Author Archives: Paeng KC

ໂລກ້າລາວ (Loca Laos) ແອັບພຣີເຄຊັ່ນ ເພີ່ມຄວາມສະດວກສະບາຍໃນການເດີນທາງ…

ບັນດາທ່ານອາດໄດ້ຍິນແລ້ວວ່າເຕັກໂນໂລຊີ ໂດຍສະເພາະດ້ານ ໄອທີ ພາໃຫ້ເກີດທຸລະກິດຮູບແບບໃໝ່ທີ່ບໍ່ເຄີຍມີມາກ່ອນ ພ້ອມທັງກາຍເປັນຄູ່່ແຂ່ງສຳຄັນຕໍ່ທຸລະກິດແບບດັ້ງເດີມນຳອີກ. ຕົວຢ່າງຢູ່ຕ່າງປະເທດຈະມີ  “ແອັບພລີເຄຊັ່ນ”(application)ທີີ່ຊື່ວ່າ: ແກຣັບ (Grab) ຫຼື ອູເບີ (Uber) ທີ່ຊ່ວຍພາທ່ານເດີນທາງຈາກບ່ອນໜຶ່ງໄປຫາອີກບ່ອນໜຶ່ງໂດຍໃຫ້ບໍລິການດ້ວຍລົດສ່ວນຕົວ ຄືກັບການຂີ່ແທັກຊີ (Taxi) ແຕ່ບໍ່ເອີ້ນວ່າເປັນການບໍລິການແທັກຊີ ເຊິ່ງທ່່ານສາມາດເອີ້ນໃຊ້ບໍລິການພຽງແຕ່ກົດເອີ້ນຜ່ານ “ແອັບພລີເຄຊັ່ນ” ໃນໂທລະສັບມືຖື. ຮູ້ບໍ່ວ່າຢູ່ລາວ ປັດຈຸບັນນີ້ ກໍມີການບໍລິການແບບດຽວກັນນີ້ ໂດຍເປັນການລິເລີ່ມແລະສ້າງຕັ້ງດ້ວຍຄົນລາວເຮົາເອງ. ໂອກາດນີ້ພວກເຮົາມາຮູ້ຈັກກັບ ທ່ານ ສຸລິໂຍ ວົງດາລາ ອາຍຸ 28 ປີ ແຕ່ກໍສາມາດເຮັດຫຼາຍທຸລະກິດທາງ “ອອນໄລ໌” ໃນຖານະຜູ້ສ້ງຕັ້ງ ບໍລິສັດ ໂລກ້າລາວ (Loca Laos). ນອກນີ້ຍັງມີທຸລະກິດອື່ນທີ່ໃຫ້ບໍລິການດ້ານ “ອອນໄລ໌” ບໍ່ວ່າຈະເປັນ ດ້ານ ”ຊອບແວ” (software), ການຕະຫຼາດ “ດີຈິຕອນ” ແລະ ເວັບໄຊ໌ມ່ວນ. ທ່ານ ສຸລິໂຍ ຮຽນຈົບຂະແໜງໄຟຟ້າມາແຕ່ ອາເມຣິກາ. ໂດຍສ່ວນຕົວແລ້ວເພິ່ນມັກດ້ານເຕັກໂນໂລຊີ ແລະ ຢາກຮູ້ກ່ຽວກັບພະລັງງານໄຟຟ້າທົດແທນຈຶ່ງເລືອກຮຽນຂະແໜງນີ້. ຄວາມຈິງແລ້ວເພິ່ນໄດ້ເຮັດວຽກດ້ານໄອທີຕັ້ງແຕ່ປີ 2009 ກ່ອນຈະໄປຮຽນຢູ່ອາເມຣິກາແລ້ວຈົບມາໃນປີ 2016. ທ່ານ ສຸລິໂຍ ...

