ນະຄອນຫຼວງ ເລັ່ງປ່ຽນໝໍ້ນັບໄຟທັນສະໄໝ ຈະມີຄວາມຍຸຕິທຳໃຫ້ສອງຝ່າຍ

ເພື່ອ​ເຮັດ​ໃຫ້​ສອງ​ຝ່າຍ​ຄື​ຜູ້​ສະ­ໜອງ ແລະ ຜູ້​ຊົມ­ໃຊ້​ໄຟ­ຟ້າ​ມີ​ຄວາມ​ຍຸ­ຕິ​ທຳ​ບໍ່​ເອົາ​ລັດ​ເອົາ​ປຽບ​ກັນ​ລະ­ຫວ່າງ​ຜູ້​ຂາຍ ແລະ ຜູ້​ໃຊ້ ປັດ­ຈຸ­ບັນ​ຝ່າຍ​ປະ­ຕິ­ບັດ​ການ​ໄຟ­ຟ້າ​ນະ­ຄອນຫຼວງ​ວຽງ​ຈັນ (ນວ) ກຳ­ລັງ​ເລັ່ງ​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ຕິດ​ຕັ້ງ​ໝໍ້­ນັບ­ໄຟ​ສະ­ມາດ​ມີ​ເຕີ (ກົງ​ເຕີ) ຫຼື AMI ທີ່​ທັນ​ສະ­ໄໝ​ໃຫ້​ຜູ້​ຊົມ­ໃຊ້​ໃນ​ຂອບ​ເຂດ 4 ເມືອງ​ໃນ​ຄື: ເມືອງ​ໄຊ​ເສດ​ຖາ ຈັນ­ທະ​ບູ​ລີ ສີ​ສັດ­ຕະ​ນາກ ແລະ ເມືອງ​ສີ​ໂຄດ​ຕະ­ບອງ ຕາມ​ແຜນ­ການ ຈະ​ໃຫ້​ສຳ­ເລັດ​ໃນ​ປີ 2019.

