ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ ຄັ້ງທີ III………

ກອງປະຊຸມໃຫຍ່ ຜູ້ແທນສະໂມສອນອະດີດຊາວໜຸ່ມລາວ ໂຄງການຊາວໜຸ່ມເດີນທະເລອາ ຊຽນ-ຍີ່ປຸ່ນ(LaoSAA) ຄັ້ງທີ III ໄດ້ໄຂຂຶ້ນໃນວັນທີ 12 ທັນວາ 2020 ນີ້ ທີ່ນະຄອນຫລວງວຽງຈັນ. ກອງປະຊຸມ ໄດ້ສະເໜີບົດລາຍງານການເມືອງສະຫລຸບຕີລາຄາສະພາບການຈັດຕັ້ງປະຕິບັດການເຄື່ອນໄຫວນໍາພາ ແລະ ຊີ້ນໍາຂອງຄະນະບໍລິຫານງານສະໂມສອນອະດີດຊາວໜຸ່ມລາວ ໃນໄລຍະ 9 ປີຜ່ານມາ(2011-2020) ແລະ ວາງທິດທາງການເຄື່ອນໄຫວ 05 ປີ ໃນຕໍ່ໜ້າ(2021–2025), ທັງໃຊ້ສິດປ່ອນບັດເລືອກຕັ້ງເອົາຄະນະຊຸດໃໝ່ຈໍານວນ 13 ສະຫາຍ ຈາກຜູ້ລົງສະໝັກ 16 ສະຫາຍ ໂດຍກອງປະຊຸມມີຜູ້ແທນສົມບູນ 66 ສະຫາຍ ໄດ້ເປັນເອກະສັນເລືອກເອົາສະຫາຍ ຢາງປາວ ປ່າເຍວີ ເປັນປະທານສະໂມສອນຄົນໃໝ່, ສະຫາຍ ພູວົງ ມະນີວົງ, ສະຫາຍ ທອງສະນິດ ພັນແພງດີ, ສະຫາຍ ອິດສະລະ ສຸວັນສິງ ເປັນຮອງ ແລະ ໄດ້ເລືອກເອົາສະຫາຍ ພູວົງ ມະນີວົງ ເປັນປະທານກວດກາ, ສະຫາຍ ທັດສະພອນ ເລີດຖາວອນ, ສະຫາຍຄໍາປະສິດ ເທບວົງ ສາ, ສະ ຫາຍບຸນເຮັງ ສຸດທິຈັກ, ສະຫາຍ ນາງ ດວງມາລາ ມາດມະນີສອນ ເປັນຮອງປະທານກວດກາ.

Image may contain: 3 people

ສະຫາຍ ທັດສະພອນ ເລີດຖາວອນ ຄະນະບໍລິຫານງານສະໂມສອນອະດີດຊາວ ໜຸ່ມລາວໂຄງ ການຊາວໜຸ່ມເດີນທະເລອາຊຽນ-ຍີ່ປຸ່ນ ຊີ້ໃຫ້ເຫັນວ່າ: (LaoSAA) ເປັນອົງການຈັດຕັ້ງທາງສັງຄົມ ທີ່ເຄື່ອນໄຫວພາຍໃຕ້ການນຳພາ-ຊີ້ນຳ ຂອງຫ້ອງ ການສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສ້າງຕັ້ງຂື້ນໃນເດືອນກຸມພາ 2009. ມາຮອດປັດຈຸບັນໂຄງການດັ່ງກ່າວມີສະມາຊິກທັງໝົດ 670 ກວ່າສະຫາຍ, ຍິງ 290 ກວ່າສະຫາຍ.

Image may contain: 10 people, people standing

ສະໂມສອນດັ່ງກ່າວມີພາລະບົດບາດເພື່ອເຕົ້າໂຮມເອົາບັນດາອະດີດຊາວໜຸ່ມລາວ ທີ່ເຄີຍເຂົ້າຮ່ວມໂຄງ ການຊາວໜຸ່ມເດີນທະເລອາຊຽນ-ຍີ່ປຸ່ນ ແລະ ໂຄງການເດີນອາກາດ ລາວ-ຍີ່ປຸ່ນ ເຂົ້າໃນການຈັດຕັ້ງເຄື່ອນໄຫວກິດຈະກຳອາສາສະໝັກ ແລະ ຊ່ວຍເຫລືຶອສັງຄົມ, ເຂົ້າຮ່ວມເຄື່ອນໄຫວກັບສະມາຄົມ ແລະ ສະໂມ ສອນອະດີດຊາວໜຸ່ມໂຄງການຊາວໜຸ່ມເດີນທະເລ ອາຊຽນ-ຍີ່ປຸ່ນ ຂອງປະເທດສະ ມາຊິກອາຊຽນ ແລະ ຍີ່ປຸ່ນ ໂດຍແນໃສ່ເພື່ອຮັດແໜ້ນຄວາມສາມາຄີ, ແລກປ່ຽນບົດຮຽນ ແລະ ຍາດແຍ່ງການຊ່ວຍເຫລືຈາກສາກົນ.

Image may contain: 3 people

ໃນໄລຍະການເຄື່ອນໄຫວຜ່ານມາ ໂຄງການດັ່ງກ່າວ ຍັງໄດ້ປະກອບສ່ວນຮັບໃຊ້ໃນວັນສໍາຄັນຕ່າງໆຂອງພັກ-ຂອງຊາດເປັນຕົ້ນ: ຮັບໃຊ້ໃນງານມະຫາກໍາກິລາຊີແກັມຄັ້ງທີ 25 ທີ່ສປປ ລາວເປັນເຈົ້າ ພາບ, ຮັບໃຊ້ກອງປະຊຸມອາແຊັມ ຄັ້ງທີ 9, ຮັບໃຊ້ງານສະເຫລີມຫລອງວັນສະຖາປະນາ ນະຄອນຫລວງວຽງຈັນຄົບຮອບ 450 ປີ ແລະ ວັນສໍາຄັນອື່ນໆ. ໃນໂອກາດນີ້, ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ແລະ ຊີ້ທິດເຍືອງທາງຈາກ ສະຫາຍ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ, ເລ ຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ.

ແຫຼ່ງຂໍ້ມູນ: ວສລ

Comments