ມາເບິ່ງ!!! 9 ແບຣນໃຫຍ່ ເຂົ້າສູ່ຍຸກໃໝ່ຂອງໂລໂກ້ທີ່ບໍ່ຈຳເປັນຕ້ອງມີຊື່ແບຣນ

ມື້ນີ້ ທາເກັດ ຈະພາມາເບິ່ງຄືນ ເພື່ອເປັນກໍລະນີສຶກສາ ໂລໂກ້ ຂອງແບຣນລະດັບໂລກ 9 ແບຣນ ທີ່ໄດ້ມີການປັບປຸງປ່ຽນໂລໂກ້ ໂດຍບໍ່ຈຳເປັນຕ້ອງມີຊື່ ໃນໂລໂກ້  ແຕ່ກໍສາມາດເຮັດໃຫ້ຄົນຮັບຮູ້ ແລະ ຈື່ໄດ້ວ່າແມ່ນແບຣນຫຍັງ. ທັງນີ້ ກໍຊ່ວຍເຮັດໃຫ່ແບຣນມີຄວາມທັນສະໄໝ ແລະ ໂດດເດັ່ນຂຶ້ນ.

ເມື່ອບໍ່ດົນມານີ້ ໄດ້ມີຂ່າວການປັບໂລໂກ້ ຄັ້ງໃຫຍ່ອີກຄັ້ງຂອງ  Mastercard ທີ່ເຄີຍປັບປຸງແລ້ວໃນປີ 2016 ແຕ່ຄັ້ງນີ້ເປັນການປັບປຸງສິ່ງສຳຄັນນັ້ນກໍຄື ການຕັດຊື່ແບຣນອອກ ເຫຼືອໄວ້ພຽງແຕ່ໂລໂກ້ວົງມົນຊ້ອນກັນສີແດງ, ສີສົ້ມ ແລະ ສີເຫຼືອງເທົ່ານັ້ນ.

ຈາກກໍລະນີຂອງ  Mastercard ທີ່ເກີດຂຶ້ນນັ້ນ ເລີຍເຮັດໃຫ້ຢາກກັບຄືນໄປເບິ່ງ ແບຣນໃຫຍ່ອີກ 8 ແບຣນ ທີ່ເຄີຍປັບປຸງປ່ຽນໂລໂກ້ຄັ້ງໃຫຍ່ດ້ວຍການຕັດຊື່ອອກຈາກໂລໂກຄືກັນເຊັ່ນ:

Nike

ປັບໃນປີ 1995 ແບຣນສິນຄ້າກິລາ Nike ໄດ້ປັບປຸງໂລໂກ້ດ້ວຍການລົບຊື່ອອກຈາກໂລໂກ້ ເຫຼືອພຽງສັນຍາລັກ  Swoosh ທີ່ມີລັກສະນະຄືກັບເຄື່ອງໝາຍຖືກ ຫຼັງຈາກນັ້ນ ສັນຍາລັກນີ້ກໍກາຍເປັນຕົວແທນຂອງແບຣນໄປເປັນທີ່ຮຽບຮ້ອຍ ແລະ ເັຮດທີ່ຈື່ຈຳໄດ້ດີ ເຖິງວ່າຈະບໍ່ມີຊື່ແບຣນກໍຕາມ.

Shell

ຕັ້ງແຕ່ໄລຍະປີ 1992 ຈົນເຖິງ 1995 ແບຣນ Shell ໄດ້ມີການປັບປຸງໂລໂກ້ເຖິງ 9 ຄັ້ງ ຈົນໃນທີ່ສຸດກໍໄດ້ຕັດຊື່ແບຣນອອກ ເຫຼືອ ພຽງສັນຍາລັກເປືອກຫອຍສີແດງ ແລະ ສີເຫຼືອງເທົ່ານັ້ນ.

McDonald’s

ແບຣນຮ້ານອາຫານຊື່ດັງ McDonald’s ໄດ້ມີການປັບປ່ຽນໂລໂກ້ ຫຼາຍຄັ້ງຄືກັນ ທັງປ່ຽນຊື່ແບຣນ ລວມເຖິງສະໂລແກນຂອງແບຣນ ໂດຍມີການໃສ່ສະໂລແກນ  ‘I’m lovin’ it’ ໄວ້ໃນໂລໂກ້ແຕ່ປີ 2003-2006 ຈົນໃນປີ 2006 ໄດ້ມີການປ່ຽນເອົາຂໍ້ຄວາມອອກໃຫ້ໝົດ ເຫຼືອໄວ້ພຽງແຕ່ສັນຍາລັກ Golden Arches

Target

ຮ້ານຄ້າ ຂາຍຍ່ອຍ Target ມີໂລໂກ້ທີ່ມີລັກສະນະຄ້າຍກັບເປົ້າຍິງປືນ ເຊິ່ງ  Target ໄດ້ຕັດຊື່ແບຣນອອກໃນປີ 2006 ເຊິ່ງສ່ວນຫຼາຍກໍລື້ງເຄີຍກັບໂລໂກ້ນີ້ເປັນຢ່າງດີແລ້ວ.

