Author Archives: admin target

ສິ່ງທ້າທາຍໃຫຍ່ສຳລັບອາຊຽນ ໃນປີ 2021

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໄພຂົ່ມຂູ່ຈາກໂຣກລະບາດໂຄວິດ-19 ຕໍ່ສຸຂະພາບຂອງມະນຸດ, ປັດຈຸບັນ ແມ່ນສິ່ງທ້າທາຍອັນຮີບດ່ວນທີ່ສຸດຂອງພາກພື້ນ.ຂ່າວລະບຸວ່າ: ໂຣກລະບາດໂຄວິດ-19 ແລະ ຜົນກະທົບຍັງແມ່ນສິ່ງທ້າທາຍໃຫຍ່ ສຳລັບພາກພື້ນອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໃນປີ 2021, ນັ້ນແມ່ນໝາກຜົນການສຳຫຼວດ ໂດຍສູນຄົ້ນຄ້ວາ ອາຊຽນ ສັງກັດສະຖາບັນຄົ້ນຄ້ວາອາຊີຕາເວັນອອກສ່ຽງໃຕ້, ມີສໍານັກງານຕັ້ງຢູ່ ປະເທດສິງກະໂປ ປະກາດໃນວັນທີ 10 ກຸມພາຜ່ານມາ. ການສຳຫຼວດໄດ້ດຳເນີນຢູ່ 10 ປະເທດສະມາຊິກ ອາຊຽນ ໂດຍໄດ້ສອບຖາມຈໍານວນ 1.032 ຄົນ ສ່ວນຫຼາຍແມ່ນນັກຮຽນຮູ້, ປະຊາຄົມວິສາຫະກິດ ແລະ ນັກຂ່າວ.ຜົນການສໍາຫຼວດປາກົດວ່າ: ມີ 76% ຈຳນວນຜູຸ້ຖືກຖາມເວົ້າວ່າ: ໄພຂົ່ມຂູ່ຂອງໂຣກລະບາດໂຄວິດ-19 ຕໍ່ສຸຂະພາບຂອງມະນຸດ, ປັດຈຸບັນ ແມ່ນສິ່ງທ້າທາຍອັນຮີບດ່ວນທີ່ສຸດຂອງພາກພື້ນ. 60,7% ປະຊາຊົນ ອາຊີຕາເວັນອອກສ່ຽງໃຕ້ ເຫັນດີຕໍ່ມາດຕະການປ້ອງກັນ, ຕ້ານໂຣກລະບາດ ຂອງລັດຖະບານ. ການສຳຫຼວດ ສະແດງໃຫ້ເຫັນວ່າ: ສ່ວນຫຼາຍເຂົາເຈົ້າມີຄວາມວິຕົກກັງວົນຕໍ່ສະພາບການຢູ່ທະເລຕາເວັນອອກ ແລະ ສະໜັບສະໜູນຫຼັກການເຄົາລົບກົດໝາຍສາກົນໃນບັນຫານີ້. ແຫຼ່ງຂ່າວ: ປະຊາຊົນ

Read More »

