ເບຍລາວ ລະບຸຂໍ້ມູນໂພຊະນາການໃນສະຫຼາກສິນຄ້າ ຜ່ານມາດຕະຖານການວິໄຈລະດັບສາກົນ

ເມື່ອບໍ່ດົນມານີ້, ທາງບໍລິສັດ ເບຍລາວ ຈຳກັດໄດ້ສົ່ງຕົວຢ່າງກຸ່ມຜະລິດຕະພັນເບຍລາວ ໄປຍັງຫ້ອງແລັບວິໄຈ Campden BRI Food and drinks Innovation ທີ່ເປັນຫ້ອງວິໄຈເອກະລາດ ດ້ານອາຫານ ແລະ ເຄື່ອງດື່ມ ຢູ່ກຸງລອນດອນ, ປະເທດອັງກິດ ເຊິ່ງເປັນອົງກອນທີ່ໄດ້ມາດຕະຖານການວິໄຈລະດັບສາກົນທີ່ຖືກຮັບຮອງໂດຍສະຖາບັນທີ່ໃຫ້ບໍລິການຮັບຮອງແຫ່ງຊາດຂອງປະເທດອັງກິດ United Kingdom Accreditation Service (UKAS).

ຜົນຂອງການວິໄຈ ຈາກຫ້ອງແລັບ Campden BRI ຢູ່ລອນດອນ ໄດ້ຊີ້ໃຫ້ເຫັນວ່າຂໍ້ມູນທາງໂພຊະນາການ ຕໍ່ 100 ມລ ຂອງ ເບຍລາວ ໃຫ້ພະລັງງານພຽງແຕ່ 40 ກິໂລແຄລໍລີ, ເບຍລາວ ດຣາກ ໃຫ້ພະລັງງານພຽງແຕ່ 50 ກິໂລແຄລໍລີ, ເບຍລາວ ໄວ້ທ ໃຫ້ພະລັງງານພຽງແຕ່ 41ກິໂລແຄລໍລີ, ເບຍລາວ ໂກລ ໃຫ້ພະລັງງານພຽງແຕ່ 40 ກິໂລແຄລໍລີ ເທົ່ານັ້ນ ແລະ ທີ່ສຳຄັນທຸກເບຍທີ່ກ່າວມານີ້ແມ່ນ ບໍ່ມີທາດນໍ້າຕານ.

ພາຍຫຼັງໄດ້ຮັບຂໍ້ມູນຜົນຂອງການວິໄຈ, ບໍລິສັດ ເບຍລາວ ຈຳກັດ ໄດ້ເພີ່ມຂໍ້ມູນທາງໂພຊະນາການທີ່ສອດຄອງກັບມາດຕະຖານສາກົນ ເຂົ້າໃນທຸກໆຜະລິດຕະພັນຂອງເບຍລາວ. ຜູ້ບໍລິໂພກສາມາດສຶກສາຂໍ້ມູນທາງໂພຊະນາການເຊັ່ນ: ພະລັງງານ, ໄຂມັນ, ທາດແປ້ງ, ນໍ້າຕານ, ໂປຣຕີນ ແລະ ເກືອ ທີ່ລະບຸຢູ່ໃນກາຫຼັງຂອງທຸກໆ ແກ້ວ ແລະ ກະປ໋ອງ ຂອງຜະລິດຕະພັນເບຍລາວ ທີ່ໄດ້ເລີ່ມອອກສູ່ຕະຫຼາດຕັ້ງແຕ່ ວັນທີ 15 ທັນວາ 2020 ເປັນຕົ້ນມາ.

