ລັດວິສາຫະກິດໄຟຟ້າລາວ ເປີດການນໍາໃຊ້ບໍລິການ ສາຍດ່ວນ 1199 ແລະ EDL mobile Application

            ໃນວັນທີ 11 ມັງກອນ 2021 ທີ່ສໍານັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ ໄດ້ຈັດພິທີເປີດ ນໍາໃຊ້ສາຍດ່ວນລັດວິສາຫະກິດໄຟຟ້າລາວ ( CALL Center 1199) ແລະ EDL mobile Application  ໂດຍການເປັນປະທານຂອງ ທ່ານ ປະລິນຍາເອກ ຄໍາມະນີ ອິນທິລາດ ກໍາມະການສູນກາງ ພັກ ເລຂາຄະນະພັກກະຊວງ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າ ພາກສ່ວນທີ່ກ່ຽວຂ້ອງເຂົ້າ ຮ່ວມ​ພ້ອມດ້ວຍບໍລິສັດຜູ້ພັດທະນາ ກໍຄືບໍລິສັດ ສີສເມຕິກ ໄອທີ ໂຊລູຊັ່ນ ຈໍາກັດ (Sysmatik IT Solution Co.,Ltd).

ທ່ານ ຈັນທະບູນ ສຸກອາລຸນ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວລັດວິສາຫະກິດໄຟຟ້າລາວ ກ່າວວ່າ:  ໃນ​ຖານະ​ເປັນ​ວິ​ສາ​ຫະກິດຂອງ​ລັດ, ລັດວິສາຫະກິດໄຟຟ້ລາວຍາ​ມ​ໃດ​ກໍ​ໄດ້​ສຸມ​ໃສ່ທຸກ​ຄວາມອາດ​ສາມາດ ​ເພື່ອ​ສູ້​ຊົນ​ເຮັດ​ຫຼ້ອນ 2 ໜ້າທີ່ຫຼັກ ທີ່​ພັກ-ລັດ ກໍຄືປະຊາຊົນ ​ແລະ ປະ​ເທດ​ຊາດ​ມອບ​ໝາຍ​ໃຫ້ ດ້ວຍການສະໜອງໄຟຟ້າໃຫ້ພຽງພໍ ແລະ ທົ່ວເຖິງໃນຂອບເຂດທົ່ວປະເທດ. ພ້ອມດຽວກັນນັ້ນ, ກໍຕ້ອງດໍາເນີນທຸລະກິດໃຫ້ມີຜົນກໍາໄລ ດ້ວຍລາຄາໄຟທີ່ສົມເຫດສົມຜົນ ​ແລະ ຕໍ່າກວ່າປະເທດອ້ອມຂ້າງ ເຖິງແມ່ນ ຟຟລ​ ບໍ່ມີເຂື່ອນໄຟຟ້າເປັນຂອງຕົນເອງ ແລະຕ້ອງມີຕົ້ນທຶນສູງໃນການຊື້ໄຟ​ ແຕ່ ​ຟຟລ ​ມີແຜນຮັດກຸມລາຍຈ່າຍ,​ ຫາລາຍຮັບເພີ່ມຈາກຊັບສິນ ແລະ ທ່າແຮງຂອງບໍລິສັດທີ່ເຂົ້າເຖິງ 95% ຂອງຄົວເຮືອນໃນທົ່ວປະເທດ ເຊິ່ງບາງການປ່ຽນແປງໃໝ່ຈະປະກົດຂຶ້ນໃນອະນາຄົດອັນໃກ້, ຄຽງຄູ່ກັບການໃຫ້ຄວາມສໍາຄັນວຽກ ງານການບໍລິກາານລູກຄ້າ-ບໍລິການປະຊາຊົນ, ການຂະຫຍາຍ​ຕາຂ່າຍໄຟຟ້າ​, ແຫຼ່ງຜະລິດ ແລະ ສະຖານີ-ສາຍສົ່ງໄຟຟ້າ ໃຫ້​ທົ່ວ​ເຖິງ​ໃນ​ທົ່ວ​ປະ​ເທດ ເພື່ອຮັບປະກັນການ​ສະໜອງ​ໄຟຟ້າ​ຮັບ​ໃຊ້ເຂົ້າໃນ​ການຜະລິດ, ສຳ​ນັກ​ງານ​ອົງການ ​ແລະ ການດໍາລົງຊີວິດຂອງປະຊາຊົນ​ບັນດາ​ເຜົ່າ​ ໃຫ້​ພຽງພໍ​ຕໍ່​ເນື່ອງ ​ແລະ ມີຄວາມສະຖຽນລະພາບ. ສະນັ້ນ, ສູນບໍລິການສາຍດ່ວນ ລັດວິສາຫະກິດໄຟຟ້າລາວ 1199 ແລະ EDL mobile Application ຈຶ່ງເປັນໂຄງການທີ່ລັດວິສາຫະກິດໄຟຟ້າລາວ ເອົາໃຈໃສ່ໃນການພັດທະນາ ເພື່ອຫັນວຽກງານການບໍລິການໃຫ້ກ້າວສູ່ຄວາມທັນສະໄໝ ແລະ ທຽບເທົ່າມາດຕະຖານລະດັບສາກົນ.

ທ່ານຍັງໄດ້ກ່າວອີກວ່າສາຍດ່ວນລັດວິສາຫະກິດໄຟຟ້າລາວ 1199 ( CALL Center 1199 ) ເປັນໂຄງການຮ່ວມມື ກັນລະຫວ່າງ ລັດວິສາຫະກິດໄຟຟ້າລາວ ແລະ ບໍລິສັດ ສີສເມຕິກ ໄອທີ ໂຊລູຊັ່ນ ຈໍາກັດ ເພື່ອພັດທະນາ ແລະ ປັບປຸງລະບົບ CALL Center ແລະ EDL mobile Application ຂອງ ຟຟລ ໃຫ້ທຽບເທົ່າກັບລະບົບທີ່ທັນສະໄໝທຽບເທົ່າກັບສາກົນ, ສາຍດ່ວນລັດວິສາຫະກິດໄຟຟ້າລາວ 1199   ມີສູນກາງຕັ້ງຢູ່ ສໍານັກງານໃຫຍ່ລັດວິສາຫະກິດໄຟຟ້າລາວ  (ຊັ້ນ10) ເພື່ອພັດທະນາລະບົບສາຍດ່ວນທີ່ມີຢູ່ໃນປະຈຸບັນຈາກ 10 ຄູ່ສາຍ ມາເປັນ 30 ຄູ່ສາຍ ເພື່ອຮອງຮັບການແຈ້ງເຫດກ່ຽວກັບໄຟຟ້າ ຕະຫຼອດ 24 ຊົ່ວໂມງ ແລະ ການສົ່ງວຽກ, ລາຍງານວຽກ ເພື່ອແກ້ໄຂວຽກງານພາກສະໜາມແບບອອນລາຍ, ນອກນັ້ນຍັງໄດ້ພັດທະນາລະບົບ EDL mobile Application ໄປຄຽງຄູ່ກັນເພື່ອຕອບສະໜອງເຊື່ອມຕໍ່ກັບລະບົບ Call Center Server ຂອງ ຟຟລ ເພື່ອໃຫ້ບໍລິການແກ່ລູກຄ້າຂອງ ຟຟລ ໂດຍສະເພາະແມ່ນຂໍ້ມູນການຊົມໃຊ້ໄຟຟ້າແບບ Automatic ເຊັ່ນ: ການກວດເບິ່ງປະຫວັດການຊົມໃຊ້ໄຟຟ້າ, ການຊໍາລະເງິນຄ່າກະແສໄຟຟ້າ, ການແຈ້ງເຫດໄຟຟ້າຂັດຂ້ອງ, ແຈ້ງການມອດໄຟ, ຂໍ້ມູນຂ່າວສານກ່ຽວກັບໄຟຟ້າ, ການຂໍຊົມໃຊ້ໄຟຟ້າໃໝ່ ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງ. ແລະ ໃນອະນາຄົດ ແມ່ນຈະໄດ້ສືບຕໍ່ພັດທະນາລະບົບ ໃຫ້ກວມເອົາທຸກສາຂາໃນທົ່ວປະເທດ​ ແລະສາມາດຈ່າຍເງິນໄດ້ໂດຍກົງຜ່ານ EDL​ mobile App.

ในภาพอาจจะมี 10 คน, ผู้คนกำลังยืน

ທ່ານ ປະລິນຍາເອກ ຄໍາມະນີ ອິນທິລາດ ກ່າວວ່າ: ຜົນສໍາເລັດຂອງການພັດທະນາ ສູນບໍລິການສາຍດ່ວນ 1199 ແລະ EDL mobile Application ເປັນຄວາມພະຍາຍາມຂອງ ລັດວິສະຫະກິດໄຟຟ້າລາວ ການສະໜອງນະໂຍບາຍຂອງລັດຖະບານ ເພື່ອຍົກລະດັບການບໍລິການ ທີ່ມີຄວາມທັນສະໄໝ ທັງເປັນການສ້າງຄວາມໝັ້ນໃຈໃຫ້ກັບຜູ້ຊົມໄຊ້ໄຟຟ້າ.

ທ່ານ ວິຈິດ ຊິນດາວົງ , ປະທານສະພາບໍລິຫານ ບໍ​ລິ​ສັດ ສີ​ສ​ເມ​ຕິກ ໄອ​ທີ ໂຊ​ລູ​ຊັ່ນ ຈຳ​ກັດ ໄດ້ກ່າວວ່າ: “ພິທີເປີດການນໍາໃຊ້ສາຍດ່ວນລັດວິສາຫະກິດ ໄຟຟ້າລາວ 1199 ແລະ EDL Mobile application ໃນມື້ນີ້ ເປັນນິມິດໝາຍອັນດີ ແລະ ຂີດໝາຍອັນສຳຄັນຂອງການຮ່ວມມື ລະຫວ່າງ ບໍລິສັດ ສີສເມຕິກ ໄອທີ ໂຊລູຊັ່ນ ຈໍາກັດ ແລະ ລັດວິສາຫະກິດ ໄຟຟ້າລາວ ກໍ່ຄືລັດຖະບານເພື່ອ ຮ່ວມກັນພັດທະນາ ລະບົບສາຍດ່ວນ ຂອງລັດວິສາຫະກິດໄຟຟ້າລາວ ໃຫ້ທັນສະໄໝ.

ในภาพอาจจะมี 2 คน, ผู้คนกำลังเต้นรำ, ผู้คนอยู่บนเวที และสถานที่ในร่ม

ບໍລິສັດ ສິສເມຕິກ ໄອທີ ໂຊລູຊັ່ນ ຈໍາກັດ ເປັນບໍລິສັດໜຶ່ງຢູ່ພາຍໃຕ້ກຸ່ມ ບໍລິສັດ ເອໄອເອັຟ ໄດ້ດໍາເນີນທຸລະກິດ ໃນຂົງເຂດການບໍລິການດ້ານເຕັກໂນໂລຊີຂໍ້ມູນຂ່າວສານ ນັບແຕ່ປີ 2013 ເປັນຕົ້ນມາ ໂດຍມີຈຸດປະສົງ ເພື່ອສະໜອງການບໍລິການ  ພັດທະນາລະບົບໄອທີຮອບດ້ານ, ລະບົບພື້ນຖານໂຄງລ່າງໄອທີ ລວມໄປເຖິງ ລະບົບຊໍາລະສະສາງອອນລາຍ (Payment gateway).

ໃນໄລຍະຜ່ານມາ ບໍລິສັດ ສິສເມຕິກ ໄດ້ມີຜົນງານທີ່ພົ້ນເດັ່ນ ຈຳນວນໜຶ່ງ ເຊັ່ນ ອອກແບບລະບົບເຕັກໂນໂລຊີພື້ນຖານໂຄງລ່າງຂອງທະນາຄານແຫ່ງ ສປປ ລາວ,  ການບໍລິການລະບົບຊໍາລະສະສາງອອນລາຍ (Payment gateway) ໃຫ້ແກ່ ລັດວິສາຫະກິດ ການບິນລາວ ແລະ ສະໜອງອຸປະກອນໄອທີໃຫ້ແກ່ ບັນດາທະນາຄານ ເປັນຕົ້ນແມ່ນ BCEL ແລະ ອື່ນໆ.

Comments