Author Archives: admin target

ລັດຈະມີລາຍຮັບເຖິງ 150 ລ້ານ ໂດລາ ຈາກການຂຸດຄົ້ນຫິນແຮ່ ແລະ ຊາຍ…

ສະພາແຫ່ງຊາດແຈ້ງໃຫ້ຮູ້ວ່າ: ຄາດຄະເນໃນປີ 2020 ນີ້, ລັດຖະບານຈະມີລາຍຮັບເຂົ້າງົບປະມານແຫ່ງລັດເຖິງ 150 ລ້ານໂດລາ ຈາກການຂຸດຄົ້ນ ຫິນແຮ່ ແລະ ຊາຍ ຕາມລໍາແມ່ນໍ້າຂອງ ແລະ ແມ່ນໍ້າຕ່າງໆ ທ່ານ ບຸນປອນ ສີສຸລາດ ກໍາມະການຄະນະປະຈໍາສະພາແຫ່ງຊາດ, ປະທານກຳມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ໄດ້ກ່າວເມື່ອບໍ່ດົນມານີ້ທີ່ ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ວ່າ: ການຂຸດຄົ້ນຫິນແຮ່ ແລະ ຊາຍ ຕາມລຽບແມ່ນໍ້າຂອງ ແລະ ແມ່ນໍ້າຕ່າງໆທີ່ຂັ້ນສູນກາງ ແລະ  ທ້ອງຖິ່ນ (ຂະແໜງໂຍທາທິການ ແລະ ຂົນສົ່ງ) ອະນຸຍາດໃນປີ 2019 ມີທັງໝົດ 402 ບໍລິສັດ ໃນນັ້ນ ຂັ້ນສູງກາງອະນຸມັດ 06 ບໍລິສັດ, ຂັ້ນແຂວງ 284 ບໍລິສັດ ແລະ ຂັ້ນເມືອງ 112 ບໍລິສັດ. ທ່ານ ບຸນປອນ ຍັງໄດ້ກ່າວຕື່ມວ່າ: ມາຮອດປັດຈຸບັນ, ...

Read More »

ມາຮູ້ຈັກ!!! 3 Platform Google ທີ່ຊ່ວຍໃນການເຮັດທຸລະກິດ SME…

1 Google My Business ເພື່ອຕອບໂຈດ Customer Journey ນັບຕັ້ງແຕ່ການຄົ້ນຫາຈົນໄປຮອດການປິດການຂາຍ ໂດຍ 3 ພື້ນທີ່ທີ່ Google My Business ສະໜັບສະໜຸນຄື: – ອັບເດດ profile ທຸລະກິດຂອງຕົນເອງເຊັ່ນ: ບ່ອນຢູ່, ເບີໂທຕິດຕໍ່,​ ເວັບໄຊ້, ເວລາເປີດ-ປິດ ໂດຍພົບວ່າຈະເປີດໂອກາດໃຫ້ຜູ້ບໍລິໂພກຄົ້ນພົບ ແລະ ຄຣິກເບິ່ງລາຍລະອຽດເພີ່ມຂຶ້ນ 7 ເທົ່າ,  ໂດຍສະເພາະ ເພີ່ມຮູບພາບທີ່ຈະຊ່ວຍໃຫ້ການຄົ້ນຫາທຸລະກິດ ແລະ ຮ້ານອາຫານຕ່າງໆ ມີຄວາມສົນໃຈຫຼາຍຂຶ້ນ ນຳຜູ້ບໍລິໂພກໄປສູ່ການໃຊ້  Google Maps ເພືີ່ອນຳມາຮູ້ຈັກຮ້ານເພີ່ມຂຶ້ນເຖິງ 42%. – ສ້າງ Engagement  ຜູ້ປະກອບການສາມາດສ້າງໂພສເພື່ອປະກາດໃຫ້ຜູ້ບໍລິໂພກຮັບຮູ້ເຖິງການຈັດໂປຣໂມຊັ່ນ ລວມທັງມີຟີເຈີ Messaging  ໃຫ້ສົນທະນາກັນໄດ້ ຫຼ້າສຸດເພີ່ມຟີເຈີໃໝ່ “Book Online” ຮອງຮັບທຸລະກິດທີ່ໃຫ້ບໍລິການ Online Booking. – ເປີດຕົວບໍລິການໃໝ່ ເຊື່ອມຕໍ່ກັບການບໍລິການ Delivery ແລະ Take Home ເຊິ່ງຈະເຮັດໃຫ້ຮ້ານຂອງຜູ້ປະກອບການໄດ້ຮັບຄວາມສົນໃຈຈາກຜູ້ບໍລິໂພກຫຼາຍຂຶ້ນ. 2 Market Finder ໜຶ່ງໃນ  Insights ຂອງຜູ້ປະກອບການທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ ຄືຢາກຂະຫຍາຍໄປຕະຫຼາດຕ່າງປະເທດ ...