ທ່ານ ເຄນ ເທບ​ວົງ­ສາ ຜູ້​ຊ່ວຍ​ຜູ້­ອຳ­ນວຍ­ການ​ໃຫຍ່ ລັດ​ວິ​ສາ​ຫະ​ກິດ​ໄຟ­ຟ້າ​ລາວ ມະ­ຫາ­ຊົນ ຫົວ­ໜ້າ​ຝ່າຍ​ປະ­ຕິ­ບັດ​ການ​ໄຟ­ຟ້າ​ນະ­ຄອນ­ຫຼວງ ໄດ້​ໃຫ້​ສຳ­ພາດ​ເມື່ອ​ບໍ່​ດົນ​ນີ້​ວ່າ: ໂຄງ­ການ​ຕິດ​ຕັ້ງ​ໝໍ້­ນັບ­ໄຟ​ທັນ​ສະ­ໄໝ​ໃຫ້​ປະ­ຊາ­ຊົນ ນວ ໂດຍ​ສະ­ເພາະ 4 ເມືອງ​ໃນ ຕາມ​ຕົວ​ເລກ​ທີ່​ຈະ​ຕິດ​ຕັ້ງ​ປ່ຽນ​ແທນ 50.000 ໜ່ວຍ​ທີ່​ເປັນ​ໝໍ້­ນັບ­ໄຟ​ດິ​ຈີ​ຕອນ ເພື່ອ​ປ່ຽນ​ແທນ​ໝໍ້­ນັບ­ໄຟ​ອາ­ນາ​ລອກ 130.000 ກວ່າ​ໜ່ວຍ ກວມ​ເອົາ 40% ໂຄງ­ການ​ນີ້​ໄດ້​ຈັດ​ຕັ້ງ​ປະ­ຕິ­ບັດ​ຢູ່​ເມືອງ​ຈັນ­ທະ​ບູ​ລີ ກ່ອນ­ໝູ່​ໂດຍ​ກຳ­ນົດ​ເອົາ​ບ້ານ​ໜອງ​ສ້າງ​ທໍ່ ແລະ ບ້ານ​ອາ​ນຸ ເລີ່ມ​ເດືອນ​ທັນ­ວາ 2018 ແລະ ສຳ­ເລັດ​ເດືອນ​ກຸມ­ພາ 2019 ປະ­ຕິ­ບັດ​ໄດ້ 1.000 ກວ່າ​ໜ່ວຍ ຈາກ​ນັ້ນ ເດືອນ​ມີ­ນາ 2019 ກໍ​ສືບ­ຕໍ່​ຂະ­ຫຍາຍ​ໄປ​ຍັງ​ບ້ານ​ອື່ນໆ​ໃນ 4 ເມືອງ​ໃນ​ເພື່ອ​ໃຫ້​ສຳ­ເລັດ​ໃນ​ທ້າຍ​ປີ 2019 ຫຼື ຕົ້ນ​ປີ 2020 ໂດຍ​ໄຟ­ຟ້າ​ລາວ​ໄດ້​ກຳ­ນົດ​ເອົາ ນວ ເປັນ​ຕົວ​ແບບ ຈາກ​ນັ້ນ ຈະ​ໄດ້​ຂະ­ຫຍາຍ​ໄປ​ຍັງ​ເຂດ​ແຂວງ​ອື່ນໆ ສຳ­ລັບ​ໝໍ້ນັບ­ໄຟ​ດີ​ຈີ​ຕອນ​ແມ່ນ​ມີ​ຄວາມ​ທັນ​ສະ­ໄໝ​ຄື: ຈະ​ບໍ່​ມີ​ຄົນ​ຈົດ ບໍ່​ສາ­ມາດ​ໄປ​ສ້ອມ­ແປງ ຫຼື ງັດ​ແງະ ຖ້າ​ໄປ​ແຕະ­ຕ້ອງ​ມັນ ມັນ​ກໍ​ຈະ​ຟ້ອງ​ຂຶ້ນ​ທັນ­ທີ​ຢູ່​ສູນ​ກາງ ເພາະ​ມັນ​ໃຊ້​ລະບົບ​ສາຍ​ໄຍ​ແກ້ວ​ຄວບ​ຄຸມ ແລະ ກໍ­ລະ­ນີ​ຜູ້​ໃຊ້​ໄຟ​ຫາກ​ໃຊ້​ເກີນ ມັນ​ຈະ​ຕັດ​ແບບ​ອັດ­ຕະ­ໂນ­ມັດ ຍ້ອນ​ລະ­ບົບ​ນີ້​ໄດ້​ປ້ອນ​ຂໍ້​ມູນ​ຕົວ​ເລກ​ເຂົ້າ​ການ​ຊົມ­ໃຊ້​ຢູ່​ໃນ​ຂະ­ໜາດ 5/60 ອຳ​ແປ ແລະ ການ​ຕັດ​ຄັ້ງ​ທຳ​ອິດ​ເປັນ​ການ​ເຕືອນ​ປະ­ມານ 20-25 ນາ­ທີ​ກັບ​ມາ​ໃຊ້​ໄດ້​ປົກ­ກະ­ຕິ ເພື່ອ​ໃຫ້​ຜູ້​ໃຊ້​ໄຟ​ຫຼຸດ​ການ​ຊົມ­ໃຊ້​ໄຟ​ລົງ ແຕ່​ຖ້າ​ຍັງ​ບໍ່​ປະ­ຕິ­ບັດ​ຕາມ​ການ​ເຕືອນ​ຂອງ​ມັນ​ແລ້ວ​ມັນ​ກໍ​ຈະ​ຕັດ​ຄັ້ງ​ທີ​ສອງ ແລະ ຄັ້ງ​ນີ້​ແມ່ນ​ຈະ​ຕັດ​ເລີຍ ຖື​ວ່າ​ໝໍ້­ນັບ­ໄຟ​ແບບ​ທັນ​ສະ­ໄໝ​ນີ້ ຈະ​ເຮັດ​ໃຫ້​ລູກ​ຄ້າ ກໍ​ຄື​ຜູ້​ຊົມ­ໃຊ້​ບໍ່​ສາ­ມາດ​ຕົວະ​ໄດ້​ວ່າ ຕົນ​ເອງ​ໃຊ້​ໄຟ​ໜ້ອຍ ນອກ​ນີ້​ແລ້ວ​ຍັງ​ມີ​ອັນ​ດີ​ຕື່ມ​ອີກ​ລູກ​ຄ້າ​ສາ­ມາດ​ກວດ­ກາ​ການ​ຊົມ­ໃຊ້​ໄດ້​ທຸກ​ຊົ່ວ­ໂມງ ໂດຍ​ເບິ່ງ​ຜ່ານ​ອິນ​ເຕີ​ເນັດ​ທາງ​ໂທລະ­ສັບ​ມື​ຖື​ໄດ້ ແລະ ສາ­ມາດ​ຮູ້​ໄດ້​ການ​ໃຊ້​ໄຟ­ຟ້າ​ແຕ່​ລະ​ວັນ ໂດຍ​ສະ­ເພາະ​ໃນ​ເວ­ລາ​ທີ່​ຕົນ​ເອງ​ບໍ່​ຢູ່ ກໍ​ສາ­ມາດ​ເບິ່ງ​ໄດ້​ວ່າ​ຜູ້​ທີ່­ຢູ່​ເຮືອນ​ໃຊ້​ໄຟ​ແບບ​ໃດ ໂດຍ​ລວມ​ແລ້ວ ລະ­ບົບ​ທັນ​ສະ­ໄໝ​ນີ້​ແມ່ນ​ມີ​ຄວາມ​ຍຸ­ຕິ​ທຳ​ລະຫວ່າງ​ສອງ​ຝ່າຍ​ຄື​ໄຟ­ຟ້າ​ນະ­ຄອນ­ຫຼວງ ແລະ ຜູ້​ຊົມ­ໃຊ້​ທີ່​ບໍ່​ມີ​ໃຜ​ເອົາ​ລັດ​ເອົາ​ປຽບ​ກັນ ໃຊ້​ໄຟ​ຫຼາຍ​ເສຍ​ເງິນ​ຫຼາຍ​ໃຊ້​ໄຟ​ໜ້ອຍ​ເສຍ​ເງິນ​ໜ້ອຍ.

