ຍ້ອນເປັນມືໃໝ່ທີ່ຫາກໍເລີ່ມຕົ້ນເປັນເຈົ້າຂອງທຸລະກິດ ເຮັດໃຫ້ຜູ້ປະກອບການຫຼາຍຄົນຕ້ອງພົບກັບບັນຫາຈົນຕ້ອງສະຢຸດລະຫວ່າງທາງ! ມາເບິ່ງນໍາກັນວ່າ! ຖ້າຢາກເລີ່ມທຸລະກິດແລ້ວໄປຕໍ່ໄດ້ຕ້ອງເຮັດແນວໃດແດ່?

ເລີ່ມຕົ້ນທຸລະກິດແນວໃດ? ໃຫ້ໄປຕໍ່ໄດ່້

ໃນການເລີ່ມຕົ້ນທຸລະກິດ ຜູ້ປະກອບການຫຼາຍຄົນມັກຈະສະດຸດ ແລະ ປະສົບບັນຫາໃນການດໍາເນີນທຸລະກິດໃນໄລຍະເລີ່ມຕົ້ນ ບໍ່ວ່າຈະເປັນເລື່ອງທຶນ, ການບໍ່ມີຄວາມຮູ້ທາງທຸລະກິດ, ການຕັດສິນໃຈທີ່ບໍ່ລະມັດລະວັງ ບໍ່ຮອບຄອບ. ເຊິ່ງບາງຄົນເມື່ອພົບບັນຫາແລ້ວ ສາມາດແກ້ໄຂບັນຫາໄດ້ຖືກຈຸດ ກໍເຮັດໃຫ້ທຸລະກິດສາມາດໄປຕໍ່ໄດ້ ຂະນະທີ່ບາງຄົນຕ້ອງສະດຸດຢຸດລະຫວ່າງທາງ… ມາເບິ່ງນໍາກັນວ່າ ຖ້າຢາກເລີ່ມທຸລະກິດແລ້ວໄປຕໍ່ໃຫ້ໄດ້ຕ້ອງເຮັດແນວໃດ?

  1. ມີ Model ທຸລະກິດທີ່ຊັດເຈນ

ງ່າຍໆເລີຍຄື ຈະສ້າງສິນຄ້າຫຍັງ, ກຸ່ມເປົ້າໝາຍຄືໃຜ, ຈະເຮັດການຕະຫຼາດທາງໃດ, ໂຄງສ້າງຕົ້ນທຶນມີຫຍັງແດ່, ຕ້ອງໃຊ້ຊັບພະຍາກອນຫຍັງແດ່ ແລະ ອື່ນໆ. ເຊິ່ງຜູ້ປະກອບການຕ້ອງຕອບຄໍາຖາມເຫຼົ່ານີ້ໃຫ້ໄດ້ກ່ອນ ເພາະນັ້ນໝາຍເຖິງທ່ານຮູ້ວ່າ ກໍາລັງເຮັດຫຍັງຢູ່

  1. ເບິ່ງຄູ່ແຂ່ງວ່າມີໃຜແດ່

ວິເຄາະຄູ່ແຂ່ງວ່າຄ້າຍຄື ຫຼືແຕກຕ່າງຈາກເຮົາບ່ອນໃດ, ບາງຄົນອາດຈະເບິ່ງວ່າເປັນການໝົກໝຸ້ນຢູ່ກັບການແຂ່ງຂັນນັ້ນບໍ່ແມ່ນເລື່ອງທີ່ດີ, ແຕ່ການທີ່ບໍ່ສົນໃຈເລື່ອງນີ້ເລີຍຈະເປັນອີກປັດໃຈທີ່ເຮັດໃຫ້ທຸລະກິດໄປຕໍ່ບໍ່ໄດ້

  1. ວາງແຜນແບບຄ່ອຍເປັນຄ່ອຍໄປ

ການວາງແຜນທຸລະກິດຊ່ວຍໃຫ້ເບິ່ງເຫັນແນວທາງໃນການດໍາເນີນທຸລະກິດ ວ່າຈະຕ້ອງເຮັດຫຍັງແດ່ ແລະ ສາມາດຮັບມືກັບບັນກຫາທີ່ອາດຈະເກີດຂຶ້ນໄດ້ແນວໃດ? ນອກຈາກນີ້ ຖ້າວາງແຜນແບບຄ່ອຍໆກ້າວເທື່ອລະຂັ້ນ ກໍຈະຊ່ວຍຫຼຸດຄວາມສ່ຽງໃນການເຮັດທຸລະກິດໄດ້

  1. ຢ່າຖອດໃຈງ່າຍ

ສິ່ງນີ້ເປັນຄາຖາປະຈໍາຕົວຂອງຜູ້ປະກອບການປ້າຍແດງກໍເວົ້າໄດ້ ເພາະຫຼີກລ່ຽງບໍ່ໄດ້ທີ່ຈະຕ້ອງພົບບັນຫາໃນການເຮັດທຸລະກິດ ເຊິ່ງບາງຄົນທໍ້ຖອຍ ແລະ ບໍ່ຍອມໄປຕໍ່ ເຮັດໃຫ້ທຸລະກິດທີ່ເຮັດມາຕ້ອງປິດສາກລົງ.

ແນວໃດກໍຕາມ ຕາມການສໍາຫຼວດ ຜູ້ປະກອບໃໝ່ທີ່ຫາກໍເລີ່ມຕົ້ນທຸລະກິດນັ້ນ ຈະພົບບັນຫາ ແລະ ລົ້ມເຫຼວພາຍໃນ 8 ເດືອນທໍາອິດທີ່ເລີ່ມຕົ້ນ. ຖ້າຜ່ານໄລຍະນີ້ໄປໄດ້ທຸລະກິດກໍຈະຄ່ອຍໆດີຂຶ້ນ ເພາະຜູ້ປະກອບການຮູ້ຈັກວິທີຮັບມືກັບບັນຫາໃນສ່ວນໜຶ່ງແລ້ວ. ແຕ່ກໍບໍ່ໄດ້ໝາຍຄວາມວ່າ ຖ້າຜ່ານຈຸດນີ້ໄປໄດ້ແລ້ວຈະສໍາເລັດເລີຍ ອັນນີ້ກໍຂຶ້ນກັບຜູ້ປະກອບການເອງ ວ່າຈະມີຄວາມສາມາດ ນໍາພາທຸລະກິດໃຫ້ປະສົບຄວາມສໍາເລັດໄດ້ ຫຼືບໍ່?

ຂອບໃຈທີ່ມາ: SMETHAILANDCLUP

Comments