ເຂື່ອນນ້ຳງື່ມ 1 ກຽມແຜນຮັບມືປະລິມານນ້ຳໃນລະດູຝົນ

ປະຊາຊົນທີ່ອາໄສຢູ່ກ້ອງເຂື່ອນນ້ຳງື່ມໄດ້ຮັບຜົນກະທົບຈາກການລະບາຍນ້ຳອອກຈາກເຂື່ອນ ເຮັດໃຫ້ມີນ້ຳຖ້ວມເຄື່ອງປູກຂອງຝັງ ແລະ ເຮືອນຊານຂອງປະຊາຊົນເສຍຫາຍພໍສົມຄວນ. ເພື່ອຮັບປະກັນບໍ່ໃຫ້ເກີດເຫດການຄືປີຜ່ານມາ ເຂື່ອນໄຟຟ້ານ້ຳງື່ມ 1 ໄດ້ກຽມແຜນຮັບມືແຕ່ຫົວທີ ໂດຍຈະເລັ່ງເຄື່ອງຈັກຕະຫຼອດ 24 ຊົ່ວໂມງ ເພື່ອບີບໃຫ້ປະລິມານນ້ຳໃນທ້ອງອ່າງໃຫ້ຫຼຸດລົງ.

ທ່ານ ແລວເງິນ ຈັນທະບູລີ ຫົວໜ້າພະແນກຄຸ້ມຄອງຝ່າຍຜະລິດເຂື່ອນໄຟຟ້ານ້ຳງື່ມ 1 ກ່າວຕໍ່ສື່ມວນຊົນທີ່ລົງໄປທັດສະນະຢ້ຽມຢາມລະຫວ່າງວັນທີ 27 – 28 ພຶດສະພາ 2019 ວ່າ: ເຂື່ອນນ້ຳງື່ມ 1 ສ້າງຕັ້ງຂຶ້ນໃນປີ 1968 ແລະ ສຳເລັດໃນປີ 1971 ກ່ອນຈະຍົກລະດັບການພັດທະນາມາເປັນແຕ່ລະໄລຍະ ຈົນເຮັດໃຫ້ປັດຈຸບັນມີທັງໝົດ 8 ເຄື່ອງຈັກມີກຳລັງການຜະລິດທັງໝົດ 275 ເມກາວັດ ( MW ) ເພື່ອສະໜອງໃຫ້ກັບລະບົບສົ່ງໄຟຟ້າພາກກາງ 1 ນະຄອນຫຼວງວຽງຈັນ ກ່ອນທີ່ຈະມີການແຈກຢາຍໃຫ້ກັບສັງຄົມໄດ້ຊົມໃຊ້.

ແນວໃດກໍດີ, ໃນປີ 2018 ຜ່ານມາ ຈາກຝົນທີ່ຕົກລິນຕິດຕໍ່ກັນຍາວນານເຮັດໃຫ້ປະລິມານນ້ຳໃນເຂື່ອນເພີ່ມຂຶ້ນ ເຊັ່ນດຽວກັບນ້ຳຂອງ. ການເພີ່ມຂຶ້ນຂອງນ້ຳໃນໜ້າເຂື່ອນຈົນເຖິງຈຸດລະດັບທີ່ມີຄວາມສ່ຽງຈຶ່ງໄດ້ແຈ້ງການຈາກລັດຖະບານໃຫ້ປ່ອຍນ້ຳອອກເຮັດໃຫ້ປະຊາຊົນທີ່ຢູ່ກ້ອງເຂື່ອນຫຼາຍບ້ານທີ່ອາໄສຕາມນ້ຳງື່ມໄດ້ຮັບຜົນກະທົບ, ເຄື່ອງປູກຂອງຝັງໄດ້ຮັບຄວາມເສຍຫາຍ.

ຈາກບົດຮຽນປີຜ່ານມາ ເຊິ່ງລັດຖະບານກໍຄືລັດວິສາຫະກິດ ໄຟຟ້າລາວ ໄດ້ວາງທິດທາງແກ້ໄຂແຕ່ຫົວທີເພື່ອປ້ອງກັນແຕ່ຫົວທີ ໂດຍໃຫ້ເຂື່ອນໄດ້ເລີ່ມເດີນເຄື່ອງ 24 ຊົ່ວໂມງ ນັບແຕ່ເດືອນທີ່ມີຝົນຕົກຄືເດືອນພຶດສະພານີ້ ເພື່ອບີບໃຫ້ປະລິມານນ້ຳໃນເຂື່ອນນ້ອຍລົງຢູ່ໃນລະດັບຕ່ຳທີ່ສາມາດຜະລິດໄຟຟ້າໄດ້ເປັນປົກກະຕິ, ທ່ານ   ແລວເງິນ ຈັນທະບູລີ ກ່າວ.

ທ່ານ ແລວເງິນ ຈັນທະບູລີ ກ່າວຕື່ມວ່າ: ການບີບປະລິມານນ້ຳລົງຈະບໍ່ສົ່ງຜົນກະທົບຕໍ່ການຜະລິດຂອງເຂື່ອນແຕ່ຢ່າງໃດ ເພາະການແກ້ໄຂບັນຫາດັ່ງກ່າວເປັນການຮັບມືເບື້ອງຕົ້ນ ເພາະວ່ານັບຈາກເດືອນນີ້ເປັນຕົ້ນໄປປະລິມານນ້ຳຝົນທີ່ຈະມາຕາມລະດູບໍ່ສາມາດຄາດເດົາໄດ້ວ່າຈະໜ້ອຍ ຫຼື ຫຼາຍປານໃດ ການເດີນເຄື່ອງຈັກທັງກາງເວັນ ແລະ ກາງຄືນ ເພື່ອບີບນ້ຳໃຫ້ໜ້ອຍລົງຈະເຮັດໃຫ້ເມື່ອເວລາຝົນຕົກລິນພາໃຫ້ນ້ຳຫຼາຍ ອັ່ງເຂົ້າມາຈະເຮັດໃຫ້ສາມາດລະບາຍນ້ຳໄດ້ທັນ ແລະ ບໍ່ໃຫ້ປະລິມານນ້ຳຫຼາຍເກີນໄປ.

Comments