ປັດ­ຈຸ­ບັນ ໂຄງ­ການ​ນີ້ ກຳ­ລັງ​ຈັດ​ຕັ້ງ​ປະ­ຕິ­ບັດ​ຈະ​ໄດ້​ປ່ຽນ​ໝໍ້­ນັບ­ໄຟ​ອາ­ນາ​ລອກ​ໂຕ​ເກົ່າ ທີ່​ຫຼາຍ​ຄົນ​ໃຊ້​ໃນ​ປັດ­ຈຸ­ບັນ ດັ່ງ­ນັ້ນ ຖ້າ​ຫາກ​ຜູ້​ຊົມ­ໃຊ້​ໄຟ​ຕ້ອງ­ການ​ປ່ຽນ​ໝໍ້­ນັບ­ໄຟ​ແບບ​ເກົ່າ ເປັນ​ແບບ​ທັນ​ສະ­ໄໝ​ກໍ​ສະ­ເໜີ​ມາ​ຍັງ​ໄຟ­ຟ້າ​ນະ­ຄອນ­ຫຼວງ ເພື່ອ​ຈະ​ໄດ້​ລົງ​ໄປ​ກວດ­ກາ ແລະ ປ່ຽນ​ແທນ​ໃຫ້​ໂດຍ​ບໍ່​ເສຍ​ເງິນ ເຊິ່ງ​ການ​ປ່ຽນ​ຈະ​ມີ​ສອງ​ຮູບ​ແບບ​ຄື: ປ່ຽນ​ແທນ​ໜ່ວຍ​ຕໍ່​ໜ່ວຍ ແລະ ໜ່ວຍ​ດຽວ​ຕໍ່​ຫຼາຍ​ໜ່ວຍ​ເປັນ​ຄອບ­ຄົວ​ດຽວ ແຕ່​ໃຊ້​ໝໍ້­ນັບ­ໄຟ​ຫຼາຍ​ໜ່ວຍ​ໃນ​ຜ່ານ​ມາ ຈະ​ໄດ້​ໂຮມ​ເຂົ້າ​ເປັນ​ໜ່ວຍ​ດຽວ​ປະ­ຕິ­ບັດ​ຕາມ​ແຈ້ງການ​ໄຟ­ຟ້າ​ໃນ​ຜ່ານ​ມາ​ຄື ຄອບ­ຄົວ​ໜຶ່ງ​ມີ​ໝໍ້­ນັບ­ໄຟ​ໂຕ​ເກົ່າ 3 ໜ່ວຍ ຖ້າ​ປ່ຽນ​ເປັນ​ໝໍ້­ນັບ­ໄຟ​ໂຕ​ທັນ​ສະ­ໄໝ​ໜຶ່ງ ໜຶ່ງ​ຈະ​ແລກ­ປ່ຽນ​ກັນ ສ່ວນ​ອີກ 2 ໜ່ວຍ​ທາງ​ໄຟຟ້າ​ຈະ​ມີ​ການ​ຄິດ­ໄລ່​ລາ­ຄາ​ແລ້ວ ໃຊ້​ແທນ​ເງິນ​ຄືນ​ໃຫ້​ຕາມ​ລາ­ຄາ​ທີ່​ຜູ້​ຊົມ­ໃຊ້​ເຂົ້າ​ເຮືອນ ແລະ ກໍ​ຮຽກ­ຮ້ອງ​ມາ​ຍັງ​ຜູ້​ຊົມ­ໃຊ້​ໄຟ ຈົ່ງ​ໃຫ້­ການ​ຮ່ວມ​ມື​ໃນ​ເວ­ລາ​ພະ­ນັກ­ງານ​ລົງ​ໄປ​ຕິດ​ຕັ້ງ​ປ່ຽນ​ໃຫ້ ເພື່ອ​ເຮັດ​ໃຫ້​ໂຄງ­ການ​ນີ້​ສຳ­ເລັດ​ໂດຍ​ໄວ້.

ຂອບໃຈຂໍ້ມູນຈາກ: ນສພ ວຽງຈັນໃຫ່ມ

Comments