ມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການສູນກາງພັກ ແລະ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ

ໃນວັນທີ 24 ຕຸລາ 2019 ນີ້, ໄດ້ມີພິທີເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ລະຫວ່າງ ທ່ານ ຄຳພັນ ພົມມະທັດ ຫົວໜ້າຫ້ອງວ່າການສູນກາງພັກ ຄົນເກົ່າ ໄປເປັນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຄົນໃໝ່, ຍ້າຍທ່ານ ກິແກ້ວ ໄຂຄຳພິທູນ ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ ຜູ້ເກົ່າ ໄປເປັນລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຍ້າຍທ່ານ ທອງສະລິດ ມັງໜໍ່ເມກ ມາເປັນຫົວໜ້າຫ້ອງວ່າການສູນກາງພັກ ຄົນໃໝ່.

ໂດຍມີທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ທັງເປັນປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ. ໃນການມອບ-ຮັບ ໜ້າທີ່ ໃນຄັ້ງນີ້, ອີງຕາມຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ແລະ ອີງຕາມມະຕິຕົກລົງຂອງກົມການເມືອງ ວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ຫົວໜ້າຫ້ອງວ່າການສູນກາງພັກ.

ໂອກາດນີ້, ທ່ານ ບຸນຍັງ ວໍລະຈິດ ກໍໄດ້ມີຄຳເຫັນໂອລົມ ແລະ ໃຫ້ທິດຊີ້ນໍາ ຕໍ່ການນຳທຸກຂັ້ນ ກໍຄື ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ໃຫ້ສືບຕໍ່ຊີ້ນຳ-ນຳພາ ສຶກສາອົບຮົມ ແນວຄິດຂອງພະນັກງານ ສະມາຊິກພັກ ແຕ່ລະກົມ, ແຕ່ລະພະແນກການ ເພື່ອໃຫ້ທຸກຄົນເຂົ້າໃຈ ແລະ ຮັບຮູ້ຢ່າງທົ່ວເຖິງ ຕໍ່ການສັບປ່ຽນໜ້າທີ່ດັ່ງ ກ່າວ, ແນໃສ່ບໍ່ໃຫ້ມີການສວຍໂອກາດ, ທັບຖົມໂຈມຕີກັນ ໃນທາງທີ່ບໍ່ດີ, ອັນໃດທີ່ເປັນຜົນສຳເລັດ ທີ່ໄດ້ນຳພາ ແລະ ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ໃຫ້ພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ດີຂຶ້ນເລື້ອຍໆ;  ສ່ວນອັນໃດທີ່ຍັງອ່ອນ ແລະ ຄົງຄ້າງ ກໍໃຫ້ເລັ່ງປັບປຸງແກ້ໄຂ. ພ້ອມນັ້ນ ກໍໃຫ້ພ້ອມກັນຈັດຕັ້ງສ້າງຂະບວນການດ້ານຕ່າງໆ ໃຫ້ມີການຫັນປ່ຽນ ຢ່າງແຂງແຮງກວ່າເກົ່າ, ໃຫ້ສືບຕໍ່ປົກປັກຮັກສາມູນເຊື້ອອັນດີງາມໂດຍສະເພາະ ຄວາມສາມັກຄີພາຍໃນຄະນະພັກ-ຄະນະນຳ, ມີຄວາມເປັນເອກະພາບສູງຕໍ່ວຽກງານ, ທັງສືບຕໍ່ເປັນຫລັກແຫລ່ງ, ເປັນຄັນທຸງ, ເປັນແກນນຳ ໃນການເຕົ້າໂຮມຄວາມສາມັກຄີ ໃນຖັນແຖວພະນັກງານ. ສິ່ງສຳຄັນ ໃຫ້ເອົາໃຈໃສ່ສ້າງລະບອບແບບ ແຜນວິທີເຮັດວຽກ ເພື່ອສືບຕໍ່ນຳພາພະນັກງານ ສະມາຊິກພັກ ພ້ອມກັນຈັດຕັ້ງປະຕິບັດວຽກງານ ເປັນເສນາທິການ ໃຫ້ສູນການພັກ ກໍຄື ກົມການເມືອງ, ຄະນະເລຂາທິການສູນກາງພັກ ໃຫ້ນັບມືໄດ້ຮັບການປັບ ປຸງຂຶ້ນເລື້ອຍໆ.

ຂ່າວ: ທະນູທອງ ພາບ: ອ່າຍຄຳ

ທີ່ມາ: ຂ່າວສານປະເທດລາວ.

Comments