ສິ່ງທີ່ຄວນເອົາໃຈໃສ່ໃນການເຮັດທຸລະກິດສ່ວນຕົວ.

ສິ່ງເຫຼົ່ານີ້ ເປັນສິ່ງທີ່ນັກທຸລະກິດ ຫຼື ຜູ້ປະກອບການມັກຈະບໍ່ສົນໃຈໃນເວລາເລີ່ມຕົ້ນເຮັດທຸລະກິດ ຫຼື ແມ່ນແຕ່ນັກທຸລະກິດລາຍໃຫຍ່ ກໍຍັງລືມສິ່ງທີ່ຄວນເອົາໃຈໃສ່ເຫຼົ່ານີ້:

ຢ່າໝັ້ນໃຈຕົວເອງເກີນໄປ: ຄວາມໝັ້ນໃຈ ເປັນສິ່ງທີ່ດີ ແຕ່ຖ້າໝັ້ນໃຈຫຼາຍເກີນໄປອາດສົ່ງຜົນເສຍໃຫ້ກັບທຸລະກິດໄດ້, ເພາະຜູ້ເຮັດທຸລະກິດຜູ້ນັ້ນ ອາດຈະບໍ່ສົນໃຈຄູ່ແຂ່ງ ແລະ ບໍ່ມີແຜນສໍາຮອງ ເມື່ອທຸລະກິດພົົບກັບຄວາມສ່ຽງ ແລະ ກາຍເປັນຄົນທີ່ເບິ່ງເຫັນແຕ່ດ້ານດຽວ ຈົນອາດເບິ່ງຂ້າມຈຸດອ່ອນຂອງທຸລະກິດຕົນເອງໄດ້. ນອກນີ້, ຄົນຜູ້ນັ້ນ ເມື່ອໝັ້ນໃຈຕົນເອງເກີນໄປ ມັກຈະບໍ່ຟັງຄວາມຄິດເຫັນຂອງຄົນອື່ນ ບໍ່ວ່າຈະເປັນຮຸ້ນສ່ວນ ຫຼື ພະນັກງານ; ການຕັດສິນໃຈທຸກຢ່າງແມ່ນຂຶ້ນກັບຕົນເອງ ຄິດວ່າຕົນເອງເກັ່ງຮູ້ໄປໝົດທຸກເລື່ອງ ອາດຈະນຳໄປສູ່ການເກີດຄວາມຜິດພາດສູງ ຫຼື ການຕັດສິນໃຈທາງທຸລະກິດສ່ຽງຕໍ່ການຂາດທຶນໄດ້.

ເປັນເພື່ອນມິດທີ່ດີ: ຮູ້ເຮັດວຽກກັບທຸກຄົນ ດ້ວຍວິທີສະຫຼາດ ໂດຍຫຼີກການປະທະໂດຍກົງ ບໍ່ວ່າຈະເປັນເພື່ອນຮ່ວມງານ ຫຼື ບໍລິສັດຄູ່ແຂ່ງ. ຖ້າເປັນເພື່ອນຮ່ວມງານ ກໍຂໍໃຫ້ປຶກສາກັນດ້ວຍເຫດຜົນ ແລະ ໃຫ້ຍຶດຜົນປະໂຫຍດລວມຂອງທຸລະກິດເປັນທີ່ຕັ້ງ, ບໍ່ແມ່ນເພື່ອເອົາຊະນະເພື່ອນຮ່ວມງານພຽງຢ່າງດຽວ ເພາະຈະເຮັດໃຫ້ແຕກແຍກໃນການເຮັດວຽກເປັນທີມ. ສ່ວນການຕໍ່ສູ້ກັບຄູ່ແຂ່ງ ເຮົາຄວນຄິດຫາວິທີສູ້ແບບທີ່ສ້າງສັນ, ດ້ວຍຈຸດເດັ່ນ ຫຼື ຄຸນນະພາບຂອງສິນຄ້າ ບໍ່ແມ່ນຈະສູ້ກັນທາງດ້ານການຕັດລາຄາ ເຊິ່ງມັນຈະເຮັດໃຫ້ຮັບຜົນເສຍທັງສອງຝ່າຍ.

ຢ່າເຮັດທຸກຢ່າງພຽງຄົນດຽວ: ການສ້າງທຸລະກິດຄືການສ້າງລະບົບຂຶ້ນມາເພື່ອໃຫ້ກິດຈະການດໍາເນີນໄປດ້ວຍຕົວມັນເອງໄດ້ ຖ້າທ່ານກັງວົນທຸກໆເລື່ອງ ແລະ ບໍ່ຍອມມອບໝາຍວຽກ ແລະ ອຳນາດໃນການຕັດສິນໃຈໄປໃຫ້ກັບລູກນ້ອງ ແຕ່ນຳເອົາທຸກສິ່ງທຸກຢ່າງມາລວມໄວ້ກັບຕົວທ່ານຄົນດຽວ ຈະເຮັດໃຫ້ທຸລະກິດບໍ່ສາມາດດຳເນີນໄດ້ດ້ວຍຕົວເອງ ກໍຄືກັບວ່າທ່ານນັ້ນ ຕ້ອງຮັບພາລະໜ້າທີ່ທຸກຢ່າງດ້ວຍຕົວເອງ ຄືທ່ານຕ້ອງຫ້າມເຈັບ, ຫ້າມລາພັກ ແລະ ຫ້າມຕາຍ ບໍ່ສະນັ້ນທຸລະກິດຂອງທ່ານຈະບໍ່ສາມາດດຳເນີນໄປໄດ້ ເຊິ່ງຈະເປັນຜົນເສຍໃຫ້ກັບທຸລະກິດ ແລະ ຊີວິດສ່ວນຕົວຂອງທ່ານນຳອີກ.

