ມິດຊູບິຊິ All New Triton 2019 ເປີດໂຕຢ່າງເປັນທາງການໃນ ສປປ ລາວ.

ມິດຊູບິຊິ ມໍເຕີ້ ລາວ ໄດ້ເປີດຕົວລົດ Mitsubishi All New Triton 2019 ຢ່າງເປັນທາງການໃນ ສປປ ລາວ,  ໃນຕອນບ່າຍຂອງມື້ນີ້, ວັນທີ 20 ກັນຍາ 2019, ຢູ່ທີ່ສູນໂຊລູມ ມິດຊູບິຊິ ເຕ້ 2, ນະຄອນຫຼວງວຽງຈັນ.  ໃນງານຄັ້ງນີ້, ໄດ້ມີບັນດາລູກຄ້າ ແລະ ແຂກ ຂອງມິດຊູບິຊິ ໄດ້ໃຫ້ຄວາມສົນໃຈຫຼາຍ ສັງເກດຄົນເຂົ້າຮ່ວມໃນງານແມ່ນຄັບຄາໜາແໜ້ນໃນຫ້ອງຂາຍຂອງມິດຊູບິຊິ.

ພາຍໃນງານ ທ່ານ ຊັດຊະວານ ເພີ່ມສຸກຈາຣຸຊັບ ຜູ້ອຳນວຍການໃຫຍ່ ມິດຊູບິຊິ ມໍເຕີ້ ລາວ ໄດ້ນຳສະເໜີໃຫ້ຮູ້ວ່າ: Mitsubishi All New Triton 2019  ໄດ້ອອກແບບພາຍນອກມາດ້ວຍຄວາມແຂງແກ່ນ (Robust Design) ແລະ ພາຍໃນມີການຕົບແຕ່ງທີ່ຫຼູຫຼາສະດວກສະບາຍຂຶ້ນກວ່າເກົ່າ, ມີລະບົບຄວາມປອດໄພອັດສະລິຍະຮອບຄັນ (Advanced Safety Features). ເມື່ອໄດ້ຂັບຂີ່ຈະໃຫ້ຄວາມໝັ້ນໃຈເພີ່ມຂຶ້ນ, ມາພ້ອມກັບເຄື່ອງຈັກ  2.4 L  181 ແຮງມ້າ MIVEC (Mitsubishi Innovative Valve Timing Electronic Control) ອັດສະລິຍະພາບແຫ່ງເຄື່ອງຈັກຈາກມິດຊູບິຊິ ກັບລະບົບຄວບຄຸມການເປີດ-ປິດວາວໄອດີແປຜັນ ເຮັດວຽກສ່ອດຄ່ອງກັບຄວາມໄວຂອງເຄື່ອງຈັກຄວບຄຸມການຂັບເຄື່ອນດ້ວຍສະໜອງກົນຈັກອັດສະລິຍະຊ່ວຍໃຫ້ເຄື່ອງຈັກມີແຮງດີຂຶ້ນໃນຮອບຕໍ່າ ແລະ ໄດ້ແຮງມ້າຫຼາຍຂຶ້ນໃນຮອບສູງອັດຕາເລັ່ງດີ ຄວາມໄວສູງສຸດເຜົາໄໝ້ ຫຼຸດມົນລະພິດໃນອາກາດ.

ນອກຈາກນີ້, ຍັງມາພ້ອມກັບ Super Select 4 WD-ll ເຕັກໂນໂລຊີຂັບເຄື່ອນ 4 ລໍ້ ເອກກະລັກສະເພາະຂອງມິດຊູບິຊິໃຫ້ຄວາມໝັ້ນໃຈໃນການຂັບຂີ່ທຸກສະຖານະພາບຂອງຖະໜົນ, ຄຸນສົມບັດສາມາດປ່ຽນໂໝດຈາກລະບົບຂັບເຄື່ອນ 2 ລໍ້ (2H) ເປັນລະບົບຂັບເຄື່ອນ 4 ລໍ້ ແບບ All Wheel Control (4H) ໄດ້ຢ່າງງ່າຍດາຍໂດຍບໍ່ຕ້ອງເບກເພື່ອເພີ້ມຄວາມປອດໄພເທິງເສັ້ນທາງ.

ນອກຈາກນີ້,​ພາຍໃນງານເປີດໂຕລົດໃນຄັ້ງນີ້,​ ທາງມິດຊູບິຊິ ມໍເຕີ້ລາວ ຍັງໄດ້ແຈກ Gift Set ສຸດພິເສດ ໃຫ້ກັບຜູ້ເຂົ້າຮ່ວມຕິດມືກັບບ້ານອີກດ້ວຍ ຍັງບໍ່ພໍເທົ່ານັ້ນຍັງໄດ້ແຈກຂອງຂວັນລາງວັນພິເສດ ນໍ້າມັນລົດ ມູນຄ່າ 1.500.000 ກີບ ຈຳນວນ 1 ລາງວັນ ແລະ ກະເປົາເດີນທາງຂອງມິດຊູບິຊິຂະໜາດໃຫຍ່ ແລະ ນ້ອຍ, ຄັນຮົ່ມ ແລະ ອື່ນໆ…

Mitsubishi All New Triton 2019 ມີ 3 ລຸ້ນຄື:  2WD MT ລາຄາເລີ່ມຕົ້ນ 341 ລ້ານກີບ, ລຸ້ນ 4 WD MT  ລາຄາເລີ່ມຕົ້ນ 395 ລ້ານກີບ ແລະ ລຸ້ນ 4 WD AT ລາຄາເລີິ່ມຕົ້ນ 440 ລ້ານກີບ ແລະ ມີທັງໝົດ 6 ສີຄື: ສີຂາວ, ສີປອນເງີນ, ສີເທົາ, ສີນໍ້າຕານ, ສີດຳ ແລະ ສີສົ້ມ.

ທ່ານໃດສົນໃຈ ສອບຖາມລາຍລະອຽດ ແລະ ທົດລອງຂັບ ໄດ້ທີ່ຫ້ອງຂາຍ ມິດຊູບິຊິ ເຕ້ 2 ທີ່ເປີດບໍລິການທຸກມື້ ຫຼື ໂທສອບຖາມທີ່ເບີ 021 256 280/ 020 57585555 ຫຼື ເຂົ້າໄປຕິດຕາມ ແລະ ສອບຖາມທາງເພສ ເຟສບຸກ Mitsubishi Motors Laos

 

Comments