ຮສສ ສະເຫຼີມສະຫຼອງ ວັນເຄື່ອນຍ້າຍແຮງງານສາກົນ…….

ກະຊວງແຮງງານ ແລະ ສະຫວັດດີການ-ສັງຄົມ (ຮສສ) ຮ່ວມກັບ ອົງການແຮງງານສາກົນ (ILO) ໄດ້ຈັດງານງານສະເຫລີມສະຫລອງວັນແຮງງານເຄື່ອນຍ້າຍສາກົນຂຶ້ນ ໃນວັນທີ 17 ທັນວາ 2020 ທີ່ໂຮງແຮມລາວພລາຊາ ນະຄອນຫລວງວຽງຈັນ ຊຶ່ງໃນປີ 2000 ອົງການສະຫະປະຊາຊາດໄດ້ຮັບຮອງເອົາ ວັນທີ 18 ທັນວາ ຂອງທຸກປີ ເປັນວັນແຮງງານເຄື່ອນຍ້າຍສາກົນ, ຕັ້ງແຕ່ນັ້ນເປັນ ຕົ້ນມາ ບັນດາປະເທດສະມາຊິກຂອງອົງການສະຫະປາຊາຊາດ, ອົງການຈັດຕັ້ງສາກົນ ແລະ ເຄືອຂ່າຍອົງການສະຫະປະຊາຊາດ ໄດ້ຈັດງານສະເຫຼີມສະຫຼອງວັນດັ່ງກ່າວນີ້. ສະພາບການເຄື່ອນຍ້າຍແຮງງານຢູ່ ສປປ ລາວ ກໍມີທັງການເຄື່ອນຍ້າຍແຕ່ເຂດຊົນນະບົດເຂົ້າສູ່ຕົວເມືອງ ແລະ ເຄື່ອນຍ້າຍອອກໄປເຮັດວຽກຢູ່ຕ່າງປະເທດ ນັບທັງຖືກຕ້ອງຕາມກົດໝາຍ ແລະ ແບບບໍ່ຖືກກົດໝາຍ ໂດຍສະເພາະແມ່ນການເຄື່ອນຍ້າຍໄປເຮັດວຽກຢູ່ປະເທດເພື່ອນບ້ານໃກ້ຄຽງ.

Image may contain: 7 people, people standing and people on stage

ປັດຈຸບັນ ມີແຮງງານລາວທີ່ໄປເຮັດວຽກໂດຍທີ່ຖືກຕ້ອງຕາມກົດໝາຍ ໂດຍຜ່ານການອະນຸຍາດຈາກກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຢູ່ 3 ປະເທດ ຄື: ປະເທດໄທ, ຍີປຸ່ນ ແລະ ສ. ເກົາຫລີ ລວມທັງໝົດ 214.000 ຄົນ. ຕໍ່ກັບບັນຫາການເຄື່ອນຍ້າຍແຮງງານ, ພັກ ແລະ ລັດຖະ ບານແຫ່ງ ສປປ ລາວ ຍາມໃດກໍ່ມີຄວາມເປັນຫ່ວງເປັນໃຍ ຕໍ່ຊະຕາກຳຂອງຊາວຜູ້ອອກແຮງງານ ໂດຍສະເພາະແມ່ນແຮງງານເຄື່ອນຍ້າຍໄປຕ່າງປະເທດ, ຊຶ່ງສະແດງອອກ ໃນການປະກອບສ່ວນເຂົ້າເປັນຄະນະກຳມະການອາຊຽນ ກ່ຽວກັບແຮງງານເຄື່ອນຍ້າຍ ເພື່ອຈັດຕັ້ງປະຕິບັດຖະແຫລງການອາຊຽນ ວ່າດ້ວຍການປົກປ້ອງ ແລະ ສົ່ງເສີມສິດທິຂອງແຮງງານເຄື່ອນຍ້າຍຢ່າງຕັ້ງໜ້າ.

ປາໂທ້!!! ແຮງງານລາວ ເກືອບແສນຄົນເຮັດວຽກຢູ່ໄທແບບບໍ່ຖືກກົດໝາຍ - Laos Update

ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມພັດທະນາສີມືແຮງງານ ແລະ ຈັດຫາງານ ໄດ້ກ່າວວ່າ: ການສະເຫລີມສະຫລອງວັນແຮງງານເຄື່ອນຍ້າຍສາກົນ ເປັນວັນໜຶ່ງທີ່ມີຄວາມໝາຍສໍາຄັນ ຕໍ່ກັບຜູ້ອອກແຮງງານເຄື່ອນຍ້າຍ ແລະ ສະແດງເຖິງຄວາມເອົາໃຈໃສ່ຂອງລັດຖະບານ ແລະ ທຸກພາກສ່ວນໃນສັງຄົມ ທັງເປັນການປູກຈິດສໍານຶກໃຫ້ທຸກຄົນໄດ້ຮັບຂໍ້ມູນ ກ່ຽວກັບການເຄື່ອນຍ້າຍແຮງງານແບບປອດໄພ. ໃນປັດຈຸບັນ ແຮງງານເຄື່ອນຍ້າຍນັບມື້ເພີ່ມຂຶ້ນ, ສະພາບແຮງງານເຄື່ອນຍ້າຍ ບໍ່ແມ່ນບັນຫາສະເພາະຂອງປະເທດໃດໜຶ່ງເທົ່ານັ້ນ, ແຕ່ມັນເປັນບັນຫາລວມຂອງຂົງເຂດ, ພາກພື້ນ ແລະ ຂອງໂລກ, ສາເຫດຕົ້ນຕໍ ທີ່ພາໃຫ້ເກີດມີການເຄື່ອນຍ້າຍແຮງງານ ແມ່ນເພື່ອຊອກຫາວຽກເຮັດງານທຳທີ່ດີກວ່າ ແລະ ການສະແຫວງຫາຄ່າແຮງງານທີ່ສູງກວ່າ, ມີສະພາບແວດລ້ອມໃນການອອກແຮງງານທີ່ມີຄວາມປອດໄພຕໍ່ສຸຂະພາບ ແລະ ຊີວິດການເປັນຢູ່ທີ່ດີກວ່າ, ການມີໂອກາດໄດ້ພັດ ທະນາຄວາມຮູ້, ຄວາມສາມາດ ແລະ ສີມືໃນການອອກແຮງງານທີ່ດີກວ່າ, ແຕ່ຄຽງຄູ່ກັນນັ້ນມີແຮງງານຈຳນວນໜຶ່ງ ເຄື່ອນຍ້າຍຍ້ອນສະພາບຄວາມອຶດຫິວ, ຄວາມທຸກຍາກ, ໄພທຳມະຊາດ ແລະ ຄວາມເຊື່ອມໂຊມຂອງສິ່ງແວດລ້ອມ ລວມໄປເຖິງການເກີດຂໍ້ຂັດແຍ່ງທາງດ້ານການເມືອງ ແລະ ສົງ ຄາມ.

Image may contain: 7 people, people standing and people on stage

ສະນັ້ນ, ໃນທຸກປີຈະມີແຮງງານເຄື່ອນຍ້າຍໄປ-ມາໃນທົ່ວໂລກເພີ່ມຂຶ້ນເລື້ອຍໆ ການເຄື່ອນຍ້າຍແຮງງານດັ່ງກ່າວ, ໄດ້ກາຍເປັນບັນຫາທີ່ທຸກໆປະເທດ ຕ້ອງໄດ້ເອົາໃຈໃສ່ຮ່ວມກັນໃນການຄຸ້ມຄອງຕາມລະບຽບກົດໝາຍຂອງແຕ່ລະປະເທດ, ການອຳນວຍຄວາມສະດວກ, ການໃຫ້ການບໍລິການ ໂດຍຄຳນຶງເຖິງສິດ ແລະ ຜົນປະໂຫຍດຂອງແຮງງານເຄື່ອນຍ້າຍ, ຊຶ່ງເຂົາເຈົ້າໄດ້ກາຍເປັນໜຶ່ງ ໃນໂຄງປະກອບຂອງກໍາລັງແຮງງານ ທີ່ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ. ແຕ່ແຮງງານເຄື່ອນຍ້າຍຈໍານວນບໍ່ໜ້ອຍ ໄດ້ຮັບຜົນກະທົບຈາກສະພາບການອອກແຮງງານທີ່ບໍ່ປອດໄພ ແລະ ບໍ່ມີຄວາມເປັນທຳ, ບໍ່ຮັບປະກັນເງື່ອນໄຂພື້ນຖານຂອງການດຳລົງຊີວິດ, ຖືກຂູດຮີດແຮງງານ, ຖືກຈຳກັດສິດທິ, ຖືກຂູດຮີດທາງເພດ ແລະ ຕົກເປັນເຫຍື່ອຂອງການຄ້າມະນຸດ ໂດຍສະເພາະແມ່ນແຮງງານເຄື່ອນຍ້າຍທີ່ບໍ່ຖືກຕ້ອງຕາມກົດໝາຍ.

hn - ຂ່າວທັນເຫດການ
ພາບປະກອບເທົ່ານັ້ນ

ທ່ານ ນາງ ອານຸສອນ ຄຳສິງສະຫວັດ ກ່າວຕື່ມວ່າ: ບັນຫາແຮງງານເຄື່ອນຍ້າຍມີທັງດ້ານຕັ້ງໜ້າ ແລະ ດ້ານຫຍໍ້ທໍ້ ຂ້າພະເຈົ້າ ຮຽກຮ້ອງໃຫ້ທຸກພາກສ່ວນທົ່ວສັງຄົມ ຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ຍົກສູງສະຕິເປັນເຈົ້າ ໃນການປະຕິບັດກົດໝາຍໃຫ້ເຂັ້ມງວດ ປະຕິບັດພັນທະຂອງປະເທດສົ່ງ ແລະ ປະເທດຮັບຢ່າງເຄັ່ງຄັດ ເພື່ອສົ່ງເສີມ ແລະ ປົກປ້ອງສິດຂອງແຮງງານເຄື່ອນຍ້າຍຢ່າງເປັນຮູບປະທໍາຫລາຍຂຶ້ນ ໂດຍສະເພາະ ເພີ່ມທະວີສ້າງຄວາມເຂັ້ມແຂງການບໍລິການຈັດຫາງານ, ເພີ່ມທະວີການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານລາວ, ເຜີຍແຜ່ຂໍ້ມູນຂ່າວສານໃຫ້ແຮງງານເຄື່ອນຍ້າຍໄດ້ຮັບຮູ້ຢ່າງທົ່ວເຖິງ, ຕັ້ງໜ້າສົ່ງເສີມການເຄື່ອນຍ້າຍແຮງງານແບບປອດໄພ, ເພີ່ມທະວີເອົາໃຈ ໃສ່ຕິດຕາມ ຄຸ້ມຄອງແຮງງານເຄື່ອນຍ້າຍໃຫ້ທົ່ວເຖິງ, ສົ່ງເສີມຄວາມປອດໄພ ແລະ ສຸຂະພາບຂອງແຮງງານ.ໃນພິທີສະເຫລີມສະຫລອງຄັ້ງນີ້, ປະກອບມີກິດຈະກຳຕົ້ນຕໍ ຄື: ເວທີສົນທະນາກ່ຽວກັບວຽກງານແຮງງານເຄື່ອນຍ້າຍ ເພື່ອເຮັດໃຫ້ຜູ້ເຂົ້າຮ່ວມໄດ້ມີໂອກາດແລກປ່ຽນບົດຮຽນ ແລະ ປະສົບການ, ພ້ອມທັງເພີມທະວີການມີສ່ວນຮ່ວມ ໃນການປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ອອກແຮງງານເຄື່ອນຍ້າຍຫລາຍຂຶ້ນ.

Comments