຄ້າ ອອກແຈ້ງການປັບຂຶ້ນລາຄານ້ຳມັນຂາຍຍ່ອຍຢູ່ຂອບເຂດທົ່ວປະເທດຄື: ແອັດຊັງພິເສດ 230 ກີບຕໍ່ລິດ, ແອັດຊັງທຳມະດາ ແລະ ນ້ຳມັນກາຊວນ ຂຶ້ນ 200 ກີບຕໍ່ລິດ ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 4 ຕຸລາ 2018 ເວລາ 6:00 ໂມງ ເປັນຕົ້ນໄປ
Read More »ຄວາມຄືບໜ້າ!!! ໃກ້ເປັນຄວາມຈິງ ກັບໂຄງການເຂດເສດຖະກິດໃໝ່ ສີທັນດອນ
ຕາມການລາຍງານຂອງ ໜັງສືພິມຈຳປາໃຫ່ມ ໃຫ້ຮູ້ວ່າ: ໃນວັນທີ 25 ກັນຍາ 2018 ທີ່ຜ່ານມາ ທີ່ຫ້ອງວ່າການປົກຄອງແຂວງຈຳປາສັກ ຜູ້ພັດທະນາໂຄງການເຂດເສດຖະກິດໃໝ່ ສີທັນດອນ ໄດ້ລາຍງານຄວາມຄືບໜ້າໃນການພັດທະນາໂຄງການໄລຍະຕົ້ນຕໍ່ທ່ານ ປອ. ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອກະກຽມເຂົ້າສູ່ການພັດທະນາໄລຍະທຳອິດແຕ່ປີ 2018-2025 ຂະນະດຽວກັນທ່ານຮອງນາຍົກກໍເນັ້ນໃຫ້ໂຄງການເອົາໃຈໃສ່ພັດທະນາຫຼາຍໜ້າວຽກທ່ີສຳຄັນ. ໃນໂອກາດດັ່ງກ່າວ ທ່ານ ລາຕີ ສີສຸພັນນະວົງ ຮອງປະທານບໍລິສັດຮ່ວມພັດທະນາສີທັນດອນຈຳກັດ ຂຶ້ນຜ່ານຄວາມຄືບໜ້າເບື້ອງຕົ້ນໃນການພັດທະນາເຂດເສດຖະກິດໃໝ່ສີທັນດອນໃນໄລຍະ 3 ເດືອນນັບແຕ່ໄດ້ເຊັນສັນຍາພັດທະນາໂຄງການນຳລັດຖະບານໃນທ້າຍເດືອນ ມິຖຸນາ 2018 ເຊິ່ງມີຫຼາຍວຽກງານສຳຄັນທີ່ສຳເລັດ ແລະ ກຳລັງວາງແຜນເປັນຕົ້ນ: ສຳເລັດພິທີເຊັນສັນຍາມອບ-ຮັບຣີສອດຄອນພະເພັງ ພ້ອມທັງປັບປຸງຫ້ອງຈຳນວນ 25 ຫ້ອງ ແລະ ສຳເລັດການສຳຫຼວດທີ່ຕັ້ງສຳນັກງານ,ອອກແບບເຮືອນຮັບແຂກ ແລະ ທີ່ຢູ່ອາໃສຂອງພະນັກງານມີທັງໝົດ 200 ຫ້ອງ. ສຳເລັດການຈົດທະບຽນສ້າງຕັ້ງບໍລິສັດໃນເຂດພັດທະນາຈຳນວນ 6 ບໍລິສັດ. ສຳເລັດການສຳຫຼວດອອກແບບເສັ້ນທາງອ້ອມດອນໂຂງທີ່ມີຄວາມຍາວ 43 ກິໂລແມັດ ແລະ ທາງລຽບແຄມຂອງຈາກຄອນພະເພັງ ຫາ ບ້ານຂີ້ນາກ. ສຳເລັດການແຕ່ງຕັ້ງຄະນະກຳມະການຊົດເຊີຍຄ່າເສຍຫາຍ ແລະ ຈັດສັນຍົກຍ້າຍທັງລະດັບສູນກາງ ແລະ ...