ຄວາມສະຫຼາດທາງອາລົມ

ຈາກບົດຄວາມທີ່ຜ່ານມາ ທ່ານຜູ້ອ່ານອາດເຫັນໄດ້ວ່າ ທັດສະນະແນວຄິດແບບກ້າວໜ້າ ຫຼື Growth mindset ຈະຊ່ວຍໃຫ້ທ່ານເຂົ້າໃກ້ຄວາມສຳເລັດຫຼາຍຂຶ້ນ ເຊິ່ງກໍເປັນທີ່ຮູ້ກັນດີແລ້ວວ່າ ຄວາມສະຫຼາດທາງປັນຍາ Intelligence Quotient (IQ) ເປັນປັດໄຈສໍາຄັນໃນການເສີມສ້າງທັດສະນະແນວຄິດແບບກ້າວໜ້າ, ແຕ່ທ່ານຮູ້ຫຼືບໍ່ວ່າ ຍັງມີອີກໜຶ່ງປັດໄຈທີ່ສໍາຄັນບໍ່ໜ້ອຍໄປກວ່າກັນ ນັ້ນກໍຄື ຄວາມສະຫຼາດທາງອາລົມ Emotional Intelligence ຫຼື Emotional Quotient (EQ) ນັ້ນເອງ ເພາະພຶດຕິກຳຂອງຄົນເຮົາແມ່ນຜົນສະທ້ອນຂອງອາລົມ ເຖິງທ່ານຈະມີຄວາມສະຫຼາດທາງປັນຍາ ແຕ່ຖ້າບໍ່ສາມາດຄວບຄຸມ ແລະ ຈັດການອາລົມຂອງຕົນເອງໄດ້ ຄວາມຮູ້ຄວາມສາມາດຂອງທ່ານກໍອາດບໍ່ຖືກນຳໃຊ້ເພື່ອສ້າງສັນຜົນງານໄດ້ຢ່າງເຕັມເມັດເຕັມໜ່ວຍ. ທ່ານອາດສົງໄສວ່າ ຄວາມສະຫຼາດທາງອາລົມແມ່ນຫຍັງ? ແລະ ກ່ຽວຂ້ອງແນວໃດກັບທັດສະນະແນວຄິດແບບກ້າວ ໜ້າ? ເຮົາມາຊອກຫາຄວາມໝາຍຄວາມສຳຄັນໄປນຳກັນ ດັ່ງນີ້: ຄວາມສະຫຼາດທາງອາລົມ ໝາຍເຖິງ ຄວາມສາມາດໃນການຢັ່ງຮູ້ ຄວບຄຸມ ແລະ ຈັດການອາລົມຂອງຕົນເອງ ໃນຂະນະດຽວກັນ ກໍສາມາດຮັບຮູ້ ຄວບຄຸມ ແລະ ຊັກຈູງອາລົມຂອງຄົນອ້ອມຂ້າງໄດ້. EQ ແມ່ນທັກສະໜຶ່ງທີ່ສຳຄັນຂອງບຸກຄົນທີ່ປະສົບຜົນສຳເລັດ ເພາະ EQ ຊ່ວຍໃນການສ້າງສາຍສຳພັນກັບຄົນຫຼາກຫຼາຍໃນສັງຄົມ, ຫາກທ່ານເຂົ້າໃຈ ຮູ້ຈັກໃຊ້ ແລະ ຈັດການອາລົມຂອງຕົນໃຫ້ເປັນໄປໃນທາງບວກແລ້ວ ຈະຊ່ວຍໃຫ້ທ່ານຫຼຸດ ຜ່ອນຄວາມກົດດັນໃນການເຮັດວຽກຮ່ວມກັບຄົນອື່ນ, ສາມາດສື່ສານກັບເພື່ອນຮ່ວມງານ ...

Read More »

ທ່ານ ນາງ ຊາຣີນ ທູລາດາຣ ຖືກແຕ່ງຕັ້ງມາເປັນຫົວໜ້າຫ້ອງການຂອງອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈຳ ສປປ ລາວ

ໃນວັນທີ 11 ກຸມພາ 2021, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຍື່ນໜັງສືແຕ່ງຕັ້ງ ຂອງ ນາງ ຊາຣີນ ທູລາດາຣ (Mrs. Shareen Tuladhar), ເພື່ອມາເປັນຫົວໜ້າຫ້ອງການຂອງອົງການຈັດຕັ້ງສາກົນເພື່ອການເຄື່ອນຍ້າຍຖິ່ນຖານ (IOM) ປະຈຳ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານຮອງລັດຖະມົນຕີຕ່າງປະເທດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍ ທ່ານ ນາງ ຊາຣີນ ທູລາດາຣ ທີ່ຖືກແຕ່ງຕັ້ງມາເປັນຫົວໜ້າຫ້ອງການຂອງອົງການ IOM ປະຈຳ ສປປ ລາວ ແລະ ພ້ອມກັນນັ້ນ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ການຊ່ວຍເຫລືອ ຂອງອົງການ IOM ໃຫ້ແກ່ ສປປ ລາວ ໃນໄລຍະທີ່ຜ່ານມາ. ທັງສອງທ່ານ ໄດ້ແລກປ່ຽນຄຳເຫັນ ກ່ຽວກັບ ການຮ່ວມມືລະຫວ່າງລັດຖະບານ ສປປ ລາວ ແລະ ອົງການ IOM ໂດຍສະເພາະ ການສະໜັບສະໜູນຊ່ວຍເຫຼືອໃນການຈັດຕັ້ງປະຕິບັດບັນດາໂຄງການຕ່າງໆເປັນຕົ້ນ: ໂຄງການສ້າງຄວາມສາມາດໃຫ້ແກ່ພະນັກງານກະຊວງຂະແໜງການທີ່ກ່ຽວຂ້ອງ, ...

