ມີເງິນທຶນໜ້ອຍ ແຕ່ຢາກເປີດຮ້ານອາຫານ…ເຮັດແນວໃດດີ? (ອ່ານເລີຍ)

ມາເບິ່ງວ່າເຮັດແນວໃດ? ເມື່ອມີທຶນນ້ອຍ ຈະເປີດຮ້ານອາຫານບໍ່ໃຫ້ເຈັ້ງ

“ 7  ໃນ 10 ຄົນຈະເຈັ້ງຕັ້ງແຕ່ປີທໍາອິດ, 2 ໃນ 10 ຄົນຈະເຈັ້ງພາຍໃນປີທີ 3–5 ສຸດທ້າຍຈະເຫຼືອພຽງແຕ່ຮ້ານດຽວເທົ່ານັ້ນ ທີ່ຈະຢູ່ລອດໃນໂລກທຸລະກິດ” ເປັນຄໍາເວົ້າຂອງນັກທຸລະກິດໜຸ່ມ  ເຈົ້າຂອງຮ້ານຊາບູບຸ໊ບເຟ້  ຊື່ດັງທີ່ຕ່າງປະເທດ. ທ່ານອາດຈະເຄີຍເຫັນຫຼາຍຄົນໃຊ້ງົບປະມານບານປາຍໃນການຕົກແຕ່ງຮ້ານອາຫານສຸດທ້າຍ..ກໍເຈັ້ງ, ແຕ່ບາງຄົນມີງົບປະມານໜ້ອຍ ຫຼື ເງິນທຶນບໍ່ຫຼາຍ ແຕ່ກະເປີດຮ້ານອາຫານແລ້ວຮັ່ງມີ…

ຮ້ານອາຫານ ເປັນທຸລະກິດປະເພດໜຶ່ງທີ່ຕ້ອງໄດ້ຄໍານຶງເຖິງປັດໄຈຫຼາຍຢ່າງ  ເມື່ອມາວິເຄາະຄວາມເປັນໄປໄດ້ກ່ອນການລົງທຶນທຸລະກິດ ແລະ ການຕະຫຼາດເພື່ອເຮັດໃຫ້ຮ້ານອາຫານນັ້ນບໍ່ເຈັ້ງຕ້ອງໄດ້ມີການເຮັດແຜນສູງໆໄວ້ :

FEASIBILITY STUDY ການສຶກສາຄວາມເປັນໄປໄດ້ຂອງທຸລະກິດ

LOCATION ANALYSIS ການວິເຄາະຄວາມເປັນໄປໄດ້ເລືອກທີ່ຕັ້ງທີ່ເໝາະສົມ ຫາໂອກາດ ແລະ  ຫາທີ່ຕັ້ງທີ່ກໍາລັງຈະດັງໃຫ້ໄດ້, ເພາະທີ່ຕັ້ງທີ່ດັງແລ້ວ ດີແລ້ວຄື: ແຖວສີຫອມ ,ແຖວແຄມຂອງ…. ກໍຈະໝາຍເຖິງຄ່າເຊົ່າທີ່ແພງ, ແຕ່ຖ້າເຮົາເປັນ SME  ໃຫ້ເຮົາລອງຊອກສະຖານທີ່  ປຽບຄືກ້ວຍທີ່ກຳລັງຈະສຸກ ແຕ່ມັນຍັງບໍ່ສຸກດີເທື່ອ, ເຮົາຕ້ອງຊອກຫາໂອກາດອັນນີ້ໃຫ້ພົບ

MARKET ANALYSIS ການວິເຄາະຄວາມເປັນໄປໄດ້ທາງການຕະຫຼາດ

ກຸ່ມລູກຄ້າຂອງເຮົາແມ່ນໃຜ? ເຮັດການຕະຫຼາດໃຫ້ຖືກກຸ່ມ, ແມ່ຍິງເປັນຄົນເລືອກຮ້ານ ຜູ້ຊາຍເປັນຄົນຈ່າຍເງິນ ອາດຈະຫາຂໍ້ມູນຈາກ Internet ວ່າແມ່ຍິງເຂົ້າໄປຮ້ານ ເຂົາມັກກິນຫຍັງ? ແນວໃດ? ໄປເບິ່ງຄູ່ແຂ່ງລະດັບດຽວກັນ, ສິນຄ້າ ແລະ ການບໍລິການທີ່ໃກ້ຄຽງກັນເພື່ອໃສ່ລາຍການຂອງເຮົາແລ້ວປະເມີນລາຄາວ່າເຂົາຂາຍຈັ່ງໃດ, ເຮັດແນວໃດ ແລ້ວມາວິເຄາະໃສ່ຮ້ານເຮົາຊິຂາຍໄດ້ປະມານໃດ ?

