ວັນພັກທ້າຍປີນີ້ໄປທ່ຽວ ກວາງໂຈວ ດີບໍ່? ໄປ-ມາ ສະດວກເພາະມີທ່ຽວບິນ 5 ຄັ້ງຕໍ່ອາທິດ

ມາມາທາງນີ້!!! ສຳລັບໃຜທີ່ວາງແຜນຈະໄປທ່ອງທ່ຽວໃນໄລຍະທ້າຍປີນີ້ ແຕ່ຍັງບໍ່ຮູ້ຈະໄປໃສ? ເພາະວ່າກໍເປັນໄລຍະພັກຍາວ ຂອງຫຼາຍໆທ່ານ ຫຼື ມື້ພັກປະຈຳປີຍັງຫຼາຍມື້ແຕ່ກໍຍັງຄິດບໍ່ອອກຈະໄປ່ທ່ຽວໃສດີ… ແນະນຳເລີຍ ໄປທ່ຽວ ກວາງໂຈວ ເປັນແຫຼ່ງທ່ອງທ່ຽວທີ່ຂຶ້ນຊື່ລືຊາຂອງ ປະເທດຈີນ ແລະ ຫຼາຍຄົນທົ່ວໂລກຢາກໄປທ່ຽວ ໄປຊ໋ອບປິງ, ຊົມໄຟແສງສີຂອງຕຶກທີ່ທັນສະໄໝໃນຕົວເມືອງ ແລະ ຍັງມີສະຖານທີ່ທ່ອງທ່ຽວທາງວັດທະນະທຳຈີນ ອີກຢ່າງຫຼວງຫຼາຍ.  ນອກນີ້,ກໍໂດງດັງເລື່ອງອາຫານການກິນທີ່ຫຼາກຫຼາຍ ແລະ ນ່າຕື່ນເຕັ້ນອີກດ້ວຍ ໄປກັບໝູ່ເພື່ອນກໍມ່ວນມັນ, ໄປກັບຄົນຮັກກໍໂຣແມນຕິກ ຫຼື ຈະໄປກັບຄອບຄົວກໍແສນຈະອົບອຸ່ນ.

ແລ້ວເປັນຫຍັງຈຶ່ງໄປກວາງໂຈວ????  ກໍເນື່ອງຈາກວ່າ ປັດຈຸບັນ, ເດີນທາງໄປກວາງໂຈວແມ່ນສະດວກສະບາຍທີ່ສຸດ ເພາະ  China Southern Airline  ໄດ້ເພີ່ມການບໍລິການຖ້ຽວບິນ ເສັ້ນທາງບິນກົງຈາກ ວຽງຈັນ – ກວາງໂຈວ ເປັນ 5 ຖ້ຽວບິນຕໍ່ອາທິດ ເລີ່ມຈາກວັນທີ 27 ຕຸລາເປັນຕົ້ນໄປ.  ເໝາະແກ່ການໃຫ້ເຮົາວາງແຜນໄດ້ຕາມໃຈ ຕາມສະດວກມື້ພັກຂອງເຮົາໄດ້ເລີຍ.

ເພາະໄລຍະທ້າຍປີ ເປັນໄລຍະທີ່ຍົນຫຼາຍຖ້ຽວຈະມັກເຕັມ. ເເຕ່ China Southern Airline ຈະນຳສະເໜີລູກຄ້າ ດ້ວຍບໍລິການທີ່ສະດວກສະບາຍ ແລະ ໄດ້ລາຄາທີ່ເໝາະສົມ. ບໍ່ຕ້ອງຫ່ວງຄຳວ່າຍົນເຕັມ, ບໍ່ມີບ່ອນນັ່ງ ເປັນເຫດຜົນທີ່ເຮັດໃຫ້ທ່ານບໍ່ສາມາດໄປສະຫຼອງປີໃໝ່ກັບຄົນຮັກ, ໝູ່ເພື່ອນ ເເລະ ຄອບຄົວໄດ້.

ດ້ວຍການບໍລິການທີ່ດີທີ່ສຸດໃຫ້ແກ່ລູກຄ້າທຸກລະດັບ ແລະ ໄດ້ຮັບຄວາມເພິ່ງພໍໃຈຈາກລູກຄ້າຫຼາຍລ້ານຄົນ, ນັກທ່ອງທ່ຽວຄວນເລືອກທີ່ຈະເດີນທາງກັບ China Southern Airlines ໃນໄລຍະນີ້.

 

ເພື່ອເປັນສະຫຼອງ China Southern Airline ຂໍສະເໜີ ລາຄາຖ້ຽວບິນ ວຽງຈັນ – ກວາງໂຈວ ເລີ່ມຕົ້ນທີ່ $100 ເເບບຖ້ຽວດຽວ ຫຼື $140 ເເບບໄປກັບ. ລາຄານີ້ເລີ່ມຕົ້ນເເຕ່ວັນທີ 28 ຕຸລາ ຈົນຮອດທ້າຍປິ .
*ລາຄານີ້ຍັງບໍ່ລວມພາສີ
ຈອງປີ້ສຳລັບການເດີນທາງຄັ້ງຕໍ່ໄປໄດ້ທີ່ : https://global.csair.com/LA/GB/Home

Comments