Read More »

ນະວັດຕະກໍາ Software ທີ່ຈະເຂົ້າມາຊ່ວຍ SME ໃຫ້ສະດວກສະບາຍຍິ່ງຂຶ້ນ.

ໃນຍຸກທີ່ມະນຸດລ້ວນແລ້ວແຕ່ຕ້ອງການຄວາມສະດວກສະບາຍ ບໍ່ວ່າຈະເຮັດຫຍັງ ຈະໄປໃສຂໍໃຫ້ມີຄວາມສະບາຍມາກ່ອນ ຈຶ່ງບໍ່ແປກໃຈເລີຍທີ່ ເຕັກໂນໂລຊີ ເຂົ້າມາມີອິດທິພົນຕໍ່ການໃຊ້ຊີວິດຂອງມະນຸດເຮົາໄດ້ຢ່າງງ່າຍດາຍ ບໍ່ວ່າຈະເປັນນະວັດຕະກໍາທີ່ເຂົ້າມາຊ່ວຍເລື່ອງຄວາມສະດວກສະບາຍໃນການໃຊ້ຊີວິດຂອງມະນຸດເຊັ່ນ: ຫຸ່ນຍົນ AI ທີ່ເຂົ້າມາເປັນຜູ້ຊ່ວຍເກືອບຄົບທຸກໜ້າທີ່ວຽກທີ່ຄົນເຮັດໄດ້… ຫຼືນະວັດຕະກໍາທີ່ເຂົ້າມາຊ່ວຍເລື່ອງການເຮັດທຸລະກິດ ເປັນຕົ້ນແມ່ນ Digital Platform ຕ່າງໆ ທີ່ຊ່ວຍໃນເລື່ອງການຈັດເກັບຂໍ້ມູນທີ່ສໍາຄັນ, ການເພີ່ມປະສິດທິພາບຂອງວຽກໃຫ້ໄວຂຶ້ນ, ມີຄຸນນະພາບຂຶ້ນ ແລະ ທີ່ສໍາຄັນຍັງຊ່ວຍດ້ານແຮງງານຄົນໃຫ້ສາມາດເຮັດວຽກໄດ້ດີຍິ່ງຂຶ້ນອີກດ້ວຍ… ກໍຍ້ອນວ່າ ເຕັກໂນໂລຊີ ໃຫ້ຄວາມສະດວກສະບາຍໃນການດໍາລົງຊີວິດ ແລະ ຍັງສາມາດຊ່ວຍເຫຼືອດ້ານທຸລະກິດໄດ້ແບບນີ້ ຈຶ່ງເຮັດໃຫ້ນັກທຸລະກິດໃນທົ່ວໂລກໃຫ້ການຍອມຮັບ ແລະ ເປີດໃຈຮັບເອົາ ເຕັກໂນໂລຊີ ໃໝ່ໆທີ່ເກີດຂຶ້ນໃນຕະຫຼາດຢູ່ສະເໝີ. ຄືດັ່ງ 4 ນະວັດຕະກໍາຊອບແວ (Software) ຜູ້ຊ່ວຍ SME ທີ່ຜູ້ຂຽນນໍາມາສະເໜີໃນມື້ນີ້ ເຊິ່ງຖືວ່າເປັນເທຣນທີ່ມາໃໝ່ ແລະ ກໍາລັງມາແຮງໃນວົງການທຸລະກິດ (ຕ່າງປະເທດ) ກໍເລີຍຢາກແນະນໍາໃຫ້ນັກທຸລະກິດລາວໄດ້ລອງສຶກສາ ທໍາຄວາມຮູ້ຈັກກັບນະວັດຕະກໍາເຫຼົ່ານີ້ ເພື່ອມາພັດທະນາທຸລະກິດ ແລະ ອົງກອນຂອງທ່ານໃຫ້ມີປະສະດທິພາບຍິ່ງຂຶ້ນ!!! ARSA Framework ອາສາ ເຟຣມເວິກ ເປັນບໍລິສັດທີ່ສາມາດສ້າງເຕັກໂນໂລຊີແບບອະເນກປະສົງ ສາມາດເຊື່ອມໂຍງ ແລະ ຮອງຮັບການປະມວນຜົນ, ສະແດງຜົນ ແລະ ການຕິດຕໍ່ສື່ສານຜ່ານຄລາວ (Cloud) ໄດ້ແບບຜ່ານຊ່ອງທາງດຽວ (One ...