Read More »

ອາເມລິກາໃຫ້ທຶນ 7 ລ້ານໂດລາ ແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງ ຢູ່ແຂວງຊຽງຂວາງ

ລັດຖະບານສະຫະລັດອາເມລິກາ ໄດ້ສະໜັບສະໜູນທຶນໂຄງການເພີ່ມຕື່ມ ໄລຍະເວລາ 20 ເດືອນ ໃນມູນຄ່າ 7 ລ້ານໂດລາສະຫະລັດ ໃຫ້ແກ່ອົງການເກັບກູ້ລະເບີດ ແມັກ ເພື່ອດຳເນີນການກວດກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງ ແລະ ການໂຄສະນາສຶກສາຄວາມສ່ຽງໄພຕໍ່ລະເບີດບໍ່ທັນແຕກ(ລບຕ) ຢູ່ໃນ 5 ເມືອງເປົ້າໝາຍຂອງແຂວງຊຽງຂວາງ ເຊັ່ນ: ເມືອງຄູນ, ເມືອງຜາໄຊ, ເມືອງໜອງແຮດ, ເມືອງພູກູດ ແລະ ເມືອງແປກ.ພິທີຖະແຫລງຂ່າວ, ໄດ້ມີຂຶ້ນໃນວັນທີ 8 ກຸມພາ 2021 ທີ່ ໂຮງແຮມ ອະນຸລັກແຄນລາວ ແຂວງຊຽງຂວາງ. ໂດຍການເຂົ້າຮ່ວມ ຂອງ ທ່ານ ສີວິໄລ ແສງຈະເລີນ ຮອງເຈົ້າແຂວງຊຽງຂວາງ, ທ່ານ ໂຈມແຍງ ແພງທອງສະຫວັດ ຫົວໜ້າຫ້ອງການ ຄຊກລ ທ່ານ ດຣ. ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳ ສປປ ລາວ ແລະ ທ່ານ ໄຊມອນ ເຣ ຮັກສາການຫົວໜ້າອົງການເກັບກູ້ລະເບີດ ແມັກ ປະຈໍາ ສປປ ລາວ.ທ່ານ ...

Read More »

ປກສ ນະຄອນ ໄກສອນ ພົມວິຫານ ຢຶດທາດລະເບີດບັ້ງກະໂພກ ແລະ ດອກໄມ້ໄຟ 620 ແພັກ ມູນຄ່າ 40 ລ້ານກວ່າກີບ

ໃນວັນທີ 10 ກຸມພາ 2021 ຜ່ານມາ ທີ່ກອງບັນຊາການ ປກສ ນະຄອນ ໄກສອນພົມວິຫານ,​ ແຂວງສະຫວັນນະເຂດ ໄດ້ນຳເອົາເຄື່ອງທີ່ຢືດໄວ້ທາດລະເບີດບັ້ງກະໂພກ ແລະ ດອກໄມ້ໄຟ ເຊີ່ງຕາມການລົງເຄື່ອນໄຫວປະຕິບັດໜ້າທີ່ຕົວຈິງໃນເວລາ 15 ໂມງ ຂອງວັນທີ 9 ກຸມພາ 2021 ນີ້ ທາງຂອງເຈົ້າໜ້າທີ່ ປກສ ກຸ່ມ 05 ນະຄອນ ໄກສອນ ພົມວິຫານ ໄດ້ພົບເຫັນລົດທີ່ກຳລັງເຄື່ອນຍ້າຍສິນຄ້າຜິດກົດໜາຍຢູ່ຂອບເຂດບ້ານໂພນຊາຍ ນະຄອນ ໄກສອນ ພົມວິຫານ ເຊິ່ງເປັນຕູ້ຍີ່ຫໍ້ຮຸນໄດສະຕາແລັກ ສີປອດເງິນ ປ້າຍທະບຽນ ກກ 5090 ສະຫັວນນະເຂດ ຈຶ່ງໄດ້ສະກັດກັ້ນ ແລະ ໄດ້ປະສານຫາເຈົ້າທີ່ວິຊາສະເພາະໜ່ວຍງານສອບສວນຄະດີອາຍາ ປກສ ນະຄອນໄກສອນພົມວິຫານ ໃນຂະນະທີ່ເຈົ້າໜ້າທີ່ກຳລັງຕິດຕາມເຂົ້າສະກັດກັ້ນນັ້ນ ໂຊເຟີ້ລົດຄັນດັ່ງກ່າວ ໄດ້ຈອດລົດແລ້ວເອົາຕົວລົບໜີ ເຈົ້າໜ້າທີ່ຈຶ່ງໄດ້ກວດຄົ້ນລົດຄັນດັ່ງກ່າວ ຊຶ່ງຜ່ານການກວດກາ-ກວດຄົ້ນແມ່ນພົບເຫັນ ທ້າວ ບຸນຫຼາຍ ກຳມະກອນຮັບຈ້າງຂົນສົ່ງ ພ້ອມດ້ວຍ ສິນຄ້າທີ່ຜິດກົດໜາຍ ບັ້ງກະໂພກ ຍີ່ຫໍ້ ມິນິໄຮຄາສ ມີຈຳນວນ 19 ແກັດ ໃນນັ້ນ ...

Read More »

Intermittent Fasting ແລະ ປະສິດທິພາບ

ຫາກທ່ານເປັນຄົນໜຶ່ງທີ່ສົນໃຈເລື່ອງການຄວບຄຸມນໍ້າໜັກ ອາດເຄີຍໄດ້ຍິນຄໍາວ່າ Intermittent Fasting (IF) ຫຼື ການອົດອາຫານເປັນຊ່ວງເວລາ, ໂດຍບົດຄົ້ນຄວ້າຈາກຫຼາຍໆສະຖາບັນລະບຸວ່າ ການອົດອາຫານເປັນຊ່ວງເວລາ ສາມາດຊ່ວຍໃຫ້ນໍ້າໜັກຂອງກດກດກຄົນເຮົາຫຼຸດລົງໄດ້ຢ່າງເຫັນຜົນຊັດເຈນ ພ້ອມທັງເຮັດໃຫ້ຮ່າງກາຍມີອາຍຸການ ໃຊ້ງານຍືນຍາວຂຶ້ນ ຫຼຸດຜ່ອນຄວາມສ່ຽງຂອງພະຍາດຕຸ້ຍ ເບົາຫວານ ຫົວໃຈ ມະເຮັງ ໆລໆ. ອີກດ້ານໜຶ່ງທີ່ຫຼາຍຄົນອາດບໍ່ທັນຮູ້ ການອົດອາຫານເປັນຊ່ວງເວລານີ້ ຍັງສາມາດຊ່ວຍເສີມສ້າງປະສິດທິພາບໃນການເຮັດວຽກໃຫ້ຄົນເຮົາໄດ້ນໍາອີກ. ໃນບົດຄວາມນີ້ ຜູ້ຂຽນຈະຂໍນໍາສະເໜີປະໂຫຍດຂອງການອົດອາຫານເປັນຊ່ວງເວລາໃນອີກແງ່ມຸມໜຶ່ງ ກໍຄື ດ້ານການເພີ່ມປະສິດທິພາບໃຫ້ຄົນເຮົາ ເພື່ອໃຫ້ທ່ານຜູ້ອ່ານສາມາດລອງນໍາໄປປັບໃຊ້ໃຫ້ເຂົ້າກັບຊີວິດປະຈໍາວັນໄດ້. Intermittent Fasting (IF) ຫາກແປຕາມຕົວແລ້ວ Intermittent ແມ່ນ ແບບບໍ່ຕໍ່ເນື່ອງ ຫຼື ເປັນຊ່ວງໃດໜຶ່ງ ແລະ Fasting ແມ່ນການຈໍາກັດ ຫຼື ອົດອາຫານ ຊຶ່ງເມື່ອນໍາມາແປລວມກັນແລ້ວໄດ້ຄວາມໝາຍວ່າ ການອົດອາຫານເປັນເວລາ ໂດຍເປັນຮູບແບບການກິນອາຫານທີ່ແບ່ງຊ່ວງເວລາກິນ ແລະ ຊ່ວງເວລາອົດຢ່າງຊັດເຈນ. ສິ່ງທີ່ໜ້າສົນໃຈຄື IF ບໍ່ໄດ້ເນັ້ນໃສ່ການຈໍາກັດປະເພດ ແລະ ປະລິມານອາຫານທີ່ກິນເຂົ້າໄປ ເວົ້າໄດ້ວ່າກິນຫຍັງກໍໄດ້ປົກກະຕິຕາມໃຈ ແຕ່ຈະເນັ້ນໃສ່ແຕ່ຊ່ວງເວລາໃນການກິນ ຫຼື ກິນເມື່ອໃດເທົ່ານັ້ນ, ຊຶ່ງຕ່າງຈາກການຄວບຄຸມແຄລໍຣີ້ (Calory restriction) ທີ່ເນັ້ນໃສ່ປະລິມານ ແລະ ສັດສ່ວນອາຫານທີ່ກິນເຂົ້າໄປ ເພື່ອໃຫ້ໄດ້ສານອາຫານທີ່ຄົບຖ້ວນ ...

Read More »

ອົງການຫານໂລກ ສືບຕໍ່ສະໜັບສະໜູນ ອາຫານທ່ຽງໃຫ້ແກ່ໂຮງຮຽນປະຖົມສຶກສາ ໃນ ສປປ ລາວ

ອົງການອາຫານໂລກ (WFP) ສືບຕໍ່ການຮ່ວມມື ເພື່ອສະໜອງອາຫານທ່ຽງ ໃຫ້ແກ່ນັກ ຮຽນກຽມປະຖົມສຶກສາ ແລະ ນັກຮຽນຊັ້ນປະຖົມສຶກສາ ຈໍານວນ 63.000 ຄົນ, ໃນ 18 ເມືອງຂອງແຂວງບໍ່ແກ້ວ, ຫລວງພະບາງ, ຊຽງຂວາງ, ໄຊສົມບູນ, ວຽງຈັນ, ນະຄອນຫລວງວຽງຈັນ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ, ສາລະວັນ, ເຊກອງ ແລະ ແຂວງອັດຕະປື ດ້ວຍອາຫານເພື່ອສຸຂະພາບດີ ແລະ ຫລາກຫລາຍກິດຈະກໍາທີ່ກ່ຽວຂ້ອງ.ພິທີລົງນາມຂໍ້ຕົກລົງກ່ຽວກັບແຜນງານ McGovern-Dole ສຳລັບໂຄງການອາຫານທ່ຽງໃນໂຮງ ຮຽນ 2020-2025 ລະຫວ່າງ ກະຊວງສຶກສາທິການ ແລະ ກິລາ ແລະ ອົງການອາຫານໂລກ ປະຈໍາ ສປປ ລາວ ໄດ້ຈັດຂຶ້ນ ໃນວັນທີ 9 ກຸມພາ 2021 ທີ່ນະຄອນຫລວງວຽງຈັນ. ຕາງໜ້າລົງນາມຄັ້ງນີ້, ໂດຍ ທ່ານ ນາງ ແສງເດືອນ ຫລ້າຈັນທະບູນ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ທ່ານ ...

Read More »

ລັດຖະບານລາວ ຕີລາຄາສູງຕໍ່ການຊ່ວຍເຫລືອວັກຊີນຈາກ ສປ ຈີນ

ກະຊວງສາທາລະນະສຸກ ກໍຄື ລັດຖະບານລາວ ຕີລາຄາສູງຕໍ່ການຊ່ວຍເຫລືອອັນລ້ຳຄ່າຂອງ ລັດຖະບານ ສປ ຈີນ ທີ່ໄດ້ມອບວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 300.000 ໂດສ ພ້ອມດ້ວຍເຊີແລງ ຈຳນວນ 300.800 ອັນ ໃຫ້ແກ່ ສປປ ລາວ ເພື່ອນຳມາໃຊ້ເຂົ້າໃນວຽກງານປ້ອງກັນພະຍາດໂຄວິດ-19 ຢູ່ພາຍໃນປະເທດ ໄດ້ຢ່າງທັນການ.ທ່ານ ດຣ ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ໃຫ້ສຳພາດໃນໂອກາດຕ້ອນຮັບການຂົນສົ່ງວັກຊີນປ້ອງກັນພະຍາດໂຄວິດ-19 ຈຳນວນ 300.000 ໂດສ ທີ່ມາຈາກ ສປ ຈີນ ໃນຕອນເຊົ້າຂອງວັນທີ 8 ກຸມພາ 2021 ທີ່ສະໜາມບິນສາກົນວັດໄຕ ວ່າ: ການຊ່ວຍເຫລືອຄັ້ງນີ້, ເຊິ່ງເປັນຮອບທີສອງ ແມ່ນມີຄວາມໝາຍສຳຄັນຫລາຍ ເພາະຈະເຮັດໃຫ້ ສປປ ລາວ ສາມາດສັກວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ບຸກຄະລາກອນຜູ້ທີ່ມີຄວາມສ່ຽງສູງສຸດໄດ້ຄົບໝົດ ເປັນຕົ້ນແມ່ນບຸກຄະລາກອນການແພດ ທີ່ເຮັດວຽກໂດຍກົງກັບຄົນເຈັບ ແລະ ເຮັດວຽກຢູ່ຫ້ອງວິເຄາະ, ບຸກຄະລາກອນທີ່ເຮັດວຽກຢູ່ຕາມຊາຍແດນຕ່າງໆ ແລະ ຜູ້ທີ່ເຮັດວຽກຜະເຊີນໜ້າກັບຄົນເຈັບທີ່ຕິດເຊື້ອ ແລະ ຜູ້ທີ່ສົງໄສການຕິດ ເຊື້ອພະຍາດໂຄວິດ-19 ແລະ ຜູ້ມີຄວາມສ່ຽງທີ່ບໍ່ຮູ້ຈັກ ໃນເບື້ອງຕົ້ນ, ...

Read More »

ມອບ-ຮັບໜ້າທີ່ປະທານຄະນະກວດກາສູນກາງພັກ

ອີງ​ຕາມ​ຜົນສຳເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະເທດ ຄັ້ງ​ທີ XI ຂອງ​ພັກ ແລະ ຜົນ​ຂອງ​ກອງ​ປະຊຸມ​ຄັ້ງ​ປະຖົມ​ມະລືກຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ສະໄໝ​ທີ XI, ໃນ​ຕອນ​ແລງ ວັນ​ທີ 5 ກຸມພາ 2021 ທີ່​ສະໂມສອນ​ຄະນະ​ກວດກາ​ສູນ​ກາງ​ພັກ ໄດ້​ມີ​ພິທີ​ມອບ – ຮັບ ໜ້າທີ່​ລະຫວ່າງ ສະຫາຍ ບຸນ​ທອງ ຈິດ​ມະນີ ກຳມະການ​ກົມ​ການເມືອງ​ສູນ​ກາງ​ພັກ ຜູ້​ປະ​ຈໍາ​ການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ ຮອງ​ນາຍົກລັດຖະມົນຕີ ປະທານ​ຄະນະ​ກວດກາ​ສູນ​ກາງ​ພັກ (ຜູ້​ເກົ່າ) ປະທານ​ອົງການ​ກວດກາ​ລັດຖະ ບານ ປະທານ​ອົງການ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຂັ້ນ​ສູນ​ກາງ ແລະ ສະຫາຍ ຄຳພັນ ພົມ​ມະ​ທັດ ກຳມະການ​ກົມ​ການ​ເມືອງສູນ​ກາງ​ພັກ ຄະນະ​ ເລຂາທິການ​ສູນ​ກາງ​ພັກ ປະ ທານ​ຄະນະ​ກວດກາ​ສູນ​ກາງ​ພັກ (ຜູ້​ໃໝ່) ໂດຍ​ມີສະຫາຍ ທອງ​ລຸນ ສີ​ສຸ​ລິດ ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ນາຍົກລັດຖະມົນຕີ ພ້ອມ​ດ້ວຍ​ບັນດາ​ສະຫາຍ​ແຂກ​ຖືກ​ເຊີນ​ເຂົ້າ​ຮ່ວມ. ໂອກາດ​ເຂົ້າ​ຮ່ວມພິທີຄັ້ງ​ ນີ້, ສະຫາຍ ທອງ​ລຸນ ສີ​ສຸລິດ ໄດ້​ມີ​ຄໍາ​ເຫັນ​ໂອ້​ລົມ​ໃນ​ຫຼາຍ​ບັນ ຫາ​ທີ່​ສຳຄັນ ໂດຍ​ສະເພາະ​ຕໍ່​ສະຫາຍ​ປະທານຄະນະ​ກວດ ກາ​ສູນ​ກາງ​ພັກ (ຜູ້​ເກົ່າ ແລະ ຜູ້​ໃໝ່) ພ້ອມ​ທັງ​ໄດ້​ສະເໜີ​ບາງ​ວຽກ​ງານ​ທີ່​ຕ້ອງ​ໄດ້​ເອົາໃຈໃສ່ ທີ່​ມີ​ເນື້ອ​ໃນ​ສຳຄັນ​ບາງ​ຕອນ​ດັ່ງນີ້: ...

Read More »

ສປ ຈີນ ມອບວັກຊິນປ້ອງກັນໂຄວິດ-19 ໃຫ້ແກ່ ສປປ ລາວ ຈໍານວນ 300.000 ໂດສ

ວັກຊິນປ້ອງກັນພະຍາດໂຄວິດ-19ຈຳນວນ 300.000 ໂດສ ທີ່ໄດ້ຮັບການຊ່ວຍເຫລືອລ້າຈາກລັດຖະບານ ສປ ຈີນ ເຊິ່ງເປັນຮອບທີສອງ ໄດ້ມາຮອດສະໜາມບິນສາກົນວັດໄຕ ນະຄອນຫລວງວຽງຈັນແລ້ວ ໃນເວລາ 00:53 ໂມງ ຂອງວັນທີ 8 ກຸມພາ 2021 ດ້ວຍຖ້ຽວບິນພິເສດ ເຊິ່ງໃຫ້ກຽດຕ້ອນຮັບໂດຍ ທ່ານ ດຣ. ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຈຽງຈ້າຍຕົງ ເອກອັກຄະລັດຖະທູດຈີນ ປະຈຳລາວ ພ້ອມດ້ວຍບັນດາພາກສ່ວນທີ່ກ່ຽວ ຂ້ອງ. ສຳລັບຮອບທີ 1 ລັດຖະບານ ສປ ຈີນ ໄດ້ໃຫ້ການຊ່ວຍເຫລືອແລ້ວ ຈຳນວນ 2.000 ໂດສ ແຫຼ່ງທີ່ມາ: ຂປລ

Read More »