ຜູ້ຊາຍຄວນແຕ່ງຕົວແນວໃດ ໃຫ້ມີຄວາມໜ້າເຊື່ອຖື.

ບັນດາທ່ານ ສິ່ງທີ່ສ້າງຄວາມໜ້າເຊື່ອຖືໃຫ້ກັບນັກທຸລະກິດທັງຫຼາຍ ນອກເໜືອຈາກເລື່ອງຄວາມສາມາດໃນການບໍລິຫານ ຈັດການ ແລະ ເງິນທຶນແລ້ວ ໜ້າຕາຂອງອົງກອນກໍເປັນອີກໜຶ່ງປັດໃຈ ທີ່ມີຄວາມສໍາຄັນບໍ່ໜ້ອຍໄປກວ່າກັນ ເຊິ່ງໃນຖານະທີ່ທ່ານເປັນໜຶ່ງໃນຜູ້ບໍລິຫານ ຫຼື ພະນັກງານຂອງອົງກອນກໍຕາມ ຄວນໃສ່ໃຈບຸກຄະລິກຂອງຕົນເອງເຊັ່ນກັນ ສະນັ້ນ ເຮົາລອງມາເບິ່ງເຄັດລັບດີໆ ເລື່ອງແຕ່ງກາຍແນວໃດໃຫ້ມີຄວາມໜ້າເຊື່ອຖື.

ທໍາອິດເລີຍທີ່ທ່ານຕ້ອງຄິດເຫັນຄື: Back to basic ກັບເສື້ອ Shirt ສີຂາວ ເຖິງວ່າໂລກຂອງ Fashions ຈະໝູນວຽນປ່ຽນໄປຂະໜາດໃດ ເສື້ອສີຂາວກໍຍັງເປັນສິ່ງທີ່ຜູ້ຊາຍທຸກຄົນຄວນມີຕິດຕູ້ ເພາະມັນເປັນເສື້ອທີ່ໃສ່ໄດ້ຫຼາກຫຼາຍໂອກາດ ຈັບຄູ່ໄດ້ກັບໂສ້ງທຸກແບບ ແລະ ເໝາະສົມກັບເຄື່ອງປະດັບນາໆຊະນິດ ນອກນັ້ນຍັງຊ່ວຍເພີ່ມບຸກຄະລິກຂອງທ່ານໃຫ້ເປັນຜູ້ຊາຍທີ່ສະອາດໜ້າເຊື່ອຖືໄດ້ນໍາອີກ,  ອີກຂໍ້ສໍາຄັນບໍ່ຄວນລືມຢ່າງໜຶ່ງກໍຄື ຄວາມຍາວຂອງແຂນເສື້ອ ຄວນບອກໃຫ້ຊ່າງຕັດໃຫ້ພໍດີໄປສຸດກັບຂໍ້ມືຂອງທ່ານ ບໍ່ສັ້ນ ຫຼື ບໍ່ຍາວຈົນເກີນໄປ. ການເລືອກ ລາຍລະອຽດມະຍິກມະຍ່ອຍ ຂອງການຈັບ”ເນັກໄທ້”ມາໃສ່ກັບເສື້ອກໍສໍາຄັນເຊັ່ນກັນ ເພາະການເລືອກກໍຕ້ອງພິຖີພິຖັນ ບໍ່ແມ່ນຈັບອັນໃດມາໃສ່ກໍໄດ້ ເພື່ອສ້າງບຸກຄະລິກຕົວເອງໃຫ້ ມີຄວາມໜ້າເຊື່ອຖືພ້ອມ. ເສື້ອທັບນອກ ບາງເທື່ອເສື້ອສູດໂຕເກົ່າໆ ກໍເບິ່ງໜ້າເບື່ອໄປຫຼາຍ ລອງມາໃສ່ Blazer ຂະໜາດພໍດີຕົວລອງເບິ່ງ ແລ້ວທ່ານຈະພົບ Look ທີ່ແຕກຕ່າງ.

ເຄື່ອງປະດັບຫ້າມເບິ່ງຂ້າມ ເຖິງວ່າຈະເປັນຜູ້ຊາຍແຕ່ເຄື່ອງປະດັບກໍເປັນສິ່ງທີ່ຂາດບໍ່ໄດ້ເຊັ່ນກັນ ບໍ່ວ່າຈະເປັນໂມງ, ກິບໜີບເນັກໄທ້, ຜ້າແພມົນໃນກະເປົ໋າເສື້ອ ຫຼື ແວ່ນກັນແດດເປັນຕົ້ນ, ແຕ່ທີ່ເວົ້າມາທັງໝົດບໍ່ແມ່ນທ່ານຈະຕ້ອງເອົາໃສ່ທຸກສິ່ງດອກ ເລືອກຈັບໄປຕາມຄວາມເໝາະສົມ ແລະ ເຂົ້າກັບຊຸດທີ່ໃສ່ກໍພໍ. ນໍ້າຫອມ ເລື່ອງຂອງກິ່ນໂຕເປັນເລື່ອງທີ່ບໍ່ຄວນເບິ່ງຂ້າມ ດັ່ງນັ້ນຄວນເລືອກນໍ້າຫອມທີ່ມີຄວາມເປັນຕົວເອງທີ່ສຸດເຊັ່ນ ຖ້າທ່ານມັກໂມງ ຫຼື ລົດ ອາດຈະເລືອກນໍ້າຫອມກິ່ນທີ່ມີຄວາມ Sport, ແຕ່ຖ້າເປັນຄົນທີ່ເຮຮາສົດໄສ ກໍອາດຈະເລືອກນໍ້າຫອມກິ່ນອ່ອນໆ ແຕ່ໃຫ້ຄວາມຮູ້ສຶກຢາກຢູ່ໃກ້, ແນວໃດກໍຕາມບໍ່ວ່າຈະເລືອກນໍ້າຫອມແບບໃດ ກໍບໍ່ຄວນສີດຫຼາຍຈົນເກີນໄປ ເພາະອາດຈະເຮັດໃຫ້ຄົນອ້ອມຂ້າງເຈັບຫົວນໍາກໍໄດ້.

ປິດທ້າຍດ້ວຍເລື່ອງຂອງ ເກີບ ຖ້າທ່ານເປັນຄົນທີ່ບໍ່ມັກປ່ຽນເກີບຫຼາຍ ແນະນໍາໃຫ້ເລືອກເກີບສີດໍາ ຫຼື ນໍ້າຕານເຂັ້ມມາໃສ່ ເພາະຈະເບິ່ງຄືບໍ່ເກົ່າເມື່ອເວລາຜ່ານໄປ ແຕ່ສໍາຄັນກໍຕ້ອງໝັ່ນດູແລຮັກສາພ້ອມ ເພາະເຖິງຈະໃສ່ເກີບລາຄາແພງຂະໜາດໃດ ແຕ່ປ່ອຍໃຫ້ຝຸ່ນ, ຕົມຕິດຫຼາຍ ລາຄາກໍໝົດໄດ້ຄືກັນ.

Comments