ເມື່ອບໍ່ດົນມານີ້, ທາງບໍລິສັດ ເບຍລາວ ຈຳກັດໄດ້ສົ່ງຕົວຢ່າງກຸ່ມຜະລິດຕະພັນເບຍລາວ ໄປຍັງຫ້ອງແລັບວິໄຈ Campden BRI Food and drinks Innovation ທີ່ເປັນຫ້ອງວິໄຈເອກະລາດ ດ້ານອາຫານ ແລະ ເຄື່ອງດື່ມ ຢູ່ກຸງລອນດອນ, ປະເທດອັງກິດ ເຊິ່ງເປັນອົງກອນທີ່ໄດ້ມາດຕະຖານການວິໄຈລະດັບສາກົນທີ່ຖືກຮັບຮອງໂດຍສະຖາບັນທີ່ໃຫ້ບໍລິການຮັບຮອງແຫ່ງຊາດຂອງປະເທດອັງກິດ United Kingdom Accreditation Service (UKAS). ຜົນຂອງການວິໄຈ ຈາກຫ້ອງແລັບ Campden BRI ຢູ່ລອນດອນ ໄດ້ຊີ້ໃຫ້ເຫັນວ່າຂໍ້ມູນທາງໂພຊະນາການ ຕໍ່ 100 ມລ ຂອງ ເບຍລາວ ໃຫ້ພະລັງງານພຽງແຕ່ 40 ກິໂລແຄລໍລີ, ເບຍລາວ ດຣາກ ໃຫ້ພະລັງງານພຽງແຕ່ 50 ກິໂລແຄລໍລີ, ເບຍລາວ ໄວ້ທ ໃຫ້ພະລັງງານພຽງແຕ່ 41ກິໂລແຄລໍລີ, ເບຍລາວ ໂກລ ໃຫ້ພະລັງງານພຽງແຕ່ 40 ກິໂລແຄລໍລີ ເທົ່ານັ້ນ ແລະ ທີ່ສຳຄັນທຸກເບຍທີ່ກ່າວມານີ້ແມ່ນ ບໍ່ມີທາດນໍ້າຕານ. ພາຍຫຼັງໄດ້ຮັບຂໍ້ມູນຜົນຂອງການວິໄຈ, ບໍລິສັດ ເບຍລາວ ຈຳກັດ ໄດ້ເພີ່ມຂໍ້ມູນທາງໂພຊະນາການທີ່ສອດຄອງກັບມາດຕະຖານສາກົນ ...
Read More »Author Archives: admin target
ດ່ວນ!!! ສັ່ງປິດເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຊົ່ວຄາວ
ອີງຕາມ ການປຶກສາຫາລື ແລະ ເຫັນດີເປັນເອກະພາບ ຂອງຄະນະສະເພາະກິດຂັ້ນແຂວງ ໃນຕອນເຊົ້າ ຂອງວັນທີ 12 ມັງກອນ 2021.ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ຂໍຖືເປັນກຽດຢ່າງສູງ ແຈ້ງມາຍັງບັນດາທ່ານ ຊາບດັ່ງນີ້: 1. ເຫັນດີປີດເທດສະບານເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ (ເປັນເວລາ14ວັນ)ເລີ່ມແຕ່ວັນທີ່ 12 ມັງກອນ ເຖິງ ວັນທີ 25 ມັງກອນ 2021 2. ມອບໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຕັ້ງຈຸດກວດກາຢູ່ປ້ອມກວດກາໃກ້ກັບ 3 ແຍກປະຕູໂຂງທາງເຂົ້າເມືອງຕົ້ນເຜິ້ງ ແລະ 4 ແຍກບ້ານໂພນໂຮມ. 3. ໃຫ້ເມືອງຕົ້ນເຜິ້ງ ນຳໃຊ້ກຳລັງທະຫານ, ປກສ ແລະ ແພດໝໍ ປະຈໍາຈຸດກວດກາດັ່ງກ່າວ ເພື່ອປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານຊາບ ແລະ ຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນເປັນຢ່າງດີດ້ວຍ.
Read More »ລັດວິສາຫະກິດໄຟຟ້າລາວ ເປີດການນໍາໃຊ້ບໍລິການ ສາຍດ່ວນ 1199 ແລະ EDL mobile Application
ໃນວັນທີ 11 ມັງກອນ 2021 ທີ່ສໍານັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ ໄດ້ຈັດພິທີເປີດ ນໍາໃຊ້ສາຍດ່ວນລັດວິສາຫະກິດໄຟຟ້າລາວ ( CALL Center 1199) ແລະ EDL mobile Application ໂດຍການເປັນປະທານຂອງ ທ່ານ ປະລິນຍາເອກ ຄໍາມະນີ ອິນທິລາດ ກໍາມະການສູນກາງ ພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າ ພາກສ່ວນທີ່ກ່ຽວຂ້ອງເຂົ້າ ຮ່ວມພ້ອມດ້ວຍບໍລິສັດຜູ້ພັດທະນາ ກໍຄືບໍລິສັດ ສີສເມຕິກ ໄອທີ ໂຊລູຊັ່ນ ຈໍາກັດ (Sysmatik IT Solution Co.,Ltd). ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວລັດວິສາຫະກິດໄຟຟ້າລາວ ກ່າວວ່າ: ໃນຖານະເປັນວິສາຫະກິດຂອງລັດ, ລັດວິສາຫະກິດໄຟຟ້ລາວຍາມໃດກໍໄດ້ສຸມໃສ່ທຸກຄວາມອາດສາມາດ ເພື່ອສູ້ຊົນເຮັດຫຼ້ອນ 2 ໜ້າທີ່ຫຼັກ ທີ່ພັກ-ລັດ ກໍຄືປະຊາຊົນ ແລະ ປະເທດຊາດມອບໝາຍໃຫ້ ດ້ວຍການສະໜອງໄຟຟ້າໃຫ້ພຽງພໍ ແລະ ...
Read More »ເປີດແລ້ວ!!! ງານນິທັດສະການດອກຄາຍປ່າ ແລະ ຊາກຸຣະຫົວພັນ
ໃນຕອນເຊົ້າວັນທີ 11 ມັງກອນ 2021 ຢູ່ທີ່ ສວນມິດຕະພາບຫົວພັນ-ແທັງຮວາ ໂດຍມີ ທ່ານ ເພິດ ມາປັນຍາ ຮອງເລຂາພັກແຂວງ, ທ່ານ ພຸດພັນ ແກ້ວວົງໄຊ ຮອງເຈົ້າແຂວງ, ມີບັນດາການນໍາແຂວງ, ການນຳເມືອງ, ຫົວໜ້າພະແນກການ, ກອງບັນການທະຫານ, ກອງບັນການຕຳຫລວດ, ພະນັກງານ-ລັດຖະກອນ ພ້ອມດ້ວຍພໍ່ແມ່ປະຊາຊົນບ້ານອ້ອມຂ້າງເທສະບານເມືອງຊໍາເໜືອ ເຂົ້າຮ່ວມ. ໂອກາດນີ້, ທ່ານ ນາງ ໝັ້ນ ເພັງຄະຕິຍະ ຫົວໜ້າພະແນກຖະແຫລງວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໄດ້ໃຫ້ຮູ້ວ່າ: ແຂວງຫົວພັນ ເປັນແຂວງທີ່ມີທີ່ຕັ້ງພູມສັນຖານຖືເປັນແຂວງພູດອຍທີ່ມີອາກາດໜາວເຢັນ, ມີຄວາມອຸດົມສົມບູນທາງດ້ານທຳມະຊາດ, ມີພູຜາປ່າໄມ້ຂຽວສົດງົດງາມຕະຫລອດປີ ແລະ ຄວາມສວຍງາມຂອງທຳມະຊາດນັ້ນ ປະກອບມີດອກໄມ້ໃຫ້ດອກຕາມລະດູການຫລາຍຊະນິດເຊັ່ນ: ດອກບານ, ດອກປີບ, ດອກແຄ, ດອກຝາງແດງ, ດອກລ້ານ ແລະ ດອກໄມ້ຊະນິດຕ່າງໆ ເດັ່ນກວ່າໝູ່ແມ່ນດອກຄາຍປ່າ ທີ່ມີຄວາມເປັນເອກະລັກ ແລະ ງົດງາມພິເສດເປັນສີບົວຈ່າງ ແລະ ສີບົວເຂັ້ມມີລັກສະນະຄ້າຍຄືດອກຊາກຸຣະ ດອກໄມ້ປະຈຳຊາດຂອງປະເທດຍີ່ປຸ່ນ. ສະນັ້ນ, ໃນປີ 2008 ທ່ານ ພັນຄຳ ວິພາວັນ ອະດີດເຈົ້າແຂວງຫົວພັນ ...
Read More »ສື່ມວນຊົນ ກຽມພ້ອມໃນການຮັບໃຊ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ
ໃນວັນທີ 11 ມັງກອນ 2021, ຂະແໜງສື່ມວນຊົນ ນັບທັງສື່ເອເລັກໂຕຣນິກ ແລະ ສື່ສິ່ງພິມ ໄດ້ພ້ອມກັນປຶກສາຫາລື ເພື່ອກະກຽມຄວາມພ້ອມໃນການຮັບໃຊ້ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ທີ່ຈະຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 13-15 ມັງກອນ 2021 ຢູ່ນະຄອນຫລວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເພື່ອແນໃສ່ເຮັດວຽກງານໂຄສະນາ ແລະ ເຜີຍແຜ່ຂໍ້ມູນຂ່າວສານສຳຄັນຕ່າງໆ ໃນການຮັບໃຊ້ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ມີປະສິດທິພາບ, ມີປະສິດທິຜົນ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ເຮັດລ້ອນໜ້າທີ່ຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້. ມາຮອດປັດຈຸບັນ, ຂະແໜງສື່ມວນຊົນແມ່ນມີຄວາມພ້ອມໃນການຮັບໃຊ້ທຸກດ້ານ ແລະ ໄດ້ແບ່ງຄວາມຮັບຜິດຊອບເປັນອັນລະອຽດ ເປັນຕົ້ນແມ່ນ: ສຳເລັດການແຕ່ງຕັ້ງຈຸບັນນາທິການປະຈຳສູນຂ່າວ, ຈຸພາບນິ້ງ, ພາບເໜັງຕີງ ແລະ ຖ່າຍທອດສົດ ປະຈຳຢູ່ໃນຫ້ອງປະຊຸມ ແລະ ຈຸອື່ນໆ ເພື່ອອຳນວຍຄວາມສະດວກໃນການປະຕິບັດໜ້າທີ່ຢູ່ສູນຂ່າວ, ໃນການປະສານງານເອກະສານຕ່າງໆ ແລະ ຕິດຕາມ, ກວດກາ, ...
Read More »ປັດໄຈທີ່ທ້າທາຍຕໍ່ເສດຖະກິດ ສປປ ລາວ ປີ 2021
1.) ອັດຕາແລກປ່ຽນ: ຄົງປະຕິເສດບໍ່ໄດ້ເລີຍວ່າເສດຖະກິດໃນລາວແມ່ນໃຊ້ຫຼາຍສະກຸນເງິນໃນການຂອດຈໍລະຈອນໃນລະບົບເສດຖະກິດ ແລະ ເປັນປະເທດມີປະລິມານການນໍ້າເຂົ້າຫຼາຍກວ່າສົ່ງອອກ. ດັ່ງນັ້ນ, ການເໜັງຕີງຂອງອັດຕາແລກປ່ຽນແມ່ນມີຜົນຕໍ່ລະດັບລາຄາສິນຄ້າໃນທ້ອງຕະຫຼາດ ຂໍຍົກພາບໃຫ້ເຫັນງ່າຍໆອັດຕາແລກປ່ຽນກີບຕໍ່ບາດຕົ້ນປີ 2019 ຢູ່ທີ່ 268 ກີບ/ບາດ, ປະຈຸບັນ 334 ກີບ/ບາດ ສະແດງວ່າເງິນກີບອ່ອນຄ່າໄປເກືອບ 25% ສົມມຸດວ່າ ຕົ້ນປີ 2019 ເຮົາຊື້ຊີ້ນໝູຢູ່ໄທລາຄາ 26,800 ກີບ/ກິໂລ, ແຕ່ປະຈຸບັນເຮົາຕ້ອງຊື້ໃນລາຄາ 34,400 ກີບ/ກິໂລ. ໜາຍຄວາມວ່າຕ້ອງໄດ້ໃຊ້ປະລິມານເງິນຫຼາຍຂຶ້ນແຕ່ໄດ້ສິນຄ້າເທົ່າເກົ່າອັດຕາແລກປ່ຽນກີບຕໍ່ຢວນ ຕົ້ນປີ 2019 ຢູ່ທີ່ 1,196 ກີບ/ຢວນ, ປະຈຸບັນ 1,459 ກີບ/ຢວນ ສະແດງວ່າເງິນກີບອ່ອນຄ່າໄປເກືອບ 22% ເຊິ່ງການທີ່ເງິນກີບອ່ອນຄ່າລົງ ເຮັດໃຫ້ຜູ້ນຳເຂົ້າສິນຄ້າມີຕົ້ນທຶນການນຳເຂົ້າສູງຂຶ້ນ ສົ່ງຜົນເຮັດໃຫ້ລະດັບສິນຄ້າທ້ອງຕະຫຼາດມີລະດັບສິນຄ້າທີ່ສູງຂຶ້ນ ແລະ ຜົນຕາມມາຄື “ເງີນເຟີ້”(ໝາຍເຫດ: ເງິນກີບອ່ອນຄ່າສົ່ງຜົນດີການຕໍ່ທຸລະກິດສົ່ງອອກ). 2). ຄວາມບໍ່ແນ່ນອນຂອງສະຖານະການ Covid-19: ການແຜ່ລະບາດຮອບໃຫມ່ຂອງໂຄວິດ-19 ເຮັດໃຫ້ຫຼາຍປະເທດຕ້ອງໄດ້ປະກາດ Lockdown ອີກຄັ້ງເຊັ່ນ: ອັງກິດ, ຢີ່ປຸ່ນ, ອິດສະລະເອວ… ແລະ ອີກຫຼາຍໆປະເທດຕ້ອງກັບມາໃຊ້ມາດຕະການເຂັ້ມງວດຂຶ້ນ. ເຖີງແມ່ນວ່າເລີ່ມມີການໃຊ້ວັກຊີນໃນບາງປະເທດແລ້ວ ແຕ່ກໍຍັງບໍ່ສາມາດທົດສອບໄດ້ວ່າປ້ອງກັນໄດ້ 100%(ປະຈຸບັນວັກຊິນທີ່ພິສູດແລ້ວມີປະສິດທິພາບຂອງ Moderna ...
Read More »ຫຼວງພະບາງເຂັ້ມງວດ!!! ໃຜລັກລອບເຂົ້າປະເທດ ຕ້ອງໄດ້ຈ່າຍຄ່າກວດໂຄວິດ-19 ເອງ ແລະ ພ້ອມຮັບໂທດທາງກົດໝາຍ
ອີງຕາມໃບແຈ້ງການຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ເນື່ອງຈາກສະພາບການລະບາດຂອງພະຍາດ COVID-19 ກໍາລັງເປັນໄພຄຸກຄາມຕໍ່ໂລກ, ຕໍ່ປະເທດ ແລະ ແຂວງຂອງເຮົາ ຊຶ່ງມີທ່າອ່ຽງເພີ່ມຂຶ້ນ ແລະ ບາງປະເທດ ກໍ່ມີການລະບາດຮອບໃຫມ່, ພ້ອມກັນນັ້ນ ຍັງພົບເຫັນມີຜູ້ລັກລອບມາຈາກປະເທດທີ່ມີການລະບາດຂອງພະຍາດ COVID-19 ຢ່າງຕໍ່ເນື່ອງ ຊຶ່ງມີຄວາມສ່ຽງສູງທີ່ຈະນໍາເອົາເຊື້ອພະຍາດມາແຜ່ລະບາດໃນຊຸມຊົນ. ສະນັ້ນ, ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະ ບາດຂອງພະຍາດ COVID-19 ຈຶ່ງໄດ້ແຈ້ງມາດຕະການຕໍ່ຜູ້ທີ່ລັກລອບເຂົ້າມາປະເທດແບບຜິດກົດຫມາຍໂດຍບໍ່ໄດ້ຜ່ານດ່ານຊາຍແດນທີ່ທາງລັດຖະບານ ແຫ່ງ ສປປ ລາວ ອະນຸຍາດຈະຕ້ອງຖືກດໍາເນີນມາດຕະການດັ່ງນີ້: 1. ຕ້ອງໄດ້ຈ່າຍຄ່າກວດຫາພະຍາດ COVID-19 1,200,000 ກີບຕໍ່ຄັ້ງ, ລວມທັງຄ່າປິ່ນປົວຕົນເອງ ຖ້າຫາກຜູ້ກ່ຽວຕິດເຊື້ອ COVID-19 2. ຕ້ອງຈ່າຍຄ່າໄປຮັບ-ສົ່ງເຂົ້າມາຢູ່ສູນຈໍາກັດບໍລິເວນ ແລະ ລວມທັງຄ່າອາຫານຂອງຕົນໃນແຕ່ລະມື້. 3. ຫຼັງຈາກຈໍາກັດບໍລິເວນຄົບກໍານົດ 14 ວັນແລ້ວ, ມອບໃຫ້ເຈົ້າຫນ້າທີ່ ປກສ ປະຕິບັດລະບຽບວິໄນ ແລະ ປັບໃຫມຕາມກົດຫມາຍບ້ານເມືອງ
Read More »ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ ມອບໃບຍ້ອງຍໍໃຫ້ຜູ້ນໍາພາກທຸລະກິດລາວສອງທ່ານ
ທ່ານ ອຸເດດ ສຸວັນນະວົງ, ປະທານສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ (LNCCI) ແລະ ທ່ານ ວິຣະຈິດ ພິລາພັນເດດ, ຜູ້ອໍານວຍການໃຫ່ຍມູນນິທິສົ່ງເສີມການສຶກສາ, ໄດ້ຮັບໃບຍ້ອງຍໍຈາກລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ. ພິທີມອບໃບຍ້ອງຍໍດັ່ງກ່າວຈັດຂື້ນໃນວັນທີ 7 ມັງກອນ 2021 ທີ່ບ້ານພັກເອກອັກຄະຣາຊະທູດຍີ່ປຸ່ນ ທີ່ນະຄອນຫລວງວຽງຈັນ ແລະ ໃຫ້ກຽດມອບໂດຍ ພະນະທ່ານ ທາເກວະກະ ເຄໂຊ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ. ໃນພິທີ ທ່ານ ທູດ ທາເກວະກະ ເຄໂຊ ໄດ້ກ່າວ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດຂອງທັງສອງທ່ານ ທີ່ໄດ້ອຸທິດ ທຸ້ມເທເຫື່ອແຮງ ສະຕິປັນຍາ ປະກອບສ່ວນສົ່ງເສີມສາຍພົວພັນອັນດີງາມລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ. ໃຫ້ກຽດເຂົ້າຮວ່ມພິທີມອບໃບຍ້ອງຍໍດັ່ງກ່າວ ປະກອບມີ ທ່ານ ນາງ ເຂັມມະນີ ພົນເສນາ, ລັດຖະມົນຕີ ກະຊວງອຸດສະຫະກໍາ ແລະ ການຄ້າ, ພະນະທ່ານ ດຣ. ປອນເມກ ດາລາລອຍ, ອະດີດປະທານສະມາຄົມມິດຕະພາບລາວ-ຍີ່ປຸ່ນ, ພະນະທ່ານ ເຄນທອງ ນວນທະສິງ, ຮອງປະທານຄະນະກໍາມະທິການຕ່າງປະເທດ ປະຈໍາສະພາແຫ່ງຊາດ, ແລະ ທັງເປັນປະທານຄະນະມິດຕະພາບລັດຖະສະພາລາວ-ຍີ່ປຸ່ນ ພ້ອມດ້ວຍບັນດາແຂກຜູ້ມີກຽດຈາກກະຊວງທີ່ກ່ຽວຂ້ອງ, ຄອບຄົວ ແລະ ໝູ່ເພື່ອນຂອງທັງສອງທ່ານ ...
Read More »ແຮງງານລາວ 13 ຄົນ ລັກລອບຂ້າມນໍ້າຂອງ ເຂົ້າເມືອງສັງທອງ
ທ່ານ ພັທ ສີວິໄລ ພູມນະໄຊ ຫົວໜ້າກອງບັນຊາການ ປກສເມືອງສັງທອງ ນະຄອນຫຼວງວຽງຈັນ ແຈ້ງໃຫ້ຮູ້ເມື່ອວັນທີ 6 ມັງກອນ 2021 ທີ່ຜ່ານມາວ່າ: ເມື່ອບໍ່ດົນມານີ້ໄດ້ກວດພົບແຮງງານລາວຈຳນວນ 13 ຄົນ (ຍິງ 8 ຄົນ) ທີ່ໄປເຮັດວຽກຢູ່ປະເທດໄທ ໄດ້ລັກລອບຂ້າມແມ່ນ້ຳຂອງເຂົ້າມາເມືອງສັງທອງ ແລະ ໄດ້ນຳຕົວທັງໝົດໄປກັກຕົວຢູ່ສູນກັກກັນຫຼັກ 27 ເປັນທີ່ຮຽບຮ້ອຍແລ້ວ. ເຊີ່ງເມືອງສັງທອງອາດຈະເປັນເມືອງທີ່ອາດຈະມີການລັກລອບເຂົ້າມາປະເທດລາວ ຍ້ອນມີແມ່ນ້ຳຂອງທີ່ແຄບ ໂດຍສະເພາະໃນລະດູແລ້ງຢູ່ບາງບ່ອນແມ່ນສາມາດຍ່າງຂ້າມໄດ້ເລີຍ. ແຫຼ່ງຂ່າວ:ໜັງສືພີມ ວຽງຈັນທາຍ
Read More »ບຣູໄນ ຮັບຕຳແໜ່ງເປັນປະທານ ອາຊຽນ ປີ 2021 ຢ່າງເປັນທາງການ
ຕາມການລາຍງານຂ່າວຈາກ ຫວຽດນາມ, ບຣູໄນ ຮັບຕຳແໜ່ງ ເປັນປະທານ ອາຊຽນ ປີ2021 ຢ່າງເປັນທາງການ ນັບຕັ້ງແຕ່ ເດືອນມັງກອນ ເປັນຕົ້ນໄປ ພ້ອມທັງ ໃຫ້ຄຳໝັ້ນ ສັນຍາວ່າ: ຈະສືບຕໍ່ ສົມທົບກັບ ບັນດາ ປະເທດ ສະມາຊິກ ອາຊຽນ ແລະ ບັນດາ ປະເທດ ຄູ່ເຈລະຈາ ຂອງອາຊຽນ ຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງປະຕິບັດ ວິໄສທັດ ປະຊາຄົມ ອາ ຊຽນ 2025 ແລະ ແຜນການ ສັງລວມ ສ້າງປະຊາຄົມ ໃນສາມເສົາຄ້ຳ ການເມືອງ – ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທຳ – ສັງຄົມ ຢ່າງມີ ປະສິດທິຜົນ. ພ້ອມດຽວກັນນີ້ ບຣູໄນ ຈະສຸມໃສ່ ຂົງເຂດ ບຸລິມະສິດ ເຊິ່ງ ລວມມີ: ການສ້າງ ປະຊາຄົມ ໃຫ້ມີຄວາມກົມກ່ຽວ ແລະ ສ້າງຄວາມ ເຂັ້ມແຂງ ...
Read More »