ບໍລິສັດ ເບຍລາວ ຈໍາກັດ ມອບທຶນການສຶກສາ ແກ່ນັກສຶກສາທີ່ ຮຽນດີ – ຮຽນເກັ່ງ 330 ທຶນ

ເພື່ອປະກອບສ່ວນເຂົ້າໃນການພັດທະນາບຸກຄະລາກອນຂອງຊາດ ໃຫ້ສອດຄ່ອງກັບແນວທາງ ຂອງພັກ ແລະ ລັດຖະບານ ທັງເປັນການໃຫ້ໂອກາດແກ່ນັກສຶກສາລະດັບມະຫາວິທະຍາໄລ ແລະ ວິທະຍາໄລຄູ, ບໍລິສັດ ເບຍລາວ ຈໍາກັດ ໄດ້ສືບຕໍ່ໂຄງການສານຝັນໃຫ້ນັກສຶກສາທີ່ຮຽນດີ-ຮຽນເກັ່ງ ແຕ່ຂາດເຂີນທາງດ້ານທຶນຮອນ ປະຈໍາປີ 2020-2021 ຈໍານວນທັງໝົດ 330 ທຶນ ຈາກ 7 ສະຖາບັນການສຶກສາໃນທົ່ວປະເທດ.

ປະກອບມີ ມະຫາວິທະຍາໄລແຫ່ງຊາດ (120 ທຶນ), ມະຫາວິທະຍາໄລ ສຸພານຸວົງ (55 ທຶນ), ມະຫາວິທະຍາໄລ ສະຫວັນນະເຂດ (45 ທຶນ), ມະຫາວິທະຍາໄລ ຈໍາປາສັກ (40 ທຶນ), ວິທະຍາໄລຄູ ສະຫວັນນະເຂດ (20 ທຶນ) ແລະ ວິທະຍາໄລຄູປາກເຊ (20 ທຶນ), ສະຖາບັນວິຈິດສິນ (30 ທຶນ) ເຊິ່ງໂຄງການສານຝັນມອບທຶນການສຶກສາແກ່ນັກສຶກສາທີ່ຂາດເຂີນ ຂອງ ບໍລິສັດ ເບຍລາວ ຈໍາກັດ ເລີ່ມຕົ້ນມາ ຕັ້ງແຕ່ປີ 2010 ເປັນຕົ້ນມາ. ໃນປັດຈຸບັນ ມີນັກສຶກສາ ທີ່ໄດ້ຮັບທຶນການສຶກສາ ດັ່ງກ່າວ ທັງໝົດ 3.054 ຄົນ ໃນທົ່ວປະເທດ, ລວມເປັນງົບປະມານທັງໝົດ 8.7 ຕື້ກີບ.

ທ່ານ ສິດທິໄຊ ເກດຕະວົງ ຜູ້ອໍານວຍການຝ່າຍກິດຈະກໍາເພື່ອສັງຄົມ ແລະ ບໍລິຫານ ຂອງບໍລິສັດເບຍລາວ ຈໍາກັດ ໄດ້ກ່າວວ່າ: ການສຶກສາເປັນພື້ນຖານແຫ່ງການດໍາລົງຊີວິດ, ຖ້ານັກຮຽນໄດ້ຮັບການສຶກສາທີ່ດີ ກໍຈະມີໂອກາດປະສົບຜົນສໍາເລັດໃນອະນາຄົດ, ນອກຈາກຈະເປັນຜົນປະໂຫຍດໃຫ້ກັບນັກສຶກສາແລ້ວ ຍັງສາມາດນໍາຄວາມຮູ້ ໄປພັດທະນາສ້າງສາປະເທດໄດ້. ເຫັນໄດ້ຄວາມສໍາຄັນ ແລະ ຄວາມຈໍາເປັນດັ່ງກ່າວ, ບໍລິສັດ ເບຍລາວ ຈໍາກັດ ຈຶ່ງໄດ້ສືບຕໍ່ ຈັດກິດຈະກໍາ ມອບທຶນການສຶກສາ ໃຫ້ແກ່ນັກສຶກສາ ໃນຫຼາຍພື້ນທີ່ ທົ່ວປະເທດຕໍ່ເນື່ອງກັນມາ ເປັນປີທີ 11.

ທ້າວ ທອງ ມະນີວົງ,​ ນັກສຶກສາ ຄະນະສຶກສາສາດ ສາຂາ ຄູເຄມີສາດ, ຊັ້ນປີ ທີ່ 4 ມະຫາວິທະຍາໄລ ສຸພານຸວົງ ກ່າວວ່າ: ຂ້າພະເຈົ້າ ມີຄວາມຮູ້ສຶກພາກພູມໃຈຫຼາຍທີ່ໄດ້ຮັບທຶນການສຶກສາ ຈາກບໍລິສັດ ເບຍລາວ ຈໍາກັດ ຕະຫຼອດໄລຍະ 3 ປີ ຜ່ານມາ ໂດຍໄດ້ນໍາໃຊ້ ທຶນການສຶກສາດັ່ງກ່າວ ເຂົ້າໃນການຊື້ອຸປະກອນການຮຽນ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍຈາກຄອບຄົວ.

This image has an empty alt attribute; its file name is ເບຍລາວ-1024x682.jpg

ນັກສຶກສາ ແຕ່ລະຄົນທີ່ໄດ້ຮັບທຶນການສຶກສາ ຈາກບໍລິສັດ ເບຍລາວ ຈໍາກັດ ລ້ວນແລ້ວແຕ່ແມ່ນນັກສຶກສາ ທີ່ຕັ້ງໜ້າໃນການຄົ້ນຄວ້າຮໍ່າຮຽນ ເຊິ່ງໄດ້ສະແດງອອກທາງດ້ານການປະພຶດ,​ ຄຸນສົມບັດ, ການເຄົາລົບນັບຖື ຄູ-ອາຈານ ແລະ ໝູ່ຄູ່. ນອກຈາກນັ້ນ, ນັກສຶກສາແຕ່ລະຄົນຍັງມີຜົນງານທີ່ໂດດເດັ່ນທາງດ້ານກິລາ, ສິນລະປະ ວັນນະຄະດີ, ມີຜົນການຮຽນບໍ່ຫຼຸດຄາດໜາຍຄະແນນເກຣດສະເລ່ຍຕໍ່າສຸດ GPA 2.4 ເຖິງ 4.0.

This image has an empty alt attribute; its file name is ເບຍລ-1024x768.jpg

ບໍລິສັດ ເບຍລາວ ຈໍາກັດ ເປັນບໍລິສັດ ທີ່ໄດ້ມອບພັນທະເຂົ້າງົບປະມານແຫ່ງຊາດ ເປັນອັນດັບ #1 ໃນແຕ່ລະປີ ຫຼາຍເຖິງ 2.000 ຕື້ກ່ວາກີບ, ພ້ອມທັງໄດ້ສ້າງວຽກເຮັດງານທໍາ ທັງທາງກົງ ແລະ ທາງອ້ອມ ໃຫ້ກັບສັງຄົມຫຼາຍພັນຕໍາແໜ່ງ.

This image has an empty alt attribute; its file name is ເບຍລ3-1024x768.jpg

ຕະຫຼອດໄລຍະທີ່ຜ່ານມາ ບໍລິສັດ ເບຍລາວ ຈໍາກັດ ໄດ້ໃຫ້ຄວາມສໍາຄັນ ແລະ ມີຄວາມຮັບຜິດຊອບສູງຕໍ່ສັງຄົມ ໂດຍສະເພາະໃນວຽກງານການມີສ່ວນຮ່ວມການສົ່ງເສີມ ຮັກສາຮີດຄອງປະເພນີ, ການປົກປັກຮັກສາສິ່ງແວດລ້ອມ, ການກິລາ, ສາທາລະນະສຸກ ແລະ ການສຶກສາ ເພື່ອໃຫ້ຄົນລາວ ເປັນຄົນທີ່ມີຄວາມຮູ້ຄວາມສາມາດ ຄຽງຄູ່ກັບການພັດທະນາ ສ້າງສາປະເທດຊາດ ໃຫ້ນັບມືນັບຈະເລີນກ້າວໜ້າ ທຽບເທົ່າກັບສາກົນ. 

Comments