Read More »

ລ້ຽງລູກດ້ວຍວິທີໃດໃຫ້ມີຄຸນະພາບ ແລະ ເໝາະກັບຍຸກສະໄໝ ດີຈິຕອນ 5.0

ສະບາຍດີທ່ານຜູ້ອ່ານທຸກໆທ່ານທີ່ຮັກແພງ ແລະ ນັບຖືເປັນຢ່າງສູງ, ມື້ນີ້ຂ້າພະເຈົ້າຮູ້ສຶກເປັນກຽດ, ຕື່ນເຕັ້ນ ແລະ ດີອົກດີໃຈເປັນພິເສດທີ່ໄດ້ຂຽນບົດຄວາມກ່ຽວກັບວິທີລ້ຽງລູກຢູ່ວາລະສານທາກເກັດອັນຊົງຄຸນຄ່າແຫ່ງນີ້. ເມື່ອເວົ້າເຖິງສະໄໝ 30 ປີກ່ອນ, ທີ່ຂ້າພະເຈົ້າຍັງເປັນເດັກນ້ອຍປະມານ 10 ປີ, ພໍ່ແມ່ຂອງຂ້າພະເຈົ້າໄດ້ລ້ຽງລູກດ້ວຍວິທີໃຫ້ຕິດພັນກັບທໍາມະຊາດ ແລະ ໃຫ້ອິດສະຫຼະພາບທາງຄວາມຄິດຫຼາຍທີ່ສຸດ, ນັ້ນກໍຄືພໍ່ແມ່ອະນຸຍາດໃຫ້ຂ້າພະເຈົ້າໄດ້ໄປແລ່ນຫຼິ້ນຢູ່ທົ່ງໄຮ່ທົງນາທີ່ຂຽວງາມມີຕົ້ນເຂົ້າເຕັມທົ່ງນາ, ບາງເທື່ອກໍໄປສະປາ, ໄປຈັບຕັກກະແຕນ, ໄປແລ່ນວ່າວຢູ່ທົ່ງນາອັນແສນກ້ວາງໃຫຍ່ໄພສານ. ບາງເວລາຂ້າພະເຈົ້າກໍໄດ້ໄປແລ່ນຫຼິ້ນຢູ່ກາງເດີ່ນບ້ານນໍາໝູ່ເພື່ອນ, ເຮັດກິດຈະກໍາຫຼາຍໆຢ່າງເຊັ່ນ: ຫຼິ້ນບ່າຈິລຸ້ນ, ຫຼິ້ນເຕັ້ນຢາງ, ຫຼິ້ນເຕັ້ນໄຮ່ນາ, ຫຼິ້ນຈາດແປັກ, ຫຼິ້ນຄິດໃນແກ່ນໝາກຂາມ…ທີ່ກໍາລັງເປັນກິດຈະກໍາການຫຼິ້ນທີ່ນິຍົມສໍາລັບເດັກນ້ອຍໃນສະໄໝນັ້ນ, ອາດຈະເປັນຍ້ອນຂ້າພະເຈົ້າໄດ້ແລ່ນຫຼິ້ນນໍາໝູ່ເພື່ອນຢູ່ທົ່ງນາອັນກ້ວາງໃຫຍ່ສີຂຽວສະບາຍຕາສະບາຍໃຈ ຕັ້ງແຕ່ຍັງນ້ອຍໆນີ້ບໍຈຶ່ງເຮັດໃຫ້ຂ້າພະເຈົ້າມີຄວາມກ້າຫານ, ກ້າຮຽນຮູ້ສິ່ງໃໝ່ໆ, ກ້າລອງຜິດລອງຖືກ, ຮັກຄວາມຄິດສ້າງສັນ ແລະ ຮັກການສ້າງຄວາມສໍາພັນທີ່ດີກັບໝູ່ເພື່ອນຢ່າງສະໝໍ່າສະເໝີ, ຕ້ອງຂອບໃຈພໍ່ແມ່ຂ້າພະເຈົ້າທີ່ໄດ້ໃຫ້ຂ້າພະເຈົ້າໄດ້ໃຊ້ຊີວິດຕິດພັນກັບທໍາມະຊາດ ແລະ ໃຊ້ຊີວິດຮ່ວມກັບໝູ່ເພື່ອນເປັນກຸ່ມກ້ອນ. 30 ປີໄດ້ຜ່ານພົ້ນໄປຢ່າງໄວວາເໝືອນດັ່ງສາຍນໍ້າໄຫຼທີ່ບໍ່ມີວັນໄຫຼຢ້ອນກັບມາ, ຈົນຂ້າພະເຈົ້າບໍ່ຢາກເຊື່ອຕົນເອງວ່າຕອນນີ້ອາຍຸຂອງຂ້າພະເຈົ້າໄດ້ກ້າວເຂົ້າ 40 ປີແລ້ວ, ເປັນຕາໜ້າເສຍດາຍ ແລະ ຄ້ອຍອົກຄ້ອຍໃຈເອົາແທ້ເອົາວ່າທີ່ທົ່ງໄຮ່ທົ່ງນາ ໄດ້ເຄີຍເປັນບ່ອນແລ່ນຫຼິ້ນຫົວສະອິກສະອ້ອຍກັບໝູ່ເພື່ອນ ໃນເມື່ອກ່ອນນັ້ນໄດ້ກາຍເປັນເຮືອນຫຼັງໃຫຍ່ ແລະ ຖະໜົນຫົນທາງໄປໝົດແລ້ວ. ຕອນນີ້ຂ້າພະເຈົ້າມີລູກຊາຍສຸດທີ່ຮັກ 2​ ຄົນ, ຜູ້ກົກອາຍຸ 7 ປີ ແລະ ຜູ້ຫຼ້າອາຍຸ 1 ປີ. ຂ້າພະເຈົ້າຄົງບໍ່ສາມາດລ້ຽງລູກໃຫ້ຄືກັນກັບຕອນຂ້າພະເຈົ້າຍັງນ້ອຍໄດ້ຢ່າງສົມບູນ, ...

Read More »

ການຟື້ນຟູກິດຈະການ ແລະ ການລົ້ມລະລາຍຂອງວິສາຫະກິດ

ໃນການດຳເນີນທຸລະກິດ ແລກປ່ຽນຊື້ຂາຍ ແລະ ບໍລິການ, ມີຫຼາຍປັດໃຈທີ່ມີຜົນກະທົບຕໍ່ສະພາບການດຳເນີນທຸລະກິດ ແລະ ຖານະການເງິນຂອງວິສາຫະກິດເຮັດໃຫ້ການດຳເນີນວິສາຫະກິດມີຄວາມຫຍຸ້ງຍາກ ໂດຍສະເພາະການຂາດສະພາບເງິນໝູນວຽນ ເພື່ອຊຸກໃຫ້ທຸລະກິດດຳເນີນຕໍ່ໄປ. ມີຫຼາຍກໍລະນີ ທີ່ຜູ້ດຳເນີນທຸລະກິດປະສົບກັບບັນຫາ ການເຂົ້າເຖິງສິນເຊື່ອຈາກສະຖາບັນການເງິນ ຫຼື ທະນາຄານເຮັດ ໃຫ້ການເກີດສະພາບຂາດເງິນໝູນວຽນ ແລະ ບໍ່ສາມາດຊໍາລະໜີ້ສິນໄດ້, ບາງກໍລະນີ ເຈົ້າຂອງກິດຈະການ ກໍຕົກຢູ່ໃນສະພາວະມີໜີ້ສິນຫຼາຍເກີນກວ່າຊັບສິນ (insolvent) ຈົນບໍ່ສາມາດດຳເນີນກິດຈະການຕໍ່ໄປໄດ້ອີກ ຈົນຕ້ອງກ້າວເຂົ້າສູ່ພາວະ “ການລົ້ມລະລາຍ” ຂອງວິສາຫະກິດນັ້ນໃນທີ່ສຸດ. ໃນແງ່ຂອງກົນໄກເສດຖະກິດຕະຫຼາດແລ້ວ, ການປ່ອຍໃຫ້ພາກເອກະຊົນກໍຄືເຈົ້າຂອງກິດຈະການ ໄດ້ບໍລິຫານຈັດການທຸລະກິດຂອງຕົນຢ່າງອິດສະຫຼະ ແລະ ການລົ້ມລະລາຍກໍເປັນກົດເກນຢ່າງໜຶ່ງທີ່ສາມາດເກີດຂຶ້ນໄດ້ກັບວິສາຫະກິດ (ວິສາຫະກິດ ມີເກີດ-ສ້າງຕັ້ງຂຶ້ນ, ມີປ່ຽນແປງຈາກນ້ອຍຫາໃຫຍ່ ຫຼື ໃຫຍ່ຫານ້ອຍ ແລະ ມີສິ້ນສຸດໄດ້) ແຕ່ການປ່ອຍໃຫ້ທຸລະກິດລົ້ມລະລາຍ ກໍອາດຈະທົບຕໍ່ເສດຖະກິດ-ສັງຄົມໄດ້ ທັງໃນວົງກວ້າງ ແລະ ແຄບ ຂຶ້ນກັບຂະໜາດ ແລະ ລັກສະນະຂອງທຸລະກິດນັ້ນ. ດ້ວຍເຫດນີ້, ຢູ່ຫຼາຍປະເທດ ພາກລັດຖະບານຕ້ອງເຂົ້າແຊກແຊງ, ດັດສົມກົນໄກຕະຫຼາດໃຫ້ເໝາະສົມ ທັງໃນລະດັບນະໂຍບາຍ ແລະ ອອກກົດໝາຍ ເພື່ອສະກັດກັ້ນບໍ່ເຮັດໃຫ້ການລົ້ມລະລາຍສ້າງຜົນກະທົບຕໍ່ເສດຖະກິດ-ສັງຄົມໃນວົງກວ້າງຂວາງ. ໜຶ່ງໃນນະໂຍບາຍດັ່ງກ່າວແມ່ນການຊຸກຍູ້ໃຫ້ວິສາຫະກິດທີ່ປະສົບຄວາມຫຍຸ້ງຍາກໄດ້ຮັບການຟື້ນຟູກິດຈະການ ເຮັດໃຫ້ເຈົ້າຂອງວິສາຫະກິດທີ່ປະສົບຄວາມຫຍຸ້ງຍາກດັ່ງກ່ວ ໄດ້ສາມາດສືບຕໍ່ກິດຈະການໄດ້; ນອກຈາກນີ້ຍັງຕ້ອງປົກປ້ອງ ແລະ ຄຸ້ມຄອງເຈົ້າໜີ້ຂອງວິສາຫະກິດທີ່ປະສົບຄວາມຫຍຸ້ງຍາກ ແລະ ...

Read More »

ດ່ານພາສີສາກົນນໍ້າເງິນ ເກັບລາຍຮັບໄດ້ຫຼາຍກວ່າ 50% ໃນ 6 ເດືອນທຳອິດ ຂອງປີ 2020

ທ່ານ ສອນເພັດ ຜົນວິຈິດ ຫົວໜ້າດ່ານພາສີສາກົນນໍ້າເງິນ ແຂວງໄຊຍະບູລີ – ຈັງຫວັດນ່ານ ໃຫ້ຮູ້ວ່າ: ການຈັດເກັບລາຍຮັບເຂົ້າງົບປະມານ ປະຈໍາປີ 2020 ນີ້ ເປັນປີທີ່ທ້າທາຍຫຼາຍຢ່າງ, ຖ້າທຽບໃສ່ຕົວເລກແຜນ ການທີ່ໄດ້ຮັບມອບໝາຍ ບວກກັບການລະບາດຂອງພະຍາດໂຄວິດ – 19, ອັນໄດ້ສົ່ງຜົນກະທົບໂດຍກົງຕໍ່ກັບການເກັບລາຍຮັບ. ແຕ່ຍ້ອນຄວາມ ບຸກບືນ ແລະ ເອົາໃຈໃສ່ຊີ້ນໍາ – ນໍາພາຂອງຄະນະດ່ານແຕ່ລະສະຫາຍ ແລະ ຄວາມໃກ້ຊິດຕິດແທດຂອງການນໍາແຂວງ ເພື່ອເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານໄດ້ຕາມຄາດໝາຍ. ເຖິງແມ່ນວ່າໃນ 6 ເດືອນຕົ້ນປີ 2020 ປະເທດເຮົາຈະປະສົບພົບພໍ້ກັບຄວາມຫຍຸ້ງຍາກຫຼາຍຢ່າງອັນເນື່ອງມາຈາກພະຍາດລະບາດໂຄວິດ-19 ເຮັດໃຫ້ການນຳເຂົ້າ-ສົ່ງອອກສິນຄ້າບໍ່ເປັນໄປຕາມຄາດໝາຍ ແຕ່ດ່ານພາສີສາກົນນໍ້າເງິນ ແຂວງໄຊຍະບູລີ ຍັງສາມາດເກັບລາຍຮັບໄດ້ 144 ຕື້ກວ່າກີບ ເທົ່າກັບ 53,82% ຂອງແຜນການປີ, ລາຍຮັບສ່ວນໃຫຍ່ມາຈາກການນໍາເຂົ້ານໍ້າມັນເຊື້ອໄຟ, ເຄື່ອງອາໄຫຼ່ ແລະ ເຄື່ອງກໍ່ສ້າງ. ໃນປີ 2020 ນີ້ ດ່ານພາສີສາກົນນໍ້າເງິນ ໄດ້ຮັບຕົວເລກແຜນການໃນການຈັດເກັບລາຍຮັບທັງໝົດ 269 ຕື້ກວ່າກີບ, ຜ່ານການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ ປະຕິບັດໄດ້ 144 ຕື້ກວ່າກີບ ເທົ່າກັບ ...

Read More »

ສາເຫດເງິນກີບເຟີ້ ແລະ ມາດຕະການແກ້ໄຂ…

ບັນຫາເງິນເຟີ້ຢູ່ປະເທດເຮົາ ແມ່ນປະກົດໃຫ້ເຫັນຕະຫຼອດມາ ແລະ ມີລະດັບສູງຕ່ຳທີ່ແຕກຕ່າງກັນໄປໃນແຕ່ລະໄລຍະ, ເຊິ່ງປັດຈຸບັນນີ້ ເຫັນວ່າອັດຕາເງິນເຟີ້ ແມ່ນໄດ້ຖີບຕົວຂຶ້ນສູງກວ່າຫຼາຍປີທີ່ຜ່ານມາ ຍ້ອນເງິນໝູນວຽນໃນລະບົບເສດຖະກິດມີຫຼາຍຂຶ້ນ, ລາຄາສິນຄ້າ ແລະ ຄ່າບໍລິການແພງຂຶ້ນບວກກັບການອ່ອນຄ່າຂອງເງິນກີບ ແລະ ຜົນກະທົບຈາກພະຍາດລະບາດຕາມລະດູການ, ເຊິ່ງສາເຫດເຫຼົ່ານີ້ ມັນໄດ້ເລັ່ງທວງໃຫ້ລັດຖະບານຕ້ອງສຸມໃສ່ແກ້ໄຂໃຫ້ກັບມາສູ່ສະພາບປົກກະຕິ, ຖ້າບໍ່ດັ່ງນັ້ນ, ຄ່າຄອງຊີບຢູ່ລາວກໍຈະແພງຂຶ້ນ ແລະ ຈະມີກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ສະເພາະ 6 ເດືອນຕົ້ນປີ 2020 ຈາກສະພາບການລະບາດຂອງພະຍາດໂຄວິດ -19 ທີ່ໄດ້ສົ່ງຜົນກະທົບຢ່າງໜັກໜ່ວງຕໍ່ເສດຖະກິດສັງຄົມໃນທົ່ວໂລກນັ້ນ ໄດ້ມີສິ່ງທ້າທາຍໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດຂອງ ສປປ ລາວ ຂື້ນຕື່ມອີກ. ສະພາບຄວາມບໍ່ແນ່ນອນຂອງເສດຖະກິດໂລກ ໄດ້ສົ່ງຜົນໃຫ້ລາຄາຮຸ້ນ, ລາຄາຄຳ, ລາຄານ້ຳມັນ ແລະ ຄ່າເງິນ ຢູ່ໃນຕະຫຼາດສາກົນມີຄວາມຜັນແປຢ່າງແຮງເຮັດໃຫ້ການລົງທຶນມີຄວາມສ່ຽງຮອບດ້ານ, ກະແສເງິນທຶນທີ່ຈໍລະຈອນຢູ່ໃນທົ່ວໂລກຫຼຸດລົງຢ່າງມະຫາສານ ເນື່ອງຈາກທຸກປະເທດຕ້ອງສຸມໃສ່ທຶນຮອນເຂົ້າໃນດ້ານສາທາລະນະສຸກ ແລະ ຟື້ນຟູເສດຖະກິດພາຍໃນຂອງຕົ້ນທຶນແທນລາຍຮັບທີ່ສູນເສຍໄປໃນໄລຍະທີ່ມີການປິດປະເທດ ຢຸດການດຳເນີນການຜະລິດ ແລະ ກິດຈະກຳທາງທຸລະກິດ. ສະພາບດັ່ງກ່າວ ໄດ້ເຮັດໃຫ້ຄົນສ່ວນຫຼາຍມີການຫັນປ່ຽນຈາກການລົງທຶນໃນຊັບສິນມາເປັນການຖືຄອງເງິນສົດຫຼາຍຂຶ້ນ. ເມື່ອທຽບກັບສະພາບການອ່ອນຄ່າຂອງເງິນກີບ ກັບ ເງິນສະຫະລັດ ແລະ ທຽບກັບເງິນບາດແລ້ວ, ພາຍໃຕ້ເງື່ອນໄຂຂອງປະເທດເຮົາທີ່ການຜະລິດພາຍໃນບໍ່ສາມາດຕອບສະໜອງຄວາມຕ້ອງການຂອງການຊົມໃຊ້ຍັງຈຳເປັນຕ້ອງໄດ້ນຳເຂົ້າສິນຄ້າທີ່ຈຳເປັນຕໍ່ການດຳລົງຊີວິດສ່ວນໃຫຍ່ຈາກປະເທດເພື່ອນບ້ານ. ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນະຄານ ແຫ່ງ ສປປ ລາວ ກ່າວໃນກອງປະຊຸມສະໄໝສາມັນ ...

Read More »

ປະເທດ ບອດສວານາ (Botswana)ພົບຊ້າງປ່າຕາຍ 350 ໂຕ ພາຍໃນເວລາ 1 ເດືອນ

ໃນວັນທີ 2 ກໍລະກົດ ລາຍງານຄວາມຄືບໜ້າວິກິດຊ້າງປ່າ ລົ້ມຕາຍປິດສະຖາມໃນປະເທດ ບອດສວານາ (Botswana) ໜຶ່ງໃນປະເທດທີ່ຢູ່ໃນ ອາຟຣິກາໃຕ້ ວ່າ: ສຳນັກງານກູ້ໄພອຸທິຍານແຫ່ງຊາດ ບອດສວານາ ເປີດເຜີຍວ່າ ພົບຊາກສ້າງປ່າຕາຍບໍລິເວນດິນດອນສາມຫຼ່ຽມປາກແມ່ນໍ້າໂອຄາວັງໂກ ແລະ ພື້ນທີ່ທາງຕອນເໜືອ ເພີ່ມຂຶ້ນອີກຢ່າງນ້ອຍ 181 ໂຕ. ສົ່ງຜົນໃກ້ຍອດສະສົມການຕາຍຂອງຊ້າງປ່າຕັ້ງແຕ່ເດືອນ ພຶດສະພາຜ່ານມາ ມີປະມານ 350 ໂຕ ແລະ ເພີ່ມຂຶ້ນເກືອບ 2 ເທົ່າໃນຊ່ວງກາງເດືອນ ມິຖຸນາ ໂດຍ70% ແມ່ນພົບຊ້າງຕາຍໃກ້ກັບແຄມນໍ້າ. ເບື້ອງຕົ້ນລັດຖະບານຍັງບໍ່ເປີດເຜີຍ ຜົນການກວດສອບຊາກຊ້າງວ່າໄດ້ຮັບສານພິດ ຫຼືເປັນໂລກຢ່າງໃດກໍຕາມ ເຈົ້າໜ້າທີ່ຕັດຂໍ້ສັນນິຖານວ່າຊ້າງເຫຼົ່ານີ້ອາດຈະປ່ວຍດ້ວຍພະຍາດ ແອນແທຣກ (​Anthrax). ດຣ. ໄນອອລ ແມັກແຄນ (Niall McCann) ຜູ້ອຳນວຍການສຳນັກງານກູ້ໄພອຸດທະຍານແຫ່ງຊາດ ບອດສວານາ (Botswana) ກ່າວວ່າ ເປັນການຕາຍເປັນຝູງຄັ້ງນີ້ເປັນສິ່ງໂຫດຮ້າຍທີ່ສຸດ ເພາະນອກຈາດການຕາຍຍ້ອນຄວາມແຫ້ງແລ້ງແລ້ວ ລາວບໍ່ເຄີຍເຫັນຈຳນວນຊ້າງລົ້ມຕາຍຫຼາຍຂະໜາດນີ້ມາກ່ອນ. ປະຊາຊົນທີ່ພົບເຫັນເຫດການແຈ້ງເຂົ້າມາວ່າຊ້າງຫຼາຍໂຕຍ່າງເປັນວົງມົນ ຄາດວ່າລະບົບປະສາດເກີດຄວາມບົກພ່ອງ ແລະ ອາດຈະມີສາເຫດມາຈາກໂຮກ ຫຼືສານພິດ, ຊ້າງບາງໂຕລົ້ມຂວໍ້າໜ້າແລ້ວຕາຍ ສິ່ງນັ້ນໝາຍຄວາມວ່າມັນຕາຍຢ່າງກະທັນຫັນ ໃນຂະນະທີ່ບາງໂຕ ໃຊ້ເວລາຢ່າງຊ້າໆກ່ອນທີ່ຈະລົ້ມຕາຍ ຄືກັນກັບໂຕທີ່ຍ່າງວົນໄປມາຫຼາຍໆຮອບ ຈຶ່ງເປັນສິ່ງທີ່ຍາກທີ່ຈະບອກວ່າມັນຖືກສານພິດ ຫຼືບໍ່. ທາງດ້ານ ດຣ. ໄຊຣິລ ...

Read More »

ທາງລົດໄຟລາວ-ຈີນ ຊ່ວງຜ່ານຫຼວງນໍ້າທາ ສຳເລັດ 96%

ທ້າຍອາທິດຜ່ານມາ ຫ້ອງການບ້ານນາເຕີຍ, ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດແກ້ໄຂຜົນກະທົບການກໍ່ສ້າງທາງລົດໄຟ ລາວ-ຈີນ ຊ່ວງຜ່ານ ແຂວງຫຼວງນໍ້າທາ ເຂດບ້ານນາເຕີຍ ໂດຍການເປັນປະທານຂອງ ທ່ານ ຄຳໄຫຼ ສີປະເສີດ ຮອງເຈົ້າແຂວງໆຫຼວງນໍ້າທາຜູ້ຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຊ່ວງຜ່ານແຂວງຫຼວງນໍ້າທາ, ທ່ານ ນາງ ອຸ່ນຫຼ້າ ອ້ຽງລໍລາດ ຮອງປະທານສະພາປະຊາຊົນແຂວງຄະນະໄກ່ເກ່ຍຂັ້ນແຂວງ ແລະປະຊາຊົນຜູ້ຖືກຜົນກະທົບເຂົ້າຮ່ວມ. ຄະນະໄກ່ເກ່ຍແກ້ໄຂຜົນກະທົບການກໍ່ສ້າງທາງລົດໄຟ ລາວ-ຈີນ ຊ່ວງຜ່ານແຂວງຫຼວງນໍ້າທາ ໄດ້ລາຍງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເລີ່ມແຕ່ ບໍ່ເຕ່ນຊາຍແດນລາວ-ຈີນ ແຂວງຫຼວງນໍ້າທາ ຫາ ນະຄອນຫຼວງວຽງຈັນ ມີຄວາມຍາວທັງໝົດ 409 ກິໂລແມັດ, ໂດຍແລວທາງລົດໄຟໄດ້ຜ່ານ ແຂວງຫຼວງນໍ້າທາ 16,9 ກິໂລແມັດ, ໄດ້ກໍ່ສ້າງຂົວໃຫຍ່ຈຳນວນ 7 ແຫ່ງ, ເຈາະອຸໂມງ 3 ແຫ່ງ ແລະ ກໍ່ສ້າງເສົາຂົວທັງໝົດແມ່ນກໍ່ສ້າງສຳເລັດ 100%, ວາງຂາງຂົວສຳເລັດຈຳນວນ 313 ຂາງເທົ່າກັບ 93%, ການກໍ່ສ້າງ ທາງລົດໄຟລາວ-ຈີນ ສັນຍາທີ 1 ຊ່ວງ ຜ່ານແຂວງຫຼວງນໍ້າທາປະຈຸບັນສຳເລັດ ແລ້ວ 96%. ...

Read More »

ຕັກກະແຕນທີ່ລະບາດຢູ່ ແຂວງຜົ້ງສາລີ ໄດ້ຖືກກຳຈັດແລ້ວ…

ຈາກເຫດການ ການລະບາດຂອງຕັກແຕນຝູງໄມ້ປ່ອງ ຢູ່ເມືອງໃໝ່, ແຂວງຜົ້ງສາລີ ໃນວັນທີ 26 ມິຖຸນາ 2020 ຜ່ານມາ ທີ່ໄດ້ຮັບການລາຍງານຈາກຄະນະພັກ ແລະ ປະຊາຊົນບ້ານເພຍລໍໃໝ່ວ່າມີຕັກແຕນຝູງໄມ້ປ່ອງ ເຂົ້າທຳລາຍແນວປູກຕ່າງໆຂອງພໍ່ແມ່ປະຊົນ ຈຳນວນ 20 ຄອບຄົວ ໂດຍທໍາລາຍເນື້ອທີ່ການຜະລິດຂອງປະຊາຊົນໄປແລ້ວ 4,94 ເຮັກຕາ ຜົນຜະລິດເສຍຫາຍ 24 ລ້ານກວ່າກີບ. ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ພໍ່ແມ່ປະຊາຊົນ. ເຊິ່ງຂະແໜງການທີ່ກ່ຽວຂ້ອງ ກໍຄືຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ລົງແຈກຢາຍຢາສີດພົ່ນໃຫ້ກັບພໍ່ແມ່ປະຊາຊົນ ຈໍານວນ 1.000 ຖົງ, 1 ຖົງໃສ່ນ້ຳໄດ້ 20 ລິດ ແລະ ສາມາດສີດໄດ້ໃນເນື້ອທີ່ ປະມານ 0,3 ເຮັກຕາ ແລະ ກໍໄດ້ນຳພາພໍ່ແມ່ປະຊາຊົນລົງພົ່ນສີດຕາມຫຼັກການບ່ອນທີ່ມີຝູງຕັກແຕນຈຳນວນຫຼວງຫຼາຍ. ໃນປັດຈຸບັນ ຈາກສູນປ້ອງກັນພືດ ກົມປູກຝັງ ກະຊວງ​ກະສິກຳ ​ແລະ ​ປ່າໄມ້​ ໄດ້ແຈ້ງໃຫ້ຮູ້ວ່າ ໄດ້ກຳຈັດຝູງຕັກກະແຕນເຫຼົ່ານັ້ນເປັນທີ່ຮຽບຮ້ອຍແລ້ວ. ແຫຼ່ງຂໍ້ມູນ: https://m.facebook.com/story.php?story_fbid=287523005829251&id=100037146621193

Read More »