KFC

ເປັນທີ່ຮູ້ຈັກກັນດີແລ້ວວ່າ ຊື່ເຕັມຂອງ  KFC ກໍຄື Kentucky Fried Chicken ໂດຍໄດ້ເລີ່ມໃສ່ຊື່ຫຍໍ້ຕັ້ງແຕ່ປີ 1991 ແລະ ໂລໂກ້ໃໝ່ທີ່ສຸດຂອງ  KFC  ໄດ້ປ່ຽນແປງລ່າສຸດໃນປີ 2006  ເປັນຄວາມພະຍາຍາມທີ່ຈະສ້າງແບຣນໃຫ້ມີຄວາມຜູກພັນ Colonel Sanders ຈຶ່ງບໍ່ແປກທີ່ໃນໄລຍະຫຼັງໆພາບຂອງຜູ້ພັນຈະເດັ່ນຂຶ້ນມາ ແລະ ມີແຄມເປນຂອງຜູ້ພັນຫຼາຍຂຶ້ນ ສ່ວນຊື່ແບຣນເຖິງວ່າຈະຕັດອອກ ແຕ່ກໍຍໍໃຫ້ເດັ່ນນ້ອຍກວ່າຜູ້ພັນ.

Starbucks

ຮ້ານກາເຟຊື່ດັງ ກໍໄດ້ປັບປ່ຽນຕັດຊື່ແບຣນ Starbucks ພ້ອມກັບຄຳວ່າ  Coffee ອອກຈາກໂລໂກ້ໃນປີ 2011 ການປັບຄັ້ງນີ້ຖືເປັນການວິວັດທະນາການຂອງໂລໂກ້ຄັ້ງສຳຄັນຂອງແບຣນ ເປັນກົນລະຍຸດທີ່ສະທ້ອນຜ່ານໂລໂກ້ໄດ້ດີ.

Twitter

ແບຣນໂຊຊຽວມີເດຍ Twitter ໄດ້ປ່ຽນໂລໂກ້ ໂດຍການໃຊ້ນົກສີຟ້າມາເປັນຕົວແທນຂອງແບຣນ  ໄດ້ຕັດຊື່ແບຣນອອກຈາກໂລໂກ້ໃນປີ 20012 ບໍ່ຈຳເປັນຕ້ອງໃຊ້ຂໍ້ຄວາມ ຫຼື ຕົວ t ນ້ອຍເປັນຕົວແທນ Twitter ອີກຕໍ່ໄປ ໃຊ້ພຽງນົກສີຟ້າ ຕົວດຽວ.

Tinder

ແອັບຫາຄູ່ຊື່ດັງ  Tinder  ໄດ້ໃຊ້ສັນຍາລັດແປວໄຟແທນໂລໂກ້ ໄດ້ປັບປ່ຽນໃນປີ 2017 ຈາກໂລໂກ້ແປວໄຟນັ້ນຈະຢູ່ເທີງຕົວ i ໂລໂກ້ໃໝ່ນີ້ ອອກແບບໂດຍ DesignStudio

ທັງໝົດທີ່ເອົາມາໃຫ້ເບິ່ງນີ້ ຈະສັງເກດເຫັນໄດ້ວ່າ ໂລໂກ້ ແມ່ນມີຄວາມສຳພັນກັບການສ້າງແບຣນທີ່ສຸດ ຫຼາຍແບຣນເລືອກທີ່ຈະຕັດຊື່ແບຣນອອກໄປໄດ້ເພື່ອສົ່ງຜົນໃຫ້ການສ້າງແບຣນໃນໄລຍະຍາວ  ເພາະເລື່ອງການຈື່ຈຳແບຣນກໍເປັນເລື່ອງສຳຄັນ. ແຕ່ກ່ອນທີ່ຈະມີການປັບປ່ຽນໂລໂກ້ ແບຣນກໍຄວນເຮັດການສຳຫຼວດກັບຜູ້ບໍລິໂພກກ່ອນວ່າ ສາມາດຈື່ໂລໂກ້ ໄດ້ຫຼືບໍ່ ບໍ່ດັ່ງນັ້ນ, ຈະສົ່ງຜົນເສຍໃນໄລຍະຍາວແນ່ນອນ​.

By Ratirita

Brand Inside

 

Comments