ພ້ອມດຽວກັນນັ້ນ, ດຣ. ສົມທະວີ ຈາງວິສົມມິດ, ຫົວໜ້າກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ, ສປປ ລາວ ຍັງໄດ້ກ່າວວ່າ: “ມັນເປັນສິ່ງທີ່ດີ ທີ່ບໍລິສັດ ເບຍລາວ ຈໍາກັດ ໄດ້ນໍາສະເໜີຂໍ້ມູນໂພຊະນາການຢ່າງຈະແຈ້ງຢູ່ໃນສະຫຼາກ ທີ່ສອດຄ່ອງກັບລະບຽບກົດໝາຍດ້ານສະຫຼາກຂອງອາຫານ ແລະ ເຄື່ອງດື່ມ ແລະ ໄດ້ຜ່ານການຮັບຮອງຄວາມຖືກຕ້ອງໂດຍກົມອາຫານແລະຢາ ກະຊວງສາທາລະນະສຸກ ເລກທີ່ 9286/ກອຢ ນະຄອນຫຼວງວຽງຈັນ, ວັນທີ 04 NOV 2020, ນີ້ສະແດງໃຫ້ເຫັນບາດກ້າວໃໝ່ທີ່ເປັນແບບຢ່າງທີ່ດີໃຫ້ແກ່ຫຼາຍທຸລະກິດໄດ້ນຳໄປສຶກສາ ແລະ ປະຕິບັດເພື່ອຍົກລະດັບຜະລິດຕະພັນລາວໃຫ້ໄດ້ມາດຕະຖານສາກົນ. ຂ້າພະເຈົ້າ ຢາກຮຽກຮ້ອງໃຫ້ຄົນລາວ ຈົ່ງຮຽນຮູ້ກ່ຽວກັບເນື້ອຫາທາງດ້ານໂພຊະນາການ ແລະ ພະລັງງານໃນສະຫຼາກ ເພື່ອໃຫ້ພວກເຮົາສາມາດພິຈາລະນາບໍລິໂພກໃນປະລິມານທີ່ເໝາະສົມ ແລະ ໄດ້ຮັບຄຸນປະໂຫຍດຢ່າງເຕັມທີ່.

ນອກຈາກນີ້ທ່ານ ໄຊສົງຄາມ ວໍລະຈິດ ໄດ້ກ່າວຕື່ມວ່າ:

“ມັນເປັນສິ່ງທີ່ດີຫຼາຍທີ່ໄດ້ເຫັນເບຍລາວ ອອກສະຫຼາກໃໝ່ທີ່ມີຂໍ້ມູນດ້ານໂພຊະນາການ. ຂໍ້ມູນທີ່ຈະແຈ້ງນີ້ຈະຊ່ວຍໃຫ້ຜູ້ບໍລິໂພກ ມີຄວາມເຂົ້າໃຈຫຼາຍຂຶ້ນຕື່ມກັບສິ່ງທີ່ເຂົາກໍາລັງຈະດື່ມ. ສໍາຫຼັບຂ້ອຍແລ້ວ ເບຍລາວ ຖືເປັນເບຍທີ່ຂາດບໍ່ໄດ້ ໃນງານສັງສັນຕ່າງໆ, ແຕ່ຂ້ອຍກໍມີຄວາມກັງວົນໃນປະລິມານທີ່ຂ້ອຍດື່ມ ເນື່ອງຈາກຂ່າວລື ກ່ຽວກັບການມີສ່ວນປະສົມຂອງທາດນໍ້າຕານ ທີ່ພາໃຫ້ຕຸ້ຍ ຫຼື ກໍ່ໃຫ້ເກີດພະຍາດ ເຊັ່ນ ໂລກເບົາຫວານ. ຂ້ອຍດີໃຈ ທີ່ໄດ້ຮູ້ວ່າ ໃນຄວາມເປັນຈິງແລ້ວ ເບຍລາວ ບໍ່ມີນໍ້າຕານ. ກໍ່ຄືກັບເຄື່ອງດື່ມອື່ນໆ, ຂ້ອຍຈະດື່ມໃນປະລິມານທີ່ເໝາະສົມ ເພື່ອຮັກສາສຸຂະພາບ ແລະ ຄວາມສົມດຸນຂອງຊີວິດ.”

ຈາກການສຶກສາທາງດ້ານວິທະຍາສາດ ໄດ້ສະແດງໃຫ້ເຫັນ ການດື່ມເບຍໃນປະລິມານທີ່ເໝາະສົມ ກໍ່ມີຜົນດີຫຼາຍຢ່າງທາງດ້ານສຸຂະພາບ, ເນື່ອງຈາກວ່າໃນເບຍເຕັມໄປດ້ວຍສານອາຫານທີ່ມີຄຸນປະໂຫຍດເຊັ່ນ: ສານຕໍ່ຕ້ານອະນຸມູນອິດສະຫຼະ, ໂປຣຕີນ, ວິຕາມິນ ບີ, ທາດເຫຼັກ, ແຄລຊຽມ ແລະ ຟົດສເຟດ, ແລະ ຍັງມີສານ ຟລາວານອຍ ຊານໂທຮູໂມລ ທີ່ສາມາດຊ່ວຍໃຫ້ຄວາມຈໍາດີຂຶ້ນ, ເມື່ອປຽບທຽບໃສ່ເຄື່ອງດື່ມທາດເຫຼົ້າປະເພດອື່ນໆ.

Comments