ລາວ-ຈີນ ຮ່ວມພັດທະນາທາງດ່ວນວຽງຈັນ -ບໍ່ເຕ່ນ-ບໍ່ຫານ

 ພິທີເຊັນສັນຍາຮ່ວມມື ວ່າດ້ວຍການພັດທະນາໂຄງການທາງດ່ວນ ຈາກນະຄອນຫລວງວຽງຈັນ ຫາຊາຍແດນ ສປປ ລາວ ກັບ ສປ ຈີນ (ດ່ານສາກົນ ບໍ່ເຕ່ນ-ບໍ່ຫານ) ໄດ້ມີຂຶ້ນ ໃນວັນທີ 28 ພຶດສະພານີ້ ຢູ່ທີ່ໂຮງແຮມລາວພຣາຊາ ນະຄອນຫລວງວຽງຈັນ, ໂດຍທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວແຜນການ ແລະ ການລົງທຶນ ແລະ ທ່ານ ເສິນ ເວີນຊານ ປະທານກຸ່ມບໍລິສັດ ກໍ່ສ້າງ-ລົງທຶນ ແລະ ຖືຫຸ້ນ ແຂວງຢຸນນານ ຈຳກັດ ສປ ຈີນ. ຊຶ່ງມີທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີ ກະຊວງການເງິນ, ທ່ານ ຮວນ ເສີງຢາ ເຈົ້າແຂວງຢຸນນານ, ທ່ານ ຈຽງ ຈ້າຍຕົງ ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສປ ຈີນ ປະຈຳລາວເຂົ້າຮ່ວມນໍາດ້ວຍ.

ໂຄງການທາງດ່ວນດັ່ງກ່າວ, ໄລຍະທຳອິດແມ່ນ ແຕ່ນະຄອນຫລວງວຽງຈັນ ຫາ ເມືອງວັງວຽງ ແຂວງ ວຽງຈັນ ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດແລ້ວ, ສ່ວນໄລຍະທີ່ຍັງເຫລືອ ຈາກເມືອງວັງວຽງ ຫາ ນະຄອນຫລວງພະບາງ-ແຂວງອຸດົມໄຊ ແລະ ດ່ານສາກົນ ບໍ່ເຕ່ນ ແຂວງ ຫລວງນ້ຳທາ ເຊື່ອມຕໍ່ ບໍ່ຫານ ສປ ຈີນ ແມ່ນຈະໄດ້ຈັດຕັ້ງປະຕິບັດ ການສຶກສາສຳຫລວດຄວາມເປັນໄປໄດ້ ຕາມກອບເວລາທີ່ໄດ້ຕົກລົງກັນ ບົນພື້ນຖານກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ, ເຊິ່ງຕ່າງຝ່າຍຕ່າງມີຜົນປະ ໂຫຍດ. ໂຄງການທາງດ່ວນສາຍນີ້, ຖືເປັນຜົນຂອງການປະສານກັນ ລະຫວ່າງ ການລິເລີ່ມໝຶ່ງແລວ ໝຶ່ງເສັ້ນທາງ ແລະ ຍຸດທະສາດລະດັບຊາດ ຫັນປ່ຽນຈາກປະເທດ ບໍ່ມີທາງອອກສູ່ທະເລ ໃຫ້ກາຍເປັນປະເທດມີເສັ້ນທາງເຊື່ອມຕໍ່ຂອງລາວ, ໂດຍການເຊັນສັນຍາຮ່ວມທຶນໂຄງການ ແມ່ນພາຍໃຕ້ການເປັນສັກຂີພິຍານ ຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ສີ ຈິ້ນ ຜິງ ເລຂາທິການໃຫຍ່ ປະທານປະທດແຫ່ງ ສປ ຈີນ, ເຊິ່ງໄດ້ບັນທຶກໃສ່ຖະແຫລງການຮ່ວມ ລາວ-ຈີນມາແລ້ວ ຊຶ່ງກາຍເປັນສ່ວນໜຶ່ງ ຂອງແຜນປະຊາຄົມຮ່ວມຊະຕາກຳ ລາວ-ຈີນ ແລະ ເປັນໂຄງການກໍ່ສ້າງເສັ້ນທາງທີ່ໃຫຍ່ທີ່ສຸດ ຂອງການຮ່ວມມື ລະຫວ່າງ ລາວ-ຈີນ ໃນປັດຈຸບັນອີກດ້ວຍ.

ທີ່ມາ: ຂ່າວສານປະເທດລາວ.

Comments