FINANCIAL ANALYSIS  ວິເຄາະທາງການເງິນ
ເຮັດຂໍ້ມູນລະອຽດ ຢ່າເບິ່ງຂ້າມຂໍ້ນີ້ເດັດຂາດ, ເຮົາຄວນເຮັດບັນຊີໃນລະບົບ Excel ແລ້ວລົງລາຍການຕ່າງໆເບິ່ງວ່າເຮົາຈະໃຊ້ຈ່າຍຫຍັງແດ່? ຈະຂາຍໄດ້ອາຫານຈັກຈານ? ຕໍ່ມື້? ຈານລະເທົ່າໃດ? ແລ້ວເຮົາຊິຮູ້ລາຍລະອຽດທຸກຢ່າງ ຕັ້ງແຕ່ຍັງບໍ່ໄດ້ເປີດຮ້ານ ວ່າເຮົາຊິລົງທຶນເທົ່າໃດ? ຜົນຕອບຮັບຊິເປັນແນວໃດ ? ຈາກການສຶກສາຂໍ້ມູນລະອຽດ, ຄິດໄລ່ແມ້ແຕ່ຄ່າຕົກແຕ່ງກະໂລ້ປູພື້ນວ່າເຮົາຊິໃຊ້ລາຄາເທົ່າໃດ ເພາະຮ້ອຍສ່ວນຮ້ອຍຂອງຄົນເຮັດຮ້ານອາຫານຊິຈົບຢູ່ບ່ອນງົບປະມານຕົກແຕ່ງຮ້ານບານປາຍ ເພາະບໍ່ມີແກນຂອງທຸລະກິດ ວ່າເຮົາຈະຕ້ອງຄໍານຶງວ່າ ຊິໃຊ້ຫຍັງເທົ່າໃດ? ການໃຊ້ເຄື່ອງຕົກແຕ່ງຖືກກໍໄດ້ ແຕ່ເຮົາຕ້ອງຫາ Style ຄັກໆໃນແບບຂອງຕົວເອງໃຫ້ພົບ

ຖ້າຫາກເຈົ້າມີງົບໜ້ອຍ ເຈົ້າຍັງຄິດນ້ອຍ ແລ້ວເຈົ້າຍັງລົງມືເຮັດໜ້ອຍ ເຈົ້າຕາຍແນ່ນອນ ແຕ່ຫາກເຮົາຄິດຫຼາຍໆ ເຮັດວຽກບ້ານຫຼາຍໆ ເພາະຖ້າເຮົາຄິດຫຼາຍໆມື້ໃດ ເຮົາຈະເສຍເງິນໜ້ອຍ ຖ້າໃຜທີ່ວ່າເຮັດຮ້ານອາຫານແລ້ວບໍ່ຢາກມີບັນຫາ ຢ່າມາເຮັດຮ້ານອາຫານ ໄປເຮັດທຸລະກິດອື່ນ, ເພາະຮ້ານອາຫານຄືທຸລະກິດທີ່ມີບັນຫາເກີດຂຶ້ນຕະຫຼອດເວລາ, ແຕ່ຈົ່ງເຮັດໃຫ້ບັນຫາໃຫ້ເປັນເລື່ອງປົກກະຕິຂອງຊີວິດທີ່ເຮົາຈະຕ້ອງແກ້ໄຂໃຫ້ໄດ້, ບັນຫາບໍ່ໄດ້ເຮັດໃຫ້ເຮົາຕາຍ ແຕ່ປັນຫາມັນຊິເຮັດໃຫ້ເຮົາເກັ່ງຂຶ້ນເລື້ອຍໆ.

Comments