ວັນທີ 17 ທັນວາ 2020, ທີ່ ສູນອິນເຕີເນັດ ແຫ່ງຊາດ (ສອຊ), ກະຊວງໄປສະນີໂທລະຄົມມະນາຄົມ ແລະ ການສື່ສານ (ປທສ), ໄດ້ຈັດກອງປະຊຸມສຳມະນາກະກຽມຄວາມພ້ອມເຂົ້າສູ່ເສດຖະກິດິຕອນ ແລະ ອຸດສາຫະກຳ 4.0 ໂດຍການເປັນປະທານຂອງ ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີກະຊວງ ປທສ, ມີຕາງໜ້າຈາກບັນດາກະຊວງ, ອົງການ, ຫ້ອງ ການ, ສະຖາບັນການສຶກສາ, ລັດວິສາຫະກິດ, ທະນາຄານ, ບໍລິສັດ ພ້ອມດ້ວຍບັນດາກົມ/ສູນ ອ້ອມຂ້າງກະຊວງ ປທສ ເຂົ້າຮ່ວມ ແລະ ນຳສະເໜີ.

ກອງປະຊຸມສຳມະນາໃນຄັ້ງນີ້ ໄດ້ຮັບຟັງການນຳສະເໜີກ່ຽວກັບການພັດທະນາເສດຖະກິດດິຈິຕອນໃນ ສປປ ລາວ ໂດຍແມ່ນ ທ່ານ ແກ້ວວີສຸກ ໂສລະພົມ ຫົວໜ້າສູນອິນເຕີເນັດ ແຫ່ງຊາດ ເປັນຜູ້ນຳສະເໜີ ຊຶ່ງລັດຖະບານໄດ້ຮັບຮອງໂດຍຫຼັກການກ່ຽວກັບວິໄສທັດ 20 ປີ (2021-2040), ຍຸດທະ ສາດ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດິຈິຕອນ ແຫ່ງ ຊາດ ໄລຍະ 5 ປີ ຄັ້ງທີ I (2021-2025), ຊຶ່ງແຜນດັ່ງກ່າວແມ່ນອີງໃສ່ແນວທາງຂອງພັກ ແລະ ແຜນນະໂຍບາຍຂອງລັດຖະບານ, ບົດຮຽນຈາກສະພາບການພັດທະນາເສດຖະກິດຕົວຈິງ ຢູ່ປະເທດເຮົາໃນໄລຍະຜ່ານມາ ສົມທົບກັບການພັດທະນາເສດຖະກິດດິຈິຕອນຂອງພາກພື້ນ ແລະ ສາກົນ ໂດຍສະເພາະຈາກປະເທດເພື່ອນມິດຍຸດທະສາດ.

ແຜນດ່ັ່ງກ່າວ ຈະປະກອບເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX (2021-2025) ເພື່ອໃຫ້ເສດຖະກິດດິຈິຕອນກາຍເປັນສ່ວນໜຶ່ງທີ່ສຳຄັນປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງຊາດໃນຊຸມປີຕໍ່ໜ້າ. ໃນໂອກາດດຽວກັນນີ້, ກອງປະຊຸມສຳມະນາໄດ້ຍົກໃຫ້ເຫັນຜົນງານການພັດທະນາຂອງຂະແໜງການໃນດ້ານຕ່າງໆ ເປັນຕົ້ນ ດ້ານນິຕິກຳ, ດ້ານພື້ນຖານໂຄງລ່າງ, ດ້ານຄວາມປອດໄພ ແລະ ອື່ນໆ ເພື່ອກະກຽມຄວາມພ້ອມເຂົ້າສູ່ເສດຖະກິດດິຈິຕອນ ແລະ ອຸດສາຫະກຳ 4.0, ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ມີຄວາມຮັບຮູ້ ແລະ ເຂົ້າໃຈ ໃນການກຽມຄວາມພ້ອມຂອງຂະແໜງການຕົນເອງ ຮອງຮັບໃຫ້ແກ່ການປ່ຽນແປງໃນອະນາຄົດ.

ໝາກຜົນຂອງການຄຸ້ມຄອງ, ພັດທະນາ ແລະ ນຳໃຊ້ ໄອຊີທີ ຫຼື ເຕັກໂນໂລຊີດິຈິຕອນ ທີ່ປະກອບສ່ວນເຂົ້າໃນການຫັນເປັນທັນສະໄໝ ທີ່ຂະແໜງການ ປທສ ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເປັນຕົ້ນ ການຂະຫຍາຍເຄືອຂ່າຍໂທລະສັບ ແລະ ອິນເຕີເນັດ ທີ່ມີຄວາມຮັບປະກັນ ແລະ ຄອບຄຸມພື້ນທີ່ຫຼາຍກວ່າ 90% ຂອງປະເທດ, ພື້ນຖານໂຄງລ່າງສູນຂໍ້ມູນແຫ່ງຊາດ, ລະຫັດຊື່ອິນເຕີເນັດ .LA ແລະ ລາວ, ລາຍເຊັນເອເລັກໂຕຣນິກ, ການຂຶ້ນທະບຽນເລກໝາຍໂທລະສັບ, ລະບົບກອງປະຊຸມທາງໄກ, ລະບົບຫ້ອງການທັນສະໄໝ (e-Office), ລະບົບສື່ສານພາກລັດ (G-Chat), ລະບົບພລັດຟອມເວັບໄຊພາກລັດ (G-Web Platform), ການຈ່າຍເງິນຜ່ານທາງມືຖື (Mobile Money) ແລະ ຄວາມປອດໄພທາງໄຊເບີ, ໄດ້ກາຍເປັນພື້ນຖານໂຄງລ່າງທີ່ສຳຄັນໃຫ້ແກ່ການສ້າງເສດຖະກິດດິຈິຕອນ ແລະ ອຸດສາຫະກຳ 4.0.

ຜົນສຳເລັດທັງໝົດນີ້ ກໍເໝືອນກັບຫຼາຍໆພາກສ່ວນໃນທົ່ວປະເທດທີ່ຍາດມາໄດ້ ແມ່ນເປັນການປະກອບສ່ວນເຂົ້້າໃນການສະເຫຼີມສະຫຼອງ ວັນຊາດ 2 ທັນວາ ຄົບຮອບ 45 ປີ, ວັນເກີດຂອງ ທ່ານ ປະທານ ໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ເປັນສ່ວນໜຶ່ງ ໃນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ວັນສຳຄັນອື່ນໆຂອງຊາດ ທີ່ຈະມີຂຶ້ນໃນມໍ່ໆນີ້. ກອງປະຊຸມສຳມະນາຄັ້ງນີ້ຖືເປັນວາລະສຳຄັນໃນການເປີດນຳໃຊ້ລະຫັດຊື່ອິນເຕີເນັດພາສາທ້ອງຖິ່ນ ຂັ້ນສູງສຸດແຫ່ງຊາດ ດ໋ອດລາວ (. ລາວ), ເຊິ່ງໃນໄລຍະຜ່ານມາ ລະຫັດຊື່ອິນເຕີເນັດພາສາທ້ອງຖິ່ນ http://xn--19-t1i2dwepdte.xn--q7ce6a/ ແມ່ນໄດ້ຖືກເປີດນຳໃຊ້ໃນ ສປປ ລາວ ຄຽງຄູ່ກັບ https://www.covid19.gov.la ເພື່ອເຜີຍແຜ່ຂໍ້ມູນທາງການ ກ່ຽວກັບການລະບາດຂອງພະຍາດ ໂຄວິດ-19.
ແຫຼ່ງຂໍ້ມູນ: ວສລ