Read More »ນາຍົກຕ້ອນຮັບທ່ານສຸລະກຽດ ສະຖຽນໄທ
ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂອງທ່ານ ດຣ. ສຸລະກຽດ ສະຖຽນໄທ ອະດີດຮອງນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ຣາຊະອານາຈັກໄທ, ປະທານ ສະພາສັນຕິພາບ ແລະ ຄວາມປອງດອງອາຊີ (Asian Peace and Reconciliation-APRC) ຄະນະບໍລິຫານກອງປະຊຸມປົວອ້າວ ສຳລັບອາຊີ. ໃນໂອກາດມາເຂົ້າຮ່ວມກອງປະຊຸມເວທີປົວອ້າວ ສຳລັບອາຊີ ຢູ່ ສປປ ລາວ ທີ່ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 28 ກັນຍາ 2018 ຜ່ານມາ. ໃນໂອກາດດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ການເຂົ້າຮ່ວມກອງປະຊຸມເວທີປົວອ້າວ ສຳລັບອາຊີ ຢູ່ ສປປ ລາວ ຂອງທ່ານ ດຣ. ສຸລະກຽດ ສະຖຽນໄທ ລວມທັງການປະກອບສ່ວນອັນສຳຄັນ ໃນການຊຸກຍູ້ເຮັດໃຫ້ມີການຈັດກອງປະຊຸມ ເວທີປົວອ້າວ ສຳລັບອາຊີ ຢູ່ ສປປ ລາວ ໃນຄັ້ງນີ້ ...
Read More »6 ແນວຄິດຜິດໆ ເຮັດໃຫ້ SME ສ້າງຍີ່ຫໍ້ ແລ້ວບໍ່ເປັນທີ່ຮູ້ຈັກ
ທ່ານເປັນຄົນໜຶ່ງທີ່ກຳລັງຈະສ້າງຍີ່ຫໍ້ ເປັນຂອງຕົນເອງແມ່ນບໍ່? ຫຼື ວ່າທ່ານກຳລັງເັປນເຈົ້າຂອງຍີ່ຫໍ້ໃດໜຶ່ງຢູ່ໃນລາວ ແຕ່ຍີ່ຫໍ້ຂອງທ່ານຍັງບໍ່ເປັນທີ່ຮູ້ຈັກຂອງສັງຄົມຢ່າງກວ້າງຂວາງ. ການຈະສ້າງຍີ່ຫໍ້ (Brand) ໃຫ້ຕິດຕະຫຼາດ ແລະ ເປັນທີ່ຮູ້ຈັກຂອງສັງຄົມໄດ້ນັ້ນ ຜູ້ປະກອບການ SME ຫຼາຍທ່ານຕ້ອງຄິດວ່ານີ້ເປັນໜຶ່ງວິທີທີ່ຈະຊ່ວຍເຮັດໃຫ້ທຸລະກິດປະສົບຄວາມສຳເລັດ ເພາະຖ້າຫາກຍີ່ຫໍ້ ຂອງເຮົາເປັນທີ່ຮູ້ຈັກ ແລະ ນິຍົມ ກໍຕ້ອງເຮັດໃຫ້ລູກຄ້າຄິດເຖິງ ແລະ ຢາກຊື້ສິນຄ້າ ຫຼື ການບໍລິການຂອງເຮົາເປັນອັບດັບທຳອິດ. ແຕ່ເຊື່ອບໍ່ວ່າ ຍັງມີອີກຫຼາຍທ່ານທີ່ເຂົ້າໃຈ ໃນການສ້າງຍີ່ຫໍ້ ໄປໃນທາງທີ່ບໍ່ຖືກຕ້ອງຈົນເຮັດໃຫ້ບໍ່ປະສົບຄວາມສຳເລັດ. ຂໍແນະນຳ 6 ແນວຄິດຜິດໆທີ່ເຮັດໃຫ້ ຜູ້ປະກອບການ SME ເຂົ້າໃຈຜິດໃນການສ້າງຍີ່ຫໍ້. ການສ້າງຍີ່ຫໍ້ຄື ການສ້າງໂລໂກ້: ຜູ້ປະກອບການມັກຄິດວ່າ ການສ້າງຍີ່ຫໍ້ສິນຄ້າຕ້ອງແມ່ນການສ້າງ ຫຼື ອອກແບບໂລໂກ້ເປັນຫຼັກ ແຕ່ໃນຄວາມຈິງແລ້ວ ໂລໂກ້ເປັນພຽງສ່ວນນ້ອຍໆເທົ່ານັ້ນ ເພາະສິ່ງສຳຄັນຄື ຕ້ອງສ້າງເປັນຂອງຍີ່ຫໍ້ ຫຼື ການສ້າງຊື່ສຽງ, ຄວາມປະທັບໃຈ ແລະ ການສ້າງຍຸດທະສາດໃນການເຮັດການຕະຫຼາດ ເຊິ່ງເປັນຫຼັກການທີ່ສຳຄັນຂອງການສ້າງຍີ່ຫໍ້ ຕ້ອງເຮັດໃຫ້ຮູ້ສຶກວ່າ ຖ້າເວົ້າເຖິງຍີ່ຫໍ້ນີ້ ລູກຄ້າຈະຮູ້ທັນທີວ່າ ຍີ່ຫໍ້ (Brand) ນີ້ແມ່ນຫຍັງ. ສ້າງຍີ່ຫໍ້ ຄື ການຄິດໃຫ້ເປັນເລີດທີ່ສຸດ. ຜູ້ປະກອບການຫຼາຍຄົນມັກຈິນຕະນາການຍີ່ຫໍ້ສິນຄ້າໃຫ້ໂດດເດັ່ນເປັນເລີດ ແຕ່ຄວາມຈິງຄືການສ້າງຍີ່ຫໍ້ທີ່ດີຈະຕ້ອງ ເກັບຂໍ້ມູນສິນຄ້າໃຫ້ຄົບຖ້ວນ ...
Read More »ເຈົ້າເປັນຜູ້ໜຶ່ງ!!! ທີ່ຢາກເຮັດທຸລະກິດບໍ່? ຄຼິກເຂົ້າອ່ານເລີຍ….
ສະບາຍດີ!!! ທ່ານຜູ້ທີ່ມີຄວາມໃຝ່ຝັນຢາກເປັນເຈົ້າຂອງທຸລະກິດ ສິ່ງໃດສິ່ງໜຶ່ງແຕ່ບໍ່ຮູ້ຈະເຮັດຫຍັງດີແມ່ນບໍ່? ຈຶ່ງຈະເໝາະກັບຕົນເອງ ແລະ ເຮັດຫຍັງຈຶ່ງຈະທຸລະກິດຈະເລີນກ້າວໜ້າ, ບໍ່ລົ້ມລະລາຍ ແລະ ທຸລະກິດແປກໃໝ່ໃນບ້ານເຮົາ. ມື້ນີ້, ທາງທາເກັດເລີຍມີຂ່າວດີມາເຊີນຊວນທຸກຄົນມາຮ່ວມງານນີ້ ຮັບຮ້ອງວ່າ ຖືກໃນຄົນຢາກເຮັດທຸລະກິດສ່ວນຕົວແນ່ນອນ. ເຊິ່ງ ສູນຜູ້ປະກອບການແມ່ຍິງ(Women’s Entrepreneurial Center )ຮ່ວມກັນກັບ STELLA ເຊີນຊວນ ຜູ້ທີ່ສົນໃຈ ໂດຍສະເພາະແມ່ຍິງ ທີ່ກໍາລັງຢາກເຮັດທຸລະກິດ ແຕ່ບໍ່ຮູ້ຈະເຮັດຫຍັງດີ? ເລີ່ມແນວໃດ? ມາເຂົ້າຮ່ວມເຝິກອົບຮົມກັບເຮົາຟຣີ!! ໃນຫົວຂໍ້ ” Start your Business ” ການຊອກຫາແນວຄິດເລີ່ມຕົ້ນເຮັດທຸລະກິດ ໃນງານທຸກຄົນຈະໄດ້ລົງໂຕຈິງ ພ້ອມອອກຈາກຫ້ອງກັບແຜນທີ່ຊັດເຈນກັບທຸລະກິດ. ງານວັນເສົາ ແລະ ອາທິດນີ້ ວັນທີ 6-7/10/2018, 8.30-16.30 ນີ້ແລ້ວ ທຸກທ່ານສາາມາດລົງທະບຽນໄດ້ເລີຍກັບ ໄມໂລ ຕາມອິນບອກ Mailo Khamsay ຫຼືໂທສອບຖາມ 020 28282312
Read More »ມາເບິ່ງ!! ລາຄາ ແລະ ການບໍລິການ ຂອງລົດໄຟລາວ-ຈີນ ມີດັ່ງນີ້໊:…..
