ກະຊວງ ອຄ ປາຖະກະຖາວັນສໍາຄັນຂອງຊາດ………..

ກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ຈັດກອງປະຊຸມປາຖະກະຖາວັນສະຖາປະນາ ສປປ ລາວ ຄົບຮອບ 45 ປີ, ວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ ແລະ ເຜີຍແຜ່ເຊື່ອມຊຶມມະຕິ 11 ສະໄໝ X ຂອງພັກ ເພື່ອເຮັດໃຫ້ພະນັກງານທົ່ວກະຊວງ ອຄ ກໍາແໜ້ນແນວທາງຂອງພັກ – ລັດຖະບານປະກອບສ່ວນສໍາຄັນໃນວຽກງານສ້າງສາ ແລະ ພັດທະນາປະເທດຊາດ.

ກອງປະຊຸມດັ່ງກ່າວຈັດຂຶ້ນວັນທີ 16 ທັນວາ 2020 ທີ່ກະຊວງ ອຄ ເປັນປະທານຂອງ ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ເຂົ້າຮ່ວມຮັບຟັງມີຄະນະບໍລິຫານງານພັກກະຊວງ, ຄະນະປະຈໍາພັກ, ບັນດາສະຫາຍຄະນະພັກຮາກຖານສະມາຊິກພັກ – ພະນັກງານຫຼັກແຫຼ່ງທົ່ວກະຊວງ ອຄ.

ທ່ານ ຄໍາພັນ ພົມມະທັດ ໄດ້ໃຫ້ກຽດຂຶ້ນເລົ່າປະຫວັດຄວາມເປັນມາຂອງການຕໍ່ສູ້ອັນລະອິດລະອ້ຽວ ແລະ ຂ້ຽວຂາດຂອງກອງທັບ ແລະ ປະຊາຊົນລາວພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ໃນແຕ່ລະໄລຍະ ຈົນສາມາດສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975, ທັງນີ້ເພື່ອເຊື່ອມຊຶມໃຫ້ພະນັກງານທົ່ວກະຊວງ ອຄ ເຫັນໄດ້ຄວາມສໍາຄັນ ພ້ອມທັງສືບຕໍ່ຜັນຂະຫຍາຍ ຮັກສາມູນເຊື້ອຂອງພັກ ພ້ອມກັນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງຂຶ້ນ.

ໂອກາດດຽວກັນ, ກໍໄດ້ເລົ່າຄືນປະຫວັດຂອງການນໍາພາຕໍ່ສູ້ກູ້ຊາດຂອງ ປະທານໄກສອນ ພົມວິຫານ ເພື່ອລະນຶກ ແລະ ສະເຫຼີມສະຫຼອງວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 100 ປີ.

ໃນພິທີຍັງໄດ້ເຊື່ອມຊຶມມະຕິ 11 ສະໄໝ X ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງໃຫ້ພະນັກງານທົ່ວກະຊວງ ອຄ ນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດຜົນປະໂຫຍດສູງສຸດ

ແຫຼ່ງຂໍ້ມູນ: ເສດຖະກິດ-ການຄ້າ

Comments