        ຢ່າປະໝາດ: ນັກທຸລະກິດຫຼາຍຄົນ ໂດຍສະເພາະກຸ່ມທີ່ເປັນຜູ້ນໍາຕະຫຼາດແລ້ວ ມັກຈະປະໝາດຄູ່ແຂ່ງຂັນ ແລະ ເບິ່ງວ່າ ສິນຄ້າຂອງຄູ່ແຂ່ງດ້ອຍກວ່າ ແລະ ບໍ່ສາມາດຕອບໂຈດຜູ້ບໍລິໂພກ. ດັ່ງນັ້ນເຮົາຄວນສຶກສາ ແລະ ປັບປຸງທຸລະກິດຂອງຕົນເອງໃຫ້ມີການພັດທະນາຢູ່ເລື້ອຍໆ.

 

ຢ່າຍຶດຕິດກັບຄວາມສຳເລັດເກົ່າໆ ແລະ ບໍ່ຮຽນຮູ້ສິ່ງໃໝ່ໆ: ທຸກສິ່ງທຸກຢ່າງໃນເສັ້ນທາງທຸລະກິດຂອງທ່ານ ເລີ່ມຕົ້ນຈາກທ່ານ ຢາກເຮັດທຸລະກິດສ່ວນຕົວ ແລະ ສ້າງທຸລະກິດມາຈົນສຳເລັດ ແຕ່ທຸກສິ່ງບໍ່ໄດ້ຈົບລົງພຽງເທົ່ານັ້ນ ການສ້າງທຸລະກິດຂຶ້ນມາແລ້ວ ກໍຈຳເປັນຕ້ອງຮັກສາໃຫ້ດຳເນີນຢູ່ລອດຕະຫຼອດໄປ. ຫຼາຍຄັ້ງ ຄວາມສຳເລັດທີ່ເກີດຂຶ້ນເຮັດໃຫ້ນັກທຸລະກິດບາງຄົນລືມຕົນເອງ ແລະ ຄິດວ່າພຽງໃຊ້ວິທີເກົ່າໆ ກໍພຽງພໍແລ້ວຈຶ່ງບໍ່ຍອມຮຽນຮູ້ສິ່ງໃໝ່ໆທີ່ເກີດຂຶ້ນໃນໂລກ.  ຖ້າຄົນເຫຼົ່ານີ້ ເລືອກທີ່ຈະຢູ່ບ່ອນເກົ່າ ບໍ່ມີການພັດທະນາສິ່ງທີ່ມີຢູ່ໃຫ້ດີກວ່າເກົ່າ ກໍອາດເຮັດໃຫ້ທຸລະກິດບໍ່ຂະຫຍາຍຕົວ ແລະ ເຖິງຈຸດຈົບໄດ້ໃນທີ່ສຸດ.

 

Things that need to be taken into consideration when doing business

 These are things that businesspeople or entrepreneurs should pay close attention to when starting a business, and should also not be ignored even by big business icons:

Don’t be overconfident: confidence is a good thing. However, when we become overconfident, things can turn out negatively for our business as we fail to take note of competitors. Then, we find we do not have a back-up plan when our business is facing challenges or we can become blind and ignore our own weaknesses. Moreover, when we become overconfident, we tend not to listen to others, business partners or employees, and make all decisions based on the idea that we know everything. Such a mentality can lead to failure or the risk of business losses.

Be a good friend: learn from others in a smart way and avoid any direct conflict with colleagues or competitors. In the case of our co-workers, we should consult with them rationally on the basis of the overall business benefits, not to fight and win for our own satisfaction which can damage the spirit of positive teamwork. In terms of our competitors, we should compete with them by using creative ideas, special features, or the quality of our products rather than by cutting prices which can damage both sides.

Don’t do everything alone: to establish a business is also to establish a system so that the business is sustainable on its own. If we concern ourselves too much with every detail, to an extent that prevents us from delegating work and authorizing subordinates to make decisions, our business will not be able to make progress by itself. We will become the only person carrying the burden of the business on our shoulders, and we cannot afford to be sick, absent, or even dead, otherwise our business will not be able to continue. This can be harmful to both our business and to our private life.

Don’t underestimate your competitors: many businesspeople, especially market leaders, tend to underestimate their competitors. With such a mentality, they regard the competitors’ products as inferior to theirs and not meeting customers’ needs. Therefore, we should study and improve our business continuously.

Don’t depend too much on previous achievements without learning new things: everything in our business path starts from us, our desire to have a private business and our perseverance in making it successful. However, things do not just end at that. We need to ensure that our business will continue to be more successful. Often, achievements can fool us into thinking that what we have is enough to continue being successful. We then stop learning new things and adjusting to changes happening in the world. If we choose to stay still without developing ourselves, our business will not grow and will eventually cease to exist.

 

Comments