ຄວາມຫວັງຈະໄດ້ຂີ່ລົດໄຟຄວາມໄວສູງຂອງຄົນລາວຈະມາຮອດແລ້ວ!!!! ໂຄງການກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ເປັນອີກທາງເລືອກໜຶ່ງໃຫ້ຜູ້ໂດຍສານທາງພາກເໜືອລົງຫານະຄອນຫຼວງວຽງຈັນ ນອກຈາກການເດີນທາງດ້ວຍລົດເມ ແລະ ຍົນແລ້ວ ຕໍ່ຈາກນີ້ປະມານທ້າຍປີ 2022 ກໍຈະມີການຄົມມະນາຄົມ ທາງລົດໄຟນີ້ແລ ຈະຕອບໂຈດຄວາມຕ້ອງການຂອງຜູ້ຊົມໃຊ້ໄດ້ແຖມລາຄາຖືກ ແລະ ໃຊ້ເວລາສັ້ນກວ່າອີກ. ອີງຕາມຂໍ້ມູນຈາກນັກວິຊາການ ພ້ອມດ້ວຍຊ່ຽວຊານຈາກ ອາຊຽນ ແລະ ສປຈີນ ໄດ້ເປີດເຜີຍວ່າ: ການຄຸ້ມຄອງການບໍລິການດ້ານຂົນສົ່ງໂດຍສານຂອງໂຄງການລົດໄຟ ລາວ-ຈີນ ເຊິ່ງກຳນົດໃຫ້ມີທັງໝົດ 33 ສະຖານີ; ໃນນັ້ນ: ການເປີດນໍາໃຊ້ໄລຍະຕົ້ນຈະມີ 21 ສະຖານີ ສາມາດກຳນົດໄດ້ 23 ຖ້ຽວຕໍ່ວັນ ແຕ່ຖ້າຫາກມີການເປີດນຳໃຊ້ທັງໝົດ 33 ສະຖານີ ແມ່ນສາມາດເພີ່ມເປັນ 39 ຖ້ຽວຕໍ່ວັນ. ສ່ວນອັດຕາຄ່າໂດຍສານແຕ່ນະຄອນຫຼວງວຽງຈັນ-ບໍ່ເຕັນ ສະເລ່ຍປະມານ 140.000 ກີບຕໍ່ຄົນ, ທຽບໃສ່ຄ່າຂົນສົ່ງທາງລົດ ແມ່ນຖືກກວ່າຫຼາຍເທົ່າໂຕ ແລະ ໃຊ້ເວລາເດີນທາງສັ້ນກວ່າ ແລະ ຄ່າຂົນສົ່ງສິນຄ້າປະມານ 6,000 ກີບຕໍ່ໂຕນເທົ່ານັ້ນ. ນອກນັ້ນ, ໃນຈໍານວນ 33 ສະຖານີ ຈະມີສະຖານີໂດຍສານ ແລະ ສະຖານີສິນຄ້າ ລວມຢູ່ນຳກັນ 11 ແຫ່ງ. ໃນນັ້ນ: ...
Read More »