Read More »

ແນວຄິດການລິເລີ່ມທຸລະກິດ ໃຫ້ປະສົບຜົນສຳເລັດ

ໃນຍຸກປັດຈຸບັນ ການປະກອບອາຊີບພຽງອາຊີບດຽວອາດບໍ່ພຽງພໍຕໍ່ລາຍຈ່າຍຕົວຈິງ ຫຼາຍໆຄົນຈິຶ່ງເລີ່ມແນມຫາຊ່ອງທາງການສ້າງລາຍໄດ້ເພີ່ມ ບໍ່ວ່າຈະເປັນລົງທຶນເພື່ອໃຫ້ຊັບສິນທີ່ມີຢູ່ເກີດດອກອອກຜົນ ຫຼື ການຕັດສິນໃຈ ດຳເນີນທຸລະກິດຂອງຕົນເອງ. ແຕ່ບໍ່ວ່າຈະເປັນທາງໃດແມ່ນກໍບໍ່ງ່າຍເລີຍ ເນື່ອງຈາກທ່ານຕ້ອງມີຄວາມຮູ້ສະເພາະດ້ານນັ້ນໆ ແລະ ມີເງິນທຶນທີ່ພຽງພໍ, ແຕ່ທ່ານຮູ້ ຫຼື ບໍ່ວ່າທັດສະນະແນວຄິດຂອງເຈົ້າຂອງທຸລະກິດກໍຖືເປັນໜຶ່ງໃນປັດໄຈຫຼັກທີ່ສຳຄັນ ເພາະທັດສະນະທີ່ດີຍ່ອມສົ່ງຜົນທີ່ດີໃຫ້ການດຳເນີນທຸລະກິດ. ແຕ່ແນວໃດຈຶ່ງຈະເອີ້ນວ່າທັດສະນະທີ່ສົ່ງເສີມໃຫ້ທຸລະກິດປະສົບຜົນສຳເລັດ? ດັ່ງນັ້ນ, ຜູ້ຂຽນຈຶ່ງໄດ້ນຳເອົາທັດສະນະແນວຄິດທີ່ທ່ານຄວນມີ ເພື່ອບັນລຸຜົນສຳເລັດໃນການເລີ່ມຕົ້ນເຮັດທຸລະກິດມາໃຫ້ອ່ານນຳກັນ. ອັນດັບທຳອິດ ທ່ານຕ້ອງຮູ້ຈັກຕົວເອງ ແລະ ຮັກໃນສິ່ງທີ່ຢາກເຮັດ ຕ້ອງຮູ້ວ່າຕົວເອງມີຄວາມມັກ ຫຼື ສົນໃຈໃນສິ່ງໃດ ເຊິ່ງໃນນີ້ແມ່ນໝາຍເຖິງປະເພດທຸລະກິດທີ່ທ່ານຢາກເຮັດ. ການຄົ້ນຫາຕົນເອງມີຄວາມສຳຄັນຫຼາຍ ເພາະການຮູ້ຈັກຕົວເອງ ແລະ ສິ່ງທີ່ສົນໃຈຖືເປັນບາດກ້າວທຳອິດທີ່ພາທ່ານໄປສູ່ການຊອກຮູ້ໃນລາຍລະອຽດທີ່ຈຳເປັນສຳລັບການວາງແຜນກ່ຽວກັບທຸລະກິດຂອງທ່ານໃນຂັ້ນຕໍ່ໄປ. ຄຽງຄູ່ກັນນັ້ນ, ການຮັກໃນສິ່ງທີ່ເຮັດນັ້ນ ເຮົາຈະເຮັດໄດ້ດີກວ່າສະເໝີ ເພາະເຮົາຈະມີຄວາມກະຕືລືລົ້ນຢາກປະສົບຜົນສຳເລັດ ເຮັດໃຫ້ມີການສຸມແຮງກາຍ ແລະ ແຮງໃຈໃສ່ເພື່ອໃຫ້ບັນລຸເປົ້າໝາຍ. ຫຼັງຈາກທີ່ຄົ້ນພົບທຸລະກິດທີ່ທ່ານສົນໃຈແລ້ວ ທ່ານຕ້ອງມີຄວາມຄິດທີ່ສ້າງສັນທີ່ແຕກຕ່າງ ເພື່ອເຮັດທຸລະກິດຂອງທ່ານມີເອກະລັກ ລວມທັງຍຸດທະສາດການຕະຫຼາດທີ່ແປກໃໝ່ເພື່ອດຶງດູດລູກຄ້າ ເຊິ່ງທັກສະເຫຼົ່ານີ້ສາມາດໄດ້ຈາກທັງພອນສະຫວັນ ແລະ ພອນສະແຫວງ ດ້ວຍການຊອກຮູ້, ການເປີດໃຈຕໍ່ສິ່ງໃໝ່ ແລະ ຄວາມປັບຕົວຕໍ່ກັບການປ່ຽນແປງ ແລະ ໝູນໃຊ້ບົດຮຽນໃຫ້ເກີດປະໂຫຍດ. ນອກນັ້ນ ການເຊື່ອໝັ້ນໃນຕົນເອງ ກໍເປັນອີກທັດສະນະສຳຄັນໜຶ່ງທີ່ທ່ານຕ້ອງມີ ໂດຍທ່ານຕ້ອງເຊື່ອວ່າແນວຄິດກ່ຽວກັບທຸລະກິດຂອງທ່ານສາມາດເປັນໄປໄດ້, ເຊື່ອວ່າຕົນເອງຕ້ອງເຮັດໄດ້ ແລະ ເຊື່ອວ່າຕົນເອງສາມາດຜ່ານຜ່າອຸປະສັກທີ່ອາດຈະເກີດຂຶ້ນ ແລະ ໄປເຖິງເປົ້າໝາຍທີ່ຕັ້ງໄວ້ ...

Read More »

ຈະໃຊ້ງົບ 128 ລ້ານໂດລາ ປັບປຸງເສັ້ນທາງ ສີເກີດ-ໂພນໂຮງ ໃຫ້ກວ້າງຂຶ້ນໄວໆນີ້…

ພີທີເຊັນສັນຍາໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ເໜືອ ແຕ່ສາມແຍກສີເກີດ ນະຄອນຫຼວງວຽງຈັນ ຫາ ໂພນໂຮງ ແຂວງວຽງຈັນ ມີຄວາມຍາວທັງໝົດ 58 ກິໂລແມັດ, ລະຫວ່າງກົມຂົວທາງ, ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ບໍລິສັດ Hubel Changjiang Road & Bridge Co, Ltd ໄດ້ຈັດຂຶ້ນໃນວັນທີ 18 ຕຸລາ 2019 ທີ່ຜ່ານມາ. ໂຄງການນີ້ ໄດ້ຮັບການສະໜັບສະໜູນເງິນກູ້ດອກເບ້ຍຕ່ຳ ຈາກ 3 ສະຖາບັນການເງິນ ຄື: ທະນາຄານໂລກ ( World Bank ) ໃນມູນຄ່າ 40 ລ້ານໂດລາສະຫະລັດ, ທະນາຄານ ການລົງທຶນໂຄງລ່າງພື້ນຖານ ອາຊີ ( AIIB ) ມູນຄ່າ 40 ລ້ານໂດລາສະຫະລັດ, ກອງທຶນນໍດິກ ເພື່ອການພັດທະນາ ( NDF ) ມູນຄ່າ ...

Read More »

ໂຄງການກໍ່ສ້າງເສັ້ນທາງລົດໄຟ ລາວ-ຫວຽດ ຄາດວ່າຈະເລີ່ມກໍ່ສ້າງໃນທ້າຍປີ 2021

ຕາມການລາຍງານຂອງໜັງສືພິມວຽງຈັນທາຍ ໃຫ້ຮູ້ວ່າ ລັດຖະບານລາວ ໄດ້ອະນຸຍາດໃຫ້ບໍລິສັດລາວເທດດິ້ງລາວມະຫາຊົນ ສຳຫຼວດ ອອກແບບ ແລະ ພັດທະນາໂຄງການ ກໍ່ສ້າງທາງ ລົດໄຟລາວ-ຫວຽດນາມ ໂດຍໄດ້ມີການເຊັນສັນຍາບົດບັນທຶກໂຄງການດັ່ງກ່າວກັບກະຊວງໂຍທາທິການ ແລະ ຂົນສົ່ງ ເມື່ອບໍ່ດົນມານີ້. ໂຄງການດັ່ງກ່າວມີຄວາມຍາວປະມານ 240-270 ກິໂລແມັດ, ເບື້ອງຕົ້ນຂອງໂຄງການ ຈະສືກສາເລີ່ມແຕ່ເມືອງທ່າແຂກ ແຂວງຄຳມ່ວນ ຫາ ຊາຍແດນລາວ-ຫວຽດນາມ ຫຼັງຈາກໄດ້ຮັບ ອະນຸຍາດຈາກລັດຖະບານຫວຽດນາມແລ້ວ ຈຶ່ງຈະເລີ່ມສຳຫຼວດແຕ່ຊາຍແດນ ລາວ-ຫວຽດນາມ ໄປຫາທ່າເຮືອວຸງອ່າງ ຊິ່ງຢູ່ເບື້ອງລາວຈະມີໄລຍະທາງປະມານ 150 ກິໂລແມັດ ແລະ ເບື້ອງຫວຽດນາມ ປະມານ 120 ກິໂລແມັດ ຄາດວ່າຈະສຳເລັດ ການອອກແບບພາຍໃນ 8 ເດືອນ ຫາ 1 ປີນັບແຕ່ມື້ເຊັນສັນຍາເປັນຕົ້ນໄປ. ຈາກນັ້ນກໍ່ຈະສະເໜີ ໄປຍັງລັດຖະບານເພື່ອພິຈາລະນາ, ຖ້າໄດ້ຮັບອະນຸຍາດກໍ່ຈະເລີ່ມລົງມືກໍ່ສ້າງໃນທ້າຍປີ 2021 ແລະ ຈະໃຊ້ເວລາໃນການກໍ່ສ້າງ 3 ປີ ແລະ ປີ 2024 ໃຫ້ສຳເລັດ. ທ່ານ ຈັນທອນ ສິດທິໄຊ ປະທານບໍລິສັດເທດດິ້ງລາວມະຫາຊົນ ໄດ້ກ່າວວ່າ: ຈຸດປະສົງຂອງໂຄງການນີ້ແມ່ນເພື່ອແກ້ໄຂຈຸດດ້ອຍທີ່ວ່າປະເທດລາວບໍ່ມີຊາຍແດນຕິດກັບທະເລ ...

Read More »

ມາຄົ້ນຫາ!!! ຄຳຕອບສຸດທ້າຍ  Nissan TERRA SUV ໄດ້ຮັບຄວາມນິຍົມຫຼາຍໃນປັດຈຸບັນຍ້ອນຫຍັງ?

Nissan TERRA ແບບ (SUV) ເປັນລົດທີ່ສາມາດຕອບໂຈດທຸກຄວາມທ້າທາຍທີ່ສຸດ ໃນການໃຊ້ຊີວິດປະຈຳວັນຂອງທີ່ຄົນທີ່ຂັບຂີ່ລົດໃນເມືອງ ແລະ ເດີນທາງໄກ, ເປັນລົດທີ່ນຳເຂົ້າ ໂດຍ ບໍລິສັດຕັນຈົງມໍເຕີລາວ ຈຳກັດພຽງຜູ້ດຽວ, ເຊິ່ງເປັນບໍລິສັດໃນເຄືອຂອງ ບໍລິສັດ ຕັນຈົງ ມໍເຕີ ຈຳກັດຂອງປະເທດມາເລເຊຍ ແລະ ເປັນຜູ້ຈຳໜ່າຍລົດ ຍີ່ຫໍ້ ນິສສັນ ພຽງຜູ້ດຽວໃນ ສປປ ລາວ. ໃນ EP 2 ເຮົາໄດ້ຮູ້ກັນໄປກຽ່ວກັບລະບົບຈັກ,ເກຍ,ການຂັບເຄື່ອນ ແລະ ຄວາມປອດໄພຈາກດ້ານໃນ ຂອງ Terra ໄປແລ້ວນັ້ນ (ບົດຄວາມ EP 1-Ep2 ອ່ານຄືນໄດ້ຢູ່ກອງບົດຄວາມນີ້) ແລະ ໃນ Ep3 ສຸດທ້າຍນີ້ເຮົາຈະມາຮູ້ກັນເລີຍວ່າມີຫຍັງແດ່? Ep3 ສຸດທ້າຍ: ເຮົາຈະມາຮູ້ຈັກກັນເລີຍວ່າລົດນິສສັນເທີລາທີ່ເປັນຈຸດຂາຍຫຼັກສຸດທ້າຍມີຫຍັງແດ່. 1. I-AVM (ກ້ອງ 360◦ ອົງສາ) + ໂຫມດກວດຈັບການເຄື່ອນທີ່ອ້ອມຕົວລົດ MOD ຄຸນລັກສະນີ້ເຮັດໃຫ້ທ່ານໄດ້ເຫັນທັງໝົດ 360 ອົງສາ ນັ້ນໝາຍຄວາມວ່າມີຄວາມສະດວກສະບາຍໃນການເຂົ້າຈອດຢ່າງປອດໄພ ຕົວຢ່າງ: ເມື່ອທ່ານກຳລັງຈະຈອດ, ທ່ານຈະເຫັນທາງໜ້າຈະແຈ້ງ, ສົມມຸດວ່າທາງໜ້າລົດຂອງເຮົາເປັນໂຖດອກໄມ້ ແລະ ທາງຫຼັງເປັນຖັງສຳລັບດັບເພີງ ກ້ອງນີ້ຈະຊ່ວຍໃຫ້ທ່ານເຫັນຊັດເຈນ ແລະ ...

Read More »

ມາເລເຊຍ – ລາວ ມີສາຍພົວພັນມິດຕະພາບອັນອົບອຸ່ນຮ່ວມກັນ 53 ປີ.

ຂຶ້ນປົກເດືອນຕຸລາ ພວກເຮົາໄດ້ຮັບກຽດສໍາພາດທ່ານ ໂມດ ໄອນີ ອາຕັນ ເອກອັກຄະລັດຖະທູດ ມາເລເຊຍ ປະຈໍາ ສປປ ລາວ ເຊິ່ງທ່ານຈະໄດ້ສະເໜີໃຫ້ຊາບເຖິງການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດຕະຫຼອດໄລຍະ 53 ປີທີ່ຜ່ານມາພ້ອມທັງວິໄສທັດໃນການຮ່ວມມືໃນອະນາຄົດ ແລະ ຄາດໝາຍເພື່ອດຶງດູດນັກທ່ອງທ່ຽວຈາກ ສປປ ລາວ ໃນປີ 2020. ສາຍພົວພັນທາງການທູດ ລະຫວ່າງລັດຖະບານລາວ ແລະ ລັດຖະບານມາເລເຊຍ ໄດ້ຮັບການປັບປຸງຄືແນວໃດ? ທີ່ຜ່ານມາ, ມີຈັກໂຄງການທີ່ ມາເລເຊຍ ໃຫ້ການສະໜັບສະໜຸນຢູ່ໃນ ລາວ? ມາເລເຊຍ ແລະ ລາວ ມີສາຍພົວພັນມິດຕະພາບອັນອົບອຸ່ນຮ່ວມກັນນັບຕັ້ງແຕ່ການສ້າງຕັ້ງສາຍພົວພັນທາງການທູດໃນວັນທີ 1 ກໍລະກົດ 1966. ຍ້ອນວ່າທັງສອງເປັນປະເທດສະມາຊິກອາຊຽນຄືກັນ, ສາຍພົວພັນສອງຝ່າຍຂອງພວກເຮົາ ຈຶ່ງສືບຕໍ່ໄດ້ຮັບການຍົກລະດັບ ໂດຍຜ່ານການແລກປ່ຽນຢ້ຽມຢາມ ແລະ ພົບປະກັນລະຫວ່າງການນຳຂັ້ນສູງ, ລວມທັງການຮ່ວມມືກັນໃນຫຼາຍຂົງເຂດ, ເຊັ່ນວ່າດ້ານການຄ້າ, ການລົງທຶນ, ພະລັງງານ, ການທ່ອງທ່ຽວ,ການສຶກສາ ແລະ ການສ້າງຂີດຄວາມສາມາດ. ດ້ານການແລກປ່ຽນຢ້ຽມຢາມລະຫວ່າງການນຳຂັ້ນສູງ, ພະນະທ່ານ ທອງລຸນ ສີສຸລິດ, ນາຍົກ ລັດຖະມົນຕີແຫ່ງ ສປປ ລາວ, ກໍໄດ້ໄປຢ້ຽມຢາມ ...

Read More »

ແຈ້ງການ!!!! ປິດຫົວໜ່ວຍບໍລິການອອກວິຊາກັບດ່ານ ໃນບາງດ່ານສາກົນໃນລາວ

ອີງຕາມໜັງສື່ສະເໜີ ຂອງກະຊວງການຕ່າງປະເທດ ເລກທີ 7170/ຕປທ, ລົງວັນທີ 23 ກັນຍາ 2019 ແລະ ໜັງສືຊີ້ນໍາ ຂອງທ່ານ ນາຍົກລັດຖະມົນຕີ ຄັ້ງວັນທີ 09 ຕຸລາ 2019.  ດັ່ງນັ້ນ, ຫ້ອງວ່າການນໍານັກງານນາຍົກລັດຖະມົນຕີ ເຫັນດີໃຫ້ປິດ ການບໍລິການອອກວິຊາກັບດ່ານສາກົນຢູ່ບາງດ່ານສາກົນ ປະກອບມີ: ແຂວງຜົ້ງສາລີ, ແຂວງຫົວພັນ, ແຂວງຊຽງຂວາງ, ແຂວງໄຊຍະບູລີ, ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ, ແຂວງສະຫວັນນະເຂດ, ແລະ ແຂວງອັດຕະປື. ແຈ້ງການສະບັບເລກທີ 1845/ຫສນຍ, ລົງວັນທີ 16 ຕຸລາ 2019 ກ່ຽວກັບ ການປິດໃຫ້ບໍລິການອອກວິຊາກັບດ່ານສາກົນຢູ່ບາງດ່ານສາກົນ ແມ່ນເຫັນດີໃຫ້ປິດການບໍລິການອອກວິຊາຢູ່ 9 ດ່ານສາກົນຄື: ດ່ານສາກົນປາງທີກ (ແຂວງຜົ້ງສາລີ), ດ່ານສາກົນນໍ້າໂສຍ (ແຂວງຫົວພັນ), ດ່ານສາກົນນໍ້າກັ່ນ (ແຂວງຊຽງຂວາງ), ດ່ານສາກົນນໍ້າເງິນ (ແຂວງໄຊຍະບູລີ), ດ່ານສາກົນຂົວມິດຕະພາບນໍ້າເຫືອງ (ແຂວງໄຊຍະບູລີ), ດ່ານສາກົນນໍ້າພາວ (ແຂວງບໍລິຄໍາໄຊ), ດ່ານສາກົນນາເຟົ້າ (ແຂວງຄໍາມ່ວນ), ດ່ານສາກົນສະໜາມບີນສະຫວັນນະເຂດ (ແຂວງສະຫວັນນະເຂດ), ດ່ານສາກົນພູເກືອ (ແຂວງອັດຕະປື). ເພື່ອບໍ່ໃຫ້ຖືກທ່າຮັບ ...

Read More »

ຖ້າສັນຍາບໍ່ເປັນສັນຍາ ຫຼື ມີການລະເມີດສັນຍາແລ້ວ ອີກຝ່າຍສາມາດ ຍົກເລີກໄດ້ບໍ່?

ໃນການດໍາເນີນທຸລະກິດ “ສັນຍາ” ຖືເປັນເອກະສານໜຶ່ງທີ່ມີຄວາມຈໍາເປັນ ແລະ ມີຄວາມສໍາຄັນຫຼາຍ ເນື່ອງຈາກວ່າເປັນສິ່ງທີ່ພາໃຫ້ເກີດຂໍ້ຜູກພັນທາງດ້ານກົດໝາຍ ແລະ ເປັນການກໍານົດການຕົກລົງຂອງຄູ່ສັນຍາ ລວມທັງ ຮັບປະກັນການປະຕິບັດສິດ ແລະ ພັນທະຕາມທີ່ກໍານົດໄວ້ໃນສັນຍາ ແລະ ກົດໝາຍ. ນອກຈາກນີ້ ຍັງສາມາດໃຊ້ເປັນຫຼັກຖານ ຫຼື ເອກະສານໃນເວລາທີ່ເກີດຂໍ້ຂັດແຍ່ງ ຫຼື ຮ້ອງຟ້ອງໄປຍັງສານປະຊາຊົນໄດ້. ເມື່ອກ່າວເຖິງ ສັນຍາແລ້ວຫຼາຍໆທ່ານ ອາດເຄີຍໄດ້ຍິນຄໍາວ່າ “ສັນຍາຕ້ອງເປັນສັນຍາ” [Contract must be served] ຫຼື ສັນຍາຕ້ອງໄດ້ຮັບການປະຕິບັດ ແຕ່ຄໍາຖາມກະຄືວ່າ ຖ້າສັນຍາບໍ່ເປັນສັນຍາ ຫຼື ມີການລະເມີດສັນຍາແລ້ວ ອີກຝ່າຍສາມາດ ຍົກເລີກໄດ້ບໍ່? ດັ່ງກໍລະນີຕົວຈິງຂ້າງລຸ່ມນີ້. ທ້າວ ກໍ ແລະ ນາງ ຂໍ (ນາມສົມມຸດ) ໄດ້ເຮັດສັນຍາຊື້-ຂາຍທີ່ດິນ ແລະ ເຮືອນ ນໍາກັນ ໂດຍມີມູນຄ່າຊື້-ຂາຍທັງໝົດ 100,000,000 ກີບ ໂດຍທີ່ ທ້າວ ກໍ (ຜູ້ຊື້) ໄດ້ຈ່າຍເງິນມັດຈໍາໃຫ້ແກ່ ນາງ ຂໍ (ຜູ້ຂາຍ) ຈໍານວນ 50,000,000 ...

Read More »

ໂຕໂຢຕ້າລາວ ຈັດງານສະແດງດົນຕີການກຸສົນ ມອບເງິນ 200 ລ້ານກີບ ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ

ໃນຄໍ່າຄືນຂອງວັນທີ 18 ຕຸລາ 2019 ທີ່ຜ່ານມາ, ຢູ່ທີ່ຫໍວັດທະນະທຳ, ນະຄອນຫຼວງວຽງຈັນ. ໂຕໂຢຕ້າລາວ ໄດ້ຈັດງານສະແດງດົນຕີການກຸສົນ “ໂຕໂຢຕ້າ ຄລາສສິກ ຄັ້ງທີ 30” ເພື່ອເປັນການລະດົມທຶນນຳລາຍໄດ້ສືບຕໍ່ຊາງຍເຫຼືອຜູ້ປະສົບໄພນໍ້າຖ້ວມພາກໃຕ້. ໃຫ້ກຽດເຂົ້າຮ່ວມງານຈາກທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ເປັນປະທານ ແລະ ກ່າວເປີດໂດຍທ່ານ Masaaki Kawabata ຜູ້ອຳນວຍການ ບໍລິສັດ ໂຕໂຢຕ້າລາວ ຈຳກັດ, ມີບັນດາການນຳພັກ-ລັດ, ສະຖານທູດ, ແຂກທີ່ຖືກເຊີຍ ແລະ ຜູ້ຊົມທີ່ສົນໃຈຊື້ບັດເຂົ້າຮ່ວມງານຈຳນວນຫຼວງຫຼາຍ. ລາຍໄດ້ທັງໝົດຈາກການຂາຍບັດ ພ້ອມທຶນການສະໜັບສະໜູນຂອງບໍລິສດໂຕໂຢຕ້າລາວ ຈຳກັດລວມທັງໝົົດ 200 ລ້ານກີບ ໄດ້ນຳໄປບໍລິຈາກໃຫ້ກັບອົງກອນການກຸສໄນຂອງພາກລັດ ເພື່ອໃຊ້ໃນການສືບຕໍ່ຊ່ວຍເຫຼືອຟື້ນຟູຜູ້ປະສົບໄພນໍ້າຖ້ວມພາກໃຕ້. ການສະແດງດົນຕີສົດຄັ້ງນີ້ ແມ່ນສະແດງໂດຍ ວົງລອນດອນ ແຊມເບີ ອໍເຄສຕຣ້າ ທີ່ເກົ່ແກ່ທີ່ສຸດຈາກປະເທດອັງກິດ ກໍ່ຕັ້ງໃນປີ 1921 ແລະ ເປັນວົງທີ່ມີຄວາມສຳຄັນໃນວົງກສນດົນຕີຄລາສສິກ ຢ່າງຫຼວງຫຼາຍ ອຳນວຍເພງໂດຍ ທ່ານ ຕຣິສໂຕເຟີ ວໍເຣັນ ກຣີນ (Christopher Warren-Green; Principal Conductor ...

Read More »

ປະຊາຊົນທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມ ຮຽກຮ້ອງໃຫ້ຂັ້ນເທິງແບ່ງດິນ ແລະ ທືນເພື່ອສ້າງເຮືອນໃໝ່

ປະຊາຊົນຈຳນວນ 109 ຫຼັງຄາເຮືອນຢູ່ບ້ານ ແຊລະບຳ ເມືອງຊະນະສົມບູນ ແຂວງຈຳປາສັກ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມໃນຕົ້ນ ເດືອນ ກັນຍາ ທີ່ຜ່ານມາ ສ່ວນຫຼາຍຍັງອາໄສຢູ່ ເຮືອນພັກຊົ່ວຄາວ ແລະ ບ້ານພີ່ນ້ອງ ຍ້ອນວ່າຍັງ ບໍ່ມີທີ່ດິນ ແລະ ທືນເພື່ອປຸກສ້າງເຮືອນໃໝ່ ສ່ວນທີ່ດິນເກົ່າແມ່ນຖືກນ້ຳເຊາະເປັນຮອງເປັນ ຂຸມໃຊ້ການບໍ່ໄດ້ ແລະ ມີຄວາມສ່ຽງທີ່ຈະເກີດ ນ້ຳຖ້ວມອີກ. ທ່ານທະວີຈິດ ໂຊພາ ປະຊາຊົນບ້ານແຊລະບຳ ເມືອງຊະນະສົມບູນ ທີ່ໄດ້ສູນເສຍເຮືອນສອງຫຼັງ ລວມທັງເຄື່ອງໃຊ້ຄົວເຮືອນ ທີ່ມີມູນຄ່າ 148 ກວ່າລ້ານກີບໃຫ້ສຳພາດຕໍ່ສື່ມວນຊົນໃນບໍ່ດົນມານີ້ວ່າ : ຂ້າພະເຈົ້າ ກໍ່ຄືຕາງໜ້າປະຊາຊົນຢູ່ບ້ານ ແຊລະບຳ ຢາກໃຫ້ຂັ້ນເທີງຊ່ວຍຮີບດ່ວນ, ເຊິ່ງຄວາມຕ້ອງການໃນປັດຈຸບັນຢາກໃຫ້ເພີ່ນຊ່ວຍ ຈັດສັນທີ່ດິນດ່ວນໃຫ້ຄອບຄົວທີ່ໄດ້ຮັບຜົນກະ ທົບໜັກ ພ້ອມທັງຕໍ່ໄຟຟ້າເຂົ້າ, ເຈາະນ້ຳບາດານ ແລະ ພ້ອມທັງຊ່ວຍທືນປຸກສ້າງເຮືອນໃໝ່ ດຽວນີ້ແມ່ນໄດ້ອາໄສບ້ານພີ່ນ້ອງເປັນບ່ອນເພິ່ງ ພາອາໄສຊົ່ວຄາວ ເພາະຍັງບໍ່ມີດິນ ແລະ ທືນເພື່ອ ປຸກເຮືອນໃໝ່. ຜ່ານມາທາງຂັ້ນເທີງກໍ່ໄດ້ມີການຊ່ວຍເຫຼືອປະ ເພດເຂົ້າສານ, ອາຫານແຫ້ງ, ນ້ຳດື່ມ ແລະ ສັງກະ ສີຈຳນວນ 16 ແຜ່ນຕໍ່ຄອບຄົວ ເພື່ອໃຫ້ກຳລັງໃຈ. ...

Read More »