ແຈ້ງການ!!!! ກິດຈະການສົ່ງອອກສິນຄ້າ ທີ່ບໍ່ຈຳເປັນຂໍອະນຸຍາດດຳເນີນທຸລະກິດ

ປະເທດລາວໃນພາບລວມ ແຕ່ລະປີເຮົາຍັງຂາດດູນການຄ້າຢູ່ຍ້ອນເຮົາເປັນປະເທດນ້ອຍ ແລະ ກຳລັງພັດທະນາ ການຜະລິດເພື່ອສົ່ງອອກຍັງມີປະລິມານບໍ່ຫຼາຍ. ສະນັ້ນ, ເພື່ອຊຸກຍູ້ຂະບວນການສົ່ງອອກໃຫ້ມີມູນຄ່າສູງຂຶ້ນ ລັດຖະບານມີນະໂຍບາຍພິເສດໃຫ້ຜູ້ປະກອບການທີ່ຜະລິດສິນຄ້າສົ່ງເສີມບາງປະເພດສາມາດສົ່ງອອກໂດຍບໍ່ຈຳເປັນຂໍອະນຸຍາດດຳເນີນທຸລະກິດ.

ເພື່ອເປັນການສົ່ງເສີມ ແລະ ເອື້ອອຳນວຍຄວາມສະດວກຢ່າງເຕັມສ່ວນ ແກ່ການສົ່ງອອກຜະລິດຕະພັນສິນຄ້າຂອງປະເທດເຮົາ, ຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງໄດ້ອອກແຈ້ງການ ສະບັບເລກທີ 1051/ຫອຄ. ກທຄວ ລົງວັນທີ 27 ພຶດສະພາ 2019 ເຖິງເຈົ້າໜ້າທີ່ທະບຽນວິສາຫະກິດ, ພະແນກອຸດສາຫະກຳ ແລະ ການຄ້າຂັ້ນແຂວງ, ຫ້ອງການອຸດສາຫະກຳ ແລະ ການຄ້າຂັ້ນເມືອງ ເລື່ອງກິດຈະການສົ່ງອອກສິນຄ້າ ທີ່ບໍ່ຈຳເປັນຂໍອະນຸຍາດດຳເນີນທຸລະກິດ.

ແຈ້ງການລະບຸໄວ້ວ່າ: ການສົ່ງອອກສິນຄ້າ ເປັນກິດຈະການທີ່ລັດສົ່ງເສີມ ແລະ ບໍ່ຈຳເປັນຕ້ອງຂໍອະນຸຍາດດຳເນີນທຸລະກິດ ໂດຍໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດ ລະບຸກິດຈະການດັ່ງກ່າວລົງດ້ານຫຼັງໃບທະບຽນວິສາຫະກິດເລີຍ ເວັ້ນເສຍແຕ່ກິດຈະການສົ່ງອອກເປັນສິນຄ້າທີ່ລັດເກືອດຫ້າມ ຫຼື ຜະລິດຕະພັນສິນຄ້າ ທີ່ຂະແໜງກ່ຽວຂ້ອງ ມີກົດໝາຍ ຫຼື ລະບຽບການກຳນົດເປັນຢ່າງອື່ນ. ການລະບຸກິດຈະການສົ່ງອອກສິນຄ້າ ໃສ່ດ້ານຫຼັງໃບທະບຽນວິສາຫະກິດນັ້ນ ຕ້ອງຂຽນໃຫ້ຈະແຈ້ງວ່າ: ສົ່ງອອກສິນຄ້າໃດເຊັ່ນ: ສົ່ງອອກເຂົ້າ, ກາເຟ ເປັນຕົ້ນ ຫ້າມລະບຸແບບລວມໆ. ແນວໃດກໍ່ຕາມໃນແຈ້ງການຍັງບໍ່ມີລະບຸຊັດເຈນກ່ຽວກັບລາຍການສິນຄ້າທີ່ສາມາດສົ່ງອອກໄດ້ໂດຍບໍ່ຈຳເປັນຂໍໃບອະນຸຍາດວ່າມີຫຍັງແດ່ ໃນຈຸດນີ້ແອັດມິນຂໍຕິດໜີ້ໄວ້ຈະນຳຂໍ້ມູນມາຝາກທ່ານຜູ້ອ່ານຕາມພາຍຫຼັງ.

ທີ່ມາ:

ແຈ້ງການກິດຈະການສົ່ງອອກສິນຄ້າທີ່ບໍ່ຈຳເປັນຂໍອະນຸຍາດດຳເນີນທຸລະກິດ

Posted by MDD Laos ວຽກງານຄຸ້ມຄອງ ແລະ ພັດທະນາຕາໜ່າງການຄ້າ ແຫ່ງ ສປປ ລາວ on Monday, May 27, 2019

 

Comments