ຕີລາຄາ ຄະນະຮັບຜິດຊອບ ຊີ້ນຳການພັດທະນາເຂດຈຸດສຸມໃຈກາງຢູ່ແຂວງໄຊສົມບູນ………

ກອງປະຊຸມສະຫຼຸບຕີລາຄາການນຳພາ – ຊີ້ນຳ ຂອງຄະນະຮັບຜິດຊອບ ຊີ້ນຳການພັດທະນາເຂດຈຸດສຸມໃຈກາງຢູ່ແຂວງໄຊສົມບູນ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 15 ທັນວາ ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານຂອງ ສະຫາຍ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ, ຫົວໜ້າຄະນະຊີ້ນຳພັດທະນາເຂດຈຸດສຸມໃຈກາງ,ມີບັນດາສະຫາຍຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມທີ່ມາຈາກສູນກາງ, ພ້ອມດ້ວຍຄະນະພັກ – ຄະນະນຳ ແຂວງໄຊສົມບູນ, ພະແນກ, ອົງການ, ກົມກອງ ອ້ອມຂ້າງ ແຂວງ ແລະ ທຸກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ພົນຕີ ຄຳລຽງ ອຸທະໄກສອນ ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ ໄດ້ລາຍງານກ່ຽວກັບສະພາບທີ່ພົ້ນເດັ່ນໃນການພັດທະນາແຂວງໄຊສົມບູນ ໃນໄລຍະ 1 ປີຜ່ານມາ ເຊິ່ງຄະນະພັກ – ອົງການປົກຄອງ ແຂວງໄຊສົມບູນ ໄດ້ຖືເອົາວຽກງານສຶກສາອົບ   ຮົມ – ການເມືອງແນວຄິດເປັນບັນຫາສຳຄັນ ໂດຍສອດຫ້ອຍກັບວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ເຊິ່ງສາມາດຮັບປະກັນໄດ້ຄວາມມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພຢ່າງໜັກແໜ້ນ, ເສດຖະກິດ – ສັງຄົມ ໄດ້ຮັບການພັດທະນາຢ່າງ    ຕໍ່ເນື່ອງ ໂດຍເສດຖະກິດ  ຂອງແຂວງ ຂະຫຍາຍຕົວໃນລະດັບ 5%. ລວມຍອດຜະລິດຕະພັນ   ພາຍໃນບັນລຸ 1.097,6 ຕື້   ກີບ ສະເລ່ຍໃສ່ຫົວຄົນໄດ້ 11.383.151 ກີບ ຫຼື ເທົ່າກັບ 1.225,58 ໂດລາສະຫະລັດ.

ກອງປະຊຸມຄັ້ງນີ້ ໄດ້ສະຫຼຸບຕີລາຄາຄືນຢ່າງພາວະວິໄສຕໍ່ການນຳພາ – ຊີ້ນຳຂອງຄະນະຮັບຜິດຊອບ ຊີ້ນຳການພັດທະນາເຂດຈຸດສຸມໃຈກາງຢູ່ແຂວງໄຊສົມບູນ. ທັງນີ້, ກໍເພື່ອຕີລາຄາວຽກງານທີ່ພົ້ນເດັ່ນ, ຈຸດດີ, ຈຸດອ່ອນ ແລະ ບັນຫາຂໍ້ຄົງຄ້າງອື່ນໆ ເພື່ອວາງທິດທາງການຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ມີຄວາມຮັດກຸມ ແລະ ມີປະສິດທິພາບດີຂຶ້ນກວ່າເກົ່າ.

ໂອກາດດັ່ງກ່າວ, ສະຫາຍຮອງປະທານປະເທດໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມ ເຊິ່ງສະຫາຍໄດ້ເນັ້ນໜັກໃຫ້ຄະນະພັກ – ອົງການປົກຄອງ ແຂວງໄຊສົມບູນທຸກຂັ້ນ ຈົ່ງເພີ່ມທະວີຄວາມສາມັກຄີພາຍໃນພັກ ແລະ ປະຊາຊົນໃຫ້ແໜ້ນແຟ້ນ, ຖືເອົາການສຶກສາອົບຮົມການເມືອງ – ແນວຄິດໃຫ້ພະນັກງານສະມາຊິກພັກ, ທະຫານ, ຕຳຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າເປັນໜ້າທີ່ໃຈກາງ ໂດຍນຳເອົາແນວທາງນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ – ສັງຄົມຂອງລັດ ລົງໂຄສະນາເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ໂດຍຕິດພັນກັບການສ້າງພັກ – ພະນັກງານສືບທອດກັບທີ່ຢ່າງມີການເລືອກເຟັ້ນ ໃຫ້ມີຈຳນວນເພີ່ມຂຶ້ນທັງປະລິມານ ແລະ ຄຸນນະພາບ ໄປຄຽງຄູ່ກັບວຽກງານປ້ອງກັນຊາດ – ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ເພື່ອຮັບປະກັນຄວາມສະຫງົບປອດໄພໃນສັງຄົມຢ່າງໜັກແໜ້ນ, ຖືເອົາການປັບປຸງຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າ ເປັນວຽກງານຕົ້ນຕໍ ພ້ອມກັນສືບຕໍ່ສ້າງສາພັດທະນາ ແຂວງໄຊສົມບູນ ໃຫ້ຈະເລີນກ້າວໜ້າ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.

ແຫຼ່ງຂໍ້ມູນ ເສດຖະກິດ-ການຄ້າ

Comments