Author Archives: admin target

ໂຄວິດ-19 ສົ່ງຜົນເຮັດໃຫ້ການທ່ອງທ່ຽວທົ່ວໂລກ ຫຼຸດລົງເຖິງ 74% ໃນປີ 2020 ທີ່ຜ່ານມາ

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດທີ່ຜ່ານມາວ່າ, ອົງການ ການທ່ອງທ່ຽວໂລກແຫ່ງສະຫະປະຊາຊາດ (UNWTO) ໄດ້ເຜີຍແຜ່ບົດລາຍງານປະຈຳປີໂດຍລະບຸວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ອຸດສາຫະກຳການທ່ອງທ່ຽວສາກົນໃນປີ 2020, ເຮັດໃຫ້ຈຳນວນນັກທ່ອງທ່ຽວສາກົນຫຼຸດລົງ 74%. ບົດລາຍງານລະບຸວ່າ: ການເດີນທາງຂອງນັກທ່ອງທ່ຽວສາກົນຫຼຸດລົງ ປະມານ 1 ພັນລ້ານເທື່ອຄົນທົ່ວໂລກໃນປີ 2020, ເມື່ອທຽບກັບປີ 2019 ຊຶ່ງເປັນຜົນມາຈາກຂໍ້ຈຳກັດການເດີນທາງທີ່ບັງຄັບໃຊ້ໃນເກືອບທຸກປະເທດທົ່ວໂລກ ເພື່ອຄວບຄຸມການລະບາດໃຫຍ່. UNWTO ໄດ້ຄາດຄະເນວ່າ: ການຫຼຸດລົງຂອງຈຳນວນນັກທ່ອງທ່ຽວ ຈະນຳໄປສູ່ການສູນເສຍລາຍໄດ້ 1,3 ລ້ານໆໂດລາ ຫຼື ຄິດເປັນ 11 ເທົ່າຂອງການສູນເສຍ ທີ່ເກີດຈາກວິກິດເສດຖະກິດໃນປີ 2009 ຊຶ່ງຖືກກຳນົດວ່າ: ເປັນປີທີ່ຮ້າຍແຮງທີ່ສຸດໃນປະຫວັດສາດຂອງອຸດສາຫະກຳການທ່ອງທ່ຽວ. ການແຜ່ລະບາດໃຫຍ່ສົ່ງຜົນກະທົບຕໍ່ທຸກພາກພື້ນທົ່ວໂລກ ໂດຍຈຳນວນນັກທ່ອງທ່ຽວຊາວຕ່າງຊາດໃນພາກພື້ນອາຊີ-ປາຊີຟິກ ຫຼຸດລົງ 84%, ໃນຕາເວັນອອກກາງ ແລະ ອາຟຣິກາ ຫຼຸດລົງ 75%. ຂະນະທີ່ເອີຣົບ ຫຼຸດລົງ 70%, ເຖິງແມ່ນວ່າຈະມີການຟື້ນຕົວພຽງເລັກນ້ອຍໃນໄລຍະລະດູຮ້ອນ. ສ່ວນທະວີບອາເມຣິກາ ຫຼຸດລົງ 69%. ທ່ານ ຊູຣັບ ໂປໂລລິຄາຊວິນລີ ເລຂາທິການຂອງ UNWTO ໄດ້ກ່າວເຕືອນວ່າ: ປີ 2021 ຈະເປັນປີທີ່ຍາກລຳບາກເຊັ່ນກັນ. ...

Read More »

ຜົນງານຂອງຕະຫຼາດທຶນລາວຕະຫຼອດໄລຍະເວລາ 10 ປີ ຜ່ານມາ

ຜູ້ອ່ານຫຼາຍທ່ານອາດເຄີຍໄດ້ຍິນເລື່ອງຕະຫຼາດຫຼັກຊັບມາລະດັບໜຶ່ງ ແຕ່ທ່ານຮູ້ຫຼືບໍ່ວ່າ ຕະຫຼາດຫຼັບຊັບລາວສ້າງມາເປັນສິບປີແລ້ວ ໂດຍຕະຫຼາດທຶນລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 10-10-2010 ພ້ອມໆກັບການສ້າງຕັ້ງຕະຫຼາດຫຼັກຊັບລາວ ເຊິ່ງໄດ້ຮັບການສ້າງຕັ້ງຂຶຶ້ນໃນທ່າມກາງ ທີ່ພັກ ແລະ ລັດຖະບານ ສປປ ລາວ ກຳລັງສຸມໃສ່ພັດທະນາຕົນເອງຕາມຍຸດທະສາດຂອງການພັດທະນາປະເທດ ຮອດປີ 2025 ແລະ ວິໄສທັດ ຮອດປີ 2030 ເພື່ອເຮັດໃຫ້ ສປປ ລາວ ຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ໃນປີ 2020 ແລະ ສືບຕໍ່ສູ້ຊົນຂ້າມຜ່ານຈາກສະຖານະພາບດັ່ງກ່າວໃຫ້ໄດ້ໃນປີ 2025, ສ້າງບາດລ້ຽວໃໝ່ໃນການພັດທະນາປະເທດ ໃຫ້ກາຍເປັນປະເທດກໍາລັງພັດທະນາທີ່ມີລາຍຮັບປານກາງລະດັບສູງ ໃນປີ 2030 (High-Middle Income Country) ຕາມທິດສະດີເສດຖະກິດ-ສັງຄົມພູມປັນຍາ, ສີຂຽວ ແລະ ຍືນຍົງ. ບົດຄວາມນີ້ຈະນໍາສະເໜີໃຫ້ຮັບຮູ້ເຖິງຜົນງານ ແລະ ບົດບາດຂອງຕະຫຼາດທຶນລາວເພື່ອປະກອບສ່ວນເຂົ້າໃນການສ້າງສາ ແລະ ພັດທະນາປະເທດຕະຫຼອດໄລຍະ 10 ປີຜ່ານມາ ພ້ອມທັງສະເໜີບາງບັນຫາ ແລະ ແນວທາງແກ້ໄຂໃນຕໍ່ໜ້າ. ການຕະຫຼາດທຶນລາວຄົບຮອບ 10 ປີ ເປັນຂີດໝາຍແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງຕະຫຼາດການເງິນຂອງ ສປປ ລາວ ໂດຍສະເພາະແມ່ນ ການສະໜອງແຫຼ່ງທຶນໄລຍະຍາວໃຫ້ແກ່ພາກສ່ວນເສດຖະກິດ ເພື່ອພັດທະນາ ແລະ ...

Read More »

ມຽນມາປະກາດພາວະສຸກເສີນ 1 ປີ ຫຼັງທະຫານຈັບກຸມ ອອງຊານຊູຈີ

ວັນທີ 1 ກຸມພາ BBC ໄດ້ອ້າງອີງຈາກສຳນັກຂ່າວມຽວດີ ສື່ຂອງກອງທັບຂອງມຽນມາໂດຍລາຍງານວ່າ ກອງທັບມຽນມາໄດ້ເຂົ້າຍຶດອຳນາດອອງຊານຊູຈີ, ປະທານາທິບໍດີ ວິນ ມິນ ແລະ ລັດຖະບານ ພ້ອມປະກາດສະພາວະສຸກເສີນທົ່ວປະເທດເປັນເວລາ 1 ປີ, ແຕ່ງຕັ້ງພົນເອກ ມິນສ່ວຍ ຮອງປະທານາທິບໍດີ ເປັນປະທານາທິິບໍດີຊົ່ວຄາວ. ສ່ວນລະບົບສື່ສານທັງໂທລະສັບ ແລະ ອິນເຕີເນັດພາຍໃນປະເທດຖືກຕັດຂາດສັນຍານ..ໃນການຖະແຫຼງການຂອງກອງທັບທະຫານທີ່ເຂົ້າຍຶດອຳນາດນັ້ນລະບຸວ່າ ການຄວບຄຸມຕົວບຸກຄົນເຫຼົ່ານັ້ນ ເກີດຈາກຄວາມບໍ່ໝັ້ນຄົງທາງການເມືອງ ຫຼັງຈາກພົບຄວາມຜິດປົກກະຕິໃນການລົງທະບຽນຜູ້ມີສິດເລືອກຕັ້ງໃນລະຫວ່າງທີ່ມີການເລືອກຕັ້ງທົ່ວໄປ. ການຈັບແກນນຳຂອງພັກ NLD ເກີດຂຶ້ນໃນສອງສາມຊົ່ວໂມງກ່ອນການປະຊຸມສະມາຊິກສະພາຊຸດໃໝ່ທີ່ຈະເລີ່ມຕົ້ນຂຶ້ນໃນວັນທີ 1 ກຸມພາ. ເຊິ່ງກ່ອນໜ້ານີ້ ຫຼັງຈາກທີ່ພັກ NLD ພາຍໃຕ້ການນຳພາຂອງອອງຊານຊູຈີຊະນະການເລືອກຕັ້ງໃນວັນທີ 8 ພະຈິກ 2020 ທາງດ້ານກອງທັບທະຫານ ແລະ ພັກ USPD ກໍອ້າງວ່າໄດ້ມີການໂກງການເລືອກຕັ້ງ, ຮຽກຮ້ອງໃຫ້ຄະນະກຳມະການການເລືອກຕັ້ງເປີດເຜີຍລາຍຊື່ຜູ້ໃຊ້ສິດເລືອກຕັ້ງ ແຕ່ກໍບໍ່ໄດ້ການຕອບຮັບຈາກອີກຝ່າຍ ເຮັດໃຫ້ຝ່າຍສະໜັບສະໜຸນພັກ USPD ຈັດຂະບວນປະທ້ວງຂຶ້ນມາ. ຕະຫຼອດອາທິດທີ່ຜ່ານມາ ໄດ້ເກີດຂ່າວລືເລື່ອງການເຮັດລັດຖະປະຫານຢ່າງຕໍ່ເນື່ອງ ໂດຍໃນວັນທີ 30 ມັງກອນ ກອງທັບມຽນມາໄດ້ອອກມາຖະແຫຼງການໂດຍຢັ້ງຢືນວ່າຈະປົກປ້ອງລັດຖະທຳມະນູນ ແລະ ກົດໝາຍຢ່າງເຄັ່ງຄັດ, ແຕ່ການຍຶດອຳນາດໃນຄັ້ງນີ້ກໍເກີດຂຶ້ນໂດຍມີໄລຍະເວລາຫ່າງຈາກວັນຖະແຫຼງການພຽງສອງມື້ເທົ່ານັ້ນ. ສຳລັບພົນເອກ ມິນ ສ່ວຍ ປະທານາທິບໍດີຊົ່ວຄາວທີ່ຖືກແຕ່ງຕັ້ງນັ້ນ ...

Read More »

ຜົນສໍາເລັດຂອງກອງປະຊຸມສາທາລະນະສຸກທົ່ວປະເທດ ຄັ້ງທີ VIII(ເນັ້ນຍົກສູງຄຸນນະພາບການບໍລິການສຸຂະພາບ)

ກອງປະຊຸມສາທາລະນະສຸກທົ່ວປະເທດ ຄັ້ງທີ VIII ໄຂຂື້ນຢ່າງເປັນທາງການ ແລະ ໄດ້ດໍາເນີນ ເປັນເວລາ 2 ວັນເຕັມ ແຕ່ວັນທີ 28 ຫາ 29 ມັງກອນ 2021 ທີ່ຫ້ອງປະຊຸມ ICTC, ນະຄອນຫຼວງວຽງຈັນ.ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ໃນຕອນບ່າຍວັນທີ 29 ມັງກອນນີ້ ໂດຍການເຂົ້າຮ່ວມຂອງທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີຄະນະລັດຖະມົນຕີກະຊວງສາທາລະນະສຸກ, ບັນດາທ່ານຮອງລັດຖະມົນຕີອ້ອມຂ້າງສູນກາງ, ຜູ້ຕາງໜ້າຄະນະກໍາມະທິການວັດທະນະທໍາ-ສັງຄົມສະພາແຫ່ງຊາດ, ຫ້ອງວ່າການສູນກາງພັກ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ສູນກາງແນວລາວສ້າງຊາດ, ສູນກາງສະຫະພັນແມ່ຍິງລາວ,ສູນກາງສະຫະພັນກໍາມະບານ, ທ່ານຮອງເຈົ້າຄອງນະຄອນຫຼວງ, ຮອງເຈົ້າແຂວງຈາກທົ່ວປະເທດ, ຄະນະອະທິການບໍດີມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ, ຫ້ອງການ, ກົມ, ສະຖາບັນ, ໂຮງໝໍສູນກາງ, ສູນຕ່າງໆອ້ອມຂ້າງກະຊວງສາທາລະນະສຸກ, ພະແນກສາທາລະນະສຸກແຂວງ, ໂຮງໝໍແຂວງ, ວິທະຍາໄລ ວິທະຍາສາດ ສຸຂະພາບ ຈາກແຂວງ., ມີບັນດາອາດີດການນໍາ ແລະ ພະນັກງານອະວຸໂສບໍານານ, ວິລະຊົນແຫ່ງຊາດ, ຜູ້ຕາງໜ້າອົງການຈັດຕັ້ງສາກົນທັງໝົດ 285 ທ່ານ. ທ່ານບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລາຍງານຜົນສໍາເລັດຂອງກອງປະຊຸມຄັ້ງນີ້ວ່າ ເປັນການເຜີຍແຜ່-ເຊື່ອມຊຶມ ການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ ...

Read More »

ອັງກິດ ສັ່ງຢຸດຖ້ຽວບິນຈາກຢູເອອີ ປ້ອງກັນໂຄວິດ-19

ຕາມ​ຂ່າວ​ຈາກ​ ລອນ​ດອນ, ອັງກິດ​ ປະກາດ​ ຢຸດ​ຖ້ຽວບິນ ​ມາ​ຈາກ ສະຫະ​ນະຄອນ ​ເອ​ເມຣັດ ອາຣັບ(UAE) ຕັ້ງ​ແຕ່​ວັນ​ທີ29​ມັງກອນ ​ເປັນຕົ້ນ ​ເພື່ອ​ປ້ອງ​ກັນ ການລະບາດ​​ ໂຄ​ວິດ-19 ທີ່​ກາຍພັນ ​ໃນ​ອາ​ຟຣິກ​ໃຕ້ ​ເທົ່າ​ກັບ​ ປິດ​ເສັ້ນທາງ ​ການບິນ ​ສາກົນ ລະຫວ່າງ ນະຄອນຫລວງ​ ລອນ​ດອນ ​ແລະ ນະຄອນ​ ດູ​ໄບ ຫລັງ​ຈາກ ອັງກິດ ປະກາດ​ເພີ່ມ ຢູ​ເອອີ,ບູຣູນດີ ​ແລະ ຣູວັນ​ດາ ​ໄວ້​ໃນ​ລາຍ​ຊື່​ປະ​ເທດ ທີ່​ຖືກ​ສັ່ງ​ຫ້າມ ​ເດີນທາງ​ ເຂົ້າປະ​ເທດ ​ແຕ່​ຍົກ​ເວັ້ນ ຊາວ​ອັງກິດ, ຊາວອຽກລັງ ​ແລະ ຊາວ​ຕ່າງປະ​ເທດ ທີ່​ຖື​ໜັງ​ສີ​ເດີນ​ທາງ(ວີຊ້າ)ທີ່ພັກ​ອາ​ໃສ ສາມາດ ເດີນທາງເຂົ້າ ອັງກິດໄດ້ ແຕ່ຈະ​ຕ້ອງ​ຖືກ​ ກັກ​ຕົວ​ໃນ​ເຮືອນ​ ເປັນ​ເວລາ 10ວັນ ຂປລ

Read More »

ນາຍົກລັດຖະມົນຕີ ເນັ້ນ ກະຊວງ ຮສສ ຍັງມີສິ່ງທ້າທາຍທີ່ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ

ໃນຕອນບ່າຍຂອງວັນທີ 28 ມັງກອນ 2021 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມແຮງງານ ແລະ ສະຫວັດດີການສັງຄົມ ທົ່ວປະເທດ ປະຈໍາປີ 2020 ໂດຍທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ ແລະ ຜົນສຳເລັດຫລາຍດ້ານ ຂອງວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໃນໄລຍະຜ່ານມາ. ແຕ່ເຖິງຢ່າງໃດກໍຕາມ, ໄປຄຽງຄູ່ກັບຜົນສໍາເລັດທີ່ຍາດມາໄດ້ ສັງເກດເຫັນວ່າ ຍັງມີຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຈໍານວນໜຶ່ງ ທີ່ຕ້ອງໄດ້ສືບຕໍ່ພິຈາລະນາປັບປຸງແກ້ໄຂ ເປັນຕົ້ນ ແຫລ່ງຂໍ້ມູນໂຄງປະກອບກຳລັງແຮງງານ ຕາມຂະແໜງການເສດຖະກິດ ແລະ ຂໍ້ມູນຂ່າວສານຕະຫລາດແຮງງານ ຍັງບໍ່ມີຄວາມຊັດເຈນ; ການດັດສົມລະຫວ່າງການສະໜອງ ແລະ ຄວາມຕ້ອງການໃນການພັດທະນາສີມືແຮງງານ ຕາມຂະແໜງ ການເສດຖະກິດຍັງບໍ່ທັນກົມກຽວກັນ; ພື້ນຖານໂຄງລ່າງ, ອຸປະກອນການພັດທະນາສີມືແຮງງານ ແລະ ມາດຕະຖານສີມືແຮງງານລະດັບຕ່າງໆຍັງມີຈຳກັດ ແລະ ບໍ່ທັນຕອບສະໜອງກັບຄວາມຕ້ອງການຂອງຕະຫລາດແຮງງານ; ການສົ່ງເສີມການຈັດຫາງານ ແລະ ການເຂົ້າເຖິງການບໍລິການຈັດຫາງານໃນລະບົບຍັງບໍ່ທັນເຂັ້ມແຂງ, ແຮງງານທີ່ເຮັດວຽກເພື່ອການຊົມ ໃຊ້ໃນຄົວເຮືອນທີ່ບໍ່ມີລາຍຮັບ ຫລື ຜົນກໍາໄລຍັງມີຫລາຍ, ການຂາດແຄນແຮງງານໃນທ້ອງຖິ່ນ ແລະ ...

Read More »

ກະຊວງສາທາ ກຽມພ້ອມທີມແພດ ຮັບໃຊ້ການເລືອກຕັ້ງ ສສຊ-ສສຂ

ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ໃຫ້ສຳພາດຕໍ່ນັກຂ່າວ ໃນວັນທີ 27 ມັງກອນ 2021 ນີ້ວ່າ: ໃນທ່າມກາງບັນຍາ ກາດການກະກຽມ ຂະບວນການເລືອກຕັ້ງຢ່າງຟົດຟື້ນ ຂອງຜູ້ລົງສະໝັກເລືອກຕັ້ງ ແລະ ປະຊາຊົນຜູ້ທີ່ມີສິດເລືອກຕັ້ງ, ພ້ອມດ້ວຍທຸກພາກສ່ວນຕ່າງກໍພວມສຸມໃສ່ປະກອບສ່ວນ ໃຫ້ແກ່ເລືອກຕັ້ງສະມາຊິກສະພາ ຊຸດທີ IX, ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ນະຄອນຫລວງວຽງຈັນ ຊຸດທີ II ທີ່ຈະຈັດຂຶ້ນໃນເດືອນກຸມພາ 2021 ທີ່ຈະມາເຖິງນີ້ ຢ່າງເປັນຂະບວນຟົດຟື້ນນັ້ນ. ສໍາລັບທີມນັກຮົບເສື້ອຂາວ ຂອງພວກເຮົາແມ່ນໄດ້ກຽມພ້ອມແລ້ວ ເພື່ອປະກອບສ່ວນຮັບໃຊ້ຕໍ່ການເລືອກຕັ້ງດັ່ງກ່າວ, ໂດຍສະເພາະແມ່ນໄດ້ຈັດທີມແພດທີ່ຢູ່ແຕ່ລະແຂວງ ໃຫ້ຈັດຕັ້ງກັນລົງໄປຢູ່ແຕ່ລະເມືອງ ແລະ ແຕ່ລະຈຸດຂອງການເລືອກຕັ້ງ ໃນຂອບເຂດທົ່ວປະເທດ. ປັດຈຸບັນ, ກະຊວງສາທາ ລະນະສຸກ ພວກເຮົາ ແມ່ນໄດ້ເລີ່ມແຈກຢາຍເຄື່ອງປ້ອງກັນໂຕເອງ ລົງໄປໃຫ້ແຕ່ລະແຂວງແລ້ວ ເປັນຕົ້ນ ຜ້າອັດປາກ-ດັງ ພ້ອມກັບເຈວລ້າງມື. ສະເພາະຢູ່ສູນກາງພວກເຮົາ ກໍໄດ້ກະກຽມທີມແພດຫລາຍຮ້ອຍຄົນໄວ້ຢູ່ຫລາຍຈຸດຂອງການເລືອກຕັ້ງ ເພື່ອຮັບໃຊ້ໃຫ້ແກ່ການເລືອກຕັ້ງໃນຄັ້ງນີ້ ເຫັນວ່າທີມແພດຂອງພວກເຮົາມີພຽງພໍ.ທ່ານ ດຣ. ບຸນກອງ ສີຫາວົງ ກ່າວຕື່ມວ່າ: ການເລືອກຕັ້ງຄັ້ງນີ້, ຖືເປັນວຽກງານທີ່ສໍາຄັນ ເພາະການເລືອກຕັ້ງສະມາຊິກສະພາແຫ່ງຊາດ ເຊິ່ງມັນໄດ້ເວົ້າເຖິງປະຊາທິປະໄຕ, ...

Read More »

ການດໍາເນີນທຸລະກິດນໍ້າມັນເຊື້ອໄຟ

ເປັນບັນຫາທີ່ນັກທຸລະກິດຫຼາຍທ່ານຕັ້ງຂຶ້ນກ່ຽວກັບຂັ້ນຕອນການຂໍອະນຸຍາດດໍາເນີນກິດຈະການປໍ້ານໍ້າມັນໃນເຂດຫ່າງໄກສອກຫຼີກວ່າການສະໜອງຂໍ້ມູນ ແລະ ການແຈ້ງຕອບຜູ້ປະກອບການຢາກໃຫ້ມີຄວາມວ່ອງໄວ ແລະ ຊັດເຈນ. ກ່ຽວກັບເລື່ອງນີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນໄດ້ຊີ້ແຈງຕໍ່ກອງປະຊຸມສາມັນເທື່ອທີ 09 ຂອງສະພາແຫ່ງຊາດຊຸດທີ VIII ຜ່ານມານີ້ວ່າ: ໂດຍປະຕິບັດຕາມຄໍາສັ່ງວ່າດ້ວຍການປັບປຸງລະບຽບການ ແລະ ກົນໄກປະສານງານໃນການດໍາເນີນທຸລະກິດ ຢູ່ ສປປ ລາວ ສະບັບເລກທີ 02/ນຍ ລົງວັນທີ 01 ກຸມພາ 2018, ກະຊວງ ອຸດສາຫະກໍາ ແລະ ການຄ້າ ໄດ້ປັບປຸງລະບົບການແຈ້ງຂຶ້ນທະບຽນວິສາຫະກິດ ໂດຍໄດ້ອອກຂໍ້ຕົກລົງວ່າດ້ວຍການຂຶ້ນທະບຽນວິສາຫະກິດ ສະບັບເລກທີ 0023/ອຄ.ກທຄວ ລົງວັນທີ 09 ມັງກອນ 2019 ເຊິ່ງໄດ້ເຮັດໃຫ້ການຂຶ້ນທະບຽນວິສາຫະກິດ ສະດວກ, ງ່າຍດາຍ ແລະ ສາມາດຈັດຕັ້ງປະຕິບັດໄດ້ແຕ່ຂັ້ນສູນກາງເຖິງທ້ອງຖິ່ນ. ສະເພາະຂັ້ນຕອນ ການບໍລິການອອກໃບທະບຽນວິສາຫະກິດໂດຍສະເລ່ຍໃຊ້ເວລາພຽງ 3 ວັນ. ນອກຈາກນັ້ນ, ກໍໄດ້ເປີດເວບໄຊຖານຂໍ້ມູນທຸລະກິດແຫ່ງຊາດ (www.erm.gov.la) ເພື່ອອໍານວຍຄວາມສະດວກໃຫ້ແກ່ ນັກລົງທຶນ ແລະ ນັກທຸລະກິດ ໃນການຂຶ້ນທະບຽນວິສາຫະກິດ, ກວດສອບຊື່ວິສາຫະກິດ, ດາວໂຫຼດຄໍາຮ້ອງ-ແບບຟອມ ...

Read More »

ເສດຖະກິດ​ໂລກ ​ປີ2021 ຈະ​ຂະຫຍາຍຕົວຢ່າງ​ສົດ​ໃສ

ຕາມ​ຂ່າວ​ຈາກ ​ຫວຽດນາມ, ​ເມື່ອ​ບໍ່​ດົນ​ມາ​ນີ້ ກອງ​ທຶນ ​ການ​ເງິນ ​ສາກົນ (IMF) ​ໄດ້​ສະ​ແດງ​ຄວາມ​ຫວັງ ກ່ຽວ​ກັບ​ສະຖານະ​ການເສດຖະກິດ​ໂລກ ​ປີ2021 ຈະ​ຂະຫຍາຍຕົວຢ່າງ​ສົດ​ໃສ ລະດັບ 5,5% ສູງ​ກວ່າ ​ຕົວ​ເລກ ທີ່​ຄາດ​ການ​ໄວ້ 0,3% ​ເມື່ອ​ທຽບ​ໃສ່​ປີ 2020. ຫລັງ​ຈາກ ທ່ານ ນາງ ກີ​ຕາ ​ໂກ​ພີ​ນັດ(Gita Gopinath) ຫົວໜ້າ​ນັກ​ເສດຖະສາດ​ຂອງ ​ໄອ​ເອັມ​ເອຟຄາດ​ການຂະຫຍາຍຕົວ ຈີ​ດີ​ພີ ຂອງ​ໂລກ ຈະ​ຢູ່​ລະດັບ 4,2% ພາຍ​ໃນ​ປີ 2022. ສຳລັບ ການ​ຟື້ນ​ຟູ​ເສດຖະກິດ​ ໃນ​ປັດຈຸບັນສ່ວນ​ໃຫຍ່​ຂຶ້ນ​ຢູ່​ກັບການ​ແຂ່ງຂັນລະຫວ່າງ ການກາຍພັນ​ຂອງ​ເຊື້ອ​ພະຍາດ​ໂຄ​ວິດ-19 (SARS-CoV-2)ກັບ​ວັກ​ຊິນປ້ອງ​ກັນ​ໂຄ​ວິດ-19 ​ເພື່ອ​ຢຸດ​ການ​ແຜ່​ລະບາດ ລວມທັງ ​ຄວາມ​ສາມາດ​ຂອງ​ນະ​ໂຍບາຍສະໜັບສະໜູນທີ່​ມີ​ປະສິດທິພາບຫລາຍ​ຂຶ້ນ. ດັ່ງນັ້ນ, ​ໄອ​ເອັມ​ເອຟ ຈຶ່ງ​ໄດ້ປັບປຸງ​ ການ​ຂະຫຍາຍຕົວເສດຖະກິດ​ປີ​ນີ້ ​​ເພື່ອ​ສະ​ແດງ​ໃຫ້​ເຫັນ​ເຖິງ ​ຜົນ​ສະທ້ອນອັນ​ດີ ຂອງ​ການ​ສັກ​ວັກ​ຊິນ​ປ້ອງ​ກັນ ​ໂຄ​ວິດ-19 ​ໃນ​ປະ​ເທດ​ຕ່າງໆບວກ​ກັບອີກ​ຫລາຍ​ປະ​ເທດ​ເປັນຕົ້ນ: ສ.ອາ​ເມ​ລິ​ກາ ​ແລະ ຍີ່ປຸ່ນ ປະກາດ​ໃຊ້​ນະ​ໂຍບາຍຊ່ວຍ​ເຫລືອ​ ເສດຖະກິດ ​ແລະ ປະຊາຊົນ ​ໃນ​ທ້າຍ​ປີ2020. ແຫຼ່ງຂໍ້ມູນ: ຂປລ.

Read More »

ຄາດຄະເນວ່າ!!! ປີ 2021 ນີ້ ສປປ ລາວ ເຮົາຈະຕ້ອງສັກວັກແຊັງປ້ອງກັນໂຄວິດ-19 ໃຫ້ໄດ້ປະມານ 1,5 ລ້ານຄົນ

ລັດຖະບານຕັ້ງເປົ້າ ປີ 2021 ສປປ ລາວ ຕ້ອງສັກວັກແຊັງໃຫ້ໄດ້ 1,5 ລ້ານຄົນ ແລະ ໃນປີ 2023 ໃຫ້ປະຕິບັດໄດ້ກວມ 70%ຂອງປະຊາກອນ, ແຕ່ທັ້ງນີ້ ຕ້ອງໃຊ້ງົບປະມານໃນການຊື້ວັກແຊັງປ້ອງກັນໂຄວິດ-19 ແລະ ງົບປະມານໃນການຈັດຕັ້ງປະຕິບັດທັງໝົດ ຕົກຢູ່ປະມານ 174 ລ້ານກວ່າໂດລາສະຫະລັດ. ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ກ່າວໃນໂອກາດຮ່ວມພິທີສັກຢາວັກແຊັງປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ພະນັກງານແພດໝໍ ບຸກຄົນທີ່ມີຄວາມສ່ຽງສູງ ທີ່ໂຮງໝໍມິດຕະພາບ ເມື່ອວັນທີ 27 ມັງກອນ 2021 ວ່າ: ການສັກວັກແຊັງປ້ອງກັນໂຄວິດ-19 ນີ້ ຄາດວ່າປີທຳອິດ ກໍ່ຄື 2021 ນີ້ ສປປ ລາວ ເຮົາຈະຕ້ອງສັກໃຫ້ໄດ້ປະມານ 1,5 ລ້ານຄົນ ກວມເອົາ 22% ຂອງປະຊາຊົນ ໂດຍຄາດວ່າເດືອນມີນາ ວັກຊີນກໍຈະເຂົ້າມາເຖິງລາວເຮົາ ແລະກໍຈະມີທະຍອຍເຂົ້າມາເລື້ອຍໆຮອດປີ 2023 ຈະໃຫ້ປະຊາກອນລາວໄດ້ຮັບການສັກວັກແຊັງກວມເອົາ 70%. ທັ້ງນີ້, ຄາດຄະເນຈະມີຄວາມຕ້ອງການງົບປະມານຊື້ວັກແຊັງ ແລະ ງົບປະມານໃນການຈັດຕັ້ງປະຕິບັດແຕ່ ປີ 2021 ຫາ ...

Read More »