ກອງປະຊຸມ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ທົ່ວປະເທດ ຄັ້ງທີ 3…..

ກອງປະຊຸມທາງໄກ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ທົ່ວປະເທດ ຄັ້ງທີ 3 ຈັດຂຶ້ນຕອນເຊົ້າວັນທີ 17 ທັນວາ 2020 ທີ່ກະຊວງອຸດສາຫະກໍາ ແລະ ການຄ້າ ພາຍໃຕ້ການເປັນປະທານ ຂອງທ່ານສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກດ້ານການຄ້າຂັ້ນສູນກາງ

Image may contain: 1 person, sitting and indoor

ທ່ານນາງເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກໍາ ແລະການຄ້າ ລາຍງານໃຫ້ຮູ້ເຖິງການເຄື່ອນຍ້າຍສິນຄ້າພາຍໃນປະເທດທີ່ມີບາງຂອດຈະຕ້ອງປັບປຸງແກ້ໄຂວ່າ: ການອອກເອກະສານເຄື່ອນຍ້າຍສິນຄ້າພາຍໃນປະເທດ ແລະ ການຕັ້ງຈຸດກວດກາຕາມເສັ້ນທາງຂອງຂະແໜງການທີ່ກ່ຽວຂ້ອງ ເຊັ່ນ: ຂະແໜງກະສິກໍາ ແລະ ປ່າໄມ້, ຂະແໜງອຸດສາຫະກໍາ ແລະ ການຄ້າ, ຂະແໜງປ້ອງກັນຄວາມສະຫງົບ, ຂະແໜງໂຍທາທິການ ແລະ ຂົນສົ່ງ ແລະ ຂະແໜງການເງິນ ແມ່ນມີຄວາມຊໍ້າຊ້ອນກັນ ແລະ ບໍ່ສອດຄ່ອງກັບພາລະບົດບາດຂອງຕົນເອງ ຊຶ່ງສ້າງອຸປະສັກທາງດ້ານເວລາແລະຄ່າໃຊ້ຈ່າຍທີ່ບໍ່ຈໍາເປັນໃຫ້ແກ່ພາກທຸລະກິດກໍຄືປະຊາຊົນໃນເວລາເຄື່ອນຍ້າຍສິນຄ້າ ຈາກເມືອງ ຫາ ເມືອງ, ແຂວງ ຫາ ແຂວງເປັນຕົ້ນສິນຄ້າກະສິກໍາ, ເຄື່ອງປ່າຂອງດົງ, ສັດແລະຜະລິດຕະພັນສັດ, ຜະລິດຕະພັນໄມ້, ສິນຄ້າອຸປະໂພກ-ບໍລິໂພກແລະອື່ນໆ

Image may contain: 4 people, people sitting and indoor

ບັນຫາດັ່ງກ່າວ ແມ່ນເກີດຂຶ້ນມາດົນແລ້ວ, ແຕ່ຍັງບໍ່ໄດ້ຮັບການປັບປຸງແກ້ໄຂໄດ້ດີເທົ່າທີ່ຄວນ ໃນໄລຍະຜ່ານມາ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຮັບການສະເໜີບັນຫາຂອງພາກທຸລະກິດ ທີ່ຕິດພັນກັບວຽກອໍານວຍຄວາມສະດວກທາງດ້ານການຄ້າ ຫຼາຍສົມຄວນໂດຍຜ່ານຫຼາຍຊ່ອງທາງ ເປັນຕົ້ນ ບັນຫາທີ່ຍົກຂຶ້ນໃນກອງປະຊຸມຕ່າງໆ; ການເຮັດໜັງສືທາງການ; ການປະສານສົມທົບ ແລະ ລົງເຮັດວຽກຕົວຈິງ ກັບ ພາກສ່ວນທີ່ກ່ຽວຂ້ອງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ຊ່ອງທາງອື່ນໆ.

ຜ່ານການຈັດຕັ້ງປະຕິບັດບັນດານິຕິກໍາທີ່ກ່ຽວຂ້ອງກັບວຽກອໍານວຍຄວາມສະດວກທາງດ້ານການຄ້າ ໂດຍສະເພາະຄໍາສັ່ງ ເລກທີ 12/ນຍ ຍັງບໍ່ຖືກຈັດຕັ້ງຜັນຂະຫຍາຍ ແລະ ບໍ່ມີຄວາມເປັນເອກະພາບກັນ ໃນຂອບເຂດທົ່ວປະເທດ ຄື: ມີບາງແຂວງ, ເມືອງ ທີ່ມີຫຼາຍຂະແໜງການ ຫຼື ໜ່ວຍງານທີ່ກ່ຽວຂ້ອງ ໄປປະຈໍາຢູ່ດ່ານສາກົນ, ທ້ອງຖິ່ນ ແລະ ປະເພນີ ເປັນຕົ້ນແມ່ນ: ຂະແໜງສ່ວຍສາອາກອນ ເພື່ອເກັບຄ່າພັນທະອາກອນ;ຂະແໜງຄຸ້ມຄອງຊັບສິນຂອງລັດ ເພື່ອເກັບຄ່າຈົດທະບຽນເອກະສານສັນຍານໍາເຂົ້າ-ສ່ົງອອກສິນຄ້າ;ຂະແໜງກວດກາປ່າໄມ້ ເພື່ອກວດກາການສົ່ງອອກຜະລິດຕະພັນໄມ້;ຂະແໜງໂຍທາທິການ ແລະ ຂົນສົ່ງ ເພື່ອອອກໜັງສືຂັບຂີ່ ແລະ ຍານພາຫະນະ ຜ່ານແດນ;ຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ເພື່ອກວດສອບຄຸນນະພາບນໍ້າມັນເຊື້ອໄຟ ແລະ ຂະແໜງການອື່ນໆ.

Image may contain: 2 people, screen and indoor

ການປະຈໍາຢູ່ດ່ານຂອງບັນດາຂະແໜງການ ຫຼື ໜ່ວຍງານ ເຫຼົ່ານີ້ ເຫັນວ່າບໍ່ສອດຄ່ອງກັບເນື້ອໃນຂອງດໍາລັດ ເລກທີ558/ລບ, ລົງວັນທີ 31 ທັນວາ 2018 ວ່າດ້ວຍດ່ານຊາຍແດນ ແລະ ສະໜາມບິນສາກົນ ທີ່ກໍານົດໃຫ້ມີ 03 ພາກສ່ວນຕົ້ນຕໍ (CIQ) ຄື: ຕໍາຫຼວດກວດຄົນເຂົ້າ-ອອກເມືອງ, ພາສີ, ກັກກັນພືດ, ອາຫານ ແລະ ຢາ. ການແຕ່ງຕັ້ງຄະນະລົງກວດກາ, ໜີບກົ່ວ ແລະ ເຊັນບົດບັນທຶກການສົ່ງອອກຜະລິດຕະພັນໄມ້ ທີ່ຕາງໜ້າຂະແໜງການທີ່ກ່ຽວຂ້ອງ ມີຫຼາຍກວ່າ 03 ພາກສ່ວນ (ຕາມທີ່ໄດ້ກໍານົດໄວ້ໃນລະບຽບການ ແມ່ນມີ ຂະແໜງການຄ້າ, ປ່າໄມ້ ແລະ ຊັບສິນ) ແລະ ມີການແຕ່ງຕັ້ງຄະນະກໍາມະການລົງກວດກາຂອງແຕ່ລະພາກສ່ວນຫຼາຍກວ່າ 01 ທ່ານ. ພ້ອມດຽວກັນ, ສໍາລັບຂັ້ນຕອນການກວດກາຜະລິດຕະພັນໄມ້ສົ່ງອອກ ເຫັນວ່າ: ຜ່ານມາມີການສະເໜີຂອງອົງການກວດກາລັດຖະບານ ເພື່ອປັບປຸງບາງເນື້ອໃນຂອງຄໍາສັ່ງເລກທີ 12/ນຍ (ຂໍ້ 1 ຂອງຂໍ້ 2.2) ຈາກຄໍາວ່າ: “ຜະລິດຕະພັນໄມ້ ທີ່ໄດ້ຮັບການລົງກວດກາ, ໜີບກົ່ວຕູ້ສິນຄ້າ, ເຊັນບົດບັນທຶກແລະອະນຸຍາດຫຼືຢັ້ງຢືນການສົ່ງອອກໂດຍຄະນະກໍາມະການທີ່ຖືກແຕ່ງຕັ້ງຈາກຂະແໜງການທີ່ກ່ຽວຂ້ອງແລ້ວ, ເວລາມາຮອດດ່ານບໍ່ໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງແກະກົ່ວທີ່ໜີບແລ້ວອອກຍົກເວັ້ນກໍລະນີມີຄວາມສົງໃສຫຼືແຫຼ່ງຂ່າວທີ່ໜ້າເຊື່ອຖືໄດ້ເທົ່ານັ້ນ” ມາເປັນ “ໃນເວລາຜະລິດຕະພັນໄມ້ໄປຮອດດ່ານສົ່ງອອກ, ເຈົ້າໜ້າທີ່ທີ່ກ່ຽວຂ້ອງປະຈໍາດ່ານ ສາມາດດໍາເນີນການກວດກາຕູ້ສິນຄ້າຄືນໄດ້”.

Image may contain: 4 people, people sitting and indoor

ຕໍ່ກັບບັນຫານີ້,ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ເຮັດໜັງລາຍງານ ຫາ ທ່ານຫົວໜ້າຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າ ຂັ້ນສູນກາງແລ້ວ ແລະ ເຫັນວ່າກອງປະຊຸມຄັ້ງນີ້ ຈະເປັນເວທີທີ່ເໝາະສົມໃນການປຶກສາຫາລື ເພາະມີຕາງໜ້າຈາກອົງການກວດກາລັດຖະບານ (ຄະນະ 40/ນຍ), ກະຊວງທີ່ກ່ຽວຂ້ອງ, ບັນດາແຂວງ ແລະ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ເພື່ອຄວາມເປັນເອກະພາບກັນວ່າ: ມາດຕະການໃນການກວດກາຜະລິດຕະພັນໄມ້ສົ່ງອອກ ຈະໄປໃນລວງໃດ. ການອອກເອກະສານເຄື່ອນຍ້າຍສິນຄ້າພາຍໃນປະເທດ ມີຄວາມຊ້ໍາຊ້ອນກັນ ລະຫວ່າງຂັ້ນແຂວງ ແລະ ຂັ້ນເມືອງ ແລະ ບໍ່ສອດຄ່ອງກັບລະບຽບການທີ່ວາງອອກ ຄື: ຂະແໜງສ່ວຍສາອາກອນ ເກັບອາກອນມູນຄ່າເພີ່ມຈາກການຂົນສົ່ງ; ຂະແໜງປ່າໄມ້ ອອກໃບອະນຸຍາດເຄື່ອນຍ້າຍໄມ້ (ຈາກປ່າທໍາມະຊາດ ແລະ ສວນປູກ), ເຄື່ອງປ່າຂອງດົງ ແລະ ຖ່ານຂາວ; ຂະແໜງອຸດສາຫະກໍາ ແລະ ການຄ້າ ຍັງອອກໃບອະນຸຍາດເຄື່ອນຍ້າຍສິນຄ້າບາງປະເພດຢູ່ (ເນື່ອງຈາກມີແຈ້ງການລົບລ້າງ ໃບອະນຸຍາດເຄື່ອນຍ້າຍສິນຄ້າ ຂອງຂະແໜງການອຸດສາຫະກໍາ ແລະ ການຄ້າ ເລກທີ 2215/ອຄ, ລົງວັນທີ 21 ພະຈິກ 2011). ນອກຈາກນີ້, ຍັງມີຫຼາຍຂະແໜງການທີ່ອອກໃບອະນຸຍາດເຄື່ອນຍ້າຍຜົນລະປູກ (ເຂົ້າ, ກາເຟ, ມັນຕົ້ນ, ສາລີ, ຢາງພາລາ, ໝາກໄມ້,ພືດຜັກ ແລະ ອື່ນໆ) ເພາະຕາມລະບຽບການແລ້ວ ສິນຄ້າເຫຼົ່ານີ້ ແມ່ນສາມາດເຄື່ອນຍ້າຍໄດ້ເລີຍ ໂດຍບໍ່ຈໍາເປັນຕ້ອງຂໍອະນຸຍາດເຄື່ອນຍ້າຍ.

Image may contain: 1 person, sitting and indoor

ການກວດກາການເຄື່ອນຍ້າຍສິນຄ້າພາຍໃນປະເທດ ມີຂັ້ນຂອດ ແລະ ຄ່າໃຊ້ຈ່າຍຫຼາຍ ເນື່ອງຈາກມີການຕັ້ງຈຸດກວດກາຕາມເສັ້ນທາງຂອງຂະແໜງການທີ່ກ່ຽວຂ້ອງ ຢູ່ບາງແຂວງ, ບາງເມືອງທີ່ຊໍ້າຊ້ອນກັນ ແລະ ບໍ່ສອດຄ່ອງກັບຄໍາສັ່ງເລກທີ 12/ນຍຄື: ຂະແໜງສ່ວຍສາກອນ ເພື່ອເກັບລາຍຮັບອາກອນມູນຄ່າເພີ່ມຈາກການຂົນສົ່ງ; ຂະແໜງປ່າໄມ້ ເພື່ອກວດກາຜະລິດຕະພັນໄມ້; ຂະແໜງການຄ້າ (ເຈົ້າໜ້າທີ່ກວດກາການຄ້າ) ເພື່ອກວດກາສິນຄ້າ ແລະ ຂະແໜງການອື່ນໆ. ອີງຕາມຄໍາສັ່ງ ເລກທີ 12/ນຍ ກໍານົດໃຫ້ມີແຕ່ 03 ພາກສ່ວນທີ່ສາມາດຕັ້ງຈຸດກວດກາຕາມເສັ້ນທາງ ຄື: ຕໍາຫຼວດຈະລາຈອນ ເພື່ອກວດກາເອກະສານກ່ຽວກັບລົດ ແລະ ການຂັບຂີ່, ສະຖານີຕິດຊັ່ງນໍ້າໜັກ ເພື່ອກວດການໍ້າໜັກ ແລະ ຂະໜາດຂອງລົດບັນທຸກ ແລະ ຂະແໜງພາສີເປັນຂະແໜງການທີ່ບໍ່ໄດ້ປະຈໍາການຕາມເສັ້ນທາງ ເພື່ອເຄື່ອນໄຫວວຽກງານປາບປາມການລັກລອບໜີພາສີ. ຂະແໜງການທັງໝົດເຫຼົ່ານີ້, ມີບາງຂະແໜງການໄດ້ປະຕິບັດໜ້າທີ່ເກີນພາລະບົດບາດຂອງຕົນ.

Image may contain: 2 people, screen and indoor

ສິ່ງເຫຼົ່ານີ້, ເຮັດໃຫ້ເກີດປະກົດການຫຍໍ້ທໍ້ໃຫ້ແກ່ການປະຕິບັດວຽກງານຂອງຂະແໜງການລັດ ແລະ ເພີ່ມຂັ້ນຕອນ ແລະ ຕົ້ນທຶນທີ່ບໍ່ຈໍາເປັນໃຫ້ແກ່ປະຊາຊົນ ແລະ ພາກທຸລະກິດ. ຍັງມີຫຼາຍຂະແໜງການ ຢູ່ສູນກາງ ແລະ ທ້ອງຖິ່ນ ບໍ່ທັນຄົ້ນຄວ້າ ແລະ ປັບປຸງ ບັນດາລະບຽບການ, ຂັ້ນຕອນ, ເວລາ ແລະ ເອກະສານ ສໍາລັບການອອກອະນຸຍາດ, ການຢັ້ງຢືນການນໍາເຂົ້າ-ສົ່ງອອກ ແລະ ການເຄື່ອນຍ້າຍສິນຄ້າ ທີ່ຕົນຄຸ້ມຄອງ ຢ່າງເປັນຮູບປະທໍາ. ພ້ອມດຽວກັນ, ກໍຍັງບໍ່ທັນສ້າງ ແລະ ເຜີຍແຜ່ມາດຕະຖານການບໍລິການຂອງຕົນໃຫ້ມີຄວາມໂປ່ງໃສ ເພື່ອອໍານວຍຄວາມສະດວກ ໃຫ້ແກ່ພາກທຸລະກິດ. ການນໍາໃຊ້ລະບົບເອເລັກໂຕຼນິກ ເຂົ້າໃນການຊໍາລະຄ່າພັນທະ, ຄ່າທໍານຽມ ແລະ ຄ່າບໍລິການ ຍັງບໍ່ທັນຖືກຂະຫຍາຍ ແລະ ກວມເອົາທຸກຂະແໜງການ ແລະ ທຸກດ່ານ ໃນຂອບເຂດທົ່ວປະເທດ ຊຶ່ງເປັນຊ່ອງຫວ່າງເຮັດໃຫ້ເກີດມີການເກັບຄ່າທໍານຽມທີ່ບໍ່ເປັນທາງການ (ແບບບໍ່ມີໃບບິນ) ທີ່ບໍ່ສອດຄ່ອງກັບ ລັດຖະບັນຍັດ ວ່າດ້ວຍຄ່າທໍານຽມ ແລະ ບໍໍລິການ. ສິ່ງເຫຼົ່ານີ້, ເຮັດໃຫ້ຄ່າໃຊ້ຈ່າຍຂອງສິນຄ້າ ເພີ່ມຂຶ້ນ ແລະ ສົ່ງຜົນກະທົບຕໍ່ລາຄາຂາຍສິນຄ້າຢູ່ທ້ອງຕະຫຼາດ. ກອງປະຊຸມທາງໄກ ຄະນະກໍາມະການອໍານວຍຄວາມສະດວກທາງດ້ານານຄ້າ ທົ່ວປະເທດ ຄັ້ງທີ 3 ຈັດຂຶ້ນເປັນເວລາເຄິ່ງວັນ.

Comments