ດ່ວນ!!! ສັ່ງປິດເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຊົ່ວຄາວ

ອີງຕາມ ການປຶກສາຫາລື ແລະ ເຫັນດີເປັນເອກະພາບ ຂອງຄະນະສະເພາະກິດຂັ້ນແຂວງ ໃນຕອນເຊົ້າ ຂອງວັນທີ 12 ມັງກອນ 2021.ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ຂໍຖືເປັນກຽດຢ່າງສູງ ແຈ້ງມາຍັງບັນດາທ່ານ ຊາບດັ່ງນີ້:

1. ເຫັນດີປີດເທດສະບານເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດສາມຫຼ່ຽມຄຳ (ເປັນເວລາ14ວັນ)ເລີ່ມແຕ່ວັນທີ່ 12 ມັງກອນ ເຖິງ ວັນທີ 25 ມັງກອນ 2021

2. ມອບໃຫ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຕັ້ງຈຸດກວດກາຢູ່ປ້ອມກວດກາໃກ້ກັບ 3 ແຍກປະຕູໂຂງທາງເຂົ້າເມືອງຕົ້ນເຜິ້ງ ແລະ 4 ແຍກບ້ານໂພນໂຮມ.

3. ໃຫ້ເມືອງຕົ້ນເຜິ້ງ ນຳໃຊ້ກຳລັງທະຫານ, ປກສ ແລະ ແພດໝໍ ປະຈໍາຈຸດກວດກາດັ່ງກ່າວ ເພື່ອປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານຊາບ ແລະ ຈັດຕັ້ງປະຕິບັດ ໃຫ້ໄດ້ຮັບຜົນເປັນຢ່າງດີດ້ວຍ.

This image has an empty alt attribute; its file name is 402460eb-9409-4be7-8bd6-8a43053179b6.jpg
This image has an empty alt attribute; its file name is image.png
ในภาพอาจจะมี กลางคืน, ท้องฟ้า และสถานที่กลางแจ้ง

Comments