ຍີ່ປຸ່ນ ຊ່ວຍເຫຼືອອຸປະກອນກວດຫາເຊື້ອພະຍາດໂຄວິດ-19……….

ຕອນເຊົ້າວັນທີ 18 ທັນວາ 2020 ທີ່ສູນລະບາດວິທະຍາ ກະຊວງສາທາລະນະສຸກ ລັດຖະບານຍີ່ປຸ່ນ ໄດ້ມອບອຸປະກອນການແພດໃຫ້ ສປປ ລາວ ເຊິ່ງເປັນເຄື່ອງກວດຫາເຊື້ອພະຍາດໂຄວິດ19, ອຸປະກອນດັ່ງກ່າວປະກອບດ້ວຍ ເຄື່ອງວິເຄາະແບບ RT-PCR, ນ້ຳຢາເຄມີ, ຕູ້ເຢັນການແພດ, ຫຼອດພິແພັດ, ຄອມພິວເຕີ, ປຣີ້ນເຕີ້, ໝໍ້ໄຟສຳຮອງ ແລະ ອຸປະກອນປ້ອງກັນ ເຊັ່ນ: ຜ້າປິດປາກ, ຖົງມື, ຊຸດກາວ ແລະ ອື່ນໆ ເຊິ່ງແມ່ນພາກສ່ວນໜຶ່ງ ທີ່ລັດຖະບານຍີ່ປຸ່ນສັນຍາວ່າຈະໃຫ້ການຊ່ວຍເຫລືອທັງໝົດ ມູນຄ່າ3.084.480 ໂດລາສະຫະລັດ.

Image may contain: 4 people, people standing

ທ່ານ ເຄອິໂຊະ ຕະເກວະກະ ເອກອັກຄະລັດຖະທູດແຫ່ງຍີ່ປຸ່ນປະຈຳ ສປປ ລາວ ກ່າວວ່າ ອຸປະກອນການແພດເຫຼົ່ານີ້ ສາມາດເພີ່ມຄວາມເຂັ້ມແຂງຂອງປະເທດລາວ ໃນການຮັບມືກັບພະຍາດໂຄວິດ-19, ນອກຈາກນັ້ນ ຍັງສະແດງໃຫ້ເຫັນເຖິງຄວາມມຸ່ງໝັ້ນອັນສູງສົ່ງຂອງຍີ່ປຸ່ນໃນການຊ່ວຍເຫຼືອລັດຖະບານ ແລະ ປະຊາຊົນ ສປປ ລາວ.

Image may contain: 4 people, people standing

ທ່ານ ຮສ. ດຣ ບຸນກອງ ສີຫາວົງ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ກ່າວວ່າ: ການສະໜອງເຄື່ອງມືທີ່ຈຳເປັນໃຫ້ຫ້ອງວິເຄາະຂັ້ນສູນກາງ ແລະ ທ້ອງຖິ່ນຂອງ ສປປ ລາວ ເປັນວຽກງານໜື່ງທີ່ສຳຄັນ ຍ້ອນວ່າ ໝໍວິເຄາະປຽບເໝືອນແນວໜ້າຂອງລະບົບສາທາລະນະສຸກໃນການຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19. ເດືອນທັນວາ 2020 ນີ້ ອົງການ UNOPS ໄດ້ສຳເລັດການຈັດຊື້ອຸປະກອນທີ່ຮັບໃຊ້ໃນຫ້ອງວິເຄາະ ເປັນຕົ້ນແມ່ນ: ຕູ້ອົບຂ້າເຊື້ອ, ຕູ້ປອດເຊື້ອ, ຂາຕັ້ງຫຼອດພິແພັດ, ໂຕະ, ຕັ່ງ ແລະ ຕູ້ຕິດຝາ ເຊີ່ງອຸປະກອນເຫຼົ່ານີ້ຈະຖືກສົ່ງໄປຊ່ວຍເຫລືອຫ້ອງວິເຄາະທັງສູນກາງ ແລະ ທ້ອງຖິ່ນທົ່ວປະເທດ ພາຍໃນເດືອນກຸມພາ ປີ 2021. ການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ ໃຫ້ແກ່ ສປປ ລາວ ແມ່ນເພື່ອສະໜອງເຄື່ອງມື ແລະ ອຸປະກອນການແພດຢ່າງຮີບດ່ວນໃຫ້ບັນດາໂຮງໝໍ ແລະ ສູນວິເຄາະໃນ ສປປ ລາວ ເພື່ອປີ່ນປົວ ແລະ ຊ່ວຍຊີວິດຄົນເຈັບ.

Comments