ໃນຕອນເຊົ້າມືດຂອງວັນທີ 27 ຕຸລາ 2019, ທີ່ເດີ່ນພະທາດຫຼວງວຽງຈັນ, ວາລະສານຂວັນໃຈ ອອນລາຍ ຮ່ວມກັບສະມາຄົມນັກທຸລະກິດແມ່ຍິງລາວ ແລະ ສະຫະພັນແລ່ນ ແລະ ລານ ແຫ່ງຊາດລາວ ໄດ້ຈັດງານແລ່ນຊຸບເປີມິນິມາລາທອນ (Run For Her 2019) ເປັນຄັ້ງທຳອິດ ເພື່ອຕໍ່ຕ້ານຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ພາຍໃຕ້ຄຳຂວັນ “ທຸກບາດກ້າວຄືພະລັງ ຢຸດຢັ້ງຄວາມຮຸນແຮງ “. ໂດຍການເຂົ້າຮ່ວມຂອງຫຼາຍພາກສ່ວນໃນນະຄອນຫຼວງວຽງຈັນທີ່ອອກມາຮ່ວມແຮງຮ່ວມໃຈກັນສ້າງຈຸດຍືນເພື່ອຕໍ່ຕ້ານຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍໃນຄັ້ງນີ້. ກ່າວເປີດງານໂດຍທ່ານນາງ ເກດສະໜາ ປັນຍາທິບ ຮອງຜູ້ອຳນວຍການສ້າງວາລະສານຂັວນໃຈ ແລະ ໃຫ້ກຽດເຂົ້າຮ່ວມງານໂດຍທ່ານ ຈັນດີ ພົມມະບຸດ ປະທານສະຫະພັນແລ່ນ ແລະ ລານ ແຫ່ງຊາດລາວ, ມີບັນດານັກກິລາ ສະໝັກເຂົ້າແຂ່ງຂັນຮ່ວມ ຫຼາຍກວ່າ 1.600 ຄົນ ແລະ ມີຜູ້ເຂົ້າຮ່ວມງານນີ້ທັງໝົດຫຼາຍກວ່າ 2.000 ຄົນ.
ທ່ານນາງ ເກດສະຫວັນ ປັນຍາທິບ ກ່າວໃນງານວ່າ: ການຈັດງານຄັ້ງນີ້, ກໍເພື່ອ ປູກຈິດສຳນຶກໃຫ້ສັງຄົມຫັນມາເອົາໃຈໃສ່ ແລະ ຮ່ວມຍຸຕິບັນຫາຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ສ້າງກິດຈະກຳແຂ່ງຂັນແລ່ນ ແລະພັດທະນານັກແລ່ນລຸ້ນໃໝ່. ເຊິ່ງໄດ້ຈັດຂຶ້ນເປັນປີທໍາອິດ ໂດຍຈັດງານຖະແຫຼງຂ່າວເປີດຢ່າງເປັນທາງການໃນວັນທີ 2 ຕຸລາ 2019 ທີ່ຜ່ານມາ ແລະ ເປີດໃຫ້ຜູ້ທີ່ສົນໃຈມາຮ່ວມລົງທະບຽນແລ່ນຕັ້ງແຕ່ວັນທີ 15 ກໍລະກົດ 2019 ຈົນຮອດ ວັນທີ 18 ຕຸລາ 2019 ມີຜູ້ຮ່ວມລົງທະບຽນຫຼາຍກວ່າ 1.500 ຄົນ. ແຕ່ກໍຍັງມີຜູ້ໃຫ້ຄວາມສົນໃຈຢ່າງຫຼວງຫຼາຍທີ່ບໍ່ທັນລົງທະບຽນ ຄາດວ່າປິຕໍ່ໄປຈະໄດ້ເພີ່ມຈໍານວນ.
ບັນຍາກາດໃນມື້ງານແຂ່ງຂັນແລ່ນ Run for Her ແມ່ນມີຄວາມຄຶກຄື້ນຫຼາຍ, ມົນຊົນໃຫ້ຄວາມສົນໃຈ, ມີບູສໃຫ້ເຄື່ອງດື່ມ, ອາຫານ ທີ່ສະໜັບສະໜຸນໂດຍສະປອນເຊີຈາກຫຼາຍພາກສ່ວນ, ນ້ອງໆອາສາສະໝັກມາຊ່ວຍເລື່ອງການຖ່າຍຮູບ, ຈຸດເຊັກອິນ ແລະ ນັກກິລາເຂົ້າເສັ້ນໄຊ, ກອງເຊຍມັນໆຈາກນ້ອງໆນັກຮຽນ ມສ ວຽງຈັນ ທີ່ເຕັມໄປດ້ວຍຮອມຍິ້ມ!
ສຳລັບການແຂ່ງຂັນຄັ້ງນີ້ ໄດ້ແບ່ງອອກເປັນ 3 ປະເພດຄື: ຊຸບເປີມິນິມາລາທອນ 10 ແລະ 15 ກິໂລແມັດ ຍິງ ແລະ ຊາຍ ປະກອບດ້ວຍ 4 ລຸ້ນຄື ອາຍຸ 16-29 ປີ , ລຸ້ນອາຍຸ 30-39 ປີ, ລຸ້ນອາຍຸ 40-49 ປີ ແລະ ລຸ້ນອາຍຸ 50+ ແລະ ຍັງມີແລ່ນເພື່ອສຸຂະພາບ 5 ກິໂລ ທີ່ບໍ່ຈຳກັດອາຍຸ. ສຳລັບລາງວັນທີ່ໄດ້ຜູ້ 1-5 ແມ່ນໄດ້ຮັບເງິນສົດ ແລະ ຂັນລາງວັນເຊິ່ງມີຜູ້ໄດ້ຮັບລາງວັນທັງໝົດ